ຂ.ຊຽງຂວາງ ລົງວິນັຍ ພະນັກງານ 21 ຄົນ

ຈໍາປາທອງ
2019.06.28
f-bounton ທ່ານ ບູນຕົ້ນ ຈັນທະພອນ ເຈົ້າແຂວງ ແຂວງຊຽງຂວາງ ຊຶ່ງພາຍໃຕ້ການນໍາພາຂອງທ່ານ ໄດ້ມີການລົງວິນັຍ ຕໍ່ພະນັກງານ ທີ່ບໍ່ຊື່ສັດ ໃນໜ້າທີ່
ຮູບພາບຈາກ : ນັກຂ່າວພົລເມືອງ

ໃນຣະຍະ 6 ເດືອນຕົ້ນປີ 2019 ນີ້ ທາງການແຂວງຊຽງຂວາງ ໄດ້ລົງວິນັຍ ພະນັກງານ ຣັຖ 21 ຄົນ ທີ່ເຮັດຜິດຣະບຽບກົດໝາຍ ຍ້ອນ ມີສ່ວນພົວພັນ ກັບການລັກຂົນໄມ້ ແລະຍັກຍອກເອົາງົບປະມານ ຈາກໂຄງການທີ່ບໍ່ຖືກຕ້ອງ ເປັນຂອງສ່ວນຕົວ ແລະປັດຈຸບັນ ກໍກຽມສັ່ງ ລົງວິນັຍ ພະນັກງານ ທີ່ເຮັດຜິດກົດຣະບຽບຕື່ມອີກ 27 ຄົນ -ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຫ້ອງການກວດກາພັກ-ຣັຖ ແຂວງຊຽງຂວາງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມິ ຖຸນານີ້:

”ສລຸບ 6 ເດືອນຕົ້ນປີນີ້ ປະຕິບັດໄດ້ 21 ຄົນ ນຶ່ງມາລະແມ່ນ ເຣື່ອງກ່ຽວກັບພະນັກງານ ເຂົາລະເມີດການຄຸ້ມຄອງການຂົນສົ່ງ ເຄື່ອນຍ້າຍ ສົ່ງອອກຕ່າງປະເທດ ອັນທີສອງ ກໍວ່າເຣື້ອງພະນັກງານ ທີ່ໄປໄລ່ຍື່ນເຊັນໂຄງການລົງທຶນ ຂອງຣັຖທີ່ບໍ່ຖືກຕ້ອງ ນີ້ໜ່າ ໄປຖອນເງິນ ຖອນຄໍາ ນໍາພັກນໍາຣັຖເຮົານີ້ນໍ.”

ທ່ານກ່າວຕື່ມອີກວ່າ ພະນັກງານທັງ 21 ຄົນ ທີ່ຖືກກວດພົບ ວ່າມີຄວາມຜິດ ໃນ 6 ເດືອນຕົ້ນປີ ຄືທີ່ວ່ານັ້ນ ສ່ວນຫຼາຍແມ່ນຜິດວິນັຍ ທາງດ້ານບໍຣິຫານ. ໃນຈຳນວນທັງໝົດທີ່ວ່ານັ້ນ 6 ຄົນ ໄດ້ຖືກຕັດສິນລົງໂທດໄປແລ້ວ. ສ່ວນທີ່ເຫຼືອ ຍັງບໍ່ທັນໄດ້ສົ່ງຄະດີຂຶ້ນສານເທື່ອ. ແຕ່ຍັງບໍ່ສາມາດເປີດເຜີຍໄດ້ວ່າ  ພະນັກງານ 21 ຄົນນັ້ນ ສັງກັດຢູ່ຂແນງການໃດແດ່.

ໃນຣະຫວ່າງກອງປະຊຸມ ເປີດກວ້າງຂອງຣັຖບານ ຄັ້ງທີ 1 ຂອງປີ 2019 ຊຶ່ງໄດ້ຈັດຂຶ້ນໃນມື້ວັນທີ 26 ແລະ 27 ມິຖຸນານີ້ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ໄດ້ກ່າວວ່າ ປັດຈຸບັນ ຄະນະກັມການ ທີ່ກ່ຽວຂ້ອງຂອງແຂວງ ກຳລັງສືບຕໍ່ ກວດສອບພະນັກງານ ທີ່ເຮັດຜິດຣະບຽບກົດໝາຍ ຕື່ມອີກ 27 ຄົນ ຊຶ່ງສ່ວນຫຼາຍ ແມ່ນມີຄວາມຜິດ ກ່ຽວກັບເຣື່ອງໄມ້ ເປັນຕົ້ນ ການຂາຍໂຄຕາໄມ້ໃຫ້ບໍຣິສັດ ແລະ ກ່ຽວກັບໂຄງການລົງທຶນຂອງຣັຖ. ພ້ອມກັນນັ້ນ ທ່ານຍັງເວົ້າຕື່ມອີກວ່າ ການກະທຳຄວາມຜິດ ກ່ຽວກັບເຣື່ອງໄມ້ ທີ່ເຫັນຫຼາຍທີ່ສຸດ ແມ່ນຢູ່ເມືອງໝອກ ຍ້ອນເປັນເມືອງ ທີ່ມີໄມ້ຣາຄາແພງ ຫຼົງເຫຼືອຢູ່ຫຼາຍ ແລະຢູ່ເມືອງນີ້ ຍຶດໄມ້ໄດ້ປະມານ 13,000 ແມັດກ້ອນ.

ນອກຈາກແຂວງຊຽງຂວາງນີ້ແລ້ວ ຢູ່ແຂວງໄຊຍະບູລີ ເມື່ອເດືອນພຶສພາ ທີ່ຜ່ານມາ ທາງການແຂວງ ກໍສັ່ງລົງວິນັຍ ສະມາຊິກພັກ ແລະພະນັກງານຈຳນວນ 102 ຄົນ ທີ່ກະທຳຄວາມຜິດ ໃນເຣື່ອງຕ່າງໆ ເປັນຕົ້ນ ໄດ້ສໍ້ຣາດບັງຫລວງ, ລະເມີດກົດຣະບຽບຂອງພັກ, ຕິດຢາເສບຕິດ.

ແລະເມື່ອເດືອນ ມິນາປີນີ້ ຢູ່ແຂວງສະຫວັນນະເຂດ ຄນະກວດກາພັກ-ຣັຖແຂວງ ກໍໄດ້ລົບຣາຍຊື່ ພະນັກງານ 19 ຄົນ ອອກຈາກບັນຊີ ຣັຖກອນ ຍ້ອນມີສ່ວນພົວພັນ ກັບການສໍ້ຣາດບັງຫຼວງ ແລະລົງວິນັຍ ພະນັກງານອີກ 21 ຄົນ.

ໃນຣະຍະ 5 ປີຜ່ານມາ ມີການລົງໂທດທາງວິນັຍ ສະມາຊິກພັກ 1,806 ຄົນ ທີ່ໃຊ້ໜ້າທີ່ຕຳແໜ່ງ ສະແຫວງຫາຜົນປະໂຫຍດສ່ວນໂຕ ແລະສໍ້ໂກງງົບປະມານຂອງຣັຖ. ໃນຈຳນວນຜູ້ຖືກລົງໂທດ ທາງວິນັຍ ທີ່ວ່ານີ້ ມີ 1,007 ຄົນຖືກປົດອອກຈາກພັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.