ນັກຮຽນປະລະການຮຽນ ຍ້ອນຂາດຄຣູສອນ, ຄຣູອາສາ ລາອອກ: ຈົດໝາຍ ຈາກຜູ້ຟັງ

ໄມ​ຊູ​ລີ
2023.02.12
ນັກຮຽນປະລະການຮຽນ ຍ້ອນຂາດຄຣູສອນ, ຄຣູອາສາ ລາອອກ: ຈົດໝາຍ ຈາກຜູ້ຟັງ ນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ທາງພາກເໜືອຂອງລາວ, ເດືອນພຶສຈິກາ ປີ 2022.
ນັກຂ່າວ ພົລເມືອງ

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຣັຖວິສາຫະກິຈໄຟຟ້າລາວ ຈະປັບລາຄາຄ່າໄຟຟ້າຂຶ້ນ, ຊາວຄຣິສຕຽນລາວ 15 ຄອບຄົວ ຢູ່ຫລວງນໍ້າທາ ຖືກໄລ່ອອກ ຈາກບ້ານ, ການປະລະ ການຮຽນ ຍ້ອນຂາດຄຣູສອນ, ແຂວງອັດຕະປື ອະນຸມັດ ຕັດໄມ້ 100,000 ແມັດກ້ອນ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບ ຂ່າວ ການປະລະ ການຮຽນ ຍ້ອນຂາດຄຣູສອນ ພາຍ​ຫຼັງ ທີ່​ຄ​ຣູ​ອາ​ສາ ລາ​ອອກ”

ພັກ-ລັດ ຄິດເປັນບໍ? ຢາກໃຫ້ຊາຕ ບ້ານເມືອງ ມີການພັດທະນາ ກ້າວຫນ້າ ຈະເລີນ ມັນຕ້ອງເລືອກເອົາ ຄົນທີ່ມີຄວາມຮູ້ ຄວາມສາມາດ ເຂົ້າໄປ ມີສ່ວນຮ່ວມ ໃນການບໍລິຫານປະເທດ ຊ່ວຍກັນ, ບໍ່ແມ່ນເອົາ ແຕ່ລູກ ແຕ່ຫລານ ຕົວເອງຢ່າງດຽວ. ໂກງກິນ ກໍ່ຄົນ ໃນ ພັກ-ລັດ, ກວດສອບ ຫລື ຂື້ນສານ ກໍ່ຄົນ ໃນພັກ-ລັດ, ແລ້ວມັນຈະແກ້ໄຂ ແບບໃດລະ?ເອົາໄປເອົາມາ ພາກັນໂກງ ທຸກອົງກອນ ຂອງພັກ-ລັດ, ບ້ານເມືອງ ມັນກໍ່ພັງ ຖ້າຮູ້ ກໍ່ປຽ່ນ ລະບົບໂຄງສ້າງອຳນາດ ເຊ່ນຝ່າຍ ບໍລິຫານ ຜູ້ແທນສະພາ, ອົງກອນສານ ທັງຫມົດ ຕ້ອງມາຈາກ ການເລືອກຕັ້ງ ທັງຫມົດ..

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.