ເຣື້ອງທີ່ເກັບບັນທຶກໄວ້
2022-10-28
ຊາວບ້ານຢຶບ ຢູ່ເມືອງທ່າແຕງ ແຂວງເຊກອງ ທີ່ຖືກຈັບ ຍ້ອນຂໍ້ຂັດແຍ່ງທີ່ດິນ ຊຶ່ງມີຜູ້ນຶ່ງ ໄດ້ຮັບການປ່ອຍໂຕແລ້ວ, ສ່ວນທີ່ເຫຼືອ 4 ຄົນ ຍັງບໍ່ທັນໄດ້ປ່ອຍໂຕເທືອ ໃນນັ້ນ 3 ຄົນ ຖືກຍ້າຍໄປຂັງຢູ່ຄຸກ ເມືອງປະທຸມພອນ ແຂວງ ຈຳປາສັກ.
2022-10-25
ມາເຖິງ ວັນຄົບຮອບ 23 ປີແລ້ວ ກໍຍັງບໍ່ຮູ້ຊາຕາກັມ ຂອງຄະນະນໍາ ຂະບວນນັກສຶກສາ 26 ຕຸລາ 5 ທ່ານ ທີ່ທວງໃຫ້ມີການປ່ຽນແປງ ການປົກຄອງ ຈາກລະບອບຜະເດັດການ ພັກດຽວຜູກຂາດອໍານາດ ໄປສູ່ລະບອບ ປະຊາທິປະໄຕ.
2022-10-24
ຜູ້ນຳລາວ ສະແດງຄວາມຍິນດີຕໍ່ທ່ານ ສີ ຈິ້ນຜິງ ໃນໂອກາດທີ່ຖືກເລືອກ ເປັນຜູ້ນຳສູງສຸດ ຂອງຈີນ ສມັຍ ທີ 3, ໃນຂະນະທີ່ ຊາວລາວຈຳນວນນຶ່ງ ເຫັນວ່າອິດທິພົລຈີນ ຈະຂຍາຍໂຕ ເຂົ້າມາໃນລາວຫລາຍຂຶ້ນເລື້ອຍໆ.
2022-10-18
ສປປ ລາວ ຍັງມີຄວາມສ່ຽງ ຈາກການປະເມີນ ຂອງ ກຸ່ມ ເອເຊັຽ ແປຊິຟິກ ເພື່ອຕ້ານ ການຟອກເງິນ ຫລື Asia Pacific on Anti-Money Laundering (APG) ຕໍ່ກັບວຽກງານ ສະກັດກັ້ນ ການຟອກເງິນ ແລະ ການສນອງທຶນ ໃຫ້ແກ່ການກໍ່ການຮ້າຍ.
2022-10-17
ຣັຖບານ ສະຫະຣັຖ ອາເມຣິກາ ຫາລືທະວິພາຄີ ກັບຣັຖບານລາວ ຄັ້ງທີ່ 10 ເພື່ອສືບຕໍ່ ຊ່ອຍເຫຼືອ ດ້ານໂຄວິດ-19 ແລະ ຮ່ວມມືໃນຫຼາຍດ້ານ.
2022-10-17
ກອງປະຊຸມໃຫຍ່ ຄັ້ງທີ 20 ຂອງພັກ ຄອມມິວນິສຈີນ ໄດ້ເປີດຂຶ້ນໃນມື້ວັນທີ 16 ຕຸລານີ້ ແຕ່ປະຊາຊົນລາວ ທົ່ວໄປ ບໍ່ໄດ້ໃຫ້ຄວາມສົນໃຈ ຂະນະທີ່ ຜູ້ນໍາພັກປະຊາຊົນ ປະຕິວັດລາວ ສົ່ງສານອວຍພອນ ຍ້ອງຍໍ ການນຳພາ ຂອງຜູ້ນຳພັກ ຄອມມິວນິສຈີນ.
2022-10-14
ໃນການລົງຄະແນນສຽງ ຢູ່ໃນກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາຕ ປະນາມຣັສເຊັຽ ທີ່ຍຶດເອົາດິນແດນບາງສ່ວນ ຂອງຢູເຄຣນ ໂດຍມີ 183 ປະເທດເຂົ້າຮ່ວມ, ມີ 143 ປະເທດ ເຫັນດີປະນາມ, 5 ປະເທດຄັດຄ້ານ ແລະ 35 ປະເທດ ບໍ່ອອກສຽງ ຊຶ່ງໃນນັ້ນ ລວມທັງ ສປປ ລາວ ນໍາດ້ວຍ.
2022-10-13
ການລົງທຶນ ຂອງວຽດນາມ ຢູ່ໃນອັນດັບ 3 ຈາກທັງໝົດ 54 ປະເທດ ທີ່ລົງທຶນໃນລາວ ແລະມີ 417 ໂຄງການ, ມູນຄ່າການລົງທຶນ 4.3 ຕື້ໂດລ້າຣ໌ສະຫະຣັຖ ແຕ່ມີໂຄງການ ຈໍານວນນຶ່ງ ບໍ່ໂປ່ງໃສ, ມີຜົນກະທົບ ຕໍ່ປະຊາຊົນ ແລະຄ່າຊົດເຊີຍ ຄວາມເສັຍຫາຍ ກໍບໍ່ທັນຈ່າຍ.
2022-10-11
ນັກໂທສຈຳນວນ 1,895 ຄົນ ຈະຖຶກສເນີ ໃຫ້ໄດ້ຮັບອະພັຍໂທສ ຊຶ່ງຄາດວ່າ ກຸ່ມນັກໂທສ ການເມືອງ ຈະບໍ່ມີລະບຸ ຢູ່ໃນລາຍຊື່ນັກໂທສ ທີ່ສເນີໃຫ້ ມີການອະພັຍໂທສນັ້ນ ເພາະນັກໂທສການເມືອງ ຖືວ່າເປັນນັກໂທສ ທີ່ມີໂທສໜັກ ແລະສ່ວນຫຼາຍ ຈະບໍ່ຄ່ອຍໄດ້ຮັບ ການອະພັຍໂທສ.
2022-10-10
ແຕ່ງຕັ້ງ ຄະນະສະເພາະກິຈ ຮັບຜິດຊອບ ສືບສວນ ຄະດີຄາຕກັມ ຍານາງ ວິພາພອນ ກອນສິນ ອາຍຸ 36 ປີ ປະທານ ບໍຣິສັດລາວ ວີໄອພີ ພັທນາ ການລົງທຶນ ຈໍາກັດຜູ້ດຽວ ໂດຍປະຊາຊົນ ຫວັງໃຫ້ເຈົ້າໜ້າທີ່ ສາມາດ ນຳຜູ້ກໍ່ເຫດ ມາລົງໂທດ ເພາະນີ້ເປັນຄະດີ ສະເທືອນຂວັນ ສັງຄົມລາວ.
2022-10-04
ເກີດບັນຫາ ຂໍ້ຂັດແຍ່ງ ທີ່ດິນ ລະຫວ່າງຊາວບ້ານ ກັບ ກອງບັນຊາການ ທະຫານ ນະຄອນຫຼວງວຽງຈັນ ຊຶ່ງເຮັດໃຫ້ ຊາວບ້ານ ບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ 5 ຄົນ ທີ່ຖືກເຈົ້າໜ້າທີ່ທະຫານ ຈັບຂັງຄຸກ ກ່ອນຈະຖືກປ່ອຍໂຕມາ ພາຍຫຼັງຕິດຄຸກ ເປັນເວລາຫຼາຍເດືອນ.