ເດັກນ້ອຍລາວ ອາຍຸຕ່ຳກວ່າ 18 ປີ ຫຼາຍສິບຄົນ ຖືກຂາຍໃຫ້ກາສິໂນ ໃນພະມ້າ

ສຸພັດຕາ
2023.02.09
ເດັກນ້ອຍລາວ ອາຍຸຕ່ຳກວ່າ 18 ປີ ຫຼາຍສິບຄົນ ຖືກຂາຍໃຫ້ກາສິໂນ ໃນພະມ້າ ແຜນທີ່ເມືອງເມັຽວະດີ, ຣັຖກະຢິ່ນ ປະເທດພະມ້າ.
ຮູບພາບ: OpenStreetMap contributors/Datawrapper

ມາຮອດປັດຈຸບັນ ມີລູກ-ຫຼານລາວ ຈໍານວນ 100 ປາຍຄົນ ຕົກເປັນເຫຍື່ອການຄ້າມະນຸສ ແລະຍັງບໍ່ໄດ້ຮັບການຊ່ອຍເຫຼືອ ພາຍຫຼັງຖືກຕົວະໄປຂາຍ ຢູ່ກາສິໂນ ແຫ່ງນຶ່ງ ຢູ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ໃກ້ໆກັບເມືອງ ແມ່ສອດ ແຂວງຕາກ ຂອງໄທຍ.

ສະຖານທູດລາວ ປະຈໍາປະເທດພະມ້າ ຮັບຮູ້ເຣື່ອງດັ່ງກ່າວແລ້ວ ເນື່ອງຈາກມີໜັງສືທາງການລາວ ຈາກປະເທດລາວ ສົ່ງມາໃຫ້ສະຖານທູດລາວ ປະຈໍາປະເທດພະມ້າຕິດຕາມ ແຕ່ໄລຍະ 1 ປີ ທີ່ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຍັງບໍ່ສາມາດຊ່ອຍເຫຼືອ ພົລເມືອງລາວ ກັບຄືນສູ່ປະເທດໄດ້ ເນື່ອງຈາກ ຄາອິດທິພົລຂອງກາສິໂນ ເມັຽວະດີ, ເຈົ້າໜ້າທີ່ ທີ່ເຮັດວຽກພົວພັນ ກັບຄົນລາວ ຢູ່ຕ່າງປະເທດ ປະຈໍາປະເທດລາວ ທີ່ບໍ່ປະສົງອອກຊື່, ສຽງ ແລະຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 9 ກຸມພາ ນີ້ວ່າ:

“ໂອ້ ດຽວນີ້ ກໍຍັງຫຼາຍຄົນຢູ່ ເຮັດໜັງສືມາ ແລ້ວຍັງບໍ່ມີຂໍ້ມູນຫຍັງນ່າ ເປັນ 100 ພຸ້ນບໍ ຢູ່ຫັ້ນນ່າ ແຕ່ວ່າເຈົ້າໜ້າທີ່ເຂົາ ເຂົ້າບໍ່ເຖິງໄດ້ ແລ້ວເຂດນັ້ນ ເປັນເຂດທີ່ມີອິດທິພົລເດ້ ມານີ້ ເປັນປີແລ້ວ ຍັງບໍ່ທັນໄດ້ໃຜ ກັບຄືນຈັກຄົນ ຕາມຂໍ້ມູນທີ່ເກັບກໍາໄດ້ ລະແມ່ນເຂົາເຈົ້າເອົາມາແລ້ວ ເອົາມາຂາຍຫັ້ນນ່າ ແລ້ວບັງຄັບເຮັດວຽກ ແລ້ວຄ່າຂົນສົ່ງ ຄ່າເຂົາເຈົ້າພາມາຫັ້ນ ມັນກໍຫຼາຍ ກໍຕ້ອງໄດ້ເຮັດວຽກໃຊ້ແທນ ເຂົາກໍຍ້າຍບ່ອນໄປຕລອດເດ້ ເຂົາບໍ່ໄດ້ຢູ່ບ່ອນເກົ່າ.”

ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາສະຖານທູດລາວ ປະຈໍາປະເທດພະມ້າ ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ຂໍ້ມູນ.

ຂະນະທີ່ ກ່ອນໜ້ານີ້ ປະມານວັນທີ 3 ກຸມພາ 2023 ທີ່ຜ່ານມາ ພໍ່ແມ່ຜູ້ປົກຄອງ ຈາກແຂວງຫຼວງນໍ້າທາ ທີ່ຂໍສງວນຊື່ ແລະສຽງ ໄດ້ສົ່ງຂໍ້ຄວາມຂໍຄວາມຊ່ອຍເຫຼືອ ມາຍັງກ່ອງຂໍ້ຄວາມເຟສບຸກຄ໌ ເພຈ FRA Lao ວ່າ:

“ຕອນນີ້ ມີລູກຫຼານ ຊາວແຂວງຫຼວງນໍ້າທາ ຖືກຫຼອກໄປຂາຍ ຢູ່ກາສິໂນ ເມັຽວະດີ ພະມ້າ ຖືກທໍາຮ້າຍຮ່າງກາຍທຸກວັນ ຈະເຮັດແນວໃດດີ ຂໍຄວາມຊ່ອຍເຫຼືອ ທາງໃດກໍບໍ່ໄດ້.

ອີກທັງ ເອກກະສານທຸກຢ່າງ ຮອດສະຖານທູດລາວ ປະຈໍາປະເທດພະມ້າ ແຕ່ວ່າ ບ່ອນກາສິໂນ ເຂົ້າໄປພື້ນທີ່ບໍ່ໄດ້ເທື່ອ.

ວິທຍຸເອເຊັຽເສຣີ ຈຶ່ງໄດ້ຕິດຕໍ່ຫາພາກສ່ວນ ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາທັນທີ ແລະພົບວ່າ ປະມານ 2-3 ເດືອນ ທີ່ຜ່ານມາ ລູກ-ຫຼານ ຊາວແຂວງຫຼວງນໍ້າທາ ທີ່ອາຍຸຍັງນ້ອຍ ຕໍ່າກວ່າ 18 ປີ ແລະອາຍຸກາຍ 18 ປີ ທັງໝົດ 60-70 ຄົນ ຖືກຕົວະໄປຂາຍ ຢູ່ກາສິໂນເມັຽວະດີ ປະເທດພະມ້າ ພ້ອມກັນ.

ກ່ຽວກັບເຣື່ອງນີ້ ພາກສ່ວນທີ່ກ່ຽວຂ້ອງ ໄດ້ແຈ້ງໄປຫາກົງສຸນ ກະຊວງການຕ່າງປະເທດລາວ ແລະຄາດວ່າ ຣັຖບານລາວ ຮັບຮູ້ເຣື່ອງດັ່ງກ່າວແລ້ວ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ຜູ້ທີ 1 ກ່າວໃນມື້ດຽວກັນນີ້ວ່າ:

“ໂຕນີ້ມັນກໍຫຼາຍຢູ່ ຣາຍລະອຽດນີ້ມັນກໍ ພວກເຮົາແຈ້ງໄປຫາກົງສຸນແລ້ວເນາະ ກະຊວງການຕ່າງປະເທດ ຣັຖບານເຂົາເຈົ້າກໍຮັບຮູ້ແດ່ແລ້ວ ມີຫຼາຍຄົນຢູ່ ພວກເຮົາກໍໄດ້ປະສານໄປຫຼາຍຄັ້ງເນາະ ມີແຕ່ບໍ່ແມ່ນ ແຕ່ຄົນດຽວຄົນ ຄົນຫຼວງນໍ້າທາເນາະ 60-70 ຄົນຕິເບາະ ພ້ອມກັນເລີຍ ເຂົາເອົາໄປພະມ້າຫັ້ນນ່າ ກາສິໂນ ພະມ້າຫັ້ນນ່າ ອາຍຸ 14 ປີ ກໍຍັງມີ 13 ປີ ກໍຍັງມີ.”

Map2.png
ແຜນທີ່ເມືອງເມັຽວະດີ, ຣັຖກະຢິ່ນ ປະເທດພະມ້າ, ຮູບພາບໂດຍ Google.

ສາເຫດທີ່ລູກ-ຫຼານຊາວແຂວງຫຼວງນໍ້າທາ ຖືກຕົວະໄປຂາຍ ຢູ່ກາສິໂນ ເມັຽວະດີ ປະເທດພະມ້າພ້ອມກັນ ຍ້ອນເທື່ອທໍາອິດ ພວກເຂົາເຈົ້າ ພາກັນໄປສມັກເຮັດວຽກ ຕອບແຊດ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວ ແຕ່ພໍໄປຮອດ ກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວແລ້ວ ທາງບໍຣິສັດຕອບແຊດ ຕົວະໃຫ້ເງິນພວກເຂົາເຈົ້າ ຜູ້ລະ 5,000 ບາທ ເພື່ອເອົາໄປທ່ຽວປະເທດພະມ້າກ່ອນ ແຕ່ພໍຮອດປະເທດພະມ້າ ພັດຖືກເອົາໄປຂາຍຕໍ່ ຢູ່ກາສິໂນ ເມືອງ ເມັຽວະດີ ແທນ. ທາງການພະມ້າ ແລະທາງການລາວ ຍັງບໍ່ສາມາຊ່ອຍພວກເຂົາເຈົ້າ ອອກມາໄດ້ ເນື່ອງຈາກ ກາສິໂນ ຢູ່ເມືອງເມັຽວະດີ ເປັນເຂດການປົກຄອງ ທີ່ຣັຖບານພະມ້າເຂົ້າບໍ່ເຖິງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ຜູ້ທີ 2 ກ່າວວ່າ:

“ຕົວະໄປເຮັດຕອບແຊດ ຕອບຫຍັງ ຢູ່ກາສິໂນ ບໍ່ແກ້ວຫັ້ນເນາະ ເບື້ອງຕົ້ນຫັ້ນນ່າ ແລ້ວບາດນີ້ ບັນດາບໍຣິສັດຢູ່ຫັ້ນ ເຂົາຂາຍໃຫ້ພະມ້າຫັ້ນ ຮູບການຂາຍທີ່ວ່າຜ່ານມາ ເດັກນ້ອຍເຂົາເຈີະຫັ້ນ ມີແຕ່ວ່າ ຕົວະວ່າເອົາເງິນໃຫ້ ຜູ້ລະ 5,000 ບາທບໍ ວ່າໄປທ່ຽວ ໃຫ້ເປັນໂປຣໂມຊັ້ນວ່າໄປທ່ຽວ ໄປຊິສມັກໄປກໍໄປທ່ຽວ ແລ້ວບາດນີ້ ຂຶ້ນເຮືອໄປພຸ້ນ ກໍເຂົາຫຸ້ບແລ້ວເດ້ ອັນໂອກາດນີ້ ເຮົາກໍຢາກຊ່ວຍ ແຕ່ວ່າຫຼັກໆ ມັນບ່ອນຢູ່ຫັ້ນ ຣັຖບານເຂົ້າເຖິງຍາກ ເພາະວ່າ ມັນເປັນເຂດການປົກຄອງຕົນເອງເດ້ ຣັຖບານມັນກໍ ເຂົ້າບໍ່ເຖິງເທົ່າທີ່ຄວນຫັ້ນນ່າ.”

ທີ່ຜ່ານມາ ພໍ່ແມ່ຜູ້ປົກຄອງ ຂອງເຫຍື່ອຄ້າມະນຸສ ຢູ່ກາສິໂນ ໃນເມືອງ ເມັຽວະດີ ປະເທດພະມ້າ ຈະປະສານງານກັບນາຍໜ້າ ເພື່ອເອົາເງິນສ່ວນໂຕ ໄຖ່ໂຕລູກ-ຫຼານໂຕເອງກັບຄືນປະເທດລາວ ໂດຍທາງແກ໊ງຄ້າມະນຸສ ຢູ່ກາສິໂນ ໃນເມືອງ ເມັຽວະດີ ຈະບໍ່ສົ່ງໂຕເຫຍື່ອກັບປະເທດລາວທັນທີ ແຕ່ຈະສົ່ງຜ່ານທາງການໄທຍ ເມືອງແມ່ສອດ ແຂວງຕາກ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຫຼວງນໍ້າທາ ຜູ້ທີ 1 ຜູ້ດຽວກັນກັບຂ້າງເທິງ ກ່າວຕື່ມວ່າ:

“ຍັງຢູ່ບ່ອນເກົ່າຫັ້ນ ຍັງບໍ່ໄດ້ອອກ ແຕ່ວ່າຈໍານວນນຶ່ງ ພໍ່ແມ່ໄປໄຖ່ເອົາ ໄປໄຖ່ ແລ້ວເຂົາ ລະສົ່ງໄປທາງເມືອງໄທຍພຸ້ນ ແຕ່ວ່າ ເດັກນ້ອຍທີ່ວ່າ ໄຖ່ເອົາໄປ ກໍຍັງກັບມາບໍ່ໄດ້ ມີແຕ່ວ່າຍັງປະສານງານ ນໍາເຈົ້າໜ້າທີ່ໄທຍຢູ່ ພໍ່ແມ່ເຂົາໄປໄຖ່ເອົາ ບາງຄົນກໍ ເປັນລ້ານບາທ ບາງກະແສນບາທ ສອງແສນບາທ ແລ້ວແຕ່ບາງຄົນ ຂຶ້ນກັບພໍ່ແມ່ຜູ້ກ່ຽວ ທີ່ວ່າໄປປະສານນໍາພວກທີ່ວ່າ ມັນມີນາຍໜ້າຫັ້ນເນາະ ບາງຄົນເຂົາກໍຕົວະເອົາເງິນເຮົາໄປລ້າໆຫັ້ນນ່າ ແຕ່ວ່າວ່າງແລ້ວຫັ້ນ ເຂົາໄປໄຖ່ຫັ້ນ ແຕ່ວ່າເຂົາປ່ອຍ.”

ຢູ່ບ້ານວຽງທອງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຍັງພົບວ່າ ປັດຈຸບັນ ຍັງມີລູກ-ຫຼານ ໄວໜຸ່ມ ອາຍຸປະມານ 20-25 ປີ ພາຍໃນບ້ານ ທັງຜູ້ຍິງ ແລະຜູ້ຊາຍ ຖືກຕົວະໄປຂາຍ ຢູ່ປະເທດພະມ້າ ພາຍຫຼັງສມັກໄປເຮັດວຽກ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວ ຍ້ອນຫວັງວ່າ ຈະຫຼຸດພົ້ນຈາກຄວາມທຸກຍາກ ມີເຮືອນ, ມີເງິນ, ມີຣົຖ ໃຫ້ພໍ່ແມ່ ທີ່ແກ່ເຖົ້າລົງທຸກມື້.

ດັ່ງຊາວບ້ານ ຢູ່ບ້ານວຽງທອງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນນີ້ວ່າ:

“ຜູ້ຊາຍຫັ້ນໄດ້ຍິນວ່າ ຊອກບໍ່ເຫັນລະ ມີຊ່ວງນຶ່ງ ມີຄລິບ ເຂົາສົ່ງລົງຫັ້ນ ແມ່ນຖືກທໍຣະມານ ເຂົາຕີບໍ ເຂົາເອົາໄຟຊ໊ອດ ເປັນຄົນຈົນນ່າ ບໍ່ມີເງິນນ່າ ແລ້ວກໍ ບ້ານທາງວຽງທອງນີ້ ທີ່ຮູ້ນີ້ຢູ່ປະມານ 5 ຄົນນີ້ແຫຼະ ທີ່ຮູ້ຢູ່ ຮູ້ວ່າໄປ (ພະມ້າ) ຫັ້ນນ່າ ແຕ່ວ່າ ອາຈມີຫຼາຍກວ່ານັ້ນ ແຕ່ວ່າ ຢູ່ບ້ານວຽງທອງນີ້ ມີຜູ້ນຶ່ງຫັ້ນ ແມ່ນໄປເປັນຜູ້ຍິງ ໄປຢູ່ ຄິງສ໌ໂຣມັນ ຫັ້ນນ່າ ແລ້ວເຂົາເຈົ້າມີເງິນມາສ້າງບ້ານ ໃຫ້ພໍ່ແມ່ແລ້ວເດ້ ສໍາເຣັດເປັນຫຼັງ ແລ້ວກໍເຂົາເຈົ້າ ເຫັນແບບຊັ້ນແຫຼະເນາະ ວ່າໄປເຮັດແລ້ວ ກໍໄດ້ເງິນ.”

ພໍ່ແມ່ຜູ້ປົກຄອງ ທີ່ມີລູກ-ຫຼານ ຕົກເຫຍື່ອການຄ້າມະນຸສ ຢູ່ກາສິໂນ ໃນເມືອງ ເມັຽວະດີ ປະເທດພະມ້າ ຕ້ອງໄດ້ສົ່ງຍື່ນຄໍາຮ້ອງ ໄປຍັງຜແນກການຕ່າງປະເທດ ປະຈໍາແຂວງທີ່ມີສັມມະໂນຄົວຢູ່ ຫຼືກົມກົງສຸນ ກະຊວງການຕ່າງປະເທດ ພ້ອມແນບສັມມະໂນຄົວ-ບັດຈໍາໂຕປະຊາຊົນຂອງເຫຍື່ອ, ຮູບ-ຊື່-ທີ່ຢູ່ຂອງເຫຍື່ອ ໃນກາສິໂນ ໃນເມືອງ ເມັຽວະດີ ພ້ອມເລົ່າປວັດຢ່າງລະອຽດ ເຖິງການຕົກເປັນເຫຍື່ອ ຄ້າມະນຸສ ແລ້ວທາງການລາວ ຈະສົ່ງເຣື່ອງໄປຍັງສະຖານທູດລາວ ປະຈໍາປະເທດພະມ້າ.

ດັ່ງເຈົ້າໜ້າທີ່ ກະຊວງການຕ່າງປະເທດ ກ່າວໃນມື້ດຽວກັນນີ້ວ່າ:

“ໄປພົວພັນອັນນ່າ ຜ່ານຜແນກການຕ່າງປະເທດ ຂອງແຂວງຫຼວງນໍ້າທາກໍໄດ້ ແລ້ວໃຫ້ເຂົາເຈົ້າ ປະສານມາ ຊິແມ່ນໄປຄໍາຮ້ອງ ມັນກໍມີ ມີຫຼາຍກໍຣະນີຢູ່ ຢູ່ (ຄາສິໂນ ມຽວດີ ພະມ້າ) ຫັ້ນ ກໍເຫັນເຂົາເຈົ້າເຮັດ (ເອກກະສານ) ມາຢູ່ ພວກຕ້ານການຄ້າມະນຸສ ອີ່ຫຍັງຫັັ້ນນ່າ ກະຕິດຕາມຢູ່ເນາະ.”

ທ່ານກ່າວມ້ວນທ້າຍວ່າ ຢາກຂໍຄວາມຮ່ວມມືນໍາພໍ່ແມ່ຜູ້ປົກຄອງ ປົກປ້ອງລູກ-ຫຼານ ທີ່ຈະໄປສມັກເຮັດວຽກທີ່ໄດ້ເງິນເດືອນສູງ ຄ່າຢູ່ຄ່າກິນ ແລະຄ່າເດີນທາງຟຣີ ຢູ່ກາສິໂນ ຄິງສ໌ໂຣມັນ ແຂວງບໍ່ແກ້ວ ໃຫ້ເວົ້ານໍາເຂົາເຈົ້າ ບໍ່ໃຫ້ໄປ ຍ້ອນຈະຕົກເປັນເຫຍື່ອ ການຄ້າມະນຸສຂ້າມພົມແດນ ແລະບາງເທື່ອ ແມ່ຍິງ, ເດັກນ້ອຍ ອາຈຖືກບັງຄັບໃຫ້ຂາຍບໍຣິການທາງເພດ ຫຼື ເປັນໂສເພນີ ເພື່ອໃຊ້ໜີ້ ທີ່ບໍຣິສັດຂອງແກ໊ງຄ້າມະນຸສຕົວະວ່າ ຈະໃຫ້ຟຣີ.

ນອກຈາກນີ້ ແຕ່ວັນທີ 1 ກັນຍາ ຫາ ວັນທີ 12 ທັນວາ ປີ 2022 ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ, ຄະນະກັມມະການຕ້ານການຄ້າມະນຸສ ແຂວງບໍ່ແກ້ວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງຊ່ອຍຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ທີ່ອາຍຸຕໍ່າກວ່າ 18 ປີ ແລະກາຍ 18 ປີ ໄດ້ທັງໝົດ 21 ຄົນ ໃນນັ້ນ ເປັນຄົນຕ່າງປະເທດ 14 ຄົນ ເຊິ່ງມີແມ່ຍິງຈີນ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງສາມາດດໍາເນີນຄະດີ ການຄ້າມະນຸສ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາໄດ້ 12 ເຣື່ອງ, ກັກໂຕຜູ້ຖືກກ່າວຫາ ໄດ້ 27 ຄົນ ເພດຍິງ 3 ຄົນ, ຄົນຕ່າງປະເທດ 17 ຄົນ ອີກນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.