ຕໍາຣວດລາວຍັງມີຜູ້ ຣະເມີດກົດ

ໄມຊູລີ
2019.06.18
ເຈົ້າໜ້າທີ່ຕໍາຣວດລາວ ປະຕິບັດໜ້າທີ່ ຕາມທ້ອງຖນົນ
RFA/SS

ເຈົ້າໜ້ທີ່ຕໍາຣວດລາວ ຍັງບໍ່ປະຕິບັດ ຕາມຄໍາສັ່ງກົດຣະບຽບ ກົດໝາຍ ແລະ ຂໍ້ຫ້າມຕ່າງໆ ຂອງກະຊວງປ້ອງກັນຄວາມສງົບ ທີ່ອອກຂໍ້ ຫ້າມ 17 ຂໍ້ ໃຫ້ເຈົ້າໜ້າທີ່ຕໍາຣວດຕ້ອງປະຕິບັດຕາມ ຢ່າງເຄັ່ງຄັດ ໂດຍສະເພາະ ຫ້າມຮັບສິນບົນ, ອິງຕາມຄໍາເວົ້າຂອງ ປະຊາຊົນ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 18 ມິຖູນາ ນີ້:

“ສິໃຫ້ມັນ 100 ເປີເຊັນ ມັນກໍຄືສິບໍ່ໄດ້ຮ້ອຍເປີເຊັນ ໂດຍຮວມແລ້ວ ມັນສິໄດ້ຢູ່ ປະມານ 70-80 ເປີເຊັນ ເຕັມຮ້ອຍ ບັດຫຍັງມັນສິບໍ່ໄດ້ ອັນ ຄໍຣັບຊັ້ນ ມີແຕ່ເຮົາກໍບໍຮູ້ ເນາະ ມັນອາດເປັນຮູບການນຶ່ງ.”

ແຕ່ເຈົ້າໜ້າທີ່ ຕໍາຣວດຢູ່ລາວ ທ່ານນຶ່ງ ກ່າວວ່າ ການຮັບເງິນສິນບົນຢູ່ລາວ ຍັງມີຢູ່ເລັກນ້ອຍ ແຕ່ເປັນຄວາມພໍໃຈ ຂອງທັງສອງຝ່າຍ ຈຶ່ງຍັງບໍ່ມີຄະດີ ຄວາມເກີດຂຶ້ນ ໃຫ້ເຫັນ.

“ຮັບສິນບົນບໍ່ຄ່ອຍມີ ມີກໍເລັກໆນ້ອຍໆ ມັນບໍ່ມີໂຈດ ບໍ່ມີຜູ້ຮ້ອງຟ້ອງ ຖ້າຄົນເຂົາພໍໃຈໃຫ້ກັນ ມັນກໍບໍມີ ໃຜມາຮ້ອງຟ້ອງ ສ່ວນໃຫຍ່ບໍ່ໄດ້ ດໍາເນີຄະດີ ບ້ານເຮົາ ບໍ່ຄ່ອຍເຫັນ ບໍ່ຄ່ອຍມີ ມັນບໍ່ມີຜົນເສັຍຫາຍຫລາຍປານໃດ ກໍບໍ່ເຫັນ.”

ທ່ານກ່າວຕຶ່ມວ່າ ຫາກມີການຮັບເງິນສິນບົນ ເກິດຂຶ້ນ ຫຼື ມີຜູ້ມາຮ້ອງຟ້ອງ ຈະຕ້ອງດໍາເນີນການສອບສວນ ແລະ ລົງໂທດ ເຈົ້າໜ້າທີ່ ຕໍາຣວດຄົນນັ້ນ ຕາມກົດໝາຍ ເຖິງຂັ້ນໄລ່ອອກຈາກໜ້າທີ່ ໂດຍບໍ່ມີ ຂໍ້ຍົກເວັ້ນ.

ຢ່າງໃດກໍຕາມ ໃນມື້ວັນທີ່ 3 ເມສາ ຜ່ານມານີ້ ກະຊວງປ້ອງກັນ ຄວາມສະງົບ ໄດ້ອອກຂໍ້ຫ້າມ 17 ຂໍ້ ເປັນຕົ້ນ ຫ້າມຮັບເງິນສິນບົນ, ຫ້າມພົວພັນ ກັບຢາເສບຕິດ, ຫ້າມສວຍໃຊ້ໜ້າທີ່ຕໍາແໜ່ງ, ຫ້າມພົວພັນ ກັບກຸ່ມແກ້ງ ຜິດກົດໝາຍ, ຫ້າມວິ່ງເຕັ້ນ ເປັນນາຍໜ້າ ແກ້ໄຂຄະດີຄວາມ ແລະ ຫ້າມເຜີຍແພ່ ຂໍ້ມູນລັບ ຂອງຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.