ເຣື້ອງທີ່ເກັບບັນທຶກໄວ້
2022-08-30
ການລາດຕະເວນ ຕາມລໍາແມ່ນໍ້າຂອງ ລະຫວ່າງ ລາວ, ໄທຍ, ພະມ້າ ແລະຈີນ ຄັ້ງທີ 120 ຈົບລົງແລ້ວໃນມື້ວັນທີ 26 ສິງຫານີ້ ໂດຍໃຊ້ເວລາ 4 ມື້ 3 ຄືນ ຮວມໄລຍະທາງ 600 ກິໂລແມັດ ເພື່ອກວດກາ ຄວາມສງົບຮຽບຮ້ອຍ ແລະອາສຍາກັມຕ່າງໆ ຕາມລໍາແມ່ນໍ້າຂອງ ແຕ່ບັນຫາຢາເສບຕິດ ຍັງກໍມີຫລາຍຢູ່ຄືເກົ່າ.
2022-08-29
ການບັນຈຸຣັຖກອນ ໃນແຕ່ລະປີ ກະຊວງພາຍໃນ ທີ່ມີໜ້າທີ່ຮັບຜິດຊອບ ໂດຍກົງຍອມຮັບວ່າ ຄົນເຈົ້າຄົນຂ້ອຍ ຍັງແກ້ບໍ່ຕົກ ຍັງປະກົດເຫັນ ການເອື້ອປໂຍດ ນຳເອົາຈຸ້ມເຈື້ອ ເຊື້ອສາຍ ເຂົ້າເປັນພະນັກງານ ແລະ ເລື່ອນຂັ້ນ.
2022-08-29
ເປັນເວລາ 1 ເດືອນແລ້ວ ນັບແຕ່ ນາງ ພອນພິບ ໄຊປັນຍາ ອາຍຸ 30 ປີ ຖືກທາງການໄທຍຈັບ ແລະສົ່ງໃຫ້ທາງການລາວ, ມາເຖິງຕອນນີ້ ການດຳເນີນ ຄະດີຂໍ້ຫາ ໂກງເງິນປະຊາຊົນ ກໍຍັງມິດງຽບ ບໍ່ມີຄວາມຄືບໜ້າ ຈາກທາງການລາວ ຂະນະທີ່ ຜູ້ເສັຍຫາຍ ກໍໝົດຫວັງ ຈະໄດ້ເງິນຄືນ.
2022-08-22
ກະຊງງແຮງງານ ແລະ ສວັດດີການສັງຄົມ ເລັ່ງຂຶ້ນທະບຽນຄົນງານລາວ ທີ່ເຮັດວຽກຢູ່ໃນ ເຂດເສຖກິຈພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອໃຫ້ງ່າຍໃນກວດກາ ແລະ ຄຸ້ມຄອງ ໃຫ້ເປັນໄປຕາມລະບຽບ ກົດໝາຍ ຂອງປະເທດລາວ.
2022-08-19
ຊາວບ້ານປະມານ 20 ຄອບຄົວ ຢູ່ເຂດເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ພາກັນໄປ ບໍຣິສັດສິດທິ ໂລຈິສຕິກລາວ ຈໍາກັດ ເພື່ອທວງຖາມ ຄ່າຊົດເຊີຍ ຍ້ອນໄດ້ເສັຍດິນໃຫ້ໂຄງການ ເຂດພັທນາທ່າບົກ-ທ່ານາແລ້ງ ແລະເຂດໂລຈິສຕິກສ໌ມາໄດ້ເກືອບ 3 ປີແລ້ວ.
2022-08-16
ເຈົ້າໜ້າທີ່ຕໍາຣວດ ແຂວງເຊກອງ ຈໍານວນ 5 ຄົນ ໄດ້ຖືກປະຕິບັດວິນັຍ ໂດຍການໃຫ້ອອກ ຈາກກອງກໍາລັງ ປ້ອງກັນຄວາມສງົບ ຍ້ອນພົວພັນກັບຢາເສບຕິດ ປະເພດຢາບ້າ ຊຶ່ງປັດຈຸບັນ ກໍາລັງຢູ່ໃນ ຂັ້ນຕອນ ປະຕິບັດກົດໝາຍ ຕໍ່ຜູ້ກ່ຽວທັງ 5 ຄົນຢູ່ ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ແຂວງເຊກອງ.
2022-08-15
ປະຊາຊົນ ແຂວງໄຊຍະບູຣີ ຮຽກຮ້ອງໃຫ້ຣັຖບານ ກວດກາ ທຸກໂຄງການ ພັທນາ ເພື່ອຕ້ານການສໍ້ຣາສ ບັງຫລວງ ແລະການກະທໍາຜິດອື່ນໆ ຂອງສະມາຊິກພັກ ແລະພະນັກງານຣັຖ ຊຶ່ງ ໃນ 6 ເດືອນຕົ້ນປີນີ້ ກວດພົບ 38 ໂຄງການໃຫຍ່ ທີ່ປະຕິບັດ ຜິດກົດໝາຍ, ເສັຍຫາຍ 45 ຕື້ກີບ ແຕ່ທາງການ ບໍ່ມີການເປີດເຜີຍ ຜູ້ກະທຳຜິດ.
2022-08-15
ສື່ີສັງຄົມອອນລາຍນ໌ ເປັນທີ່ນິຍົມຕິດຕາມ ຂອງຄົນລາວ ຫຼາຍກວ່າ ສື່ກະແສຫຼັກ ຍ້ອນເຫັນວ່າ ການສເນີຂ່າວ ຂອງສື່ສັງຄົມອອນລາຍນ໌ ທັນຕໍ່ເຫດການ ແລະກໍນໍາສເນີຂ່າວສານວ່ອງໄວ ພ້ອມທັງສເນີ ໃນຫຼາຍດ້ານກວ່າ ສື່ຂອງທາງການ ໂດຍສະເພາະ ບັນຫາຂອງປະຊາຊົນ.
2022-08-08
ຄະນະກວດກາພັກ ແຂວງຈໍາປາສັກ ກວດກາໃນ 6 ເດືອນຕົ້ນປີນີ້ ພົບພະນັກງານ ພັກ-ຣັຖ ສໍ້ຣາສ ບັງຫລວງ 14 ຄົນ, ເສັຍຫາຍເກືອບ 1 ຕື້ກີບ, ໃນນັ້ນ 1 ຄົນໄດ້ຖືກລົງໂທດຈໍາຄຸກ ແລະມີອີກຫລາຍຄົນ ທັງສະມາຊິກ ແລະບໍ່ເປັນສະມາຊິກພັກ ຖືກລົງວິນັຍໃສ່ໂທດ.
2022-08-01
ຜູ້ຕ້ອງຫາ ນາງ ພອນທິບ ໄຊປັນຍາ ແລະ ທ້າວ ອະນຸສິດ ພຸດທະວົງ ຜົວຂອງນາງ ໃນຄະດີ ສໍ້ໂກງເງິນພົລເມືອງ ຫລາຍກວ່າ 5,000 ຄົນ ຖືກຕໍາຣວດໄທຍ ສົ່ງມອບໃຫ້ ທາງການລາວ ໃນມື້ວັນທີ 31 ກໍຣະກະດາ 2022, ຂະນະທີ່ ປະຊາຊົນ ຢາກໃຫ້ເຈົ້າໜ້າທີ່ ເປີດເຜີຍຄວາມຄືບໜ້າ ການດຳເນີນຄະດີ ສູ່ສັງຄົມ.