ໄຊສົມບູນ ຂາດຄຣູ, ນັກຮຽນອອກໂຮງຮຽນ ຫຼາຍຂຶ້ນ ໃນປີນີ້

2023.06.28
ໄຊສົມບູນ ຂາດຄຣູ, ນັກຮຽນອອກໂຮງຮຽນ ຫຼາຍຂຶ້ນ ໃນປີນີ້ ຄຣູກຳລັງສອນນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ທາງພາກເໜືອຂອງລາວ, ເດືອນພຶສຈິກາ ປີ 2022.
ນັກຂ່າວ ພົລເມືອງ

ທ່ານ ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີ ໄດ້ກ່າວຕໍ່ກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕຊຸດທີ 9 ວ່າ 6 ເດືອນທ້າຍປີ 2023 ນີ້ ຣັຖບານຈະແກ້ໄຂບັນຫາ ຄຣູອາສາສມັກ, ການຂາດຄຣູ ແລະການປະລະການຮຽນ ຊຶ່ງເປັນນຶ່ງໃນ 8 ວຽກງານຂອງຣັຖບານ.

ເມື່ອກ່ອນໜ້ານັ້ນ ທ່ານ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງ ແຂວງໄຊສົມບູນ ໄດ້ຣາຍງານຕໍ່ກອງປະຊຸມປຶກສາຫາລື ກ່ຽວກັບການຂາດຄຣູສອນ, ການຂາດຮຽນ ແລະການຮຽນບໍ່ຈົບຊັ້ນ ຂອງນັກຮຽນຢູ່ເຂດຊົນບົດ ທົ່ວປະເທດ ເມື່ອວັນທີ 22 ມິຖຸນານີ້ວ່າ ທົ່ວແຂວງໄຊສົມບູນ ຂາດຄຣູ 245 ຄົນ ແລະມີນັກຮຽນຊັ້ນມັທຍົມ ແຕ່ ມ.1 ຮອດ ມ.7 ປະລະການຮຽນ 10.5% ຂອງຈໍານວນນັກຮຽນຊັ້ນ ມັທຍົມທັງໝົດ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງໄຊສົມບູນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ມິຖຸນານີ້ ເຖິງໂຄຕ້າ ຣັຖກອນ ທີ່ແຂວງໄຊສົມບູນໄດ້ຮັບ ທັງໝົດ ໄດ້ 30 ຄົນ ແລະມາເຖິງປັດຈຸບັນ ຍັງບໍ່ຮູ້ວ່າ ຂແນງການສຶກສາ ຈະໄດ້ໂຄຕ້າຈໍານວນເທົ່າໃດ ຂະນະທີ່ຄວາມຕ້ອງການຄຣູສອນ ຕົວຈິງ ປະມານ 300 ຄົນ ເນື່ອງຈາກວ່າ ພຽງ 1 ປີ ຄືປີ 2022 ຄຣູອາສາສມັກ ພາກັນລາອອກເຖິງ 90 ຄົນ ໃນຈໍານວນທັງໝົດ 245 ຄົນ ພາຍຫລັງທີ່ເຮັດວຽກມາດົນຫລາຍປີ, ແຕ່ກໍຍັງບໍ່ໄດ້ຖືກບັນຈຸເຂົ້າເປັນຣັຖກອນ ເຮັດໃຫ້ທົ່ວແຂວງຂາດຄຣູຢ່າງໜັກ.

“ຣັຖບານເພິ່ນກໍມີໂຕເລກ ຣັຖກອນ ໂຄຕ້າໜ້ອຍ ແລ້ວກໍພາກສ່ວນຄຣູ ອາສາສມັກຫັ້ນ ເຮັດມາໄດ້ຫລາຍປີ ຫລັງຈາກນັ້ນ ບໍ່ມີວີ່ແວວອິຫຍັງເລີຍ ກໍພາກັນທະຍອຍອອກ ບາດນີ້ນ່າ. ແລ້ວບາດນີ້ ມັນເຮັດໃຫ້ຄຣູສອນຫັ້ນ ບໍ່ເຕັມຕາມຄວາມຕ້ອງການ ຫັ້ນນ່າ. ກໍຫ້າມເຂົາ, ຄຣູອາສາ ບໍ່ໄດ້ເພາະວ່າ ຖາມເຂົາແລ້ວ ເຂົາກໍບອກວ່າ ອ້າວ ເຮັດກໍເຮັດຕໍ່ ແຕ່ວ່າຕ້ອງເຊັນສັນຍາ ເຮັດບົດບັນທຶກກັນແມ໋ ມັນຈະຕ້ອງແກ້ຄຣູໃນໝວດໂຄຕ້ານີ້ ໂຄຕ້ານັ້ນ ມາຫັ້ນນ່າ. ໄທເຮົາລະບຸໂຄຕ້າແນວນີ້ ໄທເຮົາບໍ່ກ້າເຮັດ ຄັນໃນເມື່ອບໍ່ກ້າເຮັດ ເຂົາກໍວ່າຄັນຊັ້ນບໍ່ຢູ່.”

ຢູ່ເມືອງລ່ອງຊານ ແຂວງໄຊສົມບູນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍເວົ້າຄືກັນກັບທ່ານ ຕົ່ງມົວ ຊົວໂກ້ ວ່າ ນັກຮຽນ ມັກປະລະການຮຽນ ໃນຊ່ວງມັທຍົມຕົ້ນ ຄື ມ.1 ຫາ ມ. 4 ຍ້ອນນັກຮຽນ ບໍ່ຢາກຮຽນ ແລະອອກໂຮງຮຽນ ໄປແຕ່ງດອງ ຫລື ສ້າງຄອບຄົວ ກ່ອນວັຍອັນຄວນ, ແຕ່ທ່ານເວົ້າຕ່າງຈາກ ທ່ານ ຕົ່ງມົວ ຊົວໂກ້ ວ່າ ໃນນັ້ນ ມີນັກຮຽນໄປຮັບຈ້າງກີດຢາງພາຣາ ຫລື ຮັບຈ້າງເປັນກັມມະກອນ ຢູ່ພາຍໃນເມືອງ ນໍາດ້ວຍ.

“ນັກຮຽນປະລະການຮຽນ ມີແຕ່ອອກສ້າງຄອບຄົວ ໝົດ. ມັນຫາກບໍ່ປານກະແສສັງຄົມ ແນວນັ້ນດອກ ມັນຫາກພວກຕັ້ງບໍ່ຢາກຮຽນແດ່. ໄປກີດຢາງ ມີພາກສ່ວນບໍ່ເຂົ້າໃຈ ກ່ຽວກັບວຽກ ຂອງການສຶກສານີ້ແດ່  ເຣື່ອງຄຣູນີ້ ເກີດເຫດການຄຣູເຫລືອບໍ່ພໍ ອັນປະຖົມນີ້ ກໍສາມາດເຮັດໄດ້ ແຕ່ວ່າມັທຍົມນີ້ ເຮັດບໍ່ໄດ້ ເພາະວ່າ ຢູ່ເມືອງລ້ອງຊານເຮົານີ້ ຄຣູເຄມີຄຣູຟີຊິກນີ້ ໜ້ອຍເຫລືອເກີນເດ໋ ສິສັບຊ້ອນຄຣູປວັດສາດໄປສອນນີ້ກໍຫຍູ້ງຍາກ ສິສັບຊ້ອນຄຣູພາສາລາວໄປສອນນີ້ ກໍຫຍູ້ງຍາກ.”

ນັກຮຽນ ມ.4 ຢູ່ໂຮງຮຽນ ມສ ໄຊສົມບູນ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ຫາກໍສິ້ນສຸດການສອບເສັງ ຈົບຊັ້ນ ເມື່ອອາທິດທີ່ຜ່ານມາ, ມີໝູ່ຮ່ວມຫ້ອງຜູ້ນຶ່ງ ບໍ່ໄດ້ເຂົ້າສອບເສັງຈົບຊັ້ນ ຍ້ອນລາວໄດ້ອອກໂຮງຮຽນ ຕັ້ງແຕ່ມີບຸນກິນຈຽງ ເພື່ອໄປແຕ່ງດອງ ສ້າງຄອບຄົວ ແລະໝູ່ບາງຄົນກໍອອກໄປເຮັດໄຮ່, ເຮັດສວນ ແລະຢູ່ໂຮງຮຽນແຫ່ງນີ້. ລາວເອງກໍເຄີຍປະເຊີນ ກັບບັນຫາຂາດຄຣູ ເຮັດໃຫ້ບໍ່ໄດ້ຮຽນວິຊາພລະສຶກສາ.

“ຫ້ອງດຽວກັນ ຄົນຢູ່ຫ້ອງຫັ້ນ ຕອນ ມ.4 ຫັ້ນ. ອອກຊ່ວງຕອນກິນຈຽງ, ອອກເອົາເມັຽ, ເອົາຜົວ ຮອດຍາມບຸນກິນຈຽງ ເຂົາ ປະມານ ມ.4, ມ.3 ນີ້ ເຂົາເຈົ້າກໍອອກ ເອົາເມັຽແລ້ວ ຈັ່ງວ່າ. ມັນເປັນຍ້ອນຮີດຄອງ ເຂົາເຈົ້າຕີ້ບໍ໋. ເຂົາເຈົ້າຕັ້ງເອົາ ແຕ່ວ່າບາງຄົນ ເຂົາເຈົ້າກໍບໍ່ເອົາເດ໋. ບາງຄົນກໍເອົາແຕ່ ມ.4 ເລີຍ, ບາງຄົນກໍໄປເຮັດໄຮ່ ເຮັດສວນ. ບາງຄົນແຕ່ງແລ້ວ ກໍໄປຢູ່ເຮືອນຜົວ ຫັ້ນ. ວິຊາພະລະສຶກສາບໍ່ ປະມານ ມ.2 ມ.3 ນີ້ແຫລະ ບໍ່ໄດ້ຮຽນ.”

ຢູ່ເມືອງອະນຸວົງ ຜູ້ປົກຄອງນັກຮຽນ ຄົນນຶ່ງ ກໍເວົ້າຄືກັບ ທ່ານ ຕົ່ງມົວ ຊົວໂກ້ ເຖິງຄວາມເຂົ້າໃຈ ຂອງພໍ່ແມ່ຜູ້ປົກຄອງ ຊົນເຜົ່າ ຕໍ່ຄວາມສໍາຄັນ ຂອງການສຶກສາວ່າ ຍັງບໍ່ທັນສູງ ດັ່ງນັ້ນຈຶ່ງເຮັດໃຫ້ມີນັກຮຽນຊັ້ນມັທຍົມ ໃນເຂດຊົນບົດນະບົດ ປະລະການຮຽນ.

“ສໍາລັບ ອັນໄຊສົມບູນນີ້ ເພາະວ່າມັນເປັນແຂວງ ພູດອຍເນາະ ແລ້ວມັນເປັນແຂວງມີຊົນເຜົ່າ ຫລາຍນ່າ. ສ່ວນຫລາຍນີ້ ມັນຈະມີການປະລະ ການຮຽນຢູ່ ບາງທີພໍ່ແມ່ຜູ້ປົກຄອງນີ້ ເຂົາເຈົ້າບໍ່ຮູ້ເຖິງເຣື່ອງການສຶກສາ ນີ້ນ່າ. ເຂົາເຈົ້າຈະບໍ່ໄດ້ເອົາເດັກ ທີ່ເກນອາຍຸເຂົາຮຽນ ເຂົ້າຮຽນໄດ໋.”

ກ່ຽວກັບບັນຫາ ການຂາດຄຣູ ແລະນັກຮຽນປະລະ ການຮຽນຢ່າງຕໍ່ເນື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເວົ້າວ່າ ທາງຜແນກສຶກສາທິການ ແລະກິລາ ແຂວງກໍຮູ້ຢູ່ແລ້ວ ຍ້ອນຫ້ອງການສຶກສາທິການ ແລະກິລາເມືອງ ຣາຍງານມາໃຫ້ທຸກປີ ແລະທາງ ຜແນກສຶກສາທິການ ແລະກິລາ ກໍແກ້ໄຂບັນຫາ ການຂາດຄຣູ ດ້ວຍວິທີການໃຫ້ຄຣູ ແຕ່ລະໂຮງຮຽນ ຜັດປ່ຽນກັນສອນ ວິຊາທີ່ຂາດຄຣູ, ແຕ່ກໍບໍ່ສາມາດແກ້ໄຂໄດ້ ຕລອດ ຍ້ອນບາງວິຊາ ບໍ່ມີຄຣູສອນ ແລະນັກຮຽນກໍບໍ່ໄດ້ຮຽນ ວິຊານັ້ນໄປເລີຍ.

ສ່ວນບັນຫາ ນັກຮຽນປະລະການຮຽນນັ້ນ ທາງຜແນກ ສຶກສາທິການ ແລະກິລາ ກໍໄດ້ແກ້ໄຂດ້ວຍວິທີການສຶກສາ ອົບຮົມ ການເມືອງ-ແນວຄິດ ໃຫ້ນັກຮຽນ ແລະຜູ້ປົກຄອງ ເຂົ້າໃຈເຣື່ອງຄວາມສໍາຄັນ ຂອງການສຶກສາ ແຕ່ກໍບໍ່ສາມາດສູ້ຊົນ ຕ້ານກະແສນັກຮຽນ ຢາກອອກໂຮງຮຽນໄດ້ ຍ້ອນທັງນັກຮຽນ ແລະພໍ່ແມ່ຜູ້ປົກຄອງ ບໍ່ມີຄວາມຫວັງ ທີ່ວ່າ ເມື່ອຮຽນຈົບຊັ້ນສູງແລ້ວ ຈະໄດ້ເຂົ້າເປັນຣັຖກອນ ຫລື ມີວຽກຮອງຮັບ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງໄຊສົມບູນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ມິຖຸນານີ້ວ່າ:

“ມັນກໍມີກຸ່ມໂຮງຮຽນເດ໋ ໄທເຮົາກໍມີແຕ່ໄດ້ເອົາພະນັກງານ ຄຣູອາຈານ ຢູ່ໃນກຸ່ມໂຮງຮຽນດັ່ກ່າວຫັ້ນນ່າເນາະ ສັບໄປສັບມາແກ້ໄຂ ໄປແບບນັ້ນຫັ້ນແຫລະ ແບບບໍ່ຍືນຍົງ 3 ມື້ດີ, 4 ມື້ໄຂ້ ຫັ້ນແຫລະ. ອັນນັກຮຽນປະລະນີ້ ໄທເຮົາກໍມີແຕ່ໄດ້ເອົາ ອັນນ່າ ສຶກສາອົບຮົມ ການເມືອງແນວຄິດນັ້ນ ໃຫ້ນັກຮຽນຫັ້ນ  ແລະຜູ້ປົກຄອງຫັ້ນ ແຕ່ມັນກໍມີຜົລກະທົບຕາມມາ ໃນເມື່ອໂຄຕ້າຂອງເຮົານີ້ໜ້ອຍລົງ ເຂົາເຈົ້າກໍວ່າ ໂອ໋ຍ ຮຽນກໍຮຽນໄປ ຈົບມາກໍຄືເກົ່າ ໄປປູກຢາງພາຣາດີກວ່າ ໄປເຮັດວຽກຢ່າງອື່ນດີກວ່າ ມັນກໍເປັນບ່ອນອີງ. ມັນກໍເວົ້າ ມັນກໍອອກເປັນຂະບວນ ກັນໄປ ຈັ່ງຊີ້ນ່າ.”

ເຖິງຢ່າງໃດກໍຕາມ ທ່ານ ສອນໄຊ ສີພັນດອນ ກໍໄດ້ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາຕ ທີ່ກໍາລັງດໍາເນີນໄປູ່ນີ້ວ່າ 6 ເດືອນທ້າຍປີ 2023 ນີ້ ຣັຖບານຈະກໍານົດ ນະໂຍບາຍພາລະກອນຄຣູ, ນະໂຍບາຍຕໍ່ຄຣູຊົນນະບົດ, ຄົ້ນຄວ້າແກ່ຍາວເວລາ ບໍານານໃຫ້ຄຣູສອນ ທີ່ມີສຸຂພາບດີ, ມີປະສົບການ ແລະເງື່ອນ ໄຂສືບຕໍ່ສິດສອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.