ສື່ອອນລາຍຄືທາງອອກ ຂອງ ຊາວລາວ
2019.06.10

ສື່ອອນລາຍ ເປັນຊ່ອງທາງດຽວ ທີ່ປະຊາຊົນລາວ ຈະສາມາດສະແດງຄວາມຄຶດຄວາມເຫັນໄດ້ ໂດຍສະເພາະ ໃນເຣື່ອງທີ່ຂະເຈົ້າເຫັນວ່າ ຂະເຈົ້າໄດ້ຮັບຜົລກະທົບ ແລະ ບໍ່ໄດ້ຮັບຄວາມເປັນທັມ -ຕາມຄໍາເວົ້າຂອງ ນັກວິຊາການດ້ານວັທນະທັມ ແລະສັງຄົມລາວ ມະຫາວິທຍາລັຍ ສຸພານຸວົງ ແຂວງຫລວງພຣະບາງ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 6 ມິຖຸນາ ນີ້.
ທ່ານກ່າວວ່າ "ຂະເຈົ້າກໍອາສັຍຊ່ອງທາງ ດຽວນີ້ເພື່ອຂະເຈົ້າຈະໄປຕາມ ຕົກລົງກັນຫັ້ນແຫລະ ຂະເຈົ້າບໍ່ ໄດ້ຮັບຄວາມເປັນທັມ ຂະເຈົ້າ ແນ່ນອນແລ້ວອັນນີ້ນະ ຄັນຂະເຈົ້າບໍ່ໂພດ ກໍບໍ່ຮູ້ເດ໊ ແມ່ນບໍ່ ດູເພິ່ນກໍບໍ່ຮູ້."
ທ່ານເວົ້າວ່າເຣື່ອງທີ່ປະຊາຊົນ ອອກມາໂພສ ສະແດງຄວາມຄຶດເຫັນນັ້ນ ຫາກຣັຖເຫັນວ່າບໍ່ດີບໍ່ງາມ ກໍຄວນຈະລົງໄປກວດສອບຂໍ້ເທັດຈິງ ບໍ່ແມ່ນປ່ອຍໃຫ້ມິດງຽບ ບໍ່ມີການກວດກາ.
ແຕ່ເຖິງຢ່າງໃດ ກໍເປັນເຣື່ອງທີ່ດີ ທີ່ທາງການລາວອອກມາເຕືອນ ຜູ້ໃຊ້ສື່ອອນລາຍ ຊຶ່ງມີທັງຄົນດີແລະຄົນບໍ່ດີນັ້ນ ກໍຕ້ອງພິຈາຣະນາໄປ ຕາມບຸກຄົນ ແລະໃຫ້ເບິ່ງເປົ້າໝາຍ ຂອງຜູ້ອອກມາໂພສ ຫລືແຊສຂ່າວວ່າມີຜົລກະທົບ ຮ້າຍແຮງໜັກເກີນໄປຫລືບໍ່.
ຊາວແຂວງສະຫວັນນະເຂດ ທ່ານນຶ່ງເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ຖ້າບໍ່ຢາກໃຫ້ປະຊາຊົນອອກມາໂພສ ສະແດງຄວາມຄິດຕວາມເຫັນ ໃນທາງທີ່ຣັຖບານຖືວ່າບໍ່ດີບໍ່ງາມ ກໍໃຫ້ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ເປີດໂອກາດໃຫ້ສື່ມວນຊົນລາວ ອອກໄປສັມພາດ ປະຊາຊົນ ໂດຍກົງ ກ່ຽວກັບບັນຫາທີ່ເກີດຂຶ້ນ:
"ຖ້າແບບວ່ານາຍົກເຮົາເນາະ ນາຍົກຣັຖມົນຕຣີລາວເຮົານີ້ ໃຫ້ລົງພື້ນທີ່ຫາຂ່າວ ໃຫ້ເຂົາລົງແບບວ່າໄປດູດີ ໄປຖາມຍ້ອນສາເຫດຫຍັງ ຄືໄປສັມພາດເລີຍ ໃຫ້ລົງຕົວຈິງເລີຍ."
ຕົວຢ່າງປະຊາຊົນເມືອງນາຊາຍທອງ ທີ່ສະແດງຄວາມຄຶດຄວາມເຫັນ ຜ່ານສື່ອອນລາຍ ກໍຣະນີທີ່ປະຊາຊົນ ບໍ່ພໍໃຈນໍາການຊົດເຊີຍ ເປັນເງິນ ທີ່ຕ້ອງສູນເສັຽທີ່ດິນ ໃຫ້ກັບໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງ ວຽງຈັນ-ວັງວຽງ ຊຶ່ງຣັຖບານສເນີໃຫ້ 50 ພັນກີບ ຕໍ່ຕາຕະລາງແມັຕນັ້ນ.
ປັດຈຸບັນ ການນໍາໃຊ້ສື່ອອນລາຍໃນລາວ ເພີ່ມຂຶ້ນ 6 ແສນ ບັນຊີໃນຣະຍະ 1 ປີ ຜ່ານມາ ສະຖິຕິຮອດປີ 2018 ການນໍາໃຊ້ສື່ອອນລາຍ ໃນລາວມີທັງໝົດ 2 ລ້ານ 4 ແສນບັນຊີ ຄືກວມເອົາ 35 ສ່ວນຮ້ອຍ ຂອງພົລເມືອງ ທົ່ວປະເທດລາວ ແລະມີແນວໂນ້ມເພີ່ມຂຶ້ນເລື້ອຍໆ.
ຢູ່ກອງປະຊຸມຣັຖບານລາວ ປະຈໍາເດືອນ ຕຸລາປີ 2018 ທ່ານ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງ ໃຫ້ຂແນງການກ່ຽວຂ້ອງ ເອົາໃຈໃສ່ເຣື່ອງ ການໃຊ້ສື່ອອນລາຍ ໃນປະເທດ ແລະໃຊ້ສື່ອອນລາຍ ໃຫ້ເກີດປະໂຫຍດ ສູງສຸດຕໍ່ການພັທນາ ເສຖກິດ-ສັງຄົມ ຂອງຊາດພ້ອມທັງສືບຕໍ່ ບັງຄັບ ໃຊ້ຣະບຽບກົດໝາຍ ຕໍ່ຜູ້ກະທໍາຜິດ ຢ່່າງເຂັ້ມງວດ.