ຊີວິດຣັຖກອນຄຣູ ກັບເງິນເດືອນ ທີ່ອອກບໍ່ປົກກະຕິ

ສິດນີ
2023.02.09
ຊີວິດຣັຖກອນຄຣູ ກັບເງິນເດືອນ ທີ່ອອກບໍ່ປົກກະຕິ ຣັຖກອນຄຣູ ກັບຫໍພັກຄຣູ ທີ່ໂຮງຮຽນແຫ່ງນຶ່ງ, ເດືອນຕຸລາ ປີ 2021.
ນັກຂ່າວ ພົລເມືອງ

ພະນັກງານ ຜແນກສຶກສາທິການ ແລະການກິລາ, ແລະຣັຖກອນຄຣູ ຢູ່ແຂວງສວັນນະເຂດ ໄດ້ຮັບເງິນເດືອນຄົບທຸກຄົນແລ້ວ ໃນວັນທີ 6 ກຸມພາຜ່ານມາ ຫລັງຈາກເງິນເດືອນ ປະຈຳເດືອນມົກກະຣາ ປີ 2023 ໄດ້ອອກມາຊ້າ ປະມານ 10 ປາຍມື້ ຈາກກຳນົດທີ່ຕ້ອງໄດ້ຮັບ ໃນວັນທີ 25 ມົກກະຣາ ປີ 2023.

ດັ່ງພະນັກງານ ຜແນກສຶກສາທິການ ແລະກິລາ ແຂວງສວັນນະເຂດ ນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 9 ກຸມພາປີ 2023 ນີ້ວ່າ:

ໃຫ້ແລ້ວເຈົ້າ, ເງິນເດືອນເດືອນ1 ໄດ້ແລ້ວ. ໃຫ້ໝົດແລ້ວເຈົ້າ. ຄົບທຸກເມືອງແລ້ວ. ບໍ່ໄດ້ຄ້າງເຈົ້າ ແຕ່ວ່າເດືອນ 1 ນີ້ ໄດ້ຊ້າເນາະ ເຮົາໄດ້ຢູ່ວັນທີ 6 ທີ 7 ນີ້.

ພະນັກງານ ຜແນກສຶກສາທິການ ແລະກິລາ ຢູ່ແຂວງສວັນນະເຂດ ອີກທ່ານນຶ່ງ ກໍຢືນຢັນວ່າພະນັກງານ ຣັຖກອນທົ່ວແຂວງ ໄດ້ຮັບເງິນເດືອນປະຈຳເດືອນ ມົກກະຣາໝົດແລ້ວ ຊຶ່ງກໍເຮັດໃຫ້ຫລາຍຄົນຮູ້ສຶກສບາຍໃຈ ເພາະວ່າແຕ່ລະຄົນອາໄສ ເງິນເດືອນສຳລ້ຽງຄອບຄົວ ແລະໂຕເອງ.

ດັ່ງທ່ານເວົ້າວ່າ:

ໄດ້ແລ້ວເດ ເງິນເດືອນເດືອນ 1, ເງິນເດືອນແຕ່ລະເມືອງ ເຂົາເຈົ້າໜ້າທະຍ່ອຍໂອນໃຫ້ ຫັ້ນແຫລະເພາະວ່າ ມັນບໍ່ແມ່ນທະນາຄານດຽວ, ເຂົາເຈົ້າດຳເນີນເອກສານ ຄັນແຂວງມີເງິນໃຫ້ ກະໄດ້ໄວ ຄັນແຂວງບໍ່ມີເງິນ ກະຊ້າໄປແນ່ຫັ້ນແຫລະ.

ຂະນະດຽວກັນ ຣັຖກອນຄຣູ ຢູ່ໂຮງຮຽນຣັຖແຫ່ງນຶ່ງ ຢູ່ແຂວງສວັນນະເຂດ ກ່າວວ່າ ສຳລັບຣັຖກອນຄຣູ ຢູ່ພາຍໃນໂຮງຮຽນ ໄດ້ຮັບເງິນເດືອນ ປະຈຳເດືອນມົກກະຣາ ຄົບໝົດທຸກຄົນແລ້ວ ແຕ່ກໍບໍ່ມີຄວາມເຫັນຫລາຍກວ່ານີ້ ເພາະໄດ້ເງິນເດືອນ ຕາມທີ່ລໍຖ້າແລ້ວ, ນາງເວົ້າວ່າ:

ໂອຍ, ໄດ້ແລ້ວໄດ້ໝົດແລ້ວເດ ຖືວ່າ ບໍ່ມີບັນຫາຫຍັງ ໄດ້ໝົດ ເພິ່ນອອກຍາມໃດ ກະເອົາຍາມນັ້ນ ບໍ່ຮູ້ນຳເພິ່ນແຫລະ ເພິ່ນກະອອກຕາມປົກກະຕິ ນີ້ແຫລະ ເງິນ.

ເຖິງຢ່າງໃດກໍຕາມ ພະນັກງານສັງກັດ ຢູ່ຜແນກສຶກສາທິການ ແລະກິລາ ແຂວງສວັນນະເຂດ ອີກນາງນຶ່ງ ກໍເຫັນວ່າ ການເບີກເງິນເດືອນ ໃຫ້ແກ່ພະນັກງານຣັຖກອນ ລ້າຊ້ານັ້ນ ຖືວ່າ ສ້າງຜົລກະທົບທາງອອ້ມ ຕໍ່ຜູ້ທີ່ເຮັດວຽກ ໃຫ້ແກ່ຣັຖ ເພາະທຸກຄົນລ້ວນແຕ່ອາໄສເງິນເດືອນ, ຄ່າຄອງຊີບໃຫ້ແກ່ຄອບຄົວ ຈຶ່ງບໍ່ຢາກໃຫ້ເກີດຂຶ້ນອີກ. ທ່ານກ່າວວ່າ:

ຊ້າຢູ່ ສະເພາະແຕ່ເດືອນນີ້ແຫລະ ງວດທຳອິດນີ້ແຫລະ ກະຢາກໃຫ້ອອກຕົງເດືອນ ແຫລະ ທຸກໆວັນທີ 25 ອິຍັງຫັ້ນແຫລະ ເດືອນຕໍ່ເດືອນຫັ້ນນ່າ ຢາກໃຫ້ເປັນເດືອນຕໍ່ເດືອນ.

ສ່ວນນັກວິຊາການ ດ້ານການສຶກສາ ທ່ານນຶ່ງ ຢາກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ໃນການເບີກຈ່າຍເງິນເດືອນ ໃຫ້ແກ່ພະນັກງານຣັຖ ໃຫ້ວ່ອງໄວ ແລະທັນເວລາ ເນື່ອງຈາກວ່າ ພວກເຂົາເຈົ້າກໍໄດ້ເງິນເດືອນໜ້ອຍຢູ່ແລ້ວ ພັດມາໄດ້ຊ້ານຳອີກ ເປັນການບໍ່ຍຸຕິທັມ ສຳລັບເຂົາເຈົ້າ. ທ່ານວ່າ:

ຄັນຊິເວົ້າແລ້ວ ມະນຸສເງິນເນາະ ບາງຄົນນີ້ບໍ່ມີອາຊີບອື່ນໄດ ນອກຈາກລໍຖ້າເງິນເດືອນ ແລະອາຊີບເສີມມັນກະເທົ່າທີ່ຮູ້ນັ້ນແຫລະ ເຮົາກະບໍ່ມີເວລາໄປເຮັດຫັ້ນນ່າ ຜົລກະທົບທາງດ້ານ ການດຳເນີນຊີວິດຫັ້ນແຫລະ ຊື້ນ້ຳມູກນ້ຳມັນເດ ທຽວລ້າ ທຽວການ ຈັ່ງຊີ້ນ່າ.

ກ່ອນໜ້ານີ້ ເມື່ອທ້າຍເດືອນມົກຣາຜ່ານມາ ພະນັກງານຜແນກສຶກສາທິການ ແລະກິລາ ແລະຣັຖກອນຄຣູ ຈຳນວນນຶ່ງ ໃນແຂວງສວັນນະເຂດ ໄດ້ຮອ້ງຮຽນໄປຍັງສາຍດ່ວນ ເລກທີ 1519 ຂອງກະຊວງການເງິນວ່າ ໄດ້ຮັບເງິນເດືອນ ປະຈຳເດືອນມົກກະຣາລ້າຊ້າ.

ຈົນຮອດວັນທີ 7 ກຸມພາ ຜ່ານມາ ທ່ານ ພິມະສອນ ວໍຣະຍຸດ ຫົວໜ້າຜແນກສຶກສາທິການ ແລະກິລາແຂວງສວັນນະເຂດ ໄດ້ຊືີ້ແຈງແທນຫົວໜ້າ ຄັງເງິນແຂວງສວັນນະເຂດວ່າ ສາເຫດທີ່ເງິນເດືອນ ອອກຊ້າ ຍອ້ນລໍຖ້າເອກສານ ຮອງຮັບການເລື່ອນຊັ້ນ, ເລື່ອນເງິນເດືອນ ຂອງພະນັກງານ ສຶກສາທິການ ແລະການປັບປຸງອັຕຣາຄ່າຄອງຊີບ 150,000 ກີບໃຫ້ແກ່ພະນັກງານຣັຖ ຕໍ່ຄົນຕໍ່ເດືອນ.

ຢ່າງໃດກໍຕາມ ໃນລະຫວ່າງກອງປະຊຸມ ສະພາແຫ່ງຊາດ ສມັຍສາມັນເທື່າອທີ 4 ຂອງສະພາແຫ່ງຊາຕຊຸດທີ່ທ 9 ເມືອເດືອນທັນວາ ປີ 2022 ຜ່ານມາ ຍານາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາຕເຂດເລືອກຕັ້ງ 1  ນະຄອນຫລວງວຽງຈັນ ໄດ້ສເນີໃຫ້ ກະຊວງການເງິນ ແລະກະຊວງພາຍໃນ ຫາລືກັນ ເພື່ອແກ້ໄຂບັນຫາ ການຈ່າຍເງິນເດືອນຊ້າ ທີ່ຍັງບໍ່ຖືແແກ້ໄຂເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.