ການລັກຕໍ່ໄຟຟ້າໃຊ້ ເຮັດໃຫ້ຣັຖວິສາຫະກິຈ ໄຟຟ້າລາວ ສູນເສັຽລາຍໄດ້

ຈຳປາທອງ
2023.01.20
ການລັກຕໍ່ໄຟຟ້າໃຊ້ ເຮັດໃຫ້ຣັຖວິສາຫະກິຈ ໄຟຟ້າລາວ ສູນເສັຽລາຍໄດ້ ຮູບໂຕຢ່າງ: ຣັຖວິສາຫະກິຈ ໄຟຟ້າລາວ ຈະລົງໂທດ ພະນັກງານ ທີ່ຈົດເລກໜໍ້ໄຟ ກາຍເກີນຄວາມເປັນຈິງ.
ນັກຂ່າວ ພົລເມືອງ

ຣັຖວິສາຫະກິຈໄຟຟ້າລາວ ຫລື ຟຟລ ຈະມີລາງວັນໃຫ້ ຜູ້ທີ່ແຈ້ງຂໍ້ມູນ ກ່ຽວກັບການລັກໃຊ້ໄຟຟ້າ ຊຶ່ງເປັນສາເຫດນຶ່ງ ທີ່ສ້າງຄວາມເສັຍຫາຍ ໃຫ້ຣັຖວິສາຫະກິຈໄຟຟ້າລາວ ຕລອດມາ. ຣັຖວິສາຫະກິຈໄຟຟ້າລາວ ຈະນໍາເງິນທີ່ໄດ້ ຈາກການປັບໃໝ ຜູ້ລັກໃຊ້ໄຟຟ້ານັ້ນ ມອບໃຫ້ຜູ້ທີ່ແຈ້ງຂ່າວ ກ່ຽວກັບການລັກໃຊ້ໄຟຟ້າ ຕັ້ງແຕ່ 50% ເຖິງ 100% ຂອງຈໍານວນເງິນທີ່ໄດ້ ຈາກການປັບໃໝ ໃນແຕ່ກໍຣະນີ, ອີງຕາມຄໍາເວົ້າຂອງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຣັຖວິສາຫະກິຈໄຟຟ້າລາວ ທີ່ໄດ້ກ່າວຕໍ່ກອງປະຊຸມ ກ່ຽວກັບການດໍາເນີນ ທຸຣະກິຈຂອງຣັຖວິສາຫະກິຈ ໄຟຟ້າລາວ ໃນມື້ວັນທີ 16 ມົກກະຣານີ້.

ນະໂຍບາຍດັ່ງກ່າວ ແມ່ນໄດ້ເຣີ່ມປະຕິບັດ ມາຕັ້ງແຕ່ວັນທີ 17 ມົກກະຣານີ້ ເພື່ອແກ້ໄຂບັນຫາການລັກໃຊ້ໄຟຟ້າ ຊຶ່ງສ່ວນຫລາຍມັກພົບເຫັນ ຢູ່ຕາມເມືອງຕ່າງໆ ໃນນະຄອນຫລວງວຽງຈັນ ແລະຢູ່ເມືອງໃຫຍ່ຂອງບາງແຂວງ ທີ່ມີການລັກຕໍ່ສາຍໄຟຟ້າ ຈາກໝໍ້ນັບໄຟ ແລະເສົາໄຟຟ້າ ເຂົ້າເຮືອນ ຫລືໂຮງງານຂນາດນ້ອຍ, ອີງຕາມຄໍາເວົ້າ ຂອງພະນັກງານຣັຖວິສາຫະກິຈ ໄຟຟ້າລາວ ຜູ້ນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 18 ມົກກະຣານີ້.

ເລ່ມປະຕິບັດແລ້ວ ໂອ໋ ແບບລັກຢູ່ແບບກົງເຕີ້ ເດ໋ ກົງເຕີ ເສົາໄຟຟ້າ ກົງເຕີ້ຫັ້ນແຫລະ ກົງເຕີ້ດັດແປງຫັ້ນນ່າ ຄວາມໝາຍ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ອໍານາດການປົກຄອງບ້ານ ຢູ່ນະຄອນຫລວວຽງຈັນນາງນຶ່ງ ເວົ້າວ່າ ໃນໄລຍະຜ່ານມາ ນາງເອງກໍມັກໄດ້ຍິນຂ່າວ ເຣື່ອງຄົນລັກໃຊ້ໄຟຟ້າຢູ່ເລື້ອຍໆ ທັງໃນເຂດບ້ານຂອງນາງເອງ ແລະບ້ານອື່ນໆ ຊຶ່ງກໍມີຫລາຍກໍຣະນີ ທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດຈັບຜູ້ທີ່ລັກໃຊ້ໄຟຟ້ານັ້ນໄດ້ ແລະບາງກໍຣະນີ ກໍບໍ່ໄດ້ຈັບຜູ້ທີ່ກະທໍາຄວາມຜິດ ເຖິງແມ່ນວ່າຈະມີຫລັກຖານຈະ ແຈ້ງແລ້ວກໍຕາມ.

ມັນກະແຕ່ລະບ້ານ ມັນເຄື່ອນໄຫວພວກອັນນີ້ນ່າ ໃຊ້ໄຟແນວບໍ່ເສັຽອີ່ຫຍັງຫັ້ນນ່າ ຄັນເຫັນເພິ່ນກະໃສ່ລະບຽບ ຄັນແມ່ນເພິ່ນເຫັນ ເພິ່ນຈັບໄດ້ຫັນນ່າ ນີ້ມັນຈັບບໍ່ໄດ້.

ພ້ອມດຽວກັນນັ້ນ ປະຊາຊົນລາວອີກຜູ້ນຶ່ງກໍເວົ້າວ່າ ໂດຍທົ່ວໄປແລ້ວ ຊາວບ້ານສ່ວນໃຫຍ່ ຈະບໍ່ກ້າລັກໃຊ້ໄຟຟ້າແບບບໍ່ຈ່າຍເງິນ ເນື່ອງຈາກວ່າ ຖ້າຖືກຈັບໄດ້ ຈະຖືກປັບໃໝຢ້ອນຫລັງຢ່າງໜັກໜ່ວງ ແລະກໍອາຈຖືກດໍາເນີນຄະດີແພ່ງ ແລະຄະດີອາຍານໍາດ້ວຍ. ດັ່ງນັ້ນ ກ່ອນຈະຕິດຕັ້ງໝໍ້ນັບໄຟຟ້າເຂົ້າເຮືອນ ກໍຕ້ອງໄດ້ພົວພັນ ນໍາສູນບໍຣິການໄຟຟ້າ ໃກ້ບ້ານນັ້ນກ່ອນ ເພື່ອຄວາມຖືກຕ້ອງ.

ຜູ້ທີ່ເຂົາອັນນັ້ນ ເຂົາກະສິເຮັດເອງ ຂ້ອຍກະບໍ່ໄດ້ເຮັດ ບໍ່ໄດ້ຕໍ່ຫັ້ນນ່າ ເຣື່ອງລົງມີເຕີອີ່ຫຍັງຫັ້ນ ຕ້ອງໄດ້ຜ່ານຫ້ອງການໄຟຟ້າຫັ້ນແຫລະ  ເພິ່ນຈັບໄດ້ອີ່ຫຍັງ ເຂົາປັບໃໝ ໄລ່ຢ້ອນຫລັງເມິດຫັ້ນແຫລະ.

ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າວ່າ ການລັກໃຊ້ໄຟຟ້າ ແບບບໍ່ຈ່າຍເງິນ ຖືວ່າເປັນຄວາມຜິດ ແລະມີການລົງໂທດໜັກສົມຄວນ, ແຕ່ສໍາລັບຢູ່ເຂດບ້ານຂອງທ່ານ ໃນໄລຍະທີ່ຜ່ານມາ ກໍເຫັນພຽງແຕ່ຈັບຜູ້ທີ່ລັກໃຊ້ໄຟຟ້າເລັກໆນ້ອຍໆ ແລະສ່ວນໃຫຍ່ ກໍມີແຕ່ຖືກປັບໃໝ ພ້ອມທັງນໍາຕົວໄປສຶກສາອົບຮົມ ເທົ່ານັ້ນ ບໍ່ຄ່ອຍເຫັນ ຈັບພວກລັກໃຊ້ໄຟຟ້າລາຍໃຫຍ່.

ກະໜັກຢູ່ເພາະວ່າ ມັນຜິດກົດລະບຽບຂອງອັນນັ້ນ ພວກເຮັດຜິດລະບຽບເຂົາໜ້ອຍໆ ແລ້ວກໍເຂົາປັບໃໝ ເອີ້ນມາຕັກ ເຕືອນແບບນີ້ນ່າ ບໍ່ຄ່ອຍມີພວກໃຫຍ່ໆເທື່ອ.

ເວົ້າເຣື່ອງການລັກໃຊ້ໄຟຟ້າ ແບບບໍ່ຈ່າຍເງິນນັ້ນ ນັກກົດໝາຍລາວທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ນອກຈາກຈະດໍາເນີນຄະດີ ຕໍ່ຜູ້ທີ່ກະທໍາຜິດແລ້ວ ໃນບາງກໍຣະນີ ກໍຕ້ອງມີການສືບສວນ ສອບສວນຕື່ມວ່າ ມີພະນັກງານຣັຖວິສາຫະກິຈ ໄຟຟ້າລາວ ຫລື ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ມີສ່ວນຮ່ວມ ແລະຮູ້ເຫັນເປັນໃຈໃຫ້ເກີດ ມີການລັກລອບໃຊ້ໄຟຟ້ານັ້ນ ຫລື ບໍ່, ຖ້າຫາກມີສ່ວນຮ່ວມແທ້ ກໍຈະຖືກລົງວິໄນ ແລະຖືກດໍາເນີນຄະດີນໍາດ້ວຍ.

ໄຟຟ້າແຂວງ ເຂົາສິໃຊ້ມາຕການປັບໃໝຫັ້ນແຫລະ ມັນສິກວດສອບໝົດ ທັງພະນັກງານແຫລະ ເພາະວ່າມີພະນັກງານຕິດຕາມ  ເຈົ້າໄປປະໃຫ້ເຂົາຕໍ່ໄດ້ຈັ່ງໃດຫັ້ນນ່າ ເຂົາສິກວດສອບໝົດ ທີ່ໄປທີ່ມາມັນ ໄປປະເຂົາຕໍ່ແບບບໍ່ຮູ້ບໍ່ຫຍັງ ເປັນໄປບໍ່ໄດ້ແຫລະ.

ເວົ້າເຣຶ່ອງການປາບປາມ ພວກລັກໃຊ້ໄຟຟ້າແບບຈ່າຍເງິນ ໃນໄລຍະຜ່ານມາ ຣັຖວິສາຫະກິຈໄຟຟ້າລາວໄດ້ປະສານງານ ກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ແລະສາມາດຈັບຜູ້ກະທໍາຜິດໄດ້ ຫລາຍກວ່າ 100 ກໍຣະນີ. ໃນນັ້ນ ໄດ້ສົ່ງໃຫ້ສານຕັດສິນໄປແລ້ວ 2 ຄະດີ ໃນຄວາມຜິດໂທດອາຍາ ຈໍາຄຸກ 6 ເດືອນ, ແຕ່ສານໄດ້ພິຈາຣະນາ ໃຫ້ລໍຖ້າລົງອາຍາ ຫລືຝາກໂທດໄວ້ ແລະຖ້າກະທໍາຄວາມຜິດ ເປັນເທື່ອທີ 2 ກໍຈະຖືກນໍາຕົວໄປເຂົ້າຄຸກທັນທີ, ອີງຕາມການຣາຍງານ ຂອງທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຣັຖວິສາຫະກິຈໄຟຟ້າລາວ ເມື່ອວັນທີ 16 ມົກກະຣານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.