ທ່ານ ບຸນທັນ ທັມມະວົງສ໌ ໄດ້ອິສຣະ ແລ້ວ
2019.06.21
ທ່ານ ບຸນທັນ ທັມມະວົງສ໌, ອະດີດນັກໂທສການເມືອງລາວ ເຊື້ອຊາຕລາວ ສັນຊາຕໂປແລນ ໄດ້ຖືກທາງການລາວ ປ່ອຍໂຕແລ້ວ ໃນມື້ ວັນທີ 19 ມີຖຸນາ ນີ້, ພາຍຫຼັງທີີ່ທ່ານຖືກທາງການລາວ ຕັດສິນຈຳຄຸກ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ. ດັ່ງທ່ານໄດ້ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີໃນວັນທີ 21 ມິຖຸນາ ນີ້ວ່າ:
“ໄດ້ຮັບການປົດປ່ອຍ ວັນທີ 19 ເດືອນນີ້ແຫຼະ, ລະໄດ້ມາຮອດບ້ານ ມາຮອດໂປແລນ ມື້ຄືນນີ້. ຕອນ 1 ໂມງກາງຄືນ.”
ທ່ານກ່າວຕື່ມວ່າ ລວມເວລາທັງໝົດແລ້ວ ທ່ານຖືກຈຳຄຸກໃນປະເທສລາວ 4 ປີເຕັມ ຍ້ອນໄດ້ຮັບອະພັຍໂທສ ຈາກທາງການລາວ 9 ເດືອນ ຈາກ ທີ່ຖືກຕັດສິນໃຫ້ຈຳຄຸກ 4 ປີ 9 ເດືອນ.
“ເຣື້ອງໂຕນີ້ເພິ່ນຕັດສິນຫັ້ນ 4 ປີ 9 ເນາະ, ແຕ່ປີ 2017 ເພິ່ນຫຼຸດຜ່ອນໃຫ້ 9 ເດືອນ. ໂດຍຢູ່ໂຕຈິງແມ່ນ 4 ປີ, 4 ປີເຕັມນ່າ ບໍ່ມີຫຼຸດ ບໍ່ມີລື່ນ. ອາຈຊິຫຼຸດລື່ນດ້ວຍເວລານາທີ ອາຈເປັນຢ່າງນັ້ນ.”
ໃນມື້ທີ່ທ່ານຖືກປົດປ່ອຍໂຕ ໃຫ້ອອກມາສູ່ອິສຣະພາບນັ້ນ, ທາງສຖານເອກອັກຄະຣັຖທູຕໂປແລນ ປະຈຳປະເທສໄທ ກໍໄດ້ສົ່ງໂຕແທນຂອງ ຕົນໄປເຊັນຮັບຮອງ ເອົາທ່ານອອກມາຈາກຄ້າຍຄຸມຂັງ ນັກໂທສຕ່າງປະເທສ ບ້ານໂພນຕ້ອງ, ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ຊ້ອງໜ້າເຈົ້າໜ້າທີ່ກວດຄົນເຂົ້າເມືອງ ຂອງທາງການລາວ ແລ້ວເດີນທາງອອກມາຈາກ ສປປລາວ ທັນທີ.
ເມື່ອເດືອນກັນຍາ ປີ 2015, ທ່ານ ບຸນທັນ ທັມມະວົງສ໌ ຖືກສານປະຊາຊົນສູງສຸດນະຄອນຫຼວງວຽງຈັນ ຕັດສິນຈຳຄຸກເປັນເວລາ 4 ປີ 9 ເດືອນ ໃນຂໍ້ຫາໂຄສະນາຕ້ານ ສປປລາວ.