ຕັ້ງຄະນະ ສະເພາະກິຈ ສືບສວນ ຄະດີຄາຕກັມ ວິພາພອນ

ໄຊຍາ
2022.10.10
ຕັ້ງຄະນະ ສະເພາະກິຈ ສືບສວນ ຄະດີຄາຕກັມ ວິພາພອນ ທ່ານ ພົລເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງ ປ້ອງກັນຄວາມສງົບ.
ຮູບພາບ: ປກສ

ກົມໃຫຍ່ຕຳຣວດ ກະຊວງ ປ້ອງກັນຄວາມສງົບ ໄດ້ອອກແຈ້ງການ ແຕ່ງຕັ້ງ ຄະນະສະເພາະກິຈຮັບຜິດຊອບ ດຳເນີນຄະດີ ການລັກພາໂຕ ແລະຄາຕກັມ ຍານາງ ວິພາພອນ ກອນສິນ ອາຍຸ 36 ປີ ປະທານບໍຣິສັດລາວ ວີໄອພີ ພັທນາການລົງທຶນ ຈໍາກັດຜູ້ດຽວ ທີ່ຖືກຄົນຮ້າຍລັກພາໂຕ ແລະ ກໍເຫດຄາຕກັມ ພ້ອມອຳພາງສົບ ດ້ວຍການຍັດໃສ່ກະເປົາເດີນທາງ ແລ້ວຖິ້ມລົງແມ່ນໍ້າຂອງ ໃນລະຫວ່າງວັນທີ 10-28 ກັນຍາປີ 2022 ກ່ອນທີ່ຈະມີການພົບສົບ ຢູ່ແຂວງ ນະຄອນພະນົມ ປະເທດໄທຍ ໃນວັນທີ 29 ກັນຍາ ທີ່ຜ່ານມານີ້, ໂດຍມີທ່ານ ພົລຈັດຕະວາ ແກ່ນຈັນ ພົມມະຈັກ ຮອງຫົວໜ້າ ກົມໃຫຍ່ຕຳຣວດ ແລະ ຫົວໜ້າກົມຕຳຣວດ ສີືບສວນ-ສອບສວນ ເປັນຫົວໜ້າ ຄະນະສະເພາະກິຈ. ອີງຕາມການເປີດເຜີຍຂອງ ກະຊວງ ປ້ອງກັນຄວາມສງົບ ໃນວັນທີ 07 ຕຸລາ 2022.

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກົມໃຫຍ່ ຕຳຣວດ ເພື່ອສອບຖາມ ຄວາມຄືບໜ້າເພີ່ມຕື່ມ ຂອງການສືບສວນ-ສອບສວນ ຊຶ່ງເຈົ້າໜ້າທີ່ ຜູ້ນຶ່ງທີ່ຂໍສງວນຊື່ ແລະສຽງ ຊີ້ແຈງວ່າ:

ກ່ຽວກັບຄະດີນີ້ ທາງຄະນະສະເພາະກິຈ ກໍກຳລັງມີການສືບສວນ-ສອບສວນ ຕາມວິຊາສະເພາະຢູ່ ສ່ວນຈະມີການຖແລງຂ່າວ ຊີ້ແຈງຄວາມຄືບໜ້າ ໃນການສືບສວນ-ສອບສວນ ຫຼືບໍ່ນັ້ນ ກໍຍັງບໍ່ສາມາດໃຫ້ຄຳຕອບໄດ້.

ໃນຂະນະທີ່ ຊາວລາວຫຼາຍຄົນ ທີ່ຕິດຕາມຂ່າວການຄາຕກັມ ດັ່ງກ່າວນີ້ ກໍຢາກໃຫ້ເຈົ້າໜ້າທີ່ ສະເພາະກິຈທີ່ຮັບຜິດຊອບ ແກ້ໄຂຄະດີນີ້ ມີການເລັ່ງສືບສວນ-ສອບສວນ ພ້ອມທັງຈັບໂຕ ຜູ້ກໍ່ເຫດມາດຳເນີນຄະດີ ຕາມກົດໝາຽໃຫ້ໄວ ທີ່ສຸດເນື່ອງຈາກ ເປັນຄະດີທີ່ສະເທືອນຂວັນ ແລະສ້າງຄວາມຢ້ານ ໃຫ້ສັງຄົມ. ດັ່ງຊາວລາວ ຜູ້ນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ຕຸລາ ນີ້ວ່າ:

ໂອ ອັນນີ້ໜ້າຈະແຖລງຂ່າວກັນ ແບບວ່າໃຫ້ຮູ້ວ່າ ເປັນຫຍັງໆເນາະ ດຽວນີ້ເຂົາເຈົ້າຍັງປິດບັງ ຂໍ້ມູນຢູ່ຕາມເຂົ້ເຈົ້າຣາຍງານ ຢູ່ໃນຂ່າວລາວ ກາໜ້າຈະແມ່ນຄະດີ ຄາຕກັມທຸຣະກິຈ ເນາະ.

ສຳລັບຊາວລາວທີ່ຮູ້ ແລະຕິດຕາມຂ່າວດັ່ງກ່າວນີ້ ສ່ວນໃຫຍ່ກໍມີຄວາມເຫັນວ່າ ຄະດີການຄາຕກັມ ຍານາງ ວິພາພອນ ນັ້ນໜ້າຈະແມ່ນເກີດຈາກ ຄວາມຂັດແຍ່ງ ທາງດ້ານທຸຣະກິຈ ຊຶ່ງຍານາງອາຈຖືກ ຜູ້ເສັຽຜົລປໂຍດ ທາງດ້ານທຸຣະກິຈ ຈ້າງຄົນຮ້າຍລົງມື ລັກພາໂຕ ແລ້ວຄາຕກັມ ເພາະເປັນການຂ້າຢ່າງໂຫດຮ້າຍ.

ດັ່ງຊາວລາວ ອີກທ່ານນຶ່ງກ່່າວວ່າ:

ການສັງເກດການ ຕາມການຕິລາຄາ ກາການຂັດແຍ່ງທຸຣະກິຈ ຂໍ້ມູນເຂົາບໍ່ທັນເປີດເຜີຍເດ້ ແຕ່ວ່າເຮົາກາບໍ່ຄາດຝັນວ່າ ມັນຊິເກີດບັນຫາແນວນີ້ຂຶ້ນ ຄືຮູ້ຂ່າວນຳກັນຫັ້ນແຫຼະ ແຕ່ຍັງບໍ່ທັນຊັດເຈັນຫຍັງ ເຈົ້າໜ້າທີ່ເຂົາກາເລັ່ງດ່ວນຢູ່ດອກ ສືບສວນ-ສອບສວນ.”

ສ່ວນອະດີຕເຈົ້າໜ້າທີ່ລາວ ທ່ານນຶ່ງ ທີ່ມີຄວາມຮູ້ ກ່ຽວກັບຄະດີອາຊຍາກັມ ກໍເຊື່ອວ່າ ການລັກພາໂຕ ແລະຄາຕກັມ ຍານາງວິພາພອນ ໜ້າຈະແມ່ນ ສາເຫດການຂັດແຍ່ງ ທາງດ້ານທຸຣະກິຈ ເປັນຕົ້ນວ່າເສັຽຜົລປໂຍດ ຫຼື ຜິດໃຈກັນ ໃນດ້ານການເຮັດ ທຸຣະກິຈນຳກັນ. ສ່ວນຜູ້ກໍ່ເຫດ ຈະແມ່ນຄົນປະເທດໃດນັ້ນ ກໍບໍ່ສາມາດຄາດເດົາໄດ້ ແຕ່ກໍເຊື່ອວ່າຄະນະເຈົ້າໜ້າທີ່ ສະເພາະກິຈ ຂອງກະຊວງປ້ອງກັນ ຄວາມສງົບ ຈະສາມາດ ແກ້ໄຂຄະດີ ແລະຕາມຈັບກຸມ ຜູ້ກໍ່ເຫດໄດ້ໃນໝໍ່ໆນີ້.

ດັ່ງທ່ານໄດ້ກ່າວວ່າ:

ຂັດແຍ່ງ ທາງດ້ານທຸຣະກິຈແຫຼະ ຖືືວ່າຊິແມ່ນລາວຊິແມ່ນຈີນ ຊິແມ່ນວຽດ ຂ້າກາບໍ່ຮູ້ເທື່ອ ເພິ່ນຂັດແຍ່ງຢ່າງດຽວ ທາງດ້ານທຸຣະກິຈ ຢ່າງດຽວນີ້ແຫຼະ ທາງຜົລປໂຍດ. ເຈົ້າໄດ້ຫຼາຍ ຂ້ອຍໄດ້ໜ້ອຍ ຫຼືວ່າມີອັນຜິດໃຈກັນ ແຕ່ກີ້ບໍ່ເຄີຍມີເດ້ ມີແຕ່ວ່າຄະນະ ຂອງລາວ ກາແຕ່ງຕັ້ງແລ້ວເດ້.

ທາງດ້ານນັກກົດໝາຽ ໃນລາວທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງໃຫ້ທັດສະນະ ຕໍ່ຄະດີດັ່ງກ່າວນີ້ວ່າ:

ໃນຖານະ ຜູ້ທີ່ເຮັດວຽກ ດ້ານກົດໝາຽ ກໍບໍ່ສາມາດ ສະແດງຄວາມເຫັນ ຕໍ່ຄະດີນີ້ ແບບກົງໄປກົງມາ ໄດ້ເທື່ອ ແລະກໍບໍ່ສາມາດ ອອກຄວາມເຫັນໄດ້ວ່າ ການສືບສວນ-ສອບສວນ ແລະ ການເຮັດຄະດີນີ້ ຈະເປັນໄປໃນຮູບແບບໃດ ແຕ່ກໍເຊື່ອວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະເລັ່ງແກ້ໄຂ ໃຫ້ໄວທີ່ສຸດ ຍ້ອນເປັນຄະດີສະເທືອນຂວັນ ຕໍ່ຄົນໃນສັງຄົມ.

ມາຮອດປັດຈຸບັນ ຄືວັນທີ 10 ຕຸລາ 2022 ນີ້ ສົບຂອງ ຍານາງ ວິພາພອນ ກອນສິນ ຍັງຖືກເກັບໄວ້ ຢູ່ໂຮງໝໍຂອງແຂວງ ນະຄອນພະນົມ ແລະຫຼ້າສຸດນີ້ ທາງຄອບຄົວ ຂອງຍານາງ ກໍຈະເດີນທາງ ມາກວດ ພັນທຸກັມ ຫຼື DNA ໃນຮ່າງກາຍ ເພື່ອຢັ້ງຢືນວ່າ ມີສາຍສັມພັນ ອັນດຽວກັນ ກັບສົບກ່ອນ ທີ່ຈະຮັບສົບກັບປະເທດລາວ.

ດັ່ງ ທ່ານ ພັນຕຳຣວດໂທ ປຣະເສີດສັກ ນວນບັດ ຫົວໜ້າ ຜແນກສືບສວນ-ສອບສວນ ຫ້ອງການຕຳຣວດ ເມືອງທາຕພະນົມ ແຂວງນະຄອນ ພະນົມກ່າວວ່າ:

ທ່ານກ່າວວ່າ ຍັງເກັບສົບ ໄວ້ຢູ່ທີ່ໂຮງໝໍ ແຂວງນະຄອນພະນົມ ຍັງຢູ່ໃນຂັ້ນຕອນ DNA ບໍ່ທັນແລ້ວເທື່ອ ກໍເລີຍຍັງບໍ່ທັນໃຫ້ ທາງຄອບຄົວຮັບສົບ ກັບໄປປະເທດລາວ. ໃນອີກ 2 ຫາ 3 ມື້ນີ້ ກໍຈະມີການກວດເລືອດຕື່ມ ອີກເທື່ອນຶ່ງ ເພາະວ່າ DNA ຂອງຜູເເປັນເອື້ອຍ ກັບສົບຂອງ ຍານາງ ວິພາພອນ ຍັງກົງກັນ 100% ຕ້ອງເອົາບິດາ ຂອງຍານາງ ວິພາພອນ ມາກວດນຳ.

ສຳລັບ ຍານາງ ວິພາພອນ ກອນສິນ ເປັນນັກທຸຣະກິຈ ຜູ້ນຶ່ງໃນລາວ ທີ່ຖືກລະບຸວ່າ ມີຄວາມສັມພັນ ໃກ້ຊິດ ກັບຜູ້ນຳລາວ ຊຶ່ງຍານາງເປັນຄົນລາວ ຜູ້ນຶ່ງທີ່ຖືໜັງສືເດີນທາງ ຫຼື Passport ທັງໝົດ 2 ເຫຼັ້ມ, ທັງໜັງສືເດີນທາງ ສປປ ລາວ ແລະ ໜັງສືເດີນທາງຈີນ. ອີງຕາມຂໍ້ມູນ ຈາກເຟສບຸກຄ໌ ຂອງຍານາງເອງ (Li Jun VP).

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.