ສປຊ ຂໍໃຫ້ ສປປລາວ ປະຕິຮູບ ນະໂຍບາຍ
2019.06.19

ສປປລາວ ຄວນຮັບຮອງເອົາການປະຕິຮູບຕ່າງໆ ຢ່າງຮີບດ່ວນ ເພື່ອຫລຸດຜ່ອນຄວາມທຸກຍາກ, ເພື່ອປົກປ້ອງສິດທິ ຂອງປະຊາຊົນທີ່ຢູ່ ໃນຄວາມທຸກຍາກ ແລະຮັບປະກັນໃຫ້ການເຕີບໂຕທາງດ້ານເສຖກິດ ເປັນປະໂຫຍດ ສໍາລັບປະຊາຊົນ ທີ່ທຸກຍາກທີ່ສຸດນັ້ນ, ຕາມຣາຍງານ ສະບັບສຸດທ້າຍ ຂອງ ຜູ້ຊ່ຽວຊານ ເອກກະຣາດ ຂອງ ສະຫະປະຊາຊາດ ໃນວັນທີ 19 ມິຖຸນາ ນີ້.
ທ່ານ Philip Alston ຜູ້ຣາຍງານພິເສດ ຂອງສະຫະປະຊາຊາດ ກ່ຽວກັບຄວາມທຸກຍາກທີ່ສຸດ ແລະສິດທິມະນຸດ ໄດ້ຮຽກຮ້ອງໃຫ້ຣັຖບານ ສປປລາວ ລຶບລ້າງຊ່ອງຫວ່າງ ການເກັບພາສີນຳບໍຣິສັດ ຄໍານວນເບິ່ງເຖິງການເພິ່ງພາ ໂຄງການໂຄງຮ່າງພື້ນຖານ ທີ່ມີ 2 ມາຕຖານ ຂອງຕົນນັ້ນຄືນໃໝ່ ແລະການລົງທຶນໃສ່ການສຶກສາ, ການສນັບສນູນທາງດ້ານສຸຂພາບ ແລະສັງຄົມ.
ແລະກ່ອນໜ້ານີ້ ພາຍຫລັງທີ່ໄດ້ເດີນທາງໄປຢ້ຽມຢາມລາວ ຢ່າງເປັນທາງການ 11 ມື້ ໃນເດືອນມິນາ ທີ່ຜ່ານມາ ທ່ານ ກໍໄດ້ໃຫ້ສັມພາດ RFA ເປັນພິເສດຕອນນຶ່ງວ່າ:
"ແຕ່ໃນຕົວຈິງ ຢູ່ລາວ ແບບແຜນການພັທນາເສຖກິດ ໄດ້ເຮັດໃຫ້ຄົນຮັ່ງ ຮັ່ງຂຶ້ນຫລາຍ ແລະໄດ້ສ້າງຊົນຊັ້ນກາງຮັ່ງມີຂຶ້ນ ແຕ່ສ່ວນທີ່ເຫລືອ ນັ້ນແມ່ນບໍ່ໄດ້ຮັບຜົລປະໂຫຍດຫຍັງເລີຍ ແລະວ່າ ສປປລາວ ມີການເຕີບໂຕທາງເສຖກິດ ຢ່າງໃຫຍ່ໂຕເປັນ ປວັດການ ແຕ່ຣັຖບານບໍ່ໄດ້ ລົງທຶນ ຢ່າງຈິງຈັງໃສ່ເຣື່ອງສຸຂພາບ, ການສຶກສາ ແລະສັງຄົມ ຈຶ່ງເຮັດໃຫ້ຜູ້ຄົນ ບໍ່ໄດ້ເຂົ້າເຖິງໂຮງຮຽນທີ່ດີ ມີຣະບົບຮັກສາສຸຂພາບຕໍ່າ, ການສຶກສາ ບໍ່ໄດ້ມາຕຖານ ແລະຣັຖບານ ບໍ່ໄດ້ລົງທຶນໃສ່ ການພັທນາຊັພຍາກອນ ມະນຸດ ຊຶ່ງເປັນສິ່ງທີ່ຈໍາເປັນຕ້ອງເຮັດນັ້ນ ພໍເທົ່າໃດ."
ແລະໃນຣາຍງານສະບັບສຸດທ້າຍນີ້ ທ່ານ ກໍ ສັລເສີນ ວ່າ ສປປລາວ ໄດ້ເຮັດວຽກ ຢ່າງໜ້າປະທັບໃຈ ເພື່ອຫລຸດຜ່ອນ ຈໍານວນປະຊາຊົນ ທີ່ມີຊີວິດຢູ່ໃຕ້ຂີດ ຄວາມທຸກຍາກ ຂອງສາກົລ ເຖິງແມ່ນວ່າຈະປະສົບ ບັນຫາ ຣະເບີດ ທີ່ຍັງບໍ່ແຕກ ຊຶ່ງຕົກຄ້າງມາ ຢ່າງຫຼວງຫຼາຍກໍຕາມ. ແຕ່ການເຮັດໃຫ້ປະຊາຊົນ ໄດ້ຢູ່ເໜືອການມີຣາຍໄດ້ຕໍ່າ ທີ່ສຸດນັ້ນ ຈະຕ້ອງເປັນຈຸດເລີ່ມຕົ້ນ ຫາກບໍ່ແມ່ນຈຸດ ສຸດທ້າຍ ຂອງຄວາມພຍາຍາມ ຂອງຣັຖບານ ແລະຄວາມທຸກຍາກ ກໍຍັງເປັນບັນຫາ ສໍາລັບປະຊາຊົນ ຈໍານວນ ຫລວງຫລາຍຢູ່.
ພົລເມືອງລາວ ເກືອບ 1 ສ່ວນ 4 ມີຊີວິດຢູ່ຖ້າມກາງ ຄວາມທຸກຍາກ, ແລະກໍປະເມີນກັນວ່າ ປະມານ 80 ເປີເຊັນ ມີຊີວິດຢູ່ດ້ວຍການ ມີຣາຍໄດ້ບໍ່ຮອດ 2 ໂດລາ ສະຫະຣັຖ ເຄິ່ງຕໍ່ມື້. ເດັກນ້ອຍໃນລາວ 88 ເປີເຊັນ ປະສົບກັບການຖືກຈໍາກັດ ດ້ວຍຮູບການໃດ ຮູບການນຶ່ງ, ແລະແມ່ຍິງ ກໍຖືກຈໍາແນກ ຢ່າງແຜ່ຫລາຍ.
ອັດຕຣາຄວາມທຸກຍາກ ຢູ່ເຂດຊົນນະບົດ ແມ່ນສູງກວ່າຢູ່ໃນຕົວເມືອງເຖິງ 4 ເທົ່າຕົວ ແລະຫລາຍໆຄົນ ບໍ່ມີນໍ້າ ແລະໄຟຟ້າໃຊ້. ສປປລາວ ບໍ່ສາມາດລົງທຶນ ຢ່າງພຽງພໍ ທີ່ເໝາະສົມໃສ່ເຣື່ອງສຸຂພາບ ແລະການສຶກສາ.