ປະທານ ປະເທດລາວ ສແດງຄວາມຍິນດີ ນຳທ່ານ ສີ ຈິ້ນຜິງ
2022.10.24

ເມື່ອວັນທີ 23 ຕຸລາທີ່ຜ່ານມາ ທ່ານ ດຣ. ທອງລຸນ ສີສຸລິດ ປະທານ ປະເທດລາວ ໄດ້ສົ່ງໂທລະເລຂຊົມເຊີຍ ຜູ້ນຳຈີນ ທ່ານ ສີ ຈິ້ນຜິງ ໃນໂອກາດທີ່ ທ່ານໄດ້ຮັບເລືອກຕັ້ງ ໃຫ້ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະກັມມະການ ສູນກາງ ພັກຄອມມິວນິສຕ໌ຈີນ ແລະ ປະທານປະເທດຈີນ ເປັນສມັຍທີ່ 3 ໂດຍມີເນື້ອໃນຕອນນຶ່ງວ່າ:
“ການທີ່ ທ່ານ ສີ ຈິ້ນຜິງ ໄດ້ຮັບເລືອກຕັ້ງ ໃຫ້ດຳລົງຕຳແໜ່ງ ເປັນປະທານປະເທດຈີນ ອີກວາຣະນຶ່ງ ໃນກອງປະຊຸມ ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກຄອມມິວນິສຕ໌ຈີນເປັນການສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມໄວ້ເນຶ້ອເຊື່ອໃຈຢ່າງເຕັມປ່ຽມ ຂອງພັກ-ຣັຖ ແລະ ປະຊາຊົນຈີນ ທີ່ມີຕໍ່ທ່ານ ໃນຖານະຜູ້ນຳ ທີ່ປຣີຊາສາມາດ, ເປັນແກນກາງຂອງພັກ, ເຊິ່ງປ່ຽມລົ້ນໄປດ້ວຍ ປະສົບການ ແລະ ຜົລງານອັນໂດດເດັ່ນ ໃນການຊີ້ນຳ.”
ພາຣະກິຈສ້າງສາ ສັງຄົມນິຍົມທີ່ມີສີສັນ ພິເສດຂອງຈີນ ໃນຍຸກສມັຍໃໝ່, ອີງຕາມການຣາຍງານ ຂອງໜັງສືພິມ ວຽງຈັນ ທາມສ໌ ວັນທີ 24 ຕຸລາ ປີ 2022.
ພ້ອມດຽວກັນນີ້ ທ່ານ ດຣ. ທອງລຸນ ສີສຸລິດ ຍັງໄດ້ກ່າວຕື່ມວ່າ ທ່ານເອງ ກໍມີຄວາມເອກອ້າງ ທະນົງໃຈ ແລະ ປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນ ແລະ ມິຕພາບລາວ-ຈີນ ນັບມື້ໄດ້ຮັບ ການຜັນຂຫຍາຍດ້ວຍທ່ວງທ່າ ທີ່ໜັກແໜ້ນ ໂດຍສະເພາະພາຍຫລັງ ຈາກທີ່ທັງ 2 ພັກ ໄດ້ລົງນາມແຜ່ນແມ່ບົດ ວ່າດ້ວຍການສ້າງ ຄູ່ຮ່ວມຊະຕາກັມ ລາວ-ຈີນ ພ້ອມທັງຍິນດີ ສືບຕໍ່ພົວພັນຮ່ວມມື 2 ຝ່າຍ ໃນໄລຍະໃໝ່ ເພຶ່ອນຳເອົາຜົລປໂຍດ ຕົວຈິງມາສູ່ປະຊາຊົນ ລາວ-ຈີນ.
ໃນຂະນະທີ່ຊາວລາວ ຈຳນວນນຶ່ງ ເຫັນວ່າ ການທີ່ທ່ານ ສີ ຈິ້ນຜິງ ໄດ້ເປັນຜູ້ນຳສູງສຸດ ຂອງຈີນອີກສມັຍ, ນັ້ນກໍແຮງຈະເຮັດໃຫ້ ອິທິພົລຈີນຂຫຍາຍໂຕ ເຂົ້າມາໃນລາວຫລາຍຂຶ້ນເລື້ອຍໆ ອັນຈະເຮັດໃຫ້ຊາວລາວ ໄດ້ຮັບຜົລກະທົບໃນຫລາຍຮູບແບບ ເປັນຕົ້ນ ໂຄງການຕ່າງໆ ຂອງນັກລົງທຶນຈີນ ຈະມີຫລາຍຂຶ້ນ ແລະ ກໍຈະມີການສັມປະທານທີ່ດິນ ທີ່ຈະກວມເອົາດິນຊາວບ້ານ ຫລາຍຂຶ້ນເລື້ອຍໆ.
ດັ່ງຊາວບ້ານທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 24 ຕຸລາ ນີ້ວ່າ:
“ກໍຄືວ່າຫັ້ນແຫລະ ກໍຄິດວ່າຕ້ອງຂຫຍາຍມາແນ່ນອນ. ໂອ! ເພາະວ່າເຂດເຮົານີ້ ແມ່ນຈີນຄອບຄອງຫລາຍແລ້ວ ເປັນໄປຕາມສະພາບການ ບ້ານເມືອງຫັ້ນແຫລະ. ໄດ້ຮັບຜົນປໂຍດຢູ່ ເພາະວ່າໄດ້ເງິນຈາກຈີນເນາະ ແຕ່ວ່າເປັນລູກເປັນຫລານໄປນີ້ ກໍຄິດວ່າ ລູກຫລານຈະລຳບາກແຫລະ ບໍ່ມີດິນທຳການຜລິຕແລ້ວນີ້ ບ່ອນໃດລາວກະຊື້ເອົາໝົດ.”
ໃນຂະນະດຽວກັນ ຊາວລາວອີກນາງນຶ່ງ ກໍເຊື່ອວ່າ ການທີ່ ທ່ານ ສີ ຈິ້ນຜິງ ໄດ້ເປັນຜູ້ນຳສູງສຸດ ຂອງຈີນອີກສມັຍນັ້ນ ກໍຈະເຮັດໃຫ້ຈີນ ຂຫຍາຍອິທິພົລ ເຂົ້າມາໃນລາວຫລາຍຂຶ້ນ ຢ່າງແນ່ນອນ ແລະກໍອາດຈະເຮັດໃຫ້ ຊາວລາວໄດ້ຮັບຜົນກະທົບ ຈາກການລົງທຶນຂອງຈີນ ຫລາຍຂຶ້ນໃນທຸກມິຕິ ນຳດ້ວຍ ໂດຍຊາວລາວ ບໍ່ສາມາດຄັດຄ້ານ ຫລືວິພາກ ວິຈານ ໄດ້.
ດັ່ງຍານາງກ່າວວ່າ:
“ເພິ່ນໄດ້ເປັນອີກສມັຍນຶ່ງ ກະປະເທດເພິ່ນຫັ້ນແຫລະເນາະ ແຕ່ວ່າປະເທດເຮົານີ້ຕີມັນບໍ່ໄຫວ. ໂອຍ ແນ່ນອນ ຂຍາຍອິທິພົລມາລາວນີ້ ເກືອບຊິເຄິ່ງແລ້ວ ກະຕໍ່ຕ້ານຫລາຍບໍ່ໄດ້ ປາກບໍ່ໄດ້, ໄອບໍ່ດັງ ເຮົາຜູ້ນ້ອຍ ເຮົາປະຊາຊົນ.”
ທ່ານດ້ານເຈົ້າໜ້າທີ່ລາວນຶ່ງ ໄດ້ກ່າວກ່ຽວກັບເຣຶ່ອງນີ້ວ່າ ການທີ່ທ່ານ ສີ ຈິ້ນຜິງ ໄດ້ຮັບເລືອກຕັ້ງເປັນປະທານ ປະເທດຈີນ ອີກສມັຍນັ້ນ ກໍເປັນຜົລດີ ຕໍ່ການບໍຣິຫານປະເທດຈີນ ລວມທັງດ້ານການຮ່ວມມື ກັບປະເທດລາວ ເຊິ່ງ ທ່ານ ສີ ຈິ້ນຜິງ ກໍຈະໄດ້ສືບຕໍ່ ເຮັດແຜນການຕ່າງໆ ຂອງທ່ານ ທີ່ໄດ້ວາງແຜນໄວ້ໃນກ່ອນໜ້ານີ້.
ດັ່ງທ່ານກ່າວວ່າ:
“ກໍມີຜົລດີຫັ້ນແຫລະ ເພາະວ່າຜູ້ເກົ່າມັນໄດ້ແລ້ວ ກະຍັງຊິສືບຕໍ່ບົດຮຽນ ສືບຕໍ່ການລົງທຶນໃຫ້ລາວ ຄືເກົ່າຫັ້ນແຫລະ ໄດ້ຜູ້ເກົ່ານິີ້ມັນກໍສືບຕໍ່ ແຜນເດີມ ມັນກໍມີຄວາມສະດວກຂຶ້ນໄປອີກ ແຕ່ວ່າແນວໃດເຮົາກັບຈີນ ກໍແມ່ນການຮ່ວມມື ສາກົລ ທາງດ້ານການລົງທຶນ ອີ່ຫຍັງຕ່າງໆ ເຮົາກະເຮັດມາຕລອດ.”
ອະດີຕເຈົ້າໜ້າທີ່ລາວ ທ່ານນຶ່ງ ກໍເຊື່ອວ່າການທີ່ ທ່ານ ສີ ຈິ້ນຜິງ ໄດ້ເປັນຜູ້ນຳສູງສຸດ ຂອງພັກຄອມມິວນິສຕ໌ຈີນ ຕື່ມອີກສມັຍນັ້ນ ກໍເປັນທີ່ແນ່ນອນວ່າ ທ່ານຈະສືບຕໍ່ເຮັດໃຫ້ພັກ ຄອມມິວນິສຕ໌ຈີນ ມີຄວາມເຂັ້ມແຂງ ແລະ ຂຍາຍອິດທິພົລ ໄປໃນຫລາຍປະເທດ ທີ່ຈີນມີການພົວພັນ ນຳດ້ວຍ ໂດຍສະເພາະຂຍາຍອິດທິພົລ ທາງດ້ານເສຖກິຈ ແລະ ຂຍາຍອຳນາຈ ດ້ານອື່ນໆ.
ດັ່ງທ່ານກ່າວວ່າ:
“ເພິ່ນສືບຕໍ່ ການນຳພາເຂົາຫັ້ນຕິ ເພິ່ນກະເວົ້າຢູ່ໃນຫັ້ນວ່າ ຈະໃຫ້ມີຄວາມເຂັ້ມແຂງຂຶ້ນ ໄປເລື້ອຍໆຫັ້ນເດ້ ປະເທດເຂົາເຂັ້ມແຂງ ແນ່ນອນເຂົາຕ້ອງຂຍາຍເສຖກິຈ ຂຍາຍອຳນາດ ຂຍາຍຫຍັງໄປຫັ້ນແຫລະ.”
ສ່ວນນັກວິຊາການ ໃນລາວນາງນຶ່ງ ທີ່ມີຄວາມຮູ້ ທາງດ້ານການພົວພັນ ລາວ-ຈີນ ກ່າວວ່າ ຍານາງເອງກໍບໍ່ສາມາດ ໃຫ້ຄວາມເຫັນກ່ຽວກັບເຣຶ່ອງນີ້ ຢ່າງຕຣົງໄປຕຣົງມາໄດ້ ມີໜ້າທີ່ແຕ່ຕິດຕາມຂ່າວ ຄວາມຮ່ວມມືລະຫວ່າງ ລາວ-ຈີນ ຊື່ໆ ແລະ ບໍ່ສາມາດ ອອກຄຳເຫັນ ກ່ຽວກັບລະບົບການເມືອງ ຂອງຈີນໄດ້.
ດັ່ງຍານາງກ່າວວ່າ:
“ມັນເປັນເຣຶ່ອງຣັຖບານ ຂອງເພິ່ນຢູ່ປະເທດເພິ່ນເນາະ ເຮົານີ້ແມ່ນມີຄວາມແໜ້ນແກ່ນ ແລ້ວກະອັນດຽວກັນ ເຮົາຕ້ອງຟັງ ການປະຕິບັດວຽກງານ ນຳເພິ່ນ ຟັງນະໂຍບາຍ ຂອງເພິ່ນມາ ແລ້ວເຮົາຈັ່ງປະຕິບັດແນວນັ້ນເນາະ ເຮົາບໍ່ສາມາດຊິເຂົ້າໄປ ແຊກຊືມການເມືອງ ຂອງເພິ່ນໄດ້.”
ກ່ຽວກັບເຣຶ່ອງນີ້ ວິທຍຸ ເອເຊັ້ຽເສຣີ ຍັງໄດ້ຕິດຕໍ່ໄປຫາ ສະມາຄົມເສຖກິຈ ແລະ ວັທນະທັມ ລາວ-ຈີນ ໃນນະຄອນຫລວງວຽງຈັນ ເພື່ອສອບຖາມ ຄຳເຫັນເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຄຳເຫັນ ຢ່າງຕຣົງໄປຕຣົງມາໄດ້.
ນອກຈາກ ກອງປະຊຸມ ຄົບຄະນະຄັ້ງທີ 1 ຂອງຄະນະກັມມະການ ສູນກາງພັກຄອມມິວນິສຕ໌ຈີນ ຊຸດທີ່ 20 ໄດ້ເລືອກເອົາ ທ່ານ ສີ ຈິ້ນຜິງ ເປັນຜູ້ນຳສູງສຸດ ຂອງພັກຄອມມິວນິສຕ໌ຈີນ ເປັນສມັຍທີ່ 3 ແລ້ວ, ຍັງໄດ້ເລືອກຄະນະກັມມະການ ປະຈຳກົມການເມືອງ ສູນກາງພັກ ຊຸດໃໝ່ ເຊິ່ງປະກອບດ້ວຍ ທ່ານ ສີ ຈິ້ນຜິງ, ທ່ານ ຫລີສ່ຽງ, ທ່ານ ຈ້າວເລິຈີ້, ທ່ານ ຫວາງຮູ້ໜິງ, ທ່ານ ຊ້າຍສີ, ທ່ານ ຕິ່ງເຊສ່ຽງ ແລະ ທ່ານ ຫລີຊີ, ອີງຕາມ ຂໍ້ມູນຂອງວິທຍຸສາກົລ ແຫ່ງປະເທດຈີນ ຣາຍງານ ເມື່ອວັນທີ 23 ຕຸລາ ປີ 2022.