ບັນຫາ ຄວາມສເມີພາບ ລະຫວ່າງຍິງ-ຊາຍ

ຈຳປາທອງ
2023.06.29
ບັນຫາ ຄວາມສເມີພາບ ລະຫວ່າງຍິງ-ຊາຍ ຊາວບ້ານ ໃນເຂດຊົນນະບົດ ແຂວງຫຼວງພຣະບາງ, ເດືອນສິງຫາ 2022.
RFA

ເປົ້າໝາຍການພັທນາ ແບບຍືນຍົງ ທີ 5 ແມ່ນຄວາມສເມີພາບ ລະຫວ່າງຍິງ ແລະຊາຍ ຊຶ່ງເປັນເປົ້າໝາຍ ທີ່ຣັຖບານ ເວົ້າວ່າ ຈະເຮັດໃຫ້ມີຄວາມສເມີພາບ ລະຫວ່າງຍິງແລະຊາຍຫລາຍຂຶ້ນພາຍໃນປີ 2030, ແຕ່ມາເຖິງປັດຈຸບັນ ຢູ່ ສປປລາວ ກໍຍັງບໍ່ມີຄວາມສເມີພາບລະຫວ່າງ ຍິງ ແລະ ຊາຍ ເທົ່າທີ່ຄວນ ຍ້ອນຫລາຍສາເຫດ ຊຶ່ງເຈົ້າໜ້າທີ່ ທາງການລາວ ເວົ້າວ່າ ສາເຫດໃຫຍ່ ເປັນຍ້ອນປະເພນີວັທນະທັມ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງປາກແບງ ແຂວງອຸດົມໄຊ ນາງນຶ່ງທີ່ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 27 ມິຖຸນານີ້ ເຖິງສະພາບແມ່ຍິງ ຢູ່ເຂດຊົນບົດ ເມືອງປາກແບງວ່າ ຍັງຖືກຜົວບໍ່ເຫັນຄຸນຄ່າ ຂອງວຽກຜູ້ເປັນເມັຍ ຢູ່ບ້ານເຮືອນ, ຜົວມັກໃຊ້ເມັຍໜັກ ທັງໃຫ້ລ້ຽງລູກ, ເປ້ລູກໃສ່ຫລັງໄປເຮັດໄຮ່ ເຮັດນາ, ເວລາກິນເຂົ້າ ຜູ້ຊາຍກໍມັກກິນກ່ອນແມ່ຍິງ ແລະແມ່ຍິງຍັງບໍ່ມີສິດຕັດສິນບັນຫາ ສໍາຄັນໃນຄອບຄົວ, ສ່ວນໃຫຍ່ຈະເຫັນດີນໍາຜົວ ເກືອບທຸກເຣື່ອງ.

ເຣື່ອງບົດບາດຍິງຊາຍ ຢູ່ໃນເມືອງພວກເອື້ອຍນີ້ເນາະ ກໍຫາກພໍອັນນັ້ນຢູ່ ແຕ່ວ່າ ຊິໃຫ້ມັນຫລາຍສົມຄວນກໍຄືວ່າ ຍັງ ອັນບາງເຂດຫັ້ນຜູ້ຊາຍຫັ້ນ ກໍຍັງຢາກໃຊ້ແຮງງານຜູ້ຍິງເນາະ ແມ່ຍິງຫັ້ນໄປສີດຢາໄຮ່ບໍ່, ໄປຖາງໄຮ່ບໍ່ ຈັ່ງຊີ້ ເຂົາເຈົ້າກໍໄດ້ເປ້ລູກ ເອົາຢ່າງເປັນຫລາຍຫລັກ. ບາງເທື່ອຮອດ 2 ຊົ່ວໂມງ ຫລືວ່າ 3 ຊົ່ວໂມງ ຜູ້ຊາຍກໍໄປຮັບຈ້າງ ເປັນກັມມະກອນ ແບບຢູ່ຫ່າງໄກສອກຫລີກ ແມ່ຍິງຂຶ້ນກັບຜົວຢູ່ເນາະ ຄັນກິນເຂົ້າສ່ວນຫລາຍ ແມ່ນຜູ້ຊາຍເຂົາເຈົ້າ ມັກກິນກ່ອນແລ້ວຜູ້ຍິງກິນນໍາຫລັງ ຫັ້ນນ່າ ຜູ້ຊາຍເຂົາເຈົ້າວ່າຫຍັງ ແລ້ວກໍສູ້ໄປເລີຍແມ່ຍິງ ບໍ່ສ່ຽງເວົ້າອິຫຍັງເລີຍ.

ແຕ່ເຖິງຢ່າງໃດກໍຕາມ ນາງກໍເວົ້າວ່າ ຢູ່ເມືອງປາກແບງນີ້ ກໍຍັງມີຄວາມກ້າວໜ້າຢູ່ໜ້ອຍນຶ່ງ ໃນເຣື່ອງຄວາມສເມີພາບ ຍິງ-ຊາຍ ຄືຜູ້ເປັນເມັຍຫລາຍຄົນສາມາດເກັບທ້ອນເງິນ ແລະໃຊ້ເງິນໄດ້ແລ້ວ ຍ້ອນຄູ່ຜົວເມັຍ ຊ່ອຍກັນເຮັດວຽກ ສ້າງເສຖກິຈຄອບຄົວນໍາກັນ.

ສ່ວນຢູ່ເມືອງແປກ ແຂວງຊຽງຂວາງ ມາຮອດປັດຈຸບັນ ຄວາມສເມີພາບຍິງ-ຊາຍ ຍັງມີໜ້ອຍ ເປັນຕົ້ນໃນເຂດຊົນນະບົດ ແມ່ຍິງຍັງຖືກຈໍາກັດສິດເສຣີພາບ ໃນເຣື່ອງການອອກໄປນອກບ້ານ, ຕ້ອງໄດ້ຂໍອະນຸຍາດນໍາຜົວ ຫລື ພໍ່ເຖົ້າແມ່ເຖົ້າກ່ອນ ແລະກໍຍັງຖືກຜູ້ຊາຍໃຊ້ຄວາມຮຸນແຮງຕໍ່ ອັນກະທົບໃສ່ທັງຈິດໃຈ ແລະຮ່າງກາຍຢູ່, ຜູ້ເປັນຜົວມັກນອກໃຈເມັຍ, ບໍ່ຊ່ອຍເມັຍທໍາມາຫາກິນ ເຮັດໃຫ້ຄອບຄົວບໍ່ໝັ້ນຄົງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງແປກກ່າວໃນມື້ດຽວກັນນີ້ວ່າ:

ເຣື່ອງຄວາມສເມີພາບ ບົດບາດຍິງຊາຍນີ້ ຍັງຢູ່ລະດັບກາງຫາລະດັບໜ້ອຍເນາະ ຕ້ອງຂໍອະນຸຍາດຈາກທ່ານຊາຍ ຫລື ວ່າພໍ່ເຖົ້າແມ່ເຖົ້າເນາະ ເພາະວ່າໂຕນີ້ຫັ້ນຍັງເປັນການເຊື່ອຖື ເພາະວ່າ ເອີ ມັນຕ້ອງມີການເຂົ້າໃຈຜິດເນາະ ເຂົາເຂົາໃຈຜິດລະຫວ່າງຄອບຄົວ ກັບອັນຜູ້ທີ່ໄປຫັ້ນນະເນາະ ກ່ຽວກັບແມ່ຍິງພວກເຮົານີ້ ຄວາມຮຸນແຮງກໍຍັງມີເນາະ ທາງດ້ານຈິດໃຈບໍ່ເນາະ ທາງດ້ານຮ່າງກາຍ ຫລື ວ່າ ນອກໃຈຜູ້ເປັນເມັຽ ຄັນມີຜົນກະທົບເນາະ ຈະບໍ່ມີລາຍຮັບເຂົ້າສູ່ຄອບຄົວເລີຍເນາະ ເຂົາຈະທໍາມາຫາກິນຈະບໍ່ມີລາຍຮັບສູ່ຄອບຄົວ ເຂົາເຈົ້າຈະໄປຂ້າງນອກຫລາຍກວ່າ.

ຢູ່ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ເຈົ້າໜ້າທີ່ທີ່ກ່ຽວຂ້ອງນາງນຶ່ງ ກໍກ່າວຕໍ່ວິທຍຸ ເອເຊັຽ ເສຣີ ເຖິງສະພາບແມ່ຍິງໃນເຂດຊົນບົດ ບາງເຂດວ່າ ຍັງບໍ່ມີຄວາມ ສເມີພາບລະຫວ່າງຍິງ ແລະຊາຍຢູ່ ໂດຍສະເພາະແມ່ຍິງຊົນເຜົ່າ ຈະຍົກຜູ້ຊາຍສູງກວ່າແມ່ຍິງ ຕາມຮີດຄອງປະເພນີ.

ກະຊິໃຫ້ເຕັມຮ້ອຍກໍບໍ່ເຕັມຮ້ອຍດອກ ດ້ານຮີດຄອງປະເພນີ ເຂົາກໍຍັງມີບາງອັນຄອບງໍາຢູ່ ກໍປະບໍ່ໄດ້ໝົດ ເປັນຕົ້ນກໍແມ່ນແມ່ຍິງເຮົານີ້ນ່າ ເຂົາເຈົ້າຍັງຖືວ່າແມ່ຍິງເຮົາເປັນເພດທີ່ອ່ອນແອຈັ່ງຊີ້ນ່າ ແລ້ວກໍບໍ່ຮູ້ຫຍັງ ລະດັບການສຶກສາກໍບໍ່ມີຈັ່ງຊີ້ນ່າ ເຂົາບໍ່ຢາກໄວ້ເນື້ອເຊື່ອໃຈປານໃດ ຈັ່ງຊີ້ນ່າບາດນີ້ ເຜົ່າແລ້ວສ່ວນຫລາຍເຂົາເຈົ້າຢາກຈະອອກໄປທາງຜົວ ກໍຣະນີມີປະມີຮ້າງກັນບໍ່ ກໍບໍ່ມີສິດເອົາລູກໄປຈັ່ງຊີ້ນ່າ ກໍຍ້ອນຮີດ ຄອງປະເພນີ ອີກອັນນຶ່ງກໍຢ້ານບໍ່ໄດ້ຜົວຊີ້ນະ.

ແຕ່ເຖິງຢ່າງໃດກໍຕາມ ນາງກໍເວົ້າວ່າ ຢູ່ເມືອງຄໍາເກີດນີ້ ກໍມີຄວາມກ້າວໜ້າແດ່ ເລັກນ້ອຍແລ້ວທາງດ້ານຄວາມສເມີພາບ ຍິງ-ຊາຍ ພາຍຫລັງທີ່ໄດ້ຮັບຟັງການໂຄສະນາ ຂອງຫ້ອງການສະຫະພັນ ແມ່ຍິງເມືອງ ເຊັ່ນຊາວບ້ານຫລາຍຄົນ ບໍ່ໃຫ້ຜົວກິນເຂົ້າກ່ອນເມັຍແລ້ວ ໃຫ້ກິນພ້ອມກັນ.

ຢູ່ເມືອງຊໍາໃຕ້ ແຂວງຜົ້ງສາລີ ຊາວບ້ານຜູ້ນຶ່ງກໍເວົ້າເຖິງສະພາບແມ່ຍິງ ຊົນເຜົ່າຢູ່ເຂດນອກເມືອງວ່າ ແມ່ຍິງຢູ່ບາງເຂດ ຍັງບໍ່ມີເກີບໃສ່ຄືຜູ້ຊາຍ ແລະຍັງໄດ້ເຮັດວຽກໜັກກວ່າຜູ້ຊາຍ ທັງວຽກບ້ານ, ວຽກລ້ຽງລູກ, ວຽກໄຮ່ວຽກສວນ ແລະວຽກນາ, ແມ່ຍິງໄດ້ເຮັດວຽກຄຽງຄູ່ກັບຜູ້ຊາຍ ແຕ່ຜູ້ຊາຍຫລາຍຄົນບໍ່ຄ່ອຍຊ່ອຍວຽກບ້ານ ແລະລ້ຽງລູກພໍປານໃດ.

ຍັງຫລາຍຄືຍົກຕົວຢ່າງວ່າ ແຖວນອກ ມັນຈະມີຫລາຍເຜົ່າ ມັນມີເຜົ່າກໍ ເຜົ່າລາວສູງບໍ່ອິຫຍັງນີ້ ແຕ່ກ່ອນນີ້ຜູ້ຍິງຫັ້ນນີ້ ຍັງບໍ່ໄດ້ໃສ່ເກີບ ຍັງບໍ່ໄດ້ໃສ່ແຕ່ວ່າດຽວນີ້ກໍເລີ່ມພັທນາ ແຕ່ກໍຍັງມີບາງບ່ອນ ກໍຍັງບໍ່ເທົ່າທຽມສໍ່າຜູ້ຊາຍເທື່ອ ບາງທີກໍຜູ້ຍິງເຮົາບາງເຜົ່າເນາະ ມັນຈະໄດ້ເຮັດວຽກໜັກກວ່າຜູ້ຊາຍ ກໍມີແຕ່ເຮັດວຽກໄຮ່ວຽກສວນວຽກນາ ເຣື່ອງເອົາຫລົວເອົາຟືນ ການແຕ່ງຢູ່ຄົວ ກິນທຸກຢ່າງໆ ການເອົາລູກເອົາຫຍັງນ່າ.

ກ່ຽວກັບເຣື່ອງທີ່ວ່າ ປະເທດລາວ ຈະບັນລຸເປົ້າໝາຍການພັທນາແບບຍືນຍົງ ກ່ຽວກັບຄວາມສເມີພາບລະຫວ່າງຍິງ ແລະຊາຍໄດ້ໃນປີ 2030 ຫລືບໍ່ນັ້ນ ເຈົ້າໜ້າທີ່ທາງການ ແລະປະຊາຊົນລາວຈໍານວນນຶ່ງ ເວົ້າກົງກັນວ່າ ອາດເຮັດບໍ່ໄດ້ 100% ເນື່ອງຈາກຍັງຂາດງົບປະມານ ໃນການໂຄສະນາ ຍົກຖານະບົດບາດ ຂອງແມ່ຍິງໃຫ້ສູງຂຶ້ນທຽບເທົ່າກັບຜູ້ຊາຍ ຍ້ອນຍັງມີຫລາຍເຂດຂອງລາວ ທີ່ບໍ່ມີຄວາມສເມີພາບນັ້ນເທື່ອ. ແມ່ນແຕ່ໃນລະດັບປະເທດ ເຊັ່ນຕົວຢ່າວ ຈໍານວນສະມາຊິກສະພາແຫ່ງຊາຕ ທີ່ເປັນເພດຍິງ ກໍຍັງຫລຸດລົງ ຄືເມື່ອປີ 2016 ສະມາຊິກສະພາແຫ່ງຊາຕຊຸດທີ 8 ມີສະມາຊິກເພດຍິງ 41 ຄົນ ໃນຈໍານວນທັງໝົດ 149 ຄົນ ຫລືມີປະມານ 27%. ແຕ່ສະພາແຫ່ງຊາຕຊຸດປັດຈຸບັນ ຄືຊຸດທີ 9 ນີ້ ມີສະມາຊິກເປັນເພດຍິງພຽງ 35 ຄົນ ໃນຈໍານວນທັງໝົດ 164 ຄົນ ຄືມີພຽງ 21% ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.