ເປັນຫຍັງ ນັກຮຽນ ເຂົ້າສອບເສັງຈົບຊັ້ນ ຈຶ່ງຫຼຸດລົງຫຼາຍ ໃນແຕ່ລະປີ
2023.06.27
ກົມສາມັນ ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າສົກຮຽນ 2022-2023 ມີຈຳນວນນັກຮຽນ ມ.4 ແລະ ມ.7 ທົ່ວປະເທດເຂົ້າສອບເສັງ ຈົບຊັ້ນຫຼຸດລົງ ເມື່ອທຽບໃສ່ປີກາຍສົກຮຽນປີ 2021-2022. ມາໃນປີນີ້ມີນັກຮຽນ ມ.7 ສອບເສັງຈົບຊັ້ນຫຼຸດລົງ 5,000 ຄົນຈາກປີກາຍ 5,500 ຄົນ ແລະ ປີນີ້ມີນັກຮຽນ ມ.4 ສອບເສັງຈົບຊັ້ນຫຼຸດລົງ 7,000 ຄົນຈາກປີກາຍ 8,300 ຄົນ. ສະເພາະທົ່ວແຂວງເຊກອງ ປີນີ້ນັກຮຽນ ມ.7 ເຂົ້າສອບເສັງຈົບຊັ້ນຫຼຸດລົງ ເມື່ອທຽບໃສ່ປີກາຍ 300 ຄົນ ໃນນັ້ນກວມເອົານັກຮຽນ ປະລະການຮຽນ ເພື່ອອອກໄປສ້າງຄອບຄົວ ແລະເປັນກັມມະກອນ ຢູ່ຕາມໂຄງການກະສິກັມ ຂອງນັກລົງທຶນຕ່າງປະເທດນຳດ້ວຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງເຊກອງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 26 ມິຖຸນາ ນີ້ວ່າ:
“ພາກຮຽນໜຶ່ງ ເຂົາກໍເສັງຢູ່ດອກ ແຕ່ວ່າພາກຮຽນສອງ ເຂົາບໍ່ໄດ້ຮຽນ. ເຂົາກໍອອກໄປເອົາ, ຜົວເອົາເມັຍ ແລ້ວກໍອອກໄປທຳງານ ໄປຫັ້ນແຫຼະ ເຮັດນຳສວນກ້ວຍ ນຳຢາງພາຣາ ນຳອັນນີ້ແຫຼະ ສວນມັນຂອງວຽດຂອງຫຍັງນີ້ແຫຼະ ສະພາບບ້ານເຮົານີ້ນ່າ ຜູ້ຮຽນຈົບສູງຊັ້ນຕຣີ ຈາກພາຍໃນ ຫຼື ຕ່າງປະເທດ ບໍ່ໄດ້ເຂົ້າລ້າ ເຂົ້າການ ແມ່ນຫຍັງນີ້ນ່າ ເຂົາກໍລະດົມນ້ອງນຸ່ງ ວ່າ ເອີຮຽນໄປ ກໍບໍ່ມີຄວາມໝາຍດອກ ຊ່ອຍພໍ່ແມ່ເຮັດຮົ້ວເຮັດສວນ, ເຮັດໄຮ່ເຮັດນາ ດີກ່ວາກໍເລີຍເຮັດໃຫ້ນັກຮຽນທໍ້ຖອຍ.”
ຢູ່ເມືອງປາກອູ ແຂວງຫຼວງພຣະບາງ ປີນີ້ມີນັກຮຽນ ມ.4 ແລະ ມ.7 ບໍ່ໄດ້ເຂົ້າສອບເສັງ ຈົບຊັ້ນຄືກັນຍ້ອນອອກໂຮງຮຽນ ແຕ່ກາງປີຂອງສົກຮຽນ 2022-2023 ເພື່ອໄປແຕ່ງດອງແລ້ວ ເຮັດວຽກປູກຝັງລ້ຽງສັດ ກ່ອນວັຍອັນຄວນ ຫຼື ໄປຮັບຈ້າງເປັນກັມມະກອນ ໄລຍະສັ້ນຕາມຣະດູການ ຂອງການປູກໝາກໄມ້ ຢູ່ຕ່າງແຂວງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງປາກອູ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ກໍມີເຂົາໄລ່ວ່າ ປະລະກ່ອນສົ່ງປວັດການ ສອບເສັງ ສ່ວນຫຼາຍກໍໄປສ້າງຄອບຄົວ ຢູ່ແຖວເມືອງປາກອູນີ້ແມ່ນວ່າ ອອກອອກໂຮງຮຽນ ກາງປີວ່າ ແມ່ນເພາະວ່າ ເຂົາເຈົ້າກໍໄປທຳທຸຣະກິຈ ຫັ້ນແຫຼະລ້ຽງສັດ ລ້ຽງອິຫຍັງ ໄປເຮັດວຽກຢູ່ຕາມສວນກ້ວຍ ບໍ່ສວນໝາກໂມ ຢູ່ໄຊຍະບູຣີຫັ້ນນ່າ. ພວກເຮົາ ກໍບໍ່ສາມາດໄປຈ່ອງດຶງ ເຂົາໃຫ້ມາຮຽນເອົາ.”
ສ່ວນຢູ່ໂຮງຮຽນ ມັທຍົມຕອນຕົ້ນ ມ.1-ມ.4 ບ້ານປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທັງໂຮງຮຽນມີນັກຮຽນ ມ.4 ຈຳນວນ 35 ຄົນ ໃນນັ້ນປີນີ້ບໍ່ມາສອບເສັງ ຈົບຊັ້ນຈຳນວນ 2 ຄົນ ຍ້ອນຕັດສິນໃຈ ອອກໄປເຮັດວຽກຢູ່ ຄາສິໂນ ຄິງສ໌ໂຣມັນສ໌ ແທນການຮຽນໃຫ້ຈົບຊັ້ນ ສ່ວນອີກ 33 ຄົນ ທີ່ມາສອບເສັງຈົບຊັ້ນ ກໍອາດໄດ້ຜົລຄະແນນບໍ່ດີ ຍ້ອນເວລາຮຽນ ໃນຫ້ອງໄປເຮັດວຽກຫາລາຍໄດ້ ຢູ່ຄາສິໂນ ຄິງສ໌ໂຣມັນສ໌ ເພື່ອຫຼຸດຜ່ອນຄວາມທຸກຍາກແທນ.
ດັ່ງນາຍຄຣູ ຢູ່ໂຮງຮຽນມັທຍົມຕອນຕົ້ນ ບ້ານປາກງາວ ກ່າວໃນມື້ດຽວກັນນີ້ວ່າ:
“ມັນມີຜົລກະທົບ ຢູ່ທາງອັນນີ້ນ່າທາງເມືອງຕົ້ນເຜີ້ງ ທາງສາມຫຼ່ຽມຄຳນີ້ນ່າ ເດັກນ້ອຍມັນເຂົ້າໄປທຳງານໄປເຮັດວຽກ ຢູ່ຫັ້ນໝົດຢູ່ ມ.3 ກໍມີ ມ.4 ກໍມີອັນເຂົ້າໄປເຮັດວຽກ ຢູ່ຫັ້ນນ່າ ໂອ້ສ່ວນຫຼາຍ ມັນກໍເປັນແຮງງານດິບ ຫັ້ນແຫຼະ ຈ້າງລ້າງຖ້ວຍ, ລ້າງບ່ວງ, ໄປເສີບອາຫານ ໃນທຳນອງນັ້ນແຫຼະ ບາງເທື່ອກໍໄປຢູ່ຮ້ານຂາຍເຄື່ອງ ຂາຍຫຍັງ ຊ່ອຍຜູ້ທີ່ເຂົາເຈົ້າມີເງື່ອນໄຂ ມີທຶນມີຫຍັງ. ອັນໜຶ່ງມາລະແມ່ນ ເຂົ້າຮຽນເວົ້າເຖິງສະພາບ ເສຖກິຈ ຄອບຄົວນີ້ແຫຼະ ພໍ່ແມ່ເຂົາບໍ່ມີເງິນສົ່ງຮຽນເນາະ ຜູ້ມີເງິນ ພໍ່ແມ່ນຈ່າຍໃຫ້ ເຂົາມື້ໜຶ່ງ 50,000 ບໍ່ 20,000 ບໍ່ແບບຊິມາກໍຊື້ເຂົ້າໜົມ ເຂົ້າໜົມກິນ ບາດນີ້ຜູ້ທີ່ມັນທຸກ ມັນຍາກ ພໍ່ແມ່ບໍ່ມີເງິນໃຫ້ມັນ ມາມັນກໍອາຍໝູ່ມັນ.”
ດ້ານນັກຮຽນຢູ່ຊັ້ນ ມ.7 ໂຮງຮຽນມັທຍົມຕອນປາຍ ຄູນຄຳ ເມືອງຄູນຄຳ ແຂວງຄຳມ່ວນກ່າວວ່າ ຕັ້ງແຕ່ໂຕເອງຮຽນແຕ່ຊັ້ນ ມ.5 ຮອດຊັ້ນ ມ.7 ກໍເຫັນຈຳນວນລຸ້ນເອື້ອຍ-ອ້າຍ ເຂົ້າສອບເສັງຈົບຊັ້ນ ມ.7 ຫຼຸດລົງທຸກປີ. ມາປີນີ້ເປັນປີທີ່ໂຕເອງ ຕ້ອງສອບເສັງຈົບຊັ້ນ ກໍມີໝູ່ຮ່ວມຊັ້ນດຽວກັນ ຈຳນວນ 2 ຄົນອອກໂຮງຮຽນ ບໍ່ເຂົ້າສອບເສັງ ຈົບຊັ້ນນຳດ້ວຍ ຍ້ອນໝູ່ຮຽນບໍ່ໄດ້ ແລ້ວນາຍຄຣູກໍສອນເຂົ້າໃຈຍາກ ຈຶ່ງອອກໄປເຮັດວຽກ ຫາເງິນດີກ່ວາ.
ດັ່ງນັກຮຽນຊັ້ນ ມ.7 ໂຮງຮຽນມັທຍົມຕອນປາຍ ຄູນຄຳ ເມືອງຄູນຄຳ ແຂວງຄຳມ່ວນ ກ່າວໃນມື້ດຽວກັນວ່າ:
“ມາເສັງຄົບທຸກຄົນ, ແຕ່ວ່າຄົນໜ້ອຍ 40 ປາຍຄົນ ແຕ່ລະປີນັກຮຽນຫຼຸດຕລອດ ຄົນອອກທຸກປີ ຢູ່ໂຮງຮຽນນ້ອງ ກໍມີສອງຄົນ ແບບບໍ່ມີແນວດຶງດູດຈິດໃຈ ໃຫ້ຢາກຮຽນ ປະມານນີ້ ນັກຮຽນກໍຂາດຮຽນ, ອາຈານກໍສອນນັກຮຽນ ເຂົ້າໃຈຍາກ ບໍ່ຮູູ້ຊິສອນແນວໃດ ກໍຄືວ່າແຫຼະ ສ່ວນຫຼາຍເຂົາເຈົ້າຮຽນບໍ່ໄດ້ ແລ້ວເຂົາຄ້ານຮຽນ ແລ້ວເຂົາກໍຄິດວ່າ ເສັຍເວລາ ອອກໄປຫາເງິນດີກ່ວາ ປະມານນີ້ ຄົນສ່ວນຫຼາຍຮຽນຈົບມາມັນບໍ່ໄດ້ເຮັດວຽກ.”
ກົມສາມັນ ກະຊວງສຶກສາທິການ ແລະກິລາ ຍັງແຈ້ງໃຫ້ຮູ້ວ່າ ຈຳນວນນັກຮຽນ ມ.4 ກັບ ມ.7 ເຂົ້າສອບເສັງ ຈົບຊັ້ນຫຼຸດລົງ ໃນປີ້ນີ້ ນັ້ນຍັງເຮັດໃຫ້ຈຳນວນ ຫ້ອງສອບເສັງຫຼຸດເຫຼືອ 2,500 ຫ້ອງຈາກ 3,000 ຫ້ອງໃນປີກາຍ. ສໍາລັບການສອບເສັງ ຈົບຊັ້ນຂອງນັກຮຽນ ມ.4 ກັບ ມ.7 ທົ່ວປະເທດ ແມ່ນສິ້ນສຸດລົງໃນ ວັນທີ 23 ມິຖຸນາ ແຕ່ນັກຮຽນຄົນໃດ ທີ່ບໍ່ສາມາດເຂົ້າສອບເສັງ ຈົບຊັ້ນ ໄດ້ກໍສາມາດກັບມາສອບເສັງ ຈົບຊັ້ນໃໝ່ ໄດ້ໃນວັນທີ 28-30 ມິຖຸນາ 2023. ອີງຕາມຂໍ້ມູນ ຂອງເວັບໄຊຕ໌ ວຽງຈັນທາມສ໌.