ລາວ ຂຶ້ນຂັ້ນ ແກ້ບັນຫາ ຄ້າມະນຸດ: ຣາຍງານ ປີ 2019
2019.06.27
ສປປລາວ ກັບມາຢູ່ຂັ້ນ 2 ເຄິ່ງ ຊຶ່ງເປັນຂັ້ນຕິດຕາມສິ້ງຊອມເບິ່ງ ຄືນອີກ ໃນຣາຍງານປະຈໍາປີ 2019 ນີ້ ຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ກ່ຽວກັບການຄ້າມະນຸດ ໃນປະເທດຕ່າງໆທົ່ວໂລກ ພາຍຫຼັງທີ່ຖືກຈັດຢູ່ ເທັຽ-3 ຄືຂັ້ນທີ່ ຂີ້ຮ້າຍສຸດ ໃນປີ 2018.
ຣາຍງານນັ້ນຣະບຸວ່າ ຣັຖບານລາວ ບໍ່ດໍາເນີນມາຕຖານຕໍ່າສຸດ ຢ່າງເຕັມສ່ວນ ເພື່ອລຶບລ້າງການຄ້າມະນຸດ ແຕ່ຫາກພຍາຍາມເຮັດຢ່າງ ເຫັນໄດ້ຈະແຈ້ງ. ຣັຖບານລາວ ໄດ້ບັນລຸຜົລສໍາເຣັດ ທີ່ສໍາຄັນຈຳນວນນຶ່ງ ໃນຣະຫວ່າງການຣາຍງານປີກາຍ, ດັ່ງນັ້ນ ຈຶ່ງຖືກຈັດໃຫ້ຢູ່ ໃນອັນດັບ ທີ່ດີຂຶ້ນ ຄືເທັຽ 2 ເຄິ່ງ.
ຜົລສໍາເຣັດທີ່ວ່ານັ້ນ ມີຮວມທັງການຊົດເຊີຍ ໃຫ້ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດຈໍານວນນຶ່ງ ໂດຍຜ່ານຂະບວນການ ຍຸຕິທັມ, ໃຫ້ ບໍຣິການໂດຍກົງ ແກ່ຜູ້ຖືກເຄາະຮ້າຍ ຊຶ່ງມີທັງຜູ້ຊາຍ ນໍາດ້ວຍນັ້ນ ເປັນຄັ້ງທໍາອິດ; ໄດ້ອອກດໍາຣັດ ສ້າງຕັ້ງກັມມະການ ຈາກ ຫຼາຍ ພາກສ່ວນເພື່ອຊຸກຍູ້ການຕ້ານການຄ້າມະນຸດ ຣະດັບແຂວງ ແລະທ້ອງຖິ່ນຂຶ້ນ ເມື່ອເດືອນກໍຣະກະດາ 2018, ແລະໄດ້ມີການຝຶກອົບຮົມ ແລະເຕືອນເຣື່ອງການຄ້າມະນຸດ ຫລາຍຂຶ້ນຕື່ມ ໃນຂັ້ນທ້ອງຖິ່ນ.
ຣັຖບານລາວສືບຕໍ່ພຍາຍາມ ຈໍາແນກຜູ້ຖືກເຄາະຮ້າຍທັງຄົນລາວ ແລະຄົນຕ່າງປະເທດຢູ່ພາຍໃນລາວ ຂນະທີ່ ມີຄວາມກັງວົນຫຼາຍຂຶ້ນ ໃນເຣື່ອງຄວາມສ່ຽງຕໍ່ການຄ້າມະນຸດ ໃນເຂດເສຖກິດພິເສດ, ໃນເຂດປູກຝັງ ແລະ ໃນໂຄງການກໍ່ສ້າງໂຄງຮ່າງ ພື້ນຖານ ຂນາດໃຫຍ່ ຕ່າງໆ.
ຖ້າມກາງການປະສານງານກັນບໍ່ດີຣະຫວ່າງກະຊວງ ແລະນະໂຍບາຍຕ່າງໆ ທີ່ທ່ວງດຶງການປະຕິບັດງານ ຂອງອົງການໃຫ້ການຊ່ອຍເຫຼືອ ທີ່ບໍ່ຂຶ້ນກັບຣັຖບານ ຍັງສືບຕໍ່ເປັນອຸປສັກ ໃນຄວາມພຍາຍາມປົກປ້ອງຜູ້ເຄາະຮ້າຍ ຢ່າງມີປະສິດທິພາບ ແລະ ໃນການປະຕິບັດແຜນງານ ແຫ່ງຊາດຂອງລາວ ໃນການຕ້ານ ການຄ້າມະນຸດ.
ພ້ອມດຽວກັນນັ້ນ ຣາຍງານທີ່ເຜີຍແຜ່ ໃນມື້ວັນທີ 21 ມີຖຸນາ 2019 ຂອງກະຊວງການຕ່າງປະເທດສະຫະຣັຖ ອາເມຣິກາ ຍັງຣະບຸເຖິງ ຂໍ້ສເນີແນະ ທີ່ເປັນບຸຣິມະສິດຕ່າງໆ ສໍາລັບ ສປປລາວ. ໃນນັ້ນຮວມທັງໃຫ້ເພິ່ມຄວາມພຍາຍາມ ເຜີຍແຜ່, ປະຕິບັດ ໃນພາກຕົວຈິງ ແລະຝຶກອົບຮົມ ເຈົ້າໜ້າທີ່ຕໍາຣວດ ແລະ ເຈົ້າໜ້າທີ່ຊາຍແດນ ກ່ຽວກັບຂໍ້ແນະນຳ guidelines ແຫ່ງຊາດໃນການປົກປ້ອງ ຜູ້ທີ່ຕົກເປັນ ເຫຍື່ອ ຂອງການຄ້າມະນຸດ ໂດຍມຸ້ງໃສ່ກຸ່ມ ທີ່ມີຄວາມສ່ຽງ.
-ກວດຫາຜູ້ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ໃນກຸ່ມທີ່ສ່ຽງ ຮວມເຖິງຄົນງານຕ່າງປະເທດ ແລະຜູ້ຊາຍ ແລະເດັກນ້ອຍຜູ້ຊາຍລາວ ທີ່ເຮັດວຽກຢູ່ໃນໂຄງການ ໂຄງຮ່າງພື້ນຖານ, ການຂຸດຄົ້ນແຮ່ທາດ ແລະ ປູກຝັງຂນາດໃຫຍ່ ຮວມທັງທີ່ກັບມາຈາກ ການເຮັດວຽກຢູ່ຕ່າງ ປະເທດ, ແລະໃນຈໍານວນແມ່ຍິງລາວ ແລະຕ່າງປະເທດ ທີ່ເປັນໂສເພນີ ຢູ່ລາວ.
-ເພີ່ມຄວາມພຍາຍາມ ຕິດຕາມສັງເກດ ເບິ່ງການຂ້າມຊາຍແດນ ຢູ່ເຂດຫ່າງໄກ ແລະເປັນພູຜາ ທີ່ຄົນງານລາວທ້ອງຖິ່ນ ມັກໃຊ້ເດີນທາງ ກັບຈາກຕ່າງປະເທດ ແລະກວດຫາຜູ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ.
-ອົບຮົມເຈົ້າໜ້າທີ່ ຜູ້ປະຕິບັດກົດໝາຍ ໃນຣະດັບປະເທດ ແລະທ້ອງຖິ່ນ ໃຫ້ຮູ້ກົດໝາຍອາຍາຂອງລາວ ເພື່ອປັບປຸງຄວາມສາມາດ ຂອງ ພວກເຂົາເຈົ້າ ໃນການສືບສວນສອບສວນ, ດໍາເນີນຄະດີ ແລະກ່າວໂທດພວກຄ້າມະນຸດ ຮວມເຖິງເຈົ້າໜ້າທີ່ ທີ່ສົມຮູ້ຮ່ວມຄິດ ແລະ ນັກທ່ອງທ່ຽວ ເພື່ອມີເພດສັມພັນ ກັບເດັກນ້ອຍ.
-ຮ່ວມມືກັບພາກປະຊາສັງຄົມ ໃນການປັບປຸງ ແລະຂຍາຍແຜນປະຕິບັດງານ ຣະດັບຊາດ ເລີຍປີ 2020, ພິຈາຣະນາເບິ່ງແນວໂນ້ມ ການປ່ຽນແປງ ແລະ ຄວາມສ່ຽງເຣື່ອງການຄ້າມະນຸດ.
-ເພີ່ມຄວາມພຍາຍາມ ຂອງຣັຖບານ ແລະ ແຫລ່ງທຶນຕ່າງໆ ທີ່ສຸມໃສ່ການບໍຣິການ ແລະການໃຫ້ຄວາມຊ່ອຍເຫລືອ ແກ່ຜູ້ຖືກເຄາະຮ້າຍ ຮວມທັງຜູ້ຖືກເຄາະຮ້າຍເພດຊາຍ.
-ຮ່ວມກັບອົງການທ້ອງຖິ່ນ ແລະສາກົລ ເພີ່ມງົບປະມານ ແລະຝຶກອົບຮົມວິຊາຊີບ ໃຫ້ຜູ້ຖືກເຄາະຮ້າຍ ຮວມເຖິງຜູ້ເຄາະຮ້າຍຊາຍ, ເພື່ອ ໃຫ້ພວກເຂົາເຈົ້າ ກັບຄືນສູ່ບ້ານເດີມ.
-ເພິ່ມຄວາມພຍາຍາມ ຢູ່ໃນສໍານັກງານ ຫລືຫ້ອງການການທູດ ຢູ່ຕ່າງປະເທດ ເພື່ອຣະບຸຜູ້ເຄາະຮ້າຍ ແລະຊ່ອຍເຫລືອ ຄົນລາວທີ່ຖືກ ເຄາະຮ້າຍ ຈາກການຄ້າທາງເພດ ແລະ ຄ້າແຮງງານ.
ໃນຣາຍງານກ່ຽວກັບການຄ້າມະນຸດ ຢູ່ໃນໂລກ ປະຈໍາປີ 2019 ຂອງກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ທີ່ຈັດໃຫ້ສປປລາວ ຢູ່ເທັຽ 2 ເຄິ່ງ ທີ່ຈະຕ້ອງໄດ້ຕິດຕາມ ສິ້ງຊອມເບິ່ງ ຄືດີຂຶ້ນຈາກປີກາຍ ຊຶ່ງຢູ່ເທັຽ 3 ທີ່ຂີ້ຮ້າຍທີ່ສຸດ ຄືທີ່ວ່າມານັ້ນ ເຈົ້າໜ້າທີ່ລາວ ທີ່ ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ RFA ວ່າທາງລາວດີໃຈ ເພາະຣັຖບານລາວ ກໍໄດ້ພຍາຍາມແກ້ໄຂ ຫລາຍຢ່າງ:
"ຣັຖບານ ກໍເອົາໃຈໃສ່ເນາະ ແລ້ວກໍເປີດກ້ວາງຫລາຍຂຶ້ນເນາະ ມີການໂຄສະນາ ຢູ່ຕາມດ່ານ ແລະຊຸມຊົນ ອະທິບາຍກະຈ່າງແຈ້ງ ໃຫ້ ປະຊາຊົນຮູ້ຈັກ ...ຄູ່ມື້ການປົກປ້ອງ ຜູ້ຖືກເຄາະຮ້າຍ ກໍໃຫ້ມີ ຄັອມແມ້ນ ຈາກອົງການສາກົລ."
ແລະຫາກເວົ້າເຖິງເຣື່ອງ ການດໍາເນີນຄະດີນັ້ນ ຣາຍງານຂອງກະຊວງ ການຕ່າງປະເທດ ສະຫະຣັຖ ອາເມຣິກາ ກໍໄດ້ຣະບຸວ່າ ເມື່ອເດືອນ ພຶສພາ 2018 ຣັຖບານລາວ ໄດ້ບັງຄັບໃຊ້ກົດໝາຍ ອາຍາ ທີໄດ້ມີການປັບປຸງ ຊຶ່ງມາຕຣາ 215 ຣະບຸເຖິງການຄ້າ ທາງເພດ ແລະ ການຄ້າແຮງງານ ເປັນອາຊຍາກັມ ແລະຕ້ອງໂທດຈໍາຄຸກ ເພີ່ມຂຶ້ນເປັນ 5 ປີຫາ 15 ປີ ແລະປັບໃໝ 10 ລ້ານ ຫາ 100 ລ້ານກີບ; ຫາກຜູ້ກະທໍາຜິດ ກ່ຽວຂ້ອງ ກັບຜູ້ຖືກເຄາະຮ້າຍເປັນເດັກນ້ອຍ ຄ່າປັບໃໝຈະເພີ່ມຂຶ້ນເປັນ 100 ລ້ານຫາ 500 ລ້ານກີບ.
ເມື່ອປີກາຍ ກົມຕໍ່ຕ້ານການຄ້າມະນຸດ ກະຊວງຮັກສາຄວາມສງົບ ໄດ້ຣາຍງານກ່ຽວກັບການສືບສວນສອບສວນ 39 ກໍຣະນີ ຄ້າມະນຸດ, ມີການດໍາເນີນ ຄະດີ 26 ກໍຣະນີ ຂນະທີ່ ປີກ່ອນນັ້ນມີ 69 ກໍຣະນີ ແລະດໍາເນີນຄະດີ 44 ກໍຣະນີ.
ໃນຣາຍງານຣະບຸວ່າ ຣັຖບານລາວ ບໍ່ໄດ້ໃຫ້ຂໍ້ມູນໃດໆ ກ່ຽວກັບການດໍາເນີນຄະດີ ຄົນຕ່າງປະເທດ ຢູ່ລາວ ຜູ້ທີ່ໄດ້ກ່ຽວຂ້ອງກັບ ການ ທ່ອງທ່ຽວ ເພື່ອມີເພດສັມພັນ ກັບເດັກນ້ອຍ ຂນະທີ່ກົດໝາຍອາຍາ ປີ 2018 ໄດ້ເພີ່ມມາຕຣາ 262 ທີ່ ຣະບຸວ່າຄົນທີ່ ເດີນທາງຈາກ ປະເທດນຶ່ງ ໄປອີກປະເທດນຶ່ງ ເພື່ອມີເພດສັມພັນ ກັບເດັກນ້ອຍ ເປັນອາຊຍາກັມ. ໜ່ວຍງານໄກ່ເກັ່ຽຂັ້ນບ້ານຂອງລາວ ມັກແກ້ໄຂບັນຫາ ກ່ຽວກັບຄວາມບໍ່ພໍໃຈຂອງພົລເມືອງ ດ້ວຍຕົນເອງ ຫລາຍກວ່າຈະສົ່ງ ຕໍ່ໃຫ້ສານຕັດສິນ.
ກະຊວງປ້ອງກັນຄວາມສງົບ, ກະຊວງແຮງງານ ແລະ ສວັດດິການສັງຄົມ ແລະເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ໄດ້ຈັດຕັ້ງ ຫລືມີສ່ວນຮ່ວມ ໃນການຝຶກອົບຮົມ ເຣື່ອງການຈໍາແນກ ຜູ້ຖືກເຄາະຮ້າຍ, ຄວາມສາມາດໃນການສັມພາດ, ການສົ່ງຕໍ່ ແລະ ການບໍຣິການ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ. ກະຊວງຍຸຕິທັມ ໄດ້ຈັດຕັ້ງການຝຶກອົບຮົມ ສໍາລັບຕໍາຣວດຂັ້ນເມືອງ, ເຈົ້າໜ້າທີ່ສານ ແລະ ສວັດດິການສັງຄົມ, ເຜີຍແຜ່ຂໍ້ມູນກ່ຽວກັບ ກົດໝາຍທີ່ກ່ຽວຂ້ອງ ກັບການຄ້າມະນຸດ.
ອົງການບັງຄັບໃຊ້ກົດໝາຍ ໄດ້ສືບຕໍ່ຮ່ວມມືກັບອົງການ ຫລາຍຝ່າຍ ແລະອົງການຄູ່ຮ່ວມມືໃນກັມພູຊາ ຈີນ ມາເລເຊັຽ ໄທ ແລະວຽດນາມ ກ່ຽວກັບໂອກາດການສືບສວນ ແລະການຝຶກອົບຮົມ.
ທີ່ເວົ້າມານັ້ນ ຄືສ່ວນນຶ່ງ ຂອງບົດຣາຍງານກ່ຽວກັບ ການຄ້າມະນຸດ ຢູ່ປະເທດຕ່າງໆ ໃນທົ່ວໂລກ ປະຈຳປີ 2019 ຂອງ ກະຊວງການຕ່າງ ປະເທດ ສະຫະຣັຖ ອາເມຣິກາ ທີ່ຈັດໃຫ້ ສປປລາວ ກັບມາຢູ່ຂັ້ນ 2 ເຄິ່ງ ຫລື Tier 2 Watch List ຊຶ່ງເປັນຂັ້ນ ຕິດຕາມ ສິ້ງຊອມເບິ່ງ ຄືນອີກ ພາຍຫລັງທີ່ໄດ້ຈັດໃຫ້ຢູ່ Tier 3 ຊຶ່ງເປັນຂັ້ນທີ່ຂີ້ຮ້າຍທີ່ສຸດ ເມື່ອປີກາຍ.