ມາຟັງນໍາກັນ 06/30/19

ໄຊຍາ ແລະ ພູວົງສ໌
2019.06.30
"ມາ​ຟັງ​ນຳ​ກັນ" ແມ່ນ​ຣາຍ​ການສົນ​ທະ​ນາ ບັນ​ຫາສັງ​ຄົມ ທີ່​ຕ້ອງ​ການ ພາກ​ສ່ວນ​ກ່ຽວ​ຂ້ອງ ເອົາ​ໃຈ​ໃສ່​ແກ້​ໄຂ, ອອກ​ອາ​ກາດ ທຸກໆວັນອາທິດ ເວ​ລາ 6:00 ແລງ ແລະ ເຊົ້າ​ວັນ​ຈັນ ເວ​ລາ 7:00 (ພູວົງສ໌ (ຊ້າຍ) ແລະ ໄຊຍາ).
RFA

ຜູ້ມີຣາຍຮັບ 1.3 ລ້ານກີບ ຂຶ້ນໄປ ຕ້ອງເສັຽອາກອນຣາຍໄດ້, ແຕ່ ປະຊາຊົນ ຈຳນວນຫຼາຍ ບໍ່ເຫັນດີ ສະ​ມາ​ຊິກສະພາ​ແຫ່ງ​ຊາດ (ສ​ສ​ຊ) ຈຳນວນນຶ່ງ ກໍສເນີ ໃຫ້ດັດແກ້ ແຕ່ກົດໝາຍ ສ່ວຍສາອາກອນ ວ່າດ້ວຍ ຣາຍໄດ້ ວິສະຫະກິຈ ແລະ ບຸກຄົນ ​ໄດ້ຜ່ານສະພາ ເມື່ອວັນ​ທີ 19 ມິຖຸນາ ຜ່ານມາ.

ປະຊາຊົນ ແລະ ສະມາຊິກສະພາ ບໍ່ເຫັນດີ ໃຫ້ເກັບອາກອນ ຣາຍໄດ້ບຸກຄົນ ສະເພາະ ຜູ້ມີຣາຍຮັບ 1.3 ລ້ານກີບ ເພາະໄປກະທົບ ຕໍ່ຊີວິດປະຈຳວັນ ແລະ ສະພາບປັດຈຸບັນ ຄ່າຄອງຊີບແພງ.

ເຖິງ​ຢ່າງ​ໃດກໍຕາມ, ກົດໝາຍ ວ່າດ້ວຍຣາຍໄດ້ ວິສະຫາກິຈ ແລະ ອາກອນຣາຍໄດ້ ບຸກຄົນ ສະບັບດັ່ງກ່າວ ແມ່ນໄດ້ຜ່ານມະຕິ ເຫັນດີຮັບຮອງເອົາ ຈາກສະພາແຫ່ງຊາດແລ້ວ, ເຖິງແມ່ນວ່າ ສສຊ ຈະສເນີໃຫ້ ຣັຖບານ ດັດແກ້ ໃຫ້ເພີ່ມຂຶ້ນເປັນ 1.3 – 2 ລ້ານກີບ ຈຶ່ງເສັຽ ອາກອນຣາຍໄດ້ບຸກຄົນ ກໍຕາມ.

ກົດໝາຍ ວ່າດ້ວຍອາກອນຣາຍໄດ້ ມີ 9 ພາກ 6 ໝວດ ແລະ 76 ມາຕຣາ ໂດຍຮ່າງກົດໝາຍ ສະບັບນີ້ ແມ່ນກວມເອົາ ຣາຍໄດ້ ຂອງວິສະຫະກິຈ ແລະ ອາກອນ ຣາຍໄດ້ບຸກຄົນ ມາປັບປຸງໃໝ່ ເປັນສ່ວນໃຫຍ່ ໂດຍແຍກເນື້ອ ໃນອາກອນກຳໄລ, ອາກອນຣາຍໄດ້ ແລະ ອາກອນມອບເໝົາ ອອກມາຈາກ ພາກ 4 ໝວດ 1, 2 ແລະ 3 ທີ່ກຳນົດໄວ້ ໃນກົດ ໝາຍ ວ່າດ້ວຍ ສ່ວຍສາອາກອນ ສະບັບນຳໃຊ້ ປັດຈຸບັນ ເຊິ່ງຜ່ານການປະຕິບັດ ເຫັນວ່າ ອາກອນຣາຍໄດ້ ມີບັນຫາດັ່ງນີ້: ດ້ານອາກອນກຳໄລ, ອາກອນຣາຍໄດ້ ແລະ ອາກອນມອບເໝົາ ທີ່ກຳນົດໄວ້ ໃນກົດໝາຍ ສ່ວນສາອາກອນ ຍັງຈຳກັດເກີນໄປ ແລະ ບໍ່ທັນເປັນ ຣະບົບຄົບຊຸດ ທີ່ສະ​ທ້ອນເຖິງ ການແຍກລະອຽດ ຣະຫວ່າງ ອາກອນຣາຍໄດ້ ວິສາຫະກິຈ ແລະ ອາກອນ ຣາຍໄດ້ບຸກຄົນ.

ທ່ານ ສົມດີ ດວງດີ, ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີກະຊວງການເງິນ ໄດ້ກ່າວ ຜ່ານເນື້ອໃນ ເຖິງການປັບປຸງ ກົດໝາຍ ວ່າດ້ວຍອາກອນຣາຍໄດ້ ຂອງວິສະຫາກິຈ ແລະ ບຸກຄົນ.

“ການປັບປຸງ ແລະ ເພີ່ມບາງອັດຕຣາ ປັບປຸງອັດຕຣາ ອາກອນກຳໄລ ຈາກ 24% ມາເປັນ 20% ເນື່ອງຈາກວ່າ ຜ່ານການປະຕິບັດໂຕຈິງ ເຫັນວ່າ ການແຈ້ງເສັຽພັນທະ ຂອງບັນດາຫົວໜ່ວຍວິສະຫະກິຈ ຍັງກວມ ພຽງແຕ່ 20-30% ຂອງຣາຍຮັບໂຕຈິງ ເຊິ່ງທາງຄະນະວິຊາການ ຂອງພວກເຮົາ ຄາດຄະເນວ່າ ຖ້າກຳນົດ ອັດຕຣາ ອາກອນກຳໄລ ຫຼຸດລົງມາ ຈະເປັນການຂຍາຍຖານຣາຍຮັບ ຄາດວ່າ ຈະເຮັດໃຫ້ການແຈ້ງເສັຽອາກອນເພີ່ນຂຶ້ນ ເຖິງຣະດັບ ຮອດ 50%."

ພ້ອມກັນນັ້ນ, ຖ້າປຽບທຽບໃສ່ ປະເທສອ້ອມຂ້າງ ເປັນຕົ້ນວຽດນາມ, ກັມ​ພູ​ຊາ ແລະ ໄທ ກໍປະຕິບັດ ໃນອັດຕຣາ 20% ຖ້າປຽບທຽບ ກັບ ສປປລາວ ເຫັນວ່າ ກຳນົດໃນອັດຕຣາ ທີ່ຍັງສູງຢູ່ ໃນປັດຈຸບັນ ສະນັ້ນ ເຫັນຄວນປັບອັດຕຣາ ໃຫ້ເທົ່າກັນ ເປັນການຍາດແຍ່ງ ການລົງທຶນນັ້ນ ເປັນຈຸດນຶ່ງ ອີກຈຸດນຶ່ງອີກ ແມ່ນກຳນົດ ອັດຕຣາອາກອນ ກຳໄລເພີ່ມ ຫຼື ຫລຸດ

ຕໍ່ກົດໝາຍ ດັ່ງກ່າວ, ສະມາຊິກສາພາຫຼາຍທ່ານ ກໍບໍ່ເຫັນດີ ໃຫ້ເກັບອາກອນ ຜູ້ທີ່ມີຣາຍໄດ້ 1.3 ລ້ານກີບ, ໂດຍທ່ານ ສາຍທອງ ແກ້ວດວງດີ, ສະມາຊິກສະພາແຫ່ງຊາດ ເຂດ 1 ນະຄອນຫຼວງວຽງຈັນ ເປັນນຶ່ງ ໃນຜູ້ບໍ່ເຫັນດີໃຫ້ເກັບ ແຕ່ໃຫ້ເກັບ ແຕ່ຜູ້ມີຣາຍຮັບ 1,5 ລ້ານກີບ ຂຶ້ນໄປ ດັ່ງທ່ານ ໄດ້ກ່າວອອກຄຳເຫັນ ໃນສະພາ ເມື່ອວັນທີ 18 ມິຖຸນາວ່າ:

“ກົດໝາຍ ວ່າດ້ວຍອາກອນຣາຍໄດ້ 1.3 ລ້ານກີບ ມີຄວາມເໝາະສົມລະບໍ່ ສຳລັບ ປະຊາຊົນ ພົລເມືອງລາວ ທີ່ບໍ່ໄດ້ເຮັດທຸຣະກິຈ ແຕ່ລາວ ເຮັດວຽກງານ ສ່ວນໂຕ ຂອງລາວ ຖ້າ 1.3 ລ້ານກີບ ຂຶ້ນເມືອ ຈະໄດ້ເສັຽ ອາກອນຣາຍໄດ້ ມາໄລ່ເບິ່ງ ຣາຍຮັບ-ຣາຍຈ່າຍ ແລ້ວເຫັນວ່າ ລະກາມາຢູ່ໃນເມືອງ ຕ້ອງຈ່າຍຄ່າຫ້ອງ 6-7ແສນ ໂອກໍອີ່ຕົນ ລູກຫຼານເຮົາຫຼາຍ ສົມຸດ ໄດ້ 1.4 ລ້ານກີບ ຕ້ອງໄດ້ເສັຽ ແສນນຶ່ງ ຂ້າພະເຈົ້າ ຄຶດວ່າ ບະໄດ້ໜ້ອຍຊໍ່າໃດ ຍັງຊິໄປເອົາ ນຳລາວຢູ່ ລູກຫຼານຫັ້ນນ່າ ຢາກວ່າ 1.5 ລ້ານກີບ ສະເບາະ ຂ້າພະເຈົ້າວ່າ ເປັນຕາຫ່ວງຫຼາຍ ເມັຽຊັ້ນວ່າ ບໍ່ໄດ້ເປັນພະນັກງານ ຊັ້ນວ່າຕໍ່າຫູກ ເຊື່ອຊິໄດ້ຕີນ​ສິ້ນຕີນນຶ່ງ ໃຊ້ເວລາ 5 ມື້ ຍັງບໍ່ໄດ້ ຂ້າຂໍວ່າເພີ່ມຂຶ້ນ ສະບໍ່ ເປັນ 1.5 ລ້ານກີບ.”

ສ່ວນ ສະມະຊິກສະພາ ແຂວງຊຽງຂວາງ ຂໍໃຫ້ຣັຖບານ ປັບຄືນ ຢ່າງຕໍ່າ 2 ລ້ານກີບ ຈຶ່ງເສັຽອາກອນຣາຍໄດ້.

ຂໍກຳນົດ ໃຫ້ເປັນ 2 ລ້ານກີບລົງມາ ເຫດຜົລ ຍ້ອນວ່າ ຄື ຂ້າພະເຈົ້າ ຈັກແມ່ນຫຍັງຕໍ່ແມ່ນຫຍັງ ລະຊິ ບໍ່ໃຫ້ ຜູ້ທີ່ມີຣາຍໄດ້ຕໍ່າສຸດ ເຂົາເຈົ້າ ຊິບໍ່ເຫຼືອເງິນສະສົມ ໄວ້ສຳລັບ ເຖົ້າແກ່ບໍ່ ສຳລັບລູກເຕົ້າ ເພື່ອຮໍ່າເພື່ອຮຽນ ອີກເພີ່ມໃຫ້ເຂົາເຈົ້າ ຈັກຫ້າແສນ ເປັນສອງລ້ານກີບ ຂ້າພະເຈົ້າ ຄິດວ່າ ເໝາະສົມ ລະ ອີກຢ່າງເງິນເຟີ້ມ ຂອງເຮົາ ຈະເກີດຂຶ້ນ ເມື່ອໃດ ກາບໍ່ຮູ້ ອັນນີ້ ຂ້າພະເຈົ້າ ຢາກສເນີ ປະທານ ຫາກສຽງແຕກຕ່າງ ຂໍໃຫ້ລົງມະຕິ ຈະເອົາສອງລ້ານ ຫຼື ລ້ານຫ້າ.

“ສົມມຸດວ່າ ລ້ານຫ້າ ຕັດພາສີອາກອນ ມາຫຍັງ ປະກັນສັງຄົມ ມັນຈະເຫຼືອຢູ່ ປະມານລ້ານສອງ ມັນແພງໂພດມັນຫຼາຍໂພດ ລ້ານນຶ່ງ ກໍຕັດຢູ່ ຕໍ່ແສນ ກໍຢາກໃຫ້ເກັບ ປານໃດ ຄັນວ່າ ເກັບກໍບໍ່ເອົາຫຼາຍ ຈັ່ງຊີ້ນ່າ ປະມານ 50-60 ສະ ກໍຄືຢູ່.”

ໃນຂະນະດຽວ​ກັນ, ປະຊາຊົນອີກ ທ່ານຶ່ງ ໄດ້ສະແດງຄວາມເຫັນວ່າ ຄົນຢູ່ ຫ້ອງເຊົ່າເດ, ຄ່າກິນຄ່າຢູ່ ນຳມັນຣົດ, ເຄື່ອງອຸປໂພກ ຈຳເປັນຕ້ອງເສັຽອາກອນອີກບໍ່. ຄົນທີ່ ເຮັດວຽກ ໄດ້ຮັບເງິນ 1.2 ລ້ານກີບ ໝາຍເຖິງວ່າ ປາກດຽວ ແລ້ວພໍກຸ້ມຢູ່ກຸ້ມກິນຢູ່ ເຮົາຍັງມີ ຫຼາຍຣາຍຈ່າຍ ບໍ່ວ່າ ຈະເປັນຄ່ານໍ້າ, ຄ່າໄຟ.

ເຖິງຢ່າງໃດກໍຕາມ, ກົດໝາຍ ສະບັບດັ່ງກ່າວນີ້ ແມ່ນໄດ້ຜ່ານ ການລົງມະຕິເຫັນດີ ຈາກ ສະພາແຫ່ງຊາດແລ້ວ ດ້ວຍຄະແນນ 83 ຕໍ່ 35 ຈາກ 120 ສຽງ ທີ່ມີໜ້າປະຊຸມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.