ເຣື້ອງທີ່ເກັບບັນທຶກໄວ້
2023-07-25
ຣັຖບານ ຈະແກ້ໄຂບັນຫາ ການຂາດແຄນຄຣູ ດ້ວຍການໃຫ້ເງິນອຸດໜູນ ຄຣູອາສາສມັກ ແທນການຮັບເຂົ້າເປັນຣັຖກອນ ແລະຄາດວ່າ ເງິນອຸດໜູນທີ່ຈະຈ່າຍ ໃຫ້ແຕ່ລະຄົນ ປະມານ 1.2 -1.5 ລ້ານກີບຕໍ່ເດືອນ ເຊິາງຈະເຣີ່ມໃນເດືຶອນຕຸລາປີນີ້ ເປັນຕົ້ນໄປ ສ່ວນຄຣູອາສາ ບາງຄົນເຫັນວ່າ ຖ້າເປັນເຣື່ອງຈິງກໍດີ ແຕ່ອາດເປັນໄປໄດ້ຍາກ.
2023-07-19
ມະຫາວິທຍາໄລແຫ່ງຊາຕ ໄດ້ເປີດໃຫ້ນັກຮຽນທີ່ຈົບ ມ.7 ສາມາດເຣີ່ມລົງທະບຽນ ເພື່ອສມັກຕຣຽມເສັງເຂົ້າຮຽນ ໃນຄະນະຕ່າງໆ ແລະສາຂາວິຊາຕ່າງໆ ປະກົດວ່າ ມີນັກຮຽນ ທີ່ຈົບ ມ.7 ລົງສມັກ ຄະນະວິຊາອັກສອນສາດ ສາຂາວິຊາພາສາຈີນ ເປັນອັນດັບ 1 ໂດຍມີຜູ້ສມັກເຖິງ 1,520 ຄົນແລ້ວ.
2023-07-14
ມີການຮຽກຮ້ອງ ໃຫ້ຣັຖບານເພີ່ມໂຄຕ້າ ຣັຖກອນຄູໃຫ້ຫຼາຍຂຶ້ນ ໃນແຕ່ລະປີ ລວມເຖິງຂໍໃຫ້ອະນຸດມັດເງິນເດືອນ ເພື່ອຈ່າຍໃຫ້ຄູອາສານໍາດ້ວຍ ເນື່ອງບັນຫາດັ່ງກ່າວສົ່ງຜົລໃຫ້ ໂຮງຮຽນໃນທົ່ວໄປະເທດຂາດແຄນຄຣູສອນ ແລະມີຜົລໃນທາງລົບ ຕໍ່ຄຸນນະພາບການສຶກສາ ໂດຍລວມ.
2023-07-13
ນັກຮຽນປະລະການຮຽນ ເພື່ອອອກໄປເຮັດວຽກ ແລະ ຄົນລາວ ໄປຊອກເຮັດວຽກ ຢູ່ໄທຍ ຍ້ອນບັນຫາເສຖກິຈ, ເງິນກີບເຟີ້, ສິນຄ້າແພງ ສະນັ້ນການສຶກສາ ຈຶ່ງເປັນເຣື່ອງລອງລົງມາ ຈາກການມີວຽກເຮັດງານທຳ ເພື່ອປະຄອງຊີວິດ ໃຫ້ລອດພົ້ນຈາກພິດພັຍ ເສຖກິຈ ທີ່ແມ່ນແຕ່ ພາກຣັຖ ຍັງບໍ່ສາມາດແກ້ໄຂໄດ້.
2023-07-11
ພົບສົບຄູ່ຜົວເມັຍ ແຂວນຄໍຕາຍ ຢູ່ປ່າເລົ່າ ເຂດບ້ານຫ້ວຍນໍ້າແດງ ທັງສອງຄົນ ເປັນຄົນງານຮັບເໝົາປາດຢາງພາຣາ ໂດຍທັງສອງຜົວເມັຍ ມີລູກ 6 ຄົນ ແລະໃນເບື້ອງຕົ້ນນີ້ ສາເຫດທີ່ເຮັດໃຫ້ ທັງສອງ ທຳການດັ່ງກ່າວ ຍັງບໍ່ຮູ້ເທື່ອ ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ.
2023-06-29
ເປົ້າໝາຍການພັທນາ ແບບຍືນຍົງ ທີ 5 ແມ່ນຄວາມສເມີພາບ ລະຫວ່າງຍິງ ແລະຊາຍ ຊຶ່ງເປັນເປົ້າໝາຍ ທີ່ຣັຖບານ ເວົ້າວ່າ ຈະເຮັດໃຫ້ມີຄວາມສເມີພາບ ລະຫວ່າງຍິງ ແລະ ຊາຍຫລາຍຂຶ້ນພາຍໃນປີ 2030, ແຕ່ມາເຖິງປັດຈຸບັນ ຍັງບໍ່ມີຄວາມສເມີພາບລະຫວ່າງ ຍິງ ແລະ ຊາຍ ເທົ່າທີ່ຄວນ.
2023-06-28
ແຂວງໄຊສົມບູນ ຂາດຄຣູຢ່າງໜັກ ແລະນັກຮຽນ ປະລະການຮຽນຫລາຍຂຶ້ນ ໃນປີນີ້ ເຖິງແມ່ນວ່າ ຣັຖບານ ຈະມີໂຍບາຍ ຕໍ່ຄຣູຊົນນະບົດ, ຕໍ່ເວລາບໍານານໃຫ້ຄຣູ ແຕ່ກໍຍາກທີ່ຈະແກ້ໄຂໄດ້, ບັນຫາເຫຼົ່ານີ້ມັນເກາະກ່າຍກັນເປັນໂຕ່ງໂຊ້ ກາຍເປັນບັນຫາ ລະດັບຊາຕ ທີ່ຣັຖບານ ໃນແຕ່ລະສໄມແກ້ໄຂບໍ່ຕົກແຕກໄດ້.
2023-06-27
ສົກຮຽນ 2022-2023 ຈຳນວນນັກຮຽນ ເຂົ້າສອບເສັງ ທົ່ວປະເທດ ຫຼຸດລົງຫຼາຍ ເມື່ອທຽບໃສ່ ສົກຮຽນປີ 2021-2022 ສະເພາະ ມ.7 ຫຼຸດລົງຈາກ 5,500 ຄົນ ເຫຼືອ 5,000 ຄົນໃນປີນີ້, ສ່ວນສາເຫດ ສ່ວນນຶ່ງຍ້ອນຄວາມທຸກຍາກ ແລະ ການຊອກວຽກເຮັດຍາກ ເມື່ອຮຽນຈົບແລ້ວ ຫຼື ບໍ່ມີແຮງຈູງໃຈໃຫ້ຮຽນ.
2023-06-26
ເຈົ້າໜ້າທີ່ ແຂວງບໍຣິຄຳໄຊ ລົງກວດກາ ຮ້ານບັນເທີງ ຕາມແຈ້ງການໃຫ້ຢຸຕິຊົ່ວຄາວ ໃນໄລຍະສອບເສັງຈົບ ຊັ້ນມັທຍົມ ເພື່ອປ້ອງກັນ ການຫຼິ້ນກິນ ມົ້ວສຸມ ຂອງນັກຮຽນ ເຊິ່ງຈະກະທົບຕໍ່ຜົລການຮຽນ ຫລື ການສອບເສັງ ຂອງນັກຮຽນ.
2023-06-26
ເດັກນ້ອຍຊົນເຜົ່າ ທີ່ຮຽນຈົບໃນລະດັບ ຊັ້ນປະຖົມສຶກສາ ປີທີ 5 ຢູ່ເຂດຈຸດສຸມຈຽງຕູບ ເມືອງເຊໂປນ ແຂວງສວັນນະເຂດ ບໍ່ສາມາດເຂົ້າຮຽນຕໍ່ ໃນລະດັບຊັ້ນມັດທະຍົມສຶກສາ ຕອນຕົ້ນໄດ້ ຍ້ອນຢູ່ເຂດຫ່າງໄກສອກຫຼີກ ແລະບໍ່ມີໂຮງຮຽນຮອງຮັບ.
2023-06-22
ຣັຖບານ ຈະຮັບປະກັນວ່າ ຈະເດັກນ້ອຍ ຍິງ-ຊາຍ ສຳເຣັດການສຶກສາ ຊັ້ນປະຖົມ ແລະມັທຍົມ ໂດຍບໍ່ເສັຍຄ່າຮຽນ, ມີຄວາມເທົ່າທຽມກັນ ແລະ ມີຄຸນນະພາບ ພາຍໃນປີ 2030, ແຕ່ປະຊາຊົນເຫັນວ່າ ເປັນເຣື່ອງຍາກ ເນື່ອງໃນປັດຈຸບັນ ມີນັກຮຽນປະລະການຮຽນ ເພີ່ມຂຶ້ນ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກ.
2023-06-13
12 ມິຖຸນານີ້, ຄົບຮອບ 21 ປີ ແຫ່ງວັນຕໍ່ຕ້ານ ການໃຊ້ແຮງງານເດັກ ສາກົລ ຫຼື World Day Against Child Labor ເຊິ່ງມີຣາຍງານວ່າ ສປປ ລາວ ຍັງພົບມີການໃຊ້ແຮງງານເດັກ ໂດຍສະເພາະ ເດັກຊົນເຜົ່າ ຢູ່ເຂດຫ່າງໄກສອກຫຼີກ ຈະອອກໂຮງຮຽນ ແຕ່ອາຍຸຍັງນ້ອຍ ເພື່ອເຮັດວຽກ ຫາລາຍໄດ້ຈຸນເຈືອຄອບຄົວ.
2023-06-07
ເຮືອລັກລອບຂົນສົ່ງ ຄົນງານລາວຫຼົ້ມ ຂະນະທີຂ້າມນໍ້າຂອງ ລະຫວ່າງ ແຂວງຄຳມ່ວນ ແລະ ແຂວງນະຄອນພະນົມ (ໄທຍ) ໂດຍຍັງມີ 3 ຄົນ ທີ່ຍັງຊອກຫາບໍ່ເຫັນ ສ່ວນຜູ້ລອດຊີວິດ ຖືກເຈົ້າໜ້າທີ່ ນຳໄປສອບສວນ ເພື່ອດຳເນີນການ ຕາມກົດໝາຍ.
2023-06-06
ນ້ອຍຊົນເຜົ່າ ຢູ່ຫຼາຍແຂວງຂອງລາວ ຍັງຂາດສານອາຫານ ແລະອຶດຫິວ ຍ້ອນທຸກຍາກ ບໍ່ມີດິນທໍາກິນ ແລະພັຍທັມມະຊາຕ ເຖິງທາງການລາວ ຕັ້ງເປົ້າໝາຍ ຮອດປີ 2030 ຈະລົບລ້າງຄວາມອຶດຫິວ ແຕ່ກໍຍາກທີ່ຈະເປັນໄປໄດ້.
2023-06-01
ເພື່ອເຮັດວຽກ ຊ່ອຍເຫຼືອຄອບຄົວ ນັກຮຽນ ມ.4 ແລະ ມ.7 ໃນທົ່ວປະເທດ ທີ່ຢູ່ເຂດຊົນນະບົດ ຈະອອກໂຮງຮຽນ ກ່ອນຈົບຊັ້ນ ເນື່ອງຈາກ ນັກຮຽນສ່ວນຫຼາຍ ມາຈາກຄອບຄົວທຸກຍາກ ແລະ ຄ່າໃຊ້ຈ່າຍໃນການຮຽນຕໍ່ ກໍເປັນບັນຫາໃຫຍ່ ສຳລັບຫຼາຍໆຄອບຄົວ.