ໄຟຟ້າຈະຖືກຕັດ ພາຍໃນ 1-2 ມື້ ຫາກຜູ້ໃຊ້ ບໍ່ຈ່າຍຄ່າໄຟ ຕາມກຳນົດມື້

ສຸພັດຕາ
2023.02.10
ໄຟຟ້າຈະຖືກຕັດ ພາຍໃນ 1-2 ມື້ ຫາກຜູ້ໃຊ້ ບໍ່ຈ່າຍຄ່າໄຟ ຕາມກຳນົດມື້ ຣັຖວິສາຫະກິຈໄຟຟ້າລາວ ສູນຮັບແຈ້ງບັນຫາ ໃບບິນ ຄ່າໄຟຟ້າ.
ນັກຂ່າວ ພົລເມືອງ

ດຽວນີ້ ຣັຖວິສາຫະກິຈ ໄຟຟ້າລາວ ຫຼື Electricite Du Laos (EDL) ໃຊ້ມາຕການເດັດຂາດ ໃຫ້ຜູ້ໃຊ້ໄຟຟ້າ ໃນແຕ່ເມືອງ ແລະ ແຕ່ລະແຂວງ ທົ່ວປະເທດ ຈ່າຍເງິນຄ່າໄຟຟ້າ ພາຍໃນວັນທີ 25 ຂອງທຸກໆເດືອນ ຖ້າບໍ່ຈ່າຍ ຈະຖືກຕັດໄຟ ພາຍໃນ 1-2 ມື້, ແຕ່ກ່ອນ 1 ເດືອນ 2 ເດືອນຈຶ່ງຕັດ ອີງຕາມປະເພດ ແລະຈໍານວນການຊົມໃຊ້ໄຟຟ້າ.

ກ່ຽວກັບເຣື່ອງທີ່ວ່າ ຣັຖວິສາຫະກິຈໄຟຟ້າລາວ ອອກແຈ້ງການເຕືອນໃຫ້ພໍ່ແມ່ປະຊາຊົນ ແລະຜູ້ປະກອບການທຸຣະກິຈ ຈ່າຍຄ່າໄຟຟ້າ ພາຍໃນວັນທີ 25 ຂອງທຸກໆເດືອນນັ້ນ ປະຊາຊົນ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາ ຫຼຸດຜ່ອນເງື່ອນໄຂດັ່ງກ່າວນີ້ ຍ້ອນໃນໄລຍະນີ້ ເສຖກິຈຝືດເຄືອງ ແລະການຫາຢູ່ຫາກິນ ກໍຂ້ອນຂ້າງທຸກຍາກລໍາບາກ, ດັ່ງບ້ານ ຢູ່ບ້ານທ່ານາ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ກຸມພາ 2023 ນີ້ວ່າ:

“ມັນມີບັນຫາເຣື່ອງ ພວກເງິນມັນເຟີ້ອິຫຍັງປະມານນີ້ ຈະມີສ່ວນນຶ່ງ ຈະຫຼຸດລື່ນກັນກວ່າເກົ່າໜ້ອຍນຶ່ງຫັ້ນນ່າ ແຕ່ເກົ່ານີ້ ຢູ່ 1,000 ນຶ່ງ ອັນນີ້ກະປະມານ 1,500 ແມ່ນໆ (ກ່ອນໜ້ານີ້) ຄັນວ່າຫຼາຍເດືອນ ແລ້ວເພິ່ນຈະຕັດປະມານແຖວໆ ເດືອນນຶ່ງນີ້ເບາະ ແຖວໆນີ້ ເດືອນນຶ່ງ ເດືອນປາຍ ບາງເທື່ອກະແລ້ວແຕ່ເຂົາເປັນໜີ້ຫຼາຍບໍ່ ອີ່ຫຍັງປະມານນີ້.”

ທີ່ຜ່ານມາ ພັດມີຊາວລາວຈໍານວນຫຼາຍ ຖືກດໍາເນີນການງົດກະແສໄຟຟ້າແລ້ວ ຍ້ອນບໍ່ທັນຊໍາຣະເງິນ ຕາມໄລຍະເວລາທີ່ກໍານົດ.

ດັ່ງຊາວບ້ານ ຢູ່ບ້ານເມືອງພຽງ ເມືອງພຽງ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ມັນບໍ່ຂຶ້ນກັບເຮົາໃຊ້ ອັນນີ້ນ່າ ຂຶ້ນຫຼາຍ ຫຼືຂຶ້ນໜ້ອຍ ມັນຂຶ້ນກັບເຮົາໃຊ້ ສ່ວນຫຼາຍກໍຂຶ້ນຫຼາຍ ສ່ວນຫຼາຍກໍຂຶ້ນໜ້ອຍ ບໍ່ເດືອນໃດກະ ວັນທີ່ໃດກະທີ່ນັ້ນເລີຍ ແມ່ນແຫຼະ ເພິ່ນຕັດເລີຍ ຖ້າບໍ່ຈ່າຍ ກາຍແລ້ວເພິ່ນກໍຕັດ (ທີ່ຜ່ານມາ) ກໍມີຫຼາຍແລ້ວຫວາ ເພິ່ນເອົາມາໃຫ້ ມື້ນີ້ ມື້ອື່ນຈັ່ງຊີ້ ເຮົາກໍຕ້ອງໄປຈ່າຍຫັ້ນນ່າ 2-3 ໂມງ ກາຍນັ້ນລະເພິ່ນກໍຕັດ ກາຍໄດ້ມື້ນຶ່ງ ສອງມື້ນີ້ແຫຼະ.”

ສໍາລັບສາເຫດ ທີ່ເຮັດໃຫ້ຣັຖວິສາຫະກິຈໄຟຟ້າລາວ ດໍາເນີນການໃຊ້ມາຕການ ໃນການເກັບເງິນຄ່າໄຟຟ້າຈາກປະຊາຊົນທັນທີ ໂດຍບໍ່ມີການຜ່ອນສັ້ນຜ່ອນຍາວຄືແຕ່ກ່ອນ ເປັນຍ້ອນຣັຖວິສາຫະກິຈໄຟຟ້າລາວ ປະສົບບັນຫາໃນການເກັບຄ່າໄຟຟ້າ ຈາກສໍານັກງານຂອງທາງການ, ສະຖານທີ່ປະກອບການຂອງນັກທຸຣະກິຈ ແລະຄົວເຮືອນຂອງພໍ່ແມ່ປະຊາຊົນ ມາເປັນໄລຍະເວລາດົນ ເຮັດໃຫ້ບໍ່ມີຄວາມຄ່ອງໂຕ ໃນການບໍຣິຫານງົປມານ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວວ່າ:

“ແຕ່ດຽວນີ້ ເພິ່ນມີມາຕການຄຸ້ມເຂັ້ມ ເຣື່ອງໜີ້ຄ່າກະແສໄຟຟ້າ ມັນກວມເອົາອັດຕຣາຫຼາຍ ມັນຕ້ອງໄດ້ໃຊ້ມາຕການ ບັນດາຄອບຄົວ ບັນດາທີ່ໄດ້ຕິດໜີ້ ທຸຣະກິຈຕິດໜີ້ຄ້າງຂອງຣັຖບານ ຄ່າກະແສໄຟຟ້າຂ້ອນຂ້າງຫຼາຍ ຣັຖບານນີ້ມີແຕ່ລະເດືອນ ຕ້ອງຊອກເງິນມາຖົມໆ ຄ່າກະແສນີ້ມັນຫຼາຍນ່າ ກໍເລີຍໃຊ້ມາຕການແນວນັ້ນແຫຼະ ອັດຕຣານຶ່ງ ຈະແມ່ນຣັຖ ອັດຕຣາສອງຈະແມ່ນທຸຣະກິຈ ລອງລົງມາກໍແມ່ນພາກປະຊາຊົນ.”

ທ່ານກ່າວຕື່ມວ່າ ພາຍຫຼັງຈາກຜູ້ຊົມໃຊ້ໄຟຟ້າ ຖືກງົດກະແສໄຟຟ້າແລ້ວ ກ່ອນຈະຕໍ່ໄຟຟ້າຄືນໃໝ່ ລູກຄ້າທີ່ຖືກງົດໃຊ້ໄຟ ຕ້ອງຈ່າຍຄ່າໄຟຟ້າທີ່ຍັງຄ້າງໃຫ້ໝົດ ແລະຈ່າຍຄ່າລະບຽບຕໍ່ໄຟຄືນ ເປັນຕົ້ນ ໝໍ້ນັບໄຟ 1 ເຟສ ຫຼື (ໝໍ້ນັບໄຟ MONO) ຈະມີຄ່າໃຊ້ຈ່າຍ 50,000 ກີບ/ຄັ້ງ, ໝໍ້ນັບໄຟ 3 ເຟສ ຫຼື (ໝໍ້ນັບໄຟ AT) ມີຄ່າໃຊ້ຈ່າຍ 100,000 ກີບ/ຄັ້ງ ແລະການງົດໄຟລົງໝໍ້ແປງ ຫຼື (ໝໍ້ນັບໄຟ 22kv) ມີຄ່າໃຊ້ຈ່າຍ 1 ລ້ານກີບ/ຄັ້ງ ອີກທັງ ຜົລກະທົບທີ່ເກີດຂຶ້ນ ຈາກການງົດກະແສໄຟຟ້າ ແມ່ນຜູ້ຊົມໃຊ້ຈະຕ້ອງເປັນຜູ້ຮັບຜິດຊອບທັງໝົດ.

ມາຮອດປັດຈຸບັນ ຄ່າໄຟຟ້າຈະມີລາຄາຂ້ອນຂ້າງແພງຫຼາຍ ແຕ່ຢ່າງໃດກໍຕາມ ຣັຖວິສາຫະກິຈໄຟຟ້າລາວ ກໍມີແຜນຈະປັບຂຶ້ນລາຄາຄ່າໄຟຟ້າອີກ 8 ປະເພດກິຈການ ຈາກຈໍານວນທັງໝົດ 9 ປະເພດກິຈການ ເຊິ່ງຄາດວ່າຈະດໍາເນີດການຈັດຕັ້ງປະຕິບັດ ຢ່າງເປັນທາງການໃນໄລຍະເດືອນມິນາ 2023 ນີ້ ເພື່ອແກ້ໄຂບັນຫາໜີ້ສິນ ທີ່ຣັຖວິສາຫະກິຈໄຟຟ້າລາວ ໄດ້ກໍ່ເອົາໄວ້ ໃນໄລຍະທີ່ຜ່ານມາ ແລະນໍາເອົາເງິນທີ່ໄດ້ ຈາກການເກັບຄ່າໄຟຟ້າ ຈາກປະຊາຊົນ ໄປຊໍາຣະຄ່າໃຊ້ຈ່າຍອື່ນໆ ທີ່ຈໍາເປັນ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວວ່າ:

“ເນື່ອງຈາກວ່າ ປັດຈຸບັນນີ້ ໄຟຟ້າເຮົາ ຜົລກະທົບຂອງອັດຕຣາແລກປ່ຽນ ກໍຄືເຣທຂອງເງິນ ບາດນີ້ EDL ເຂົາຊື້ໄຟເປັນເງິນສະກຸນໂດລ້າຣ໌ ແລ້ວກໍມາຈໍາໜ່າຍພາຍໃນ ເປັນສະກຸນເງິນກີບ ເຮົາກໍຕ້ອງແຕກເງິນໂດລ້າຣ໌ໄປ ແລກເງິນໂດລ້າຣ໌ໄປ ເປັນຈໍານວນທີ່ສູງຫຼາຍ ໄປຊື້ຄ່າໄຟ ແຕ່ເຮົາກໍຍັງເອົາມາຂາຍ ແຮງຖືກຢູ່ 1,100 ຕໍ່ໜ່ວຍ ແຕ່ມັນກໍຂຶ້ນເປັນ 1,300 ຫຼື 1,400 ປະມານນີ້ນ່າ.”

ທີ່ຜ່ານມາ ຣັຖວິສາຫະກິຈໄຟຟ້າລາວ ແລະຣັຖບານລາວ ມີຄວາມຈໍາເປັນ ທີ່ຈະຕ້ອງປັບປຸງໂຄງສ້າງ ແລະອັດຕຣາລາຄາຄ່າໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງ ທາງເສຖກິຈ ແລະການເງິນໃນໄລຍະທີ່ຜ່ານມາ ແລະເພື່ອໃຫ້ຣັຖວິສາຫະກິຈໄຟຟ້າລາວ ສາມາດຊໍາຣະຄ່າໄຟຟ້າ ທີ່ຊື້ມາຈາກຜູ້ຜລິຕໄຟຟ້າ ດ້ວຍສະກຸນເງິນໂດລ້າຣ໌ສະຫະຣັຖ ເຖິງ 85% ໄດ້ ອີກທັງ ເພື່ອໃຫ້ຣັຖວິສາຫະກິຈໄຟຟ້າລາວ ມີກະແສເງິນໃນການຊໍາຣະໜີ້ສິນ, ເງິນກູ້ ແລະ ຄ່າໃຊ້ຈ່າຍຕ່າງໆພາຍໃນບໍຣິສັດ.
ສໍາລັບຄ່າໄຟຟ້າພາຍໃນຄົວເຮືອນ ຂອງພໍ່ແມ່ປະຊາຊົນ ພັດບໍ່ມີການປັບຂຶ້ນ ອີກທັງ ຣັຖວິສາຫະກິຈໄຟຟ້າລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍມີນະໂຍບາຍ ທີ່ຈະຊ່ອຍພໍ່ແມ່ປະຊາຊົນ ໃນຖານະຜູ້ຊົມໃຊ້ໄຟຟ້າທົ່ວໄປ ທີ່ບໍ່ແມ່ນເຈົ້າຂອງກິຈການ ສາມາດໃຊ້ໄຟຟ້າ ໃນອັດຕຣາລາຄາທີ່ຖືກລົງ ດ້ວຍການເພີ່ມຂັ້ນການຄິດໄລ່ລາຄາຄ່າໄຟຟ້າ ຈາກ 3 ຂັ້ນ ເປັນ 4 ຂັ້ນແທນ ເຊິ່ງຈະດໍາເນີນການຈັດຕັ້ງປະຕິບັດ ພາຍໃນເດືອນກຸມພາ ປີ 2023 ນີ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງອີກທ່ານນຶ່ງ ກ່າວວ່າ:

“2-3 ປີມາ ກໍມັນຈະມີແຕ່ 2 ຂັ້ນ 3 ຂັ້ນເນາະ ແຕ່ດຽວນີ້ ມັນຈະປ່ຽນເປັນ 3-4 ຂັ້ນ ຄອບຄົວທີ່ຢູ່ອາສັຍ ທີ່ວ່າພວກຄົນທີ່ວ່າ ຢູ່ຫ່າງໄກສອກຫຼີກເນາະ ມັນກໍຄົນທຸກຍາກ ໜ້ອຍນຶ່ງແທ້ເນາະ ຂະເຈົ້າກໍມີຂໍ້ຕົກລົງອອກມາ ກໍແມ່ນໆ ເພາະວ່າໂຕນີ້ ມັນຈະຊ່ອຍໃຫ້ຄ່າໄຟຫຼຸດລົງ ຍ້ອນວ່າເພາະວ່າ ຂະເຈົ້າໄປໄລ່ຂັ້ນດຽວເລີຍ ເພາະວ່າມັນຈະແພງ ພວກທີ່ຢູ່ອາສັຍ ທີ່ຢູ່ເຂດຫ່າງໄກສອກຫຼີກຫັ້ນນ່າ.”

ອີງຕາມໜັງສືແຈ້ງການ ຂອງຣັຖວິສາຫະກິຈໄຟຟ້າລາວ ຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ແຂວງໄຊຍະບູຣີ ສບັບເລຂທີ 778/ຟຟລ.ຊລ ລົງວັນທີ 7 ກຸມພາ 2023 ລະບຸວ່າ ບັນດາຜູ້ຊົມໃຊ້ໄຟຟ້າ ປະເພດທີ່ຢູ່ອາສັຍ, ທຸຣະກິິຈທົ່ວໄປ, ທຸຣະກິຈບັນເທີງ, ທຸຣະກິຈສຶກສາ ແລະກິລາ, ອຸດສາຫະກັມ, ໄຟຊົ່ວຄາວ ແລະກະສິກັມ ຕ້ອງໄດ້ຊໍາຣະຄ່າໄຟຟ້າໃຫ້ໝົດ ກ່ອນວັນທີ 25 ຂອງທຸກເດືອນ ຫຼັງຈາກໄດ້ຮັບໃບບິນແຈ້ງຄ່າໄຟຟ້າແລ້ວ ໂດຍບໍ່ໃຫ້ມີໜີ້ຄ້າງ ແລະຄ່າໄຟຟ້າ ຈະຕ້ອງເທົ່າກັບ 0 ຖ້າຫາກລູກຄ້າທ່ານໃດ ບໍ່ຊໍາຣະ ຫຼືມີໜີ້ຄ້າງເກີນກໍານົດ ຣັຖວິສາຫະກິຈໄຟຟ້າລາວ ສາຂາແຂວງໄຊຍະບູຣີ ຈະດໍາເນີນການຕັດໄຟ ຂອງຜູ້ຊົມໃຊ້ດັ່ງກ່າວໄວ້ຊົ່ວຄາວ ໂດຍບໍ່ໄດ້ກ່າວເຕືອນອີກ.

ສໍາລັບກໍຣະນີ ຜູ້ທີ່ບໍ່ມີຄວາມສາມາດ ອອກໄປຊໍາຣະຄ່າໄຟຟ້າດ້ວຍໂຕເອງໄດ້ ເປັນຕົ້ນ ຜູ້ສູງອາຍຸ, ຜູ້ບໍ່ມີຍານພະຫະນະໃນການເດີນທາງ, ຜູ້ທີ່ບໍ່ມີບັນຊີໃນທະນະຄານ ແລະຜູ້ທີ່ບໍ່ຮູ້ວິທີການຊໍາຣະເງິນຜ່ານທາງໂທຣະສັບມືຖື ສາມາດຊໍາຣະຄ່າໄຟຟ້າ ໃຫ້ແກ່ພະນັກງານໄຟຟ້າ ຫຼືໂຕແທນຜູ້ສົ່ງບິນຄ່າໄຟຟ້າ ປະຈໍາເດືອນໄດ້ທັນທີ ທັງນີ້ກໍເພື່ອແກ້ໄຂບັນຫາ ພໍ່ແມ່ປະຊາຊົນຈ່າຍຄ່າໄຟຟ້າບໍ່ຕຣົງເວລາ ຈົນເປັນເຫດໃຫ້ຖືກຕັດກະແສໄຟຟ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.