ເຣື້ອງທີ່ເກັບບັນທຶກໄວ້
2023-02-13
ຊາວບ້ານ ຈຳນວນ 39 ຄອບຄົວ ຢູ່ເມືອງຫລາ ແຂວງອຸດົມໄຊ ໄດ້ຮັບຜົນກະທົບ ສູນເສັຽທີ່ດິນ ທຳການກະເສຕ ເປັນຈຳນວນຫຼາຍສິບເຮັກຕ້າຣ໌ ຈາກການຂຸດຄົ້ນແຮ່ເຫຼັກ ຂອງບໍຣິສັດ ຊີເອັນພີ ສຳຣວດ ແລະ ຂຸດຄົ້ນແຮ່ ຂາເຂົ້າ-ຂາອອກ (CNP GROUP) ເຖິງປັດຈຸບັນ ຍັງບໍ່ໄດ້ຮັບເງິນຊົດເຊີຍ.
2023-02-13
ບັ້ນເສິກຫໍ້ເສິກຫານ: ເຜົ່າໄທດໍາ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.
2023-02-12
ຣັຖບານລາວ ຊຸດນີ້ ສັບປ່ຽນຕຳແໜ່ງກັນ ຫລາຍທີ່ສຸດ ເທົ່າທີ່ເຄີຍມີມາ ເພື່ອປາບປາມ ການສໍ້ຣາສບັງຫລວງ ທີ່ສະສົມມາ ຫລາຍປີ ຈົນເຮັດໃຫ້ ເສຖກິຈ ທົດຖອຍ ແລະ ປະຊາຊົນ ຂາດຄວາມເຊື່ອໝັ້ນ.
2023-02-12
ຣັຖວິສາຫະກິຈໄຟຟ້າລາວ ຈະປັບລາຄາຄ່າໄຟຟ້າຂຶ້ນ, ຊາວຄຣິສຕຽນລາວ 15 ຄອບຄົວ ຢູ່ຫລວງນໍ້າທາ ຖືກໄລ່ອອກ ຈາກບ້ານ, ການປະລະ ການຮຽນ ຍ້ອນຂາດຄຣູສອນ, ແຂວງອັດຕະປື ອະນຸມັດ ຕັດໄມ້ 100,000 ແມັດກ້ອນ.
2023-02-10
ມີຣາຍງານ ຈາກຕຳຣວດວ່າ ຢູ່ນະຄອນຫລວງວຽງຈັນ ມີຄະດີລັກພາໂຕໄດ້ 10 ຄະດີ ທີ່ແກ້ໄຂໄດ້, ໃນປີ 2022 ຢູ່ລາວມີຄະດີລັກພາໂຕ ຮຽກຄ່າໄຖ່ຫລາຍຂຶ້ນ ຊຶ່ງຕໍາຣວດຈັບຜູ້ຕ້ອງຫາໄດ້ 20 ຄົນ ໃນນັ້ນເປັນຄົນຈີນ ຢ່າງໜ້ອຍ 4 ຄົນ.
2023-02-10
ມີຣາຍງານວ່າ ໃນປີ 2022 ທີ່ຜ່ານມາ ທົ່ວປະເທດ ມີຜູ້ເສັຽຊີວິດ ຈາກການເກີດອຸບັດຕິເຫດ ຕາມທ້ອງຖນົນ ທັງໝົດ 947 ຄົນ ທຽບໃສ່ປີ 2021 ເພີ່ມຂຶ້ນ 116 ຄົນ ເຊິ່ງສາເຫດ ການເກີດອຸບັດຕິເຫດ ມາຈາກເມົາແລ້ວ ຂັບຂີ່ຍານພາຫະນະ.
2023-02-10
ຣັຖວິສາຫະກິຈ ໄຟຟ້າລາວ ໃຊ້ມາຕການເດັດຂາດ ເພື່ອຫ້ຜູ້ໃຊ້ໄຟຟ້າ ທົ່ວປະເທດ ຈ່າຍເງິນຄ່າໄຟຟ້າ ພາຍໃນທຸກໆວັນທີ 25 ຂອງເດືອນ, ຖ້າບໍ່ໄດ້ຈ່າຍຕາມເວລາທີ່ກຳນົດ ຈະຖືກຕັດໄຟ ພາຍໃນ 1-2 ມື້ ເຊິງປະຊາຊົນ ເປັນຜູ້ໄດ້ຮັບຜົນກະທົບ ທັງເສຖກິຈທີ່ອ່ອນແອລົງ ແລະຄ່າໄຟຟ້າ ທີ່ແພງຂຶ້ນເລື້ອຍໆ.
2023-02-10
ທາງການແຂວງອັດຕະປື ອະນຸຍາດໃຫ້ບໍຣິສັດ ໂຊກດີມີໄຊ ກໍ່ສ້າງຈໍາກັດຜູ້ດຽວ ສໍາຣວດຫິນປາໂກດິດ ແລະຫິນປະດັບ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງ ໃນເນື້ອທີ່ປະມານ 700 ເຮັກຕ້າຣ໌, ແຕ່ຊາວບ້ານ ໃນເຂດນັ້ນຢາກໃຫ້ທາງການແຂວງ ຢຸດເຊົາການໃຫ້ສັມປະທານ ຂຸດຄົ້ນແຮ່ທາດຕ່າງໆ.
2023-02-09
ພະນັກງານ ຜແນກສຶກສາທິການ ແລະການກິລາ ແລະຣັຖກອນຄຣູ ຢູ່ແຂວງສວັນນະເຂດ ໄດ້ຮັບເງິນເດືອນຄົບທຸກຄົນແລ້ວ ໃນວັນທີ 6 ກຸມພາຜ່ານມາ ຫລັງຈາກເງິນເດືອນ ປະຈຳເດືອນມົກກະຣາ ປີ 2023 ໄດ້ອອກມາຊ້າ ປະມານ 10 ປາຍມື້ ຈາກກຳນົດທີ່ຕ້ອງໄດ້ຮັບ ໃນວັນທີ 25 ມົກຣາ ປີ 2023.
2023-02-09
ເສຖກິຈລາວ ອ່ອນແອລົງເລື້ອຍໆ ຂະນະທີ່ຄ່າຄອງຊີບສູງຂຶ້ນຕໍ່ເນື່ອງນັ້ນ, ຄົນລາວ ຈຳນວນບໍ່ໜ້ອຍ ຕ້ອງດິນຮົນ ຫາທາງເພື່ອໃຫ້ມີລາຍໄດ້ ທີ່ສາມາດລ້ຽງຄອບຄົວໄດ້ ແລະທາງເລືອກນຶ່ງ ກໍຄືການໄປເຮັດວຽກ ຢູ່ຕ່າງປະເທດ ເຊິ່ງປັດຈຸບັນນີ້ ປະເທດເກົາຫລີໃຕ້ ເປັນອີກນຶ່ງເປົ້າໝາຍ ຂອງຄົນງານລາວ ເຖິ່ງຈະເປັນເຣື່ອງຍາກກໍຕາມ.
2023-02-09
ການອອກໃບຕາດິນ ຖາວອນໃຫ້ແກ່ຊາວບ້ານ ໃນທົ່ວປະເທດຍັງຊັກຊ້າຫລາຍ ຊຶ່ງມາຮອດປັດຈຸບັນ ໃນປີ 2023 ນີ້, ມີຊາວລາວຈຳນວນ 1,600 ປາຍບ້ານ ຍັງບໍ່ໄດ້ຮັບໃບຕາດິນຖາວອນ ຫລື ຖ້າຄິດເປັນຕອນດິນ ປະມານ 1.3 ແສນປາຍຕອນ ຈາກທັງໝົດ 3 ລ້ານປາຍຕອນ ເປັນຕົ້ນເຫດ ໃຫ້ພະນັກງານຣັຖ ບາງຄົນ ຖືໂອກາດຍຶດເອົາດິນ ປະຊາຊົນໄດ້ງ່າຍຂຶ້ນ.
2023-02-09
ມາຮອດປັດຈຸບັນ ມີລູກ-ຫຼານລາວ ຈໍານວນ 100 ປາຍຄົນ ຕົກເປັນເຫຍື່ອການຄ້າມະນຸສ ແລະຍັງບໍ່ໄດ້ຮັບການຊ່ອຍເຫຼືອ ພາຍຫຼັງຖືກຕົວະໄປຂາຍ ຢູ່ກາຊິໂນ ແຫ່ງນຶ່ງ ຢູ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ໃກ້ໆກັບເມືອງແມ່ສອດ ແຂວງຕາກ ຂອງໄທຍ.
2023-02-08
ອົງການພັທນາສາກົນ ປະເທດສະຫະຣັຖອາເມຣິກາ ຫລື USAID ໄດ້ເປີດໂຕໂຄງການໃໝ່ ເພື່ອສ້າງຄວາມເຂັ້ມມແຂງ ດ້ານວຽກງານສຸຂພາບແມ່-ເດັກ ແລະ ໂພສະນາການຢູ່ 24 ເມືອງ ຂອງ 5 ແຂວງຄື ແຂວງຜົ້ງສາລີ, ອຸດົມໄຊ, ສວັນນະເຂດ, ສາຣະວັນ ແລະ ເຊກອງ ນັບແຕ່ປີ 2023-2026.
2023-02-08
ປະຊາຊົນຊາວລາວ ສ່ວນໃຫຍ່ເຫັນວ່າ ການເປີດໂທຣະສັບ ສາຍດ່ວນ 1516 ເພື່ອໃຫ້ຊາວບ້ານ ໄດ້ສເນີບັນຫາຕ່າງໆ ໃນສັງຄົມນັ້ນ ມາຮອດປັດຈຸບັນ ຫຼາຍບັນຫາ ທີ່ຊາວບ້ານ ໄດ້ໂທໄປຣາຍງານນັ້ນ ບໍ່ທັນໄດ້ຮັບການແກ້ໄຂ ແລະໜັກໄປກວ່ານັ້ນ ບໍ່ມີຄົນຮັບໂທຣະສັບເບີ ດັ່ງກ່າວດ້ວຍ ເມື່ອປະຊາຊົນໂທເຂົ້າ.
2023-02-08
ຣັຖບານລາວ ແລະຣັຖບານຈີນ ປຶກສາຫາລື ເພື່ອຈະເປີດບໍຣິການ ຣົຖໄຟໂດຍສານ ລະຫວ່າງປະເທດ ຈາກດ່ານບໍ່ເຕັນ-ບໍ່ຫານ ຫາສະຖານີຄຸນໝິງ ມົນທົນຢຸນນານ ປະເທດຈີນ ຊຶ່ງຫຼາຍຄົນເຫັນວ່າ ຈະສົ່ງຜົນດີດ້ານການເດີນທາງ ແລະລາຍໄດ້ ຈາກນັກທ່ອງທ່ຽວຈີນ ຈະເພີ່ມຂຶ້ນ.