ເຣື້ອງທີ່ເກັບບັນທຶກໄວ້
2019-06-30
“ມາຟັງນຳກັນ” ສັປດານີ້ ຈະເອົາບັນຫາ ການເກັບພາສີ ຜູ້ມີຣາຍຮັບ 1.3 ລ້ານກີບ ຂຶ້ນໄປ, ແຕ່ ປະຊາຊົນ ຈຳນວນຫລາຍ ແລະ ສະມາຊິກສະພາແຫ່ງຊາດ ຈຳນວນນຶ່ງ ບໍ່ເຫັນດີ, ແລະ ໄດ້ສເນີ ໃຫ້ດັດແກ້, ແຕ່ກົດໝາຍ ສ່ວຍສາອາກອນ ວ່າດ້ວຍ ຣາຍໄດ້ ວິສະຫະກິຈ ແລະ ບຸກຄົນ ໄດ້ຮັບຜ່ານສະພາ ເມື່ອວັນທີ 19 ມິຖຸນາ ຜ່ານມາ.
2019-06-28
ຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ ຣາຍງານ ກ່ຽວກັບ ສປປລາວ ຕໍ່ສະພາສິດທິມະນຸດ ສະຫະປະຊາຊາດ ທີ່ນະຄອນ ເຈັນເນວາ ໃນວັນທີ 28 ມິຖຸນານີ້.
2019-06-28
ທາງການ ແຂວງຊຽງຂວາງ ໄດ້ລົງວິນັຍ ພະນັກງານຣັດ 21 ຄົນ ທີ່ເຮັດຜິດ ກົດຣະບຽບ ແລະ ກຽມລົງວິນັຍ ຕື່ມອີກ 27 ຄົນ.
2019-06-27
"ໄປກິນເຂົ້າ ຢູ່ທີ່ນັ້ນ ລະກະ ພົບໝູ່ຄູ່ ກະຊື້ເຄື່ອງຂອງ ຫັ້ນລະ ທີ່ວ່າຈຳເປັນ. ໃນເວລານັ້ນ ກະວ່າ ຊິກັບບ້ານ, ເຂົາວ່າ 'ຢຸດ!' ວ່າຊັ້ນເດ, ພວກຕຳຣວຈ ຫັ້ນນ່າ, 'ເຈົ້າຖືກຈັບ' ວ່າຊັ້ນ," ອິງຕາມຄຳເວົ້າ ຂອງທ່ານ ບຸນທັນ.
2019-06-27
ສປປລາວ ກັບມາຢູ່ ຂັ້ນທີ 2 ເຄິ່ງ ຫລື Tier 2 Watch List ຄືນອີກ ຄື 2 ປີກ່ອນ ພາຍຫລັງ ທີ່ຖືກຈັດຢູ່ Tier 3 ຫລື ຂັ້ນທີ 3 ຊຶ່ງ ເປັນຂັ້ນທີ່ ຂີ້ຮ້າຍທີ່ສຸດ -ຕາມຣາຍງານ ປະຈໍາປີ 2019.
2019-06-26
ກອງປະຊຸມ ສມັຍສາມັນ ເທື່ອທີ 7 ຂອງ ສະພາ ແຫ່ງຊາດ ຊຸດທີ 8 ສິ້ນສຸດລົງ ແລ້ວ ໂດຍໄດ້ຮັບຜ່ານ ບົດຣາຍງານ ແລະ ກົດໝາຍ ຫຼາຍສະບັບ.
2019-06-25
ເປັນເວລາ 4 ປີ ເຕັມ ທີ່ ທ່ານ ບຸນທັນ ທັມມະວົງສ໌ ອະດີດ ນັກໂທສ ການເມືອງລາວ ເຊື້ອຊາຕລາວ ສັນຊາຕໂປແລນ ໄດ້ຖືກກັກຂັງ ໃນຄຸກ ທີ່ ປະເທສລາວ.
2019-06-24
ຊາວລາວ ຢູ່ ຕ່າງປະເທດ ໃຫ້ຄຳເຫັນ ກ່ຽວກັບ ກອງປະຊຸມ ສະພາ ແຫ່ງຊາດ ວ່າເປັນການ ຈັດສາກ ການເມືອງ ຫລາຍກວ່າ ພາກ ປະຕິບັດໂຕຈິງ ແລະ ໃນບັນຫາຕ່າງໆນັ້ນ ຈະບໍ່ຖືກແກ້ໄຂ ຫລັງຈາກ ກອງປະຊຸມ ສິ້ນສຸດລົງ.
2019-06-23
ຣາຍການ “ມາຟັງນຳກັນ” ສັປດານີ້, ໄຊຍາ ແລະ ພູວົງສ໌ ຈະນຳເອົາ ບັນຫາ ກ່ຽວກັບ ກັມມະກອນລາວ ຍັງຖືກນາຍທຶນ ເອົາປຽບຄ່າແຮງງານ.
2019-06-21
ປະຊາຊົນ ຜູ້ເຄາະຮ້າຍ ຖືກຕີ ໃຫ້ຍອມຮັບ ສາຣະພາບ ວ່າລັກເຄື່ອງ, ກໍາລັງ ຮຽກຮ້ອງ ຂໍຄວາມເປັນທັມ.
2019-06-21
ທ່ານ ບຸນທັນ ທັມມະວົງສ໌ ຖືກປ່ອຍໂຕ ອອກຈາກຄຸກ ໃນລາວ ແລ້ວ.
2019-06-19
ສະຫະປະຊາຊາດ ຮຽກຮ້ອງ ໃຫ້ ປະຕິຮູບ ນະໂຍບາຍ ຕ່າງໆ ເພື່ອຫລຸດຜ່ອນ ຄວາມທຸກຍາກ ແລະ ປົກປ້ອງສິດທິ ຂອງ ປະຊາຊົນ ໃນ ສປປລາວ.
2019-06-18
ເຈົ້າໜ້າທີ່ ຕໍາຣວດລາວ ຍັງບໍ່ປະຕິບັດ ຕາມກົດຣະບຽບ ແລະ ຂໍ້ຫ້າມຕ່າງໆ.
2019-06-17
ກອງປະຊຸມນາໆຊາດ ລາວສຶກສາ ຄັ້ງທີ 6 ຈັດຂຶ້ນ ທີ່ ມະຫາວິທຍາລັຍ ຄໍຣ໌ແນວລ໌ ເມືອງອີ໋ຕ່າກ້າ, ຣັຖນິວຢັອກ, ຊຶ່ງເຣີ່ມມາແຕ່ ວັນທີ 13 ໄດ້ປິດລົງ ໃນວັນທີ 15 ມິຖຸນາ ໂດຍໄດ້ຮັບ ຜົລສໍາເຣັດ ຢ່າງ ຈົບງາມ.
2019-06-17
ຣາຍການ “ມາຟັງນຳກັນ” ສັປດານີ້ ໄຊຍາ ແລະ ພູວົງສ໌ ຈະນຳເອົາ “ບັນຫາສວນກ້ວຍຈີນ ໃນລາວ ຖືກນຳມາເວົ້າ ໃນກອງປະຊຸມ ສະພາ ແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 7” ມາສເນີ ທ່ານ.