ໂຮງຮຽນສະຖາບັນ ທຸກແຫ່ງ ພ້ອມເປີດຄືນ
2020.05.29
ໂຮງຮຽນມັທຍົມສົມບູນ ເມືອງພີນ ແຂວງສວັນນະເຂດ ພ້ອມເປີດການຮຽນ-ການສອນ ຊັ້ນ ມ.1, ມ.2, ມ.3, ມ.5 ແລະ ມ.6 ຕັ້ງແຕ່ວັນທີ 2 ມິຖຸນາ 2020 ເປັນຕົ້ນໄປ ຊຶ່ງຊັ້ນ ມ.4 ແລະ ມ.7 ໄດ້ເປີດຮຽນໄປແລ້ວ ໃນວັນທີ 18 ພຶສພາ ທີ່ຜ່ານມາ ເນື່ອງຈາກວ່າ ທາງໂຮງຮຽນ ກຽມມາຕການ ຮັບປະກັນ ຄວາມປອດພັຍຂອງນັກຮຽນ ຍ້ອນການຣະບາດຂອງເຊື້ອພຍາດ ໂຄວິດ-19, ຫາກຫ້ອງຮຽນບໍ່ ພຽງພໍ ກໍຈະຈັດ ໂຕະຕັ່ງ ຢູ່ຮົ່ມຕົ້ນໄມ້ໃນບໍຣິເວນໂຮງຮຽນ ເພື່ອຮັກສາໄລຍະຫ່າງກັນ, ອີງຕາມຄໍາເວົ້າຂອງນາຍຄຣູ ໂຮງຮຽນມັທຍົມສົມບູນ ເມືອງພີນ ໃນ ວັນທີ 29 ພຶສພາ ນີ້:
“ຖືວ່າກໍມີຄວາມພ້ອມ ເພາະວ່າເບິ່ງສະພາບຕົວຈິງ ຄັນແມ່ນຍາມແລ້ງ ກໍຍັງໄຄຢູ່ວ່າມັນມີຮົ່ມໄມ້ບໍ່, ມີຫຍັງໃນຂອບເຂດໂຮງຮຽນເພື່ອແປງ ໂຕະຕັ່ງການນັ່ງຫັ້ນນ່າ ຮັກສາໄລຍະຫ່າງຫັ້ນນ່າ.”
ທ່ານກ່າວຕື່ມວ່າ ຫາກເຖິງຣະດູຝົນ ນັກຮຽນກໍຈະຕ້ອງໄດ້ນັ່ງຮຽນ ແອອັດກັນຄືເກົ່າ ໂດ ຍໃຫ້ນັກຮຽນໃສ່ຜ້າອັດປາກອັດດັງ ພ້ອມທັງໃຫ້ ນາຍຄຣູ ແຕ່ລະວິຊາ ສັງເກດອາການນັກຮຽນດ້ວຍຕົນເອງ ຖ້າມີອາການ ສ່ຽງຕໍ່ການຕິດເຊື້ອພຍາດໂຄວິດ-19 ແລ້ວ ກໍຣາຍງານໄປຫາ ໂຮງໝໍ ຫລື ສຸຂສາລາ ເພາະໂຮງຮຽນສ່ວນໃຫຍ່ ບໍ່ມີເຄຶ່ອງແທກອຸນນຸະພູມ ຮ່າງກາຍ.
ນອກຈາກນັ້ນແລ້ວ ທາງໂຮງຮຽນຍັງໄດ້ແບ່ງງົບປະມານ ບໍຣິຫານ 40% ໄປຊື້ສະບູ ຕັ້ງໄວ້ແຕ່ລະຫ້ອງ ແລະ ຊື້ຜ້າອັດປາກອັດດັງໃຫ້ ນັກຮຽນຜູ້ທີ່ພໍ່ແມ່ຜູ້ປົກຄອງບໍ່ມີເງິນຊື້. ໃນຂນະດຽວກັນຄະນະວິທຍາ ສາດສັງຄົມ ມະຫາວິທຍາລັຍ ແຫ່ງຊາດລາວ ກໍມີຄວາມພ້ອມ ທີ່ ຈະເປີດການຮຽນການສອນ ສໍາລັບນັກສຶກສາຊັ້ນ ປີສຸດທ້າຍຄືປີທີ 4 ໃນວັນທີ 2 ມິຖຸນາ 2020 ເນື່ອງຈາກວ່າທາງຄະນະວິທຍາສາດ ສັງຄົມ ໄດ້ກຽມມາຕການຮັບປະກັນ ຄວາມປອດພັຍ ຂອງນັກສຶກສາໄວ້ ໂດຍຈະຈັດໂຕະຕັ່ງໃຫ້ນັ່ງ ຫ້ອງນຶ່ງບໍ່ໃຫ້ເກີນ 20 ຄົນ ແລະ ຮັກສາໄລຍະຫ່າງກັນນຶ່ງແມັດເຄິ່ງ ຕາມຄໍາແນະນໍາຂອງຄະນະສະເພາະກິດ ມະຫາວິທຍາລັຍແຫ່ງຊາດ. ສ່ວນເຈລລ້າງມືນັ້ນ ຍັງບໍ່ມີ, ແຕ່ລະຫ້ອງຮຽນ ນັກສຶກສາຈະຕ້ອງໄດ້ ໃຊ້ສະບູລ້າງມື ດ້ວຍນໍ້າສະອາດ ດັ່ງອາຈານ ຄະນະວິທຍາສາດສັງຄົມ ມະຫາວິທຍາລັຍ ແຫ່ງຊາດລາວ ທ່ານນຶ່ງກ່າວວ່າ:
“ມີຄວາມພ້ອມໃນການ ປ້ອງກັນບ່ອນສະຖານທີ່ ລ້າງມືນີ້ນ່າ ອາລກໍຮໍ ສິບໍ່ໄດ້ໃສ່ ເພາະວ່າ ຢ້ານມັນສິບໍ່ຍັງ ເປັນເຂດສາທາຣະນະເດ໋ ກໍເລີຍມີແຕ່ສະບູ, ສະບູພວກເຮົາ ເຮັດຖົງຫ້ອຍ ສະບູໃສ່ໃນ.ແລ້ວເຮົາກໍມັດ ຫ້ອຍໄວ້ ໃຫ້ເອົາມືລູບໆ ຂ້າງນອກ ເພື່ອປ້ອງກັນຕົກເຮັ່ຽ ເສັຽຫາຍ ລົມພັດບໍ່ມີຄົນຈັບໄປ ບ່ອນນັ້ນບ່ອນນີ້ຈັ່ງຊີ້ນ່າ, ຫ່າງນີ໋ກໍຫ້ອງຮຽນຫ້ອງນຶ່ງ ບໍ່ໃຫ້ເກີນ 20 ຄົນ ກໍແມ່ນຈະໃຫ້ນັ່ງໂຕະລະຄົນ.”
ທ່ານກ່າວຕື່ມວ່າ ນອກຈາກນັ້ນ ທາງຄະນະກໍມີແຜ່ນພັບຂນາດນ້ອຍ ແລະໂປສເຕີຂນາດໃຫຍ່ ຕິດຢູ່ເທິງກະດານຂ່າວ ແລະຕາມເສົາ ທາງຍ່າງທີ່ມີນັກສຶກສາຫຼາຍ ບອກວິທີການປ້ອງກັນໄວຣັສໂຄວິດ-19, ມີເຄື່ອງວັດແທກອຸນຫະພູມ ຢູ່ທາງເຂົ້າອອກປະຕູດຽວ ແລະ ທັງມີອາຈານແຕ່ລະວິຊາ ກຽມບົດສອນຄັກແນ່ ໃຫ້ນັກສຶກສາຮຽນທັນຫລັກສູດນໍາດ້ວຍ.
ຜູ້ປົກຄອງນັກຮຽນຊັ້ນປະຖົມ ຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເວົ້າວ່າ ພາຍຫລັງນາຍຄຣູປະຈໍາຊັ້ນຮຽນ ແຈ້ງໃຫ້ຮູ້ວ່າ ໂຮງຮຽນລູກຂອງຕົນ ຈະເປີດຮຽນວັນທີ 2 ມິຖຸນາ ທີ່ຈະມາເຖິງນີ້ ກໍຍັງເປັນຫ່ວງໃນເຣຶ່ອງການແພ່ຣະບາດຂອງເຊື້ອພຍາດໂຄວິດ-19 ຍ້ອນຢ້ານວ່າ ເຊື້ອພຍາດ ທີ່ຍັງບໍ່ຫາຍໄປຈາກໂລກນີ້ ອາຈກັບມາອີກຮອບໃໝ່ ໃນມື້ໃດກໍບໍ່ຮູ້, ມີແຕ່ວ່າຕ້ອງໄດ້ເປັນ ເຈົ້າການໂຕເອງ, ປະຕິບັດຕາມຄໍາແນະນໍາ ຂອງກະຊວງສາທາຣະນະສຸຂ, ໃຫ້ລູກໃສ່ຜ້າອັດປາກອັດດັງ ແລະເອົາເຈວລ້າງມືໄປໂຮງຮຽນນໍາ ດັ່ງທີ່ທ່ານ ກ່າວວ່າ:
“ບໍ່ ບໍ່ ກໍບໍ່ໄດ້ຫາຍຫ່ວງດອກ ກໍກັງວົນແຫຼ້ວ ກໍຕ້ອງໄດ້ໃຫ້ມີໜ້າກາກ ໄປແລ້ວກໍຕ້ອງມີເຈວລ້າງມື ມີຫຍັງປະຈໍາແຫຼະ ທຸກຄົນກະຮູ້ດີວ່າ ສິກັບມາຕອນໃດອີກ ຫໍຍັງບໍ່ຮູ້ ເຮົາກໍຕ້ອງມີຄວາມຣະມັດຣະວັງ ແລະ ກໍປ້ອງກັນໂຕເອງຫັ້ນແຫລະ ເຮັດຕາມກະຊວງສາທາຣະນະສຸກ ແຈ້ງມາຫັ້ນແຫລະ.”
ໃນຂນະດຽວກັນນັກສຶກສາປີທີ 4 ຄະນະອັກສອນສາດ ມະຫາວິທຍາລັຍແຫ່ງຊາດລາວ ກໍເວົ້າວ່າຕົນມີຄວາມພ້ອມທີ່ຈະກັບໄປຮຽນແລ້ວ, ຢາກໄປພົບພໍ້ໝູ່ຄູ່ ຍ້ອນວ່າຢູ່ເຮືອນລ້າໆດົນແລ້ວ ແລະບໍ່ໄດ້ກັງວົນ ນໍາການຣະບາດ ຂອງໄວຣັສໂຄວິດ-19 ເນື່ອງຈາກວ່າ ມາຮອດມື້ນີ້ ແມ່ນ 47 ມື້ແລ້ວ ທີ່ລາວເຮົາບໍ່ພົບຜູ້ຕິດເຊື້ອໃໝ່ ຈາກການກວດຕົວຢ່າງ ທັງໝົດ 75 ຄົນ ໃນມື້ວັນທີ 28 ພຶສພາ ນີ້, ແຕ່ກໍຈະໃສ່ຜ້າ ອັດປາກອັດດັງ ແລະເອົາເຈລລ້າງມືຕິດໂຕໄປນໍາ ເພື່ອປ້ອງກັນເຊື້ອພຍາດນັ້ນ, ດັ່ງທີ່ທ່ານກ່າວວ່າ:
“ພ້ອມລະພ້ອມເຕັມທີ່ເລີຍດຽວນີ້ ພັກມາຫຼາຍເດືອນແລ້ວ ແລ້ວກໍຢູ່ລ້າໆຢາກຮຽນໜັງສືນະ. ຢາກພົບກັບໝູ່ຄູ່ ຍ້ອນວ່າແບບປະຊາກອນ ເຮົາກໍບໍ່ໄດ້ຕິດແລ້ວນະ ບໍ່ເພີ່ມຂຶ້ນແລ້ວ ຈໍານວນທີ່ຕິດໂຄວິດຫັ້ນນະ ສະບາຍໃຈ ຫາຍຫ່ວງ ຕາມຂ້າພະເຈົ້ານີ໋ ກໍມີຜ້າປິດປາກ ແລ້ວກໍ ເຈວລ້າງມືໄວ້ຕິດໂຕ ໄປນໍາເນາະ.”
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຄະນະສະເພາະກິດ ແຂວງສວັນນະເຂດ ກໍເວົ້າວ່າ ຄະນະສະເພາະກິດ ສຶກສາທິການແລະກິລາ ຂອງແຂວງ ແລະ ເມືອງ ໄດ້ສົ່ງແຈ້ງການ ຂອງພາກສ່ວນກ່ຽວຂ້ອງ ໃຫ້ແຕ່ລະ ໂຮງຮຽນ ໃນເຂດຮັບຜິດຊອບ ຂອງໃຜຂອງລາວ ປະຕິບັດມາຕການ ປ້ອງກັນການແຜ່ຣະບາດຂອງໂຄວິດ-19 ແລ້ວ, ແລະຄະນະສະເພາະກິດນີ້ ຈະໄດ້ເລາະເບິ່ງໂຮງຮຽນທຸກແຫ່ງ ພາຍໃນແຂວງ ໃນວັນທີ 2 ແລະ ວັນທີ 3 ມິຖຸນາ ຕື່ມອີກ. ຫາກພົບ ໂຮງຮຽນໃດມີຄວາມຫຍູ້ງຍາກ ບໍ່ສາມາດປະຕິບັດຕາມແຈ້ງການ ຂອງຄະນະສະເພາະກິດ ໂຄວິດ-19 ນັ້ນໄດ້ ກໍຈະໃຫ້ຄໍາແນະນໍາ, ແລະອາທິດນຶ່ງຕໍ່ມາ ກໍຈະໄປ ຕິດຕາມເບິ່ງຕື່ມອີກ, ດັ່ງທີ່ທ່ານກ່າວວ່າ:
“ວັນທີ 2 ທີ 3 ຈັກໜ້ອຍກໍຖືວ່າພວກເຮົາໄດ້ໄປ ໝົດເມືອງນີ້ແຫຼະ ໄປແນະນໍາຫັ້ນແຫຼະ ໃຫ້ເພິ່ນປະຕິບັດຕາມແຈ້ງການ ແນະນໍາແລ້ວ ແລ້ວໆກໍກັບ. ກໍມາເບິ່ງ ໃນໄລຍະອາທິດນຶ່ງ ໄປເບິ່ງອີກ ຄັນວ່າໂຮງຮຽນໃດ ພົບຄວາມຫຍູ້ງຍາກ.”
ທ່ານ ກ່າວຕື່ມວ່າ ໂຮງຮຽນແຕ່ລະແຫ່ງ ທີ່ເຄີຍ ເປັນສູນກັກກັນຊົ່ວຄາວ ຄົນງານລາວ ທີ່ກັບມາຈາກປະເທດໄທນັ້ນ ຈະໄດ້ມີການພົ່ນຢາ ຂ້າເຊື້ອ ທຸກຈອກ ທຸກແຈ ເພື່ອຮັບປະກັນ ຄວາມປອດພັຍຂອງ ເດັກນ້ອຍນັກຮຽນ. ແລະ ນັກຮຽນ ກໍຕ້ອງປະຕິບັດມາຕການ ຮັກສາ ຄວາມປອດພັຍ ຂອງຄະນະສະເພາະກິດ ຢ່າງເຄັ່ງຄັດ.