ຄົນລາວ ສ່ວນຫຼາຍ ນິຍົມຕິດຕາມຂ່າວ ຜ່ານສື່ສັງຄົມ ອອນລາຍນ໌

ສຸພັດຕາ
2022.08.15
ຄົນລາວ ສ່ວນຫຼາຍ ນິຍົມຕິດຕາມຂ່າວ ຜ່ານສື່ສັງຄົມ ອອນລາຍນ໌ ຄົນລາວ ຕິດຕາມສື່ສັ່ງຄົມ ອອນລາຍນ໌ ຈາກໂທຣະສັບມືຖື ຂະນະທີນັ່ງລໍຖ້າ ຣົຖໄຟ.
ນັກຂ່າວ ພົລເມືອງ

ປັດຈຸບັນ ຊາວລາວຈໍານວນຫຼາຍ ມັກຕິດຕາມຂ່າວ ຈາກສື່ີສັງຄົມອອນລາຍນ໌ ຫຼາຍກວ່າຕິດຕາມຂ່າວຈາກສື່ຫຼັກ ທີ່ຂຶ້ນກັບທາງການ ຍ້ອນເຫັນວ່າ ການສເນີຂ່າວ ຂອງສື່ສັງຄົມອອນລາຍນ໌ ມີຄວາມທັນຕໍ່ເຫດການກວ່າສື່ຫຼັກ ແລະກໍນໍາສເນີຂ່າວສານ ໃນຫຼາຍດ້ານກວ່າສື່ຂອງທາງການ.

ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 15 ສິງຫາ ນີ້ວ່າ:

“ຂ່າວອອນລາຍນ໌ໄວກ່ອນ ເພິ່ນກະເຮັດດີແລ້ວ ແຕ່ວ່າ ກະຢາກໃຫ້ເພິ່ນເຮັດແບບວ່າ ດ່ວນແດ່ຫັ້ນແຫຼະ ສ່ວນຫຼາຍມັນບໍ່ຢາກດ່ວນ. ເອົາລົງ ລະກະບາງເທື່ອ ກະບໍ່ມີຂໍ້ມູນ ກະບໍ່ສເນີມາເທື່ອ 3 ມື້ ຫຼືວ່າ ພີ້ຈັ່ງຄ່ອຍເອົາລົງ ວ່າເປັນຈັ່ງຊັ້ນຈັ່ງຊີ້ເດີ້.”

ໃນຂະນະທີ່ ຊາວລາວອີກຈໍານວນນຶ່ງ ກໍເຫັນວ່າ ນອກຈາກການສເນີຂ່າວ ຂອງສື່ຫຼັກ ຈະຂ້ອນຂ້າງຊັກຊ້າກວ່າສື່ສັງຄົມອອນລາຍນ໌ແລ້ວ ການນໍາສເນີເນື້ອຂ່າວ ກໍມີຄວາມໜ້າສົນໃຈໜ້ອຍ ເປັນຕົ້ນວ່າ ສ່ວນໃຫຍ່ ມັກນໍາສເນີ ແຕ່ຂ່າວກອງປະຊຸມ ຫຼາຍກວ່າທີ່ຈະສເນີຂ່າວ ບັນຫາຂອງຊາວບ້ານ.

ດັ່ງຊາວລາວ ອີກນາງນຶ່ງ ກ່າວວ່າ:

“ຕ້ອງເຮັດຂ່າວດ່ວນໂລດ. ໂຕໃນ ຫຼືວ່າ ຊ່ອງໃດຊ່ອງນຶ່ງ ອັນນີ້ໆແບບວ່າ ຂ່າວມີແຕ່ຂ່າວປະຊຸມ ໝ້ອງຫັ້ນໝ້ອງນີ້. ຂ່າວປະຊຸມ ມີແຕ່ປະຊຸມກັບປະຊຸມໆ ບາດຊ່ວຍເຫຼືອປະຊາຊົນ ບໍ່ເຫັນອອກຂ່າວຫັ້ນນ່າ. ຢາກໃຫ້ຊ່ວຍເຫຼືອປະຊາຊົນ ກະອອກຂ່າວ ພ້ອມມື້ນັ້ນເດີ້ ວັນທີທໍ່ນັ້ນເດີ້.”

ຊາວລາວອີກທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກໍຢາກໃຫ້ສື່ມວນຊົນ ທີ່ເປັນສື່ຫຼັກ ຕິດຕາມຣາຍງານ ສະຖານະການ ບ້ານເມືອງໃຫ້ທັນເວລາ ຍົກໂຕຢ່າງ ຄັນເກີດເຫດການນໍ້າຖ້ວມ ກໍຄວນສົ່ງນັກຂ່າວໄປຣາຍງານສົດ ຢູ່່ບ່ອນເກີດເຫດ ແລະຕິດຕາມຜູ້ໄດ້ຮັບຜົລກະທົບ ແບບໃກ້ຊິດ ຈຶ່ງຈະມີຄວາມໜ້າສົນໃຈຫຼາຍ.

ການເຮັດຂ່າວ ແລະການນໍາສເນີຂ່າວ ຂອງສື່ຫຼັກໃນທຸກມື້ນີ້ ກໍຄ່ອຍໆປັບໂຕ ໃຫ້ໄວຕໍ່ເຫດການບ້ານເມືອງ ແລະກໍໄດ້ມີການປັບໂຕ ໃນການນໍາໃຊ້ສື່ທາງສັງຄົມອອນລາຍນ໌ ຫຼາຍຂຶ້ນດ້ວຍ.

ດັ່ງນັກຂ່າວຜູ້ນຶ່ງ ທີ່ຂໍສງວນຊື່ ແລະ ອົງກອນ ກ່າວວ່າ:

“ເຮົາກະມີແຕ່ລົງໂທຣະພາບ ອອນລາຍນ໌ ເຊັ່ນວ່າ: Facebook, YouTube ຫັ້ນເນາະ. ກະທັມມະດາ ບໍ່ໄດ້ຫຍຸ້ງຍາກຫຼາຍ. ລົງເອົາຂ່າວ ກະຖືວ່າປົກກະຕິ ເພາະວ່າພວກເຮົາ ປະຕິບັດຕາມແຈ້ງເຊີນ ຂອງຜແນກການ ກົມກອງເນາະ. ແລ້ວກໍບາງຄັ້ງ ພວກເຮົາກໍໄດ້ຂຶ້ນແຜນໄປທ້ອງຖິ່ນ.”

ການເຮັດໜ້າທີ່ ຣາຍງານຂ່າວໃນທຸກມື້ນີ້ ກໍຖືວ່າ ທັນຕໍ່ສະພາບເຫດການ ບ້ານເມືອງຢູ່ແລ້ວ ເພາະວ່ານັກຂ່າວພາກສນາມ ທີ່ປະຈໍາຢູ່ແຕ່ລະເມືອງ ກໍໄດ້ຣາຍງານຂ່າວດ່ວນ ໃຫ້ຮູ້ຢູ່ເລື້ອຍໆ.

ດັ່ງນັກຂ່າວ ທີ່ຂຶ້ນກັບສື່ຫຼັກ ຂອງທາງການ ອີກທ່ານນຶ່ງ ກໍເຫັນວ່າ:

“ບໍ່ມີບັນຫາຫຍັງໃດ໋. ພວກເຮົານີ້ ກະໄດ້ກະຈາຍອອກອາກາດຊົ່ວໂມງ ບໍ່ຫຼາຍປານໃດນ່າ. ກໍແມ່ນບັນດາເມືອງ ຂະເຈົ້າສົ່ງເຂົ້າມາໃຫ້ພວກເຮົາ, ພວກເຮົາມີອັບລົງແລ້ວກະແລ້ວ.”

ແຕ່ເຖິງຢ່າງໃດກໍຕາມ ການນໍາສເນີຂ່າວ ຂອງສື່ມວນຊົນຫຼັກ ກໍຈໍາເປັນຕ້ອງໄດ້ຜ່ານ ການກໍານົດຂອງບັນນາທິການ ແລະກໍຜ່ານການກວດກາ ຂອງພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ຂ່າວມີຄວາມຖືກຕ້ອງ ແລະເນື້ອຫາຄົບຖ້ວນທີ່ສຸດ ແຕກຕ່າງຈາກຂ່າວ ໃນສືື່ສັງຄົມອອນລາຍນ໌ທົ່ວໄປ ທີ່ບໍ່ຕ້ອງຜ່ານຂັ້ນຕອນດັ່ງກ່າວ.

Lao-National-TV.png
ສະຖານີ ໂທຣະທັສ (ໂທລະພາບ) ແຫ່ງຊາຕ ໃນນະຄອນຫຼວງວຽງຈັນ, ເດືອນມິຖຸນາ ປີ 2022.

ດັ່ງອະດີດ ເຈົ້າໜ້າທີ່ຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ທ່ານນຶ່ງ ກ່າວວ່າ:

“ມັນມີບັນນາທິການ. ການອອກຂ່າວຂອງມວນຊົນເຮົານີ້ ໄປຕາມວາຣະການເຄື່ອນໄຫວ ອິຫຍັງຕ່າງໆເນາະ ເພາະມັນມີບັນນາທິການຢູ່. ການຂຽນຂ່າວ ມັນກະຕ້ອງມີຄວາມເປັນຈິງ ເວັ້ນເສັຍແຕ່ ທາງເຟສທາງລາຍນ໌ ເຂົາເຈົ້າແບບນັ້ນຫັ້ນ ທີ່ບໍ່ມີການກວດກາ.”

ວັນທີ່ 12 ສິງຫາ ທີ່ຜ່ານມານີ້ ຍານາງ ສວນສະຫວັນ ວິຍະເກດ ຣັຖມົນຕຣີກະຊວງ ຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ກ່າວໃນໂອກາດ ທີ່ພົບພໍ້ກັບສື່ມວນຊົນ ເນື່ອງໃນວັນສື່ມວນຊົນແຫ່ງຊາຕ ຄົບຮອບ 72 ປີ ວ່າ ສື່ມວນຊົນລາວ ແມ່ນສື່ທີ່ເຄື່ອນໄຫວ ພາຍໃຕ້ການນໍາພາຂອງພັກ ແລະເປັນກະບອກສຽງ ຂອງພັກ-ຣັຖ ແຕ່ກໍມີສິ່ງທ້າທາຍຫຼາຍຢ່າງ ທີ່ຈະຕ້ອງແກ້ໄຂ ເປັນຕົ້ນ ເອົາໃຈໃສ່ພິເສດ ຕໍ່ການຕິດຕາມ ກວດກາເນື້ອໃນ, ຫາງສຽງສັງຄົມ ທີ່ບໍ່ຫວັງດີຕໍ່ລະບອບໃໝ່ ຂອງພວກຄົນບໍ່ດີ ຢູ່ຕາມສື່ສັງຄົມອອນລາຍນ໌ ທັງເປັນເຈົ້າການ ໃນການຕອບຕ້ານຢ່າງທັນການ ແລະຖືກທິດທາງ.

ຢ່າງໃດກໍຕາມ ໃນກົດໝາຍວ່າດ້ວຍ ສື່ມວນຊົນ ລົງວັນທີ 4 ພຶສຈິກາ 2016 ໄດ້ລະບຸໜ້າທີ່ຫຼັກ ຂອງສື່ມວນຊົນຫຼາຍຢ່າງ ເປັນຕົ້ນ ໂຄສະນາ, ເຜີຍແຜ່, ປົກປ້ອງແນວທາງ, ແຜນນະໂຍບາຍ, ກົດໝາຍ ແລະ ລະບຽບການ ປະກອບສ່ວນ ຮັກສາສະຖຽນລະພາບ ທາງການເມືອງ, ເສຖກິຈ ແລະສັງຄົມ ແລະອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.