ເຣື້ອງທີ່ເກັບບັນທຶກໄວ້
2022-07-29
ການອອກໃບຕາດິນ ກາຍເປັນບັນຫາ ທີ່ແກ່ຍາວ ແລະຍາກທີ່ຈະແກ້ໄຂ ເພາະວ່າ ເຈົ້າໜ້າທີ່ຣັຖບາງຄົນ ຮັບເງິນເພີ່ມ ເພື່ອແລ່ນເອກສານ ໃຫ້ຜູ້ທີ່ຢາກໄດ້ໄວ ຈຶ່ງເກີດຄວາມຫຼ້າຊ້າ ໃນລະບົບ ໂດຍສະເພາະ ຜູ້ທີ່ບໍ່ມີເງິນຈ່າຍພິເສດ ຈະຖືກແກ່ຍາວ ເປັນເວລາຫຼາຍເດືອນ.
2022-07-27
ທາງການລາວ ໂດຍແມ່ນກະຊວງ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ວມ ເປີດສາຍດ່ວນອີກ ເພື່ອຮັບແກ້ໄຂ ບັນຫາເຣື່ອງທີ່ດິນ ລະຫວ່າງຣັຖກັບ ປະຊາຊົນ ຊຶ່ງຫວັງໃຫ້ເປັນ ແນວທາງການແກ້ໄຂ ທີ່ເປັນຮູບປະທັມທີ່ສຸດ ແຕ່ມາເຖິງຕອນນີ້ ຊາວບ້ານ ຜູ້ມີບັນຫາ ກໍຍັງບໍ່ໄດ້ ໃຊ້ບໍຣິການສາຍນີ້ເທື່ອ.
2022-07-26
ເປີດສາຍດ່ວນ 1525 ໂດຍ ຄະນະກວດກາ ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ອອກແຈ້ງ ເຣື່ອງການນໍາໃຊ້ ໂທຣະສັບສາຍດ່ວນ ເພື່ອຮັບເອົາຄວາມຄິດ, ຄວາມເຫັນ, ການຕໍານິຕິຊົມກ່ຽວກັບ ການສໍ້ຣາສ ບັງຫລວງແລະບັນຫາອື່ນໆ ຂະນະທີ່ ປະຊາຊົນບໍ່ເຊື່ອໝັ້ນ ເພາະອາຈກາຍເປັນພັຍ ຕໍ່ຜູ້ແຈ້ງເຣື່ອງເອງ.
2022-07-26
ສະມາຊິກພັກ 50 ຄົນ ຂອງແຂວງໄຊຍະບູຣີ ຖືກທາງການແຂວງ ລົງວິນັຍ ໂດຍການໄລ່ອອກ ຈາກພັກ ໂດຍບໍ່ເປີດເຜີຍຣາຍລະອຽດ ຂອງບຸກຄົນ ທີ່ຖືກລົງໂທດດັ່ງກ່າວ ຊຶ່ງປະຊາຊົນເຫັນວ່າ ຄວນຈະເປີດເຜີຍ ສູ່ສາທາຣະນະຊົນ ເພື່ອໃຫ້ສະມາຊິກຄົນອື່ນ ບໍ່ກ້າທີ່ຈະເອົາເປັນແບບຢ່າງຕໍ່ໄປ.
2022-07-22
ປະເທດລາວ ຖືກສເນີ ໃຫ້ເປັນປະທານວຽນ ອາຊ້ຽນ ໃນປີ 2024 ແລະ ປັດຈຸບັນ ພາກສ່ວນກ່ຽວຂ້ອງກຳລັງຫາລືກັນ ເພື່ອຕຣຽມຄວາມພ້ອມຫຼາຍດ້ານ ໃນຂະນະທີ່ ບັນຫາຄ່າຊົດເຊີຍທີ່ດິນ, ສິ່ງແວດລ້ອມ ແລະ ສິທທິມະນຸສ ກໍຍັງບໍ່ທັນໄດ້ຮັບການແກ້ໄຂ.
2022-07-18
ສະຫະພາບຢູໂຣບ ຫຼື EU ເນັ້ນໃຫ້ ທາງການລາວ ໃຊ້ມາຕການ ປົກປ້ອງສິທທິມະນຸສ ແລະ ປົກປ້ອງເສຣີພາບ ຂັ້ນພື້ນຖານ ໃຫ້ຄົນລາວທຸກຄົນ ໂດຍບໍ່ມີການຈຳແນກ.
2022-07-14
ບັນດາອົງການຈັດຕັ້ງສາກົນ ທີ່ເຮັດວຽກເຣື່ອງສິທທິມະນຸສ ຍັງສະແດງຄວາມເປັນຫ່ວງ ເຣື່ອງການເຄົາຣົບສິທທິມະນຸສ ໃນລາວ ທີ່ບໍ່ມີຄວາມຄືບໜ້າ ສ່ວນວ່າ ສະຫະພາບຢູ່ໂຣບ ມີການປະຊຸມ ຮ່ວມກັບ ທາງການລາວ ເຣື່ອງສິທທິມະນຸສ ຄັ້ງທີ 11 ໃນວັນທີ 13 ກໍຣະກະດາ ຢູ່ ນະຄອນຫຼວງ ບຣັສເຊລສ໌ ປະເທດ ເບລຢ້ຽມ.
2022-07-12
ນາຍົກຣັຖມົນຕຣີ ຍອມຮັບວ່າ ອຳນາດການປົກຄອງຂັ້ນບ້ານ ມີການທຸຈຣິດ ລັກຂາຍດິນຂອງຣັຖ ຫຼືດິນປະຊາຊົນ ທີ່ບໍ່ມີໃບຕາດິນ ຂອບທອງ ໃຫ້ບໍຣິສັດ ຊຶ່ງທາງຣັຖບານ ຍັງບໍ່ມີແນວທາງ ໃນການແກ້ໄຂບັນຫາດັ່ງກ່າວ ຢ່າງຈະແຈ້ງ ເຖິງແມ່ນວ່າ ປະຊາຊົນ ຜູ້ເສັຍຫາຍ ຈະຮ້ອງຮຽນແລ້ວກໍຕາມ.
2022-07-08
ກອງປະຊຸມ ສໄມສາມັນເທື່ອທີ 3 ຂອງສະພາ ແຫ່ງຊາຕຊຸດທີ 9 ໄດ້ປິດລົງ ຢ່າງເປັນທາງການແລ້ວ ແຕ່ຍັງມີຫຼາຍບັນຫາ ທີ່ຈະຕ້ອງເອົາໃຈໃສ່ ຮີບດ່ວນແກ້ໄຂ ໂດຍສະເພາະ ເຣື່ອງປາກ-ທ້ອງ ຂອງປະຊາຊົນ, ເຖິງວ່າຣັຖບານ ຈະມີແຜນແກ້ໄຂຢ່າງດີ ແຕ່ປະຊາຊົນ ກໍຍັງບໍ່ເຊື່ອໝັ່ນ ກັບແຜນການ ການແກ້ບັນຫາ ເສຖກິຈ-ສັງຄົມ.
2022-07-06
ຣັຖບານລາວ ກໍາລັງພິຈາຣະນາ ແລະປັບປຸງກົດໝາຍ ວ່າດ້ວຍຊັບສິນຂອງຣັຖ ເພື່ອຈໍາກັດການຮົ່ວໄຫຼ ຂອງງົບປະມານຣັຖ ຂະນະທີ່ ປະຊາຊົນ ເຫັນວ່າການປະຕິບັດກົດໝາຍ ເປັນສິ່ງທີ່ສຳຄັນ ເຖິງຈະປັບປຸງກົດໝາຍ ແຕ່ຫາກ ປະຕິບັດກົດໝາຍບໍ່ໄດ້ ກໍຈະບໍ່ສາມາດ ແກ້ໄຂບັນຫາໄດ້.
2022-07-01
ການສໍ້ຣາສ ບັງຫຼວງ ທີ່ຍັງມີແຜ່ຫຼາຍ ໃນລາວ ສ້າງຄວາມເສັຍຫາຍ ໃຫ້ປະເທດຊາຕ ຢ່າງມະຫາສານ ແຕ່ ບົດລົງໂທດຍັງ ປະຕິບັດບໍ່ໄດ້ຈິງ ໃນຂະນະທີ່ ປະຊາຊົນ ເຫັນວ່າ ການສໍ້ຣາສ ບັງຫຼວງ ຍັງຈະມີຢູ່ຕໍ່ໄປ ຈະບໍ່ສາມາດ ແກ້ໄຂໄດ້.