ກອງປະຊຸມນາໆຊາດ ລາວສຶກສາ ຄັ້ງທີ 6

ໄມຊູລີ
2019.06.17
F-DR-Vinya ດຣ. ວິນຍາ ສາຍສະໝຸດ, ອໍານວຍການສູນລາວສຶກສາ, ກ່າວເປີດກອງປະຊຸມນາໆ ລາວສຶກສາ ຄັ້ງທີ 6, ທີ່ມະຫາວິທຍາລັຍ ຄໍຣ໌ແນວລ໌, ເມືອງອີ໋ຕ່າກ້າ, ຣັຖນິວຢັອກ. ວັນທີ 13 ເດືອນມິຖຸນາ ປີ 2019
RFA/Chareunsouk

ກອງປະຊຸມຄັ້ງນີ້ ມີນັກວິຊາການ, ນັກຄົນຄ້ວາ, ນັກຂຽນ, ປັນຍາຊົນ, ນັກສຶກສາ ແລະ ອາຈານສອນ ມະຫາວິທຍາລັຍ ຈາກຫຼາຍປະເທດ ເກືອບ 60 ຄົນ ນໍາຜົລງານ ຂອງຕົນເອງ ມາສເນີ ແລະ ແລກປ່ຽນປະສົພການ ຊຶ່ງກັນແລະກັນ.

ສ່ວນຫົວຂໍ້ ທີ່ນໍາສເນີ ນັ້ນ, ຮວມມີ ສິລປະ ວັນນະຄະດີ, ວັທນະທັມ, ປວັດສາດ, ຊາວລາວພັດຖິ່ນ, ເອກລັກ ຂອງຄົນລາວ, ການສ້າງ ພາພຍົນ, ໂຄງການເກັບກູ້ຣະເບີດ ທີ່ຍັງບໍ່ທັນແຕກ, ການພັທນາ, ການລົງທຶນ, ໂດຍສະເພາະ ສວນກ້ວຍ ແລະ ການສ້າງເຂື່ອນ ແລະ ອື່ນໆ, ຊຶ່ງ ດຣ. ວິນຍາ ສາຍສະໝຸດ, ອໍານວຍການ ສູນລາວສຶກສາ, ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ໃນຕອນນຶ່ງ ວ່າ:

“ອັນສົນໃຈນີ້ ກໍຄື ກ່ຽວກັບເຣື່ອງ ການກໍ່ສ້າງເຂື່ອນ ໃນປະເທດລາວ ຫຼືວ່າ ການຫາຣາຍໄດ້ ໂດຍການປູກສວນກ້ວຍ. ອັນນີ້ ກໍມີການ ສົນທະນາ ແລະ ວິເຄາະວິຈານກັນຢູ່ວ່າ ຈຸດປະສົງ ການພັທນາ ບ້ານເຮົາ ໄປຮອດໃສແລ້ວ ມີບັນຫາ ຫຍັງແດ່ ລະກະ ມີຜົລກະທົບ ຫຍັງແດ່ ກັບປະຊາຊົນລາວ.”

ສ່ວນນາງ ພອນມະນີ ວົງໄຊ, ນັກສຶກສາລາວ ຈາກ ມະຫາວິທຍາລັຍ ຢູ່ຍີ່ປຸ່ນ ທີ່ໄດ້ເຂົ້າຮ່ວມກອງປະຊຸມ ເວົ້າວ່າ:

“ມື້ນີ ໄດ້ນໍາສເນີ ບົດຄົ້ນຄ້ວາ ຂອງໂຕເອງ ຫົວຂໍ້ທີ່ໄດ້ເວົ້າຫັ້ນ ແມ່ນການພັທນາ ພາຍໃນ ຂອງລາວ, ການພັທນາພາຍໃນ ແບບລາວ ໃນກະແສໂລກາພິວັດ ໃນປັດຈຸບັນ.”

ພາຍຫລັງ ກອງປະຊຸມໄດ້ປິດລົງ ທ່ານ ກເຣັກ ກະຣີນ, ຜູ່ກໍາກັບ ຣາຍການປະຊຸມ ສລຸບໃຫ້ຟັງ ກ່ຽວກັບ ກອງປະຊຸມຄັ້ງນີ້ວ່າ:

“ດີເທື່ອນີ້ ທັມມະດາ ການປະຊຸມນາໆຊາດ ລາວສຶກສານີ້ ທັມມະດາ ຈະມີ 300 ຄົນ ເຂົ້າຮ່ວມ ແຕ່ຄັ້ງນີ້ 100 ກວ່າຄົນ ແປວ່າ ມັນນ້ອຍກ່ອນ ທັມມະດາ, ແຕ່ຄິດວ່າ ມັນດີແນວນຶ່ງ ເພາະວ່າ ຄົນກໍມີເວລາ ລົມກັນ [ຫາລືກັນ] ຫລາຍ ແລະ ກໍມີເວລາ ຟັງດີໆ ບໍ່ໄດ້ແລ່ນໄປແລ່ນມາ.”

ນອກຈາກ ການນໍາສເນີບົດຄົ້ນຄ້ວາ ແລະ ແລກປ່ຽນຄວາມຄຶດຄວາມເຫັນແລ້ວ, ໃນກອງປະຊຸມຄັ້ງທີ 6 ນີ້ ຍັງມີການ ວາງສແດງ ສິລປະ ວັທນະທັມ ເປັນຕົ້ນແມ່ນ ຮູບແຕ້ມ, ການປັກດິ້ນໄໝຄໍາ ແລະ ການຟ້ອນນາຕສິນ ອີກດ້ວຍ.

ກອງປະຊຸມນາໆຊາດ ລາວສຶກສາ ຄັ້ງທີ 1 ໄດ້ຈັດຂຶ້ນ ໃນປີ 2005 ທີ່ມະຫາວິທຍາລັຍ ນອດທ໌ເທີຣ໌ນ ອີ໋ລີນ່ອຍ. ຄັ້ງທີ 2 ໃນປີ 2007 ທີ່ມະຫາວິທຍາລັບ ອາລີໂຊນາ, ຄັ້ງທີ 3 ໃນປີ 2010 ທີ່ມະຫາວິທຍາລັຍ ຂອນແກ່ນ ປະເທດໄທ, ຄັ້ງທີ 4 ໃນປີ 2013 ທີ່ມະຫາວິທຍາລັຍ ວິສຄອນຊິນ-ແມດິ່ເຊິນ, ຄັ້ງທີ 5ໃນປີ 2016 ທີ່ມະຫາວິທຍາລັຍ ທັມມະສາດ, ປະເທດໄທ. ສ່ວນກອງປະຊຸມຄັ້ງທີ 7 ແມ່ນຈະໄດ້ຈັດຂຶ້ນໃນປີ 2022 ທີ່ ນະຄອນ ຊິດນີ້ ປະເທດອັອສເຕຣເລັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.