ຣາຍງານ ດ້ານຄວາມທຸກຍາກ ຕໍ່ສະພາສິດທິມະນຸດ

ມະ​ນີ​ຈັນ
2019.06.28
E-un-rapporteur ທ່ານ ຟີ​ລິບ ອາ​ລ​ສ​ເທິນ, ຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ, ຣາຍງານ ກ່ຽວກັບ ສປປລາວ ຕໍ່ສະພາສິດທິມະນຸດ ສະຫະປະຊາຊາດ ທີ່ນະຄອນ ເຈັນເນວາ ໃນວັນທີ 28 ມິຖຸນານີ້.
ຮູບ​ພາບ: ຈາກວີ​ດີ​ໂອ ສະ​ຫະ​ປະ​ຊາ​ຊາດ

ສາສດາຈານ ຟີ​ລິບ ອາ​ລ​ສ​ເທິນ (Philip Alston), ຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ, ໄດ້ຣາຍງານແບບສັງເຂບ ຕໍ່ກອງປະຊຸມສມັຍສາມັນ ຂອງສະພາສິດທິມະນຸດ ສະຫະປະຊາຊາດ ຄັ້ງທີ 41 ທີ່ນະຄອນ ເຈັນ​ເນ​ວາ (Geneva) ປະເທດສວິ​ສ​ເຊີ​ແລນ​ດ໌ (Switzerland) ໃນມື້ວັນທີ 28 ມິຖຸນາ 2019 ນີ້.

ໃນຣາຍງານນັ້ນ ທ່ານ ອາ​ລ​ສ​ເທິນ ໄດ້ກ່າວເຖິງ ຜົລສໍາເຣັດ ຂອງການພັທນາເສຖກິດ ຂອງລາວ:

“ສປປລາວ ໄດ້ປະສົບຜົລສໍາເຣັດ ຢ່າງໜ້າປະທັບໃຈຫລາຍ ໃນການເຮັດໃຫ້ ເສຖກິດ ຮວມຍອດມູນຄ່າ ການຜລິດພາຍໃນ (GDP) ເຕີບໂຕ ໃນໄລຍະຫລາຍປີ ຜ່ານມານີ້. ແຕ່ການເຕີບໂຕນັ້ນ ບໍ່ໄດ້ຊ່ອຍໃຫ້ ປະຊາຊົນສ່ວນໃຫຍ່ ພາຍໃນປະເທດ ທີ່ມີຊີວິດການເປັນຢູ່ ທຸກຍາກນັ້ນ ດີຂຶ້ນໄດ້.”

ພ້ອມດຽວກັນນັ້ນ, ທ່ານກໍໄດ້ກ່າວເຖິງ ສະພາບສິດທິມະນຸດ ຢູ່ລາວ ວ່າ:

“ພັກປະຊາຊົນ ປະຕິວັດລາວ ຄວບຄຸມ ການປາກເວົ້າ ຂອງມວນຊົນ ຢ່າງເຄັ່ງຄັດ, ຮັກສາບໍ່ໃຫ້ມີຄວາມໂປ່ງໃສ, ຍັງບໍ່ອະນຸຍາດໃຫ້ມີ ການຕໍານິຕິຕຽນ ສິ່ງບໍ່ດີຕ່າງໆ ແລະ ທັງບໍ່ໃຫ້ປະຊາຊົນ ຮ້ອງຂໍຕໍ່ວ່າ ຢ່າງແທ້ຈິງ. ຣັຖບານ ຄຸ້ມຄອງຣະບົບຍຸຕິທັມ ແລະ ສື່ມວນຊົນ ທັງບໍ່ໃຫ້ຄວາມສໍາຄັນ ໃນການເຄື່ອນໄຫວ ກິຈກັມຕ່າງໆ ຂອງພາກປະຊາສັງຄົມ.”

ໃນຂະນະດຽວກັນ, ທ່ານ ຄໍາອິນ ຄິດຈະເດດ, ຫົວໜ້າຄະນະຜູ້ແທນ ສປປລາວ ກໍໄດ້ມີຄໍາເຫັນ ຕໍ່ບົດຣາຍງານ ຂອງທ່ານ ອາ​ລ​ສ​ເທິນ ຕອນນຶ່ງວ່າ:

“ຕລອດໄລຍະ 43 ປີມານີ້ ສປປລາວ ໄດ້ມີຄວາມກ້າວໜ້າ ໃນການພັທນາ ເສຖກິດ ແລະ ຫລຸດຜ່ອນຄວາມທຸກຍາກ ຮວມທັງການ ປົກປ້ອງສິດທິມະນຸດ. ປະເທດລາວ ໄດ້ເຣີ່ມຈາກ ພື້ນຖານຕໍ່າທີ່ສຸດ ແຕ່ກໍໄດ້ ພະຍາຍາມ ສູ້ຊົນກ້າວໄປຂ້າງໜ້າ ແລະ ກໍກໍາລັງຈະ ຫລຸດພົ້ນ ອອກຈາກ ຖານະ ຂອງການເປັນ ປະເທດດ້ອຍພັທນາ.”

ພ້ອມດຽວກັນນັ້ນ, ທ່ານ ຄໍາອິນ ຍັງເວົ້າຕື່ມອີກວ່າ ພວກທ່ານຜິດຫວັງ ຢ່າງຍິ່ງ ຕໍ່ທັສນະ ທີ່ບໍ່ກໍ້າເກິ່ງ ຂອງຜູ້ຣາຍງານພິເສດ ສະຫະ -ປະຊາຊາດ ດ້ານຄວາມທຸກຍາກ ທີ່ສຸດ ແລະ ສິດທິມະນຸດ ໂດຍເວົ້າວ່າ ນັ້ນເປັນພື້ນຖານຂໍ້ມູນ ທີ່ບໍ່ຖືກຕ້ອງ, ບິດເບືອນ ແລະ ບໍ່ ສະທ້ອນເຖິງສະພາບຄວາມເປັນຈິງຢູ່ ສປປລາວ. ສິ່ງທີ່ວ່ານັ້ນ ເປັນການກ່າວຫາ ບົນພື້ນຖານແຫລ່ງຂ່າວ ທີ່ບໍ່ໜ້າເຊື່ອຖື ແລະ ຂໍ້ມູນ ທີ່ເສກສັນປັ້ນແຕ່ງ ຊຶ່ງອົງການ ທີ່ບໍ່ຂຶ້ນກັບຣັຖບານ ສນອງໃຫ້.

ເຖິງຢ່າງໃດກໍຕາມ, ຜ່ານການຢ້ຽມຢາມ ສປປລາວ ແຕ່ວັນທີ 18 ຫາ ວັນທີ 28 ມິນາ ຜ່ານມາ ຊຶ່ງທ່ານ ອາ​ລ​ສ​ເທິນ ໄດ້ເຫັນ ສະພາບ ຄວາມເປັນຈິງ ຕ່າງໆ ຢູ່ ສປປລາວ ຮວມທັງ ຮູ້ເຖິງ ຊີວິດການເປັນຢູ່ ຂອງປະຊາຊົນລາວ ທັງຢູ່ແຂວງພາກເໜືອ ຄືແຂວງຫົວພັນ ແລະ ແຂວງອັດຕະປື ພາກໃຕ້ ຂອງລາວ. ແລະ ໃນການຖແລງຂ່າວ ເມື່ອວັນທີ 19 ມິຖຸນານີ້ ທ່ານກໍໄດ້ຮຽກຮ້ອງ ໃຫ້ມີການສົ່ງເສີມ ຄວາມ ໂປ່ງໃສ ໃນຄະນະ ຣັຖບານ ສປປລາວ ແລະ ເປີດກວ້າງ ແລະ ປະຕິບັດ ຕໍ່ພາກປະຊາສັງຄົມ ໃນຖານະ ເປັນຄູ່ຮ່ວມ ອັນຈະຊ່ອຍ ໃຫ້ມີການແກ້ໄຂ ບັນຫາການສໍ້ຣາສບັງຫລວງ ແລະ ຮັບປະກັນວ່າ ປະຊາຊົນລາວ ຈະບໍ່ປະສົບກັບ ຄວາມທຸກຍາກ ຍ້ອນການຂຸດຄົ້ນ ຊັພຍາກອນ ທັມຊາດ ອອກໄປ ແລະ ໃຫ້ພວກເຂົາເຈົ້າ ມີສ່ວນ​ຮ່ວມ ໃນການແກ້ໄຂ ບັນຫາທ້າທາຍຕ່າງໆ ຂອງປະເທດ.

ສາສດາຈານ ອາ​ລ​ສ​ເທິນ ກ່າວຕື່ມວ່າ ນະໂຍບາຍ ກົດຂີ່ຂົ່ມເຫັງ ຈະນຳໄປສູ່ ການສູນເສັຽ ຢ່າງໃຫຍ່ຫລວງ ແລະ ເຮັດໃຫ້ຕົນເອງ ຜ່າຍແພ້, ແລະ ຣັຖບານ ກໍຄວນກໍາຈັດ ຂໍ້ຈໍາກັດ ທີ່ໜັກໜ່ວງ ຕໍ່ການເຄື່ອນໄຫວ ແລະ ກິຈກັມຕ່າງໆ ຂອງພາກປະຊາສັງຄົມ.

ແຕ່ເຖິງຢ່າງໃດກໍຕາມ, ທ່ານ ອາ​ລ​ສ​ເທິນ ກໍໄດ້ສັລເສີນ ຣັຖບານ ສປປລາວ ທີ່ໃຫ້ໂອກາດ ທ່ານຢ້ຽມຢາມລາວ 11 ມື້ ແລະ ທັງວ່າ ສິ່ງທີ່ທ່ານຊອກຮູ້ ຢູ່ລາວນັ້ນ ແມ່ນສອດຄ່ອງ ກັບການປະຕິບັດໜ້າທີ່ ຂອງທ່ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.