ເຣື້ອງທີ່ເກັບບັນທຶກໄວ້
2023-07-03
ຄະດີສວນພູຄຳ ຍັງບໍ່ມີ ຄວາມຄືບໜ້າ ຈາກພາກສ່ວນ ທີ່ກ່ຽວຂ້ອງ. ປັດຈຸບັນ ທ່ານ ພູຄຳ, ເຈົ້າຂອງ ກິຈການ ຕ້ອງໄດ້ລົບໜີ ອອກນອກປະເທດ ເພາະຖືກ ທາງການແຂວງຊຽງຂວາງ ຕັ້ງຂໍ້ກ່າວຫາ ຮຸນແຮງ ເພື່ອຄວາມປອດພັຍ ຕ້ອງໄດ້ ຂໍລີ້ພັຍ.
2023-06-29
ກອງປະຊຸມ ສະພາແຫ່ງຊາຕ ທີ່ພວມດຳເນີນໄປຢູ່ນີ້, ທັງ ສສຊ ແລະ ຊາວລາວ ຢາກໃຫ້ພາກຣັຖ ເລັ່ງແກ້ໄຂບັນຫາອື່ນໆຕື່ມ ນອກເໜືອຈາກ ບັນຫາເສຖກິຈ ເພາະທຸກຢ່າງ ມີຄວາມສຳຄັນ ບໍ່ໜ້ອຍໄປກວ່າກັນ ແລະ ຍັງເປັນບັນຫາ ທີ່ຊຳເຮື້ອຢູ່.
2023-06-26
ສະພາແຫ່ງຊາຕ ເປີດການປະຊຸມ ສະພາແຫ່ງຊາຕ ຊຸດທີ 9 ໄດ້ຖືກໄຂຂຶ້ນ ຢ່າງເປັນທາງການແລ້ວ ແກ້ໄຂບັນຫາ ຄວາມຫຍຸ້ງຍາກ ດ້ານເສຖກິຈ-ການເງິນ, ພິຈາຣະນາ ແລະ ຮັບຮອງເອົາ ຮັບຮອງການອອກ ກົດໝາຍໃໝ່ ແລະ ປັບປຸງກົດໝາຍເກົ່າ ຂະນະທີ່ ບັນຫາຄ່າຄອງຊີບ ຄົງຍັງສືບຕໍ່ສູງຂຶ້ນເລື້ອຍໆ.
2023-06-23
ພົນເອກ ວິໄລ ຫລ້າຄໍາຟອງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ເດີນທາງໄປປະເທດຈິີນ ເພື່ອພົບປະກັບ ທ່ານ ຫວາງ ຊ່ຽວຫົງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ຂອງຈີນ ກ່ຽວກັບວຽກງານຕ້ານຢາເສບຕິດ, ອາຊຍາກັມຂ້າມຊາຕ ແລະ ການຄ້າມະນຸສ.
2023-06-22
ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຊາວລາວ ທີ່ເຮັດວຽກຢູ່ປະເທດໄທຍ ໄດ້ຮັບສະຖານະ ຜູ້ລີ້ພັຍ ຈາກສຳນັກງານ ຂ້າຫຼວງໃຫຍ່ຜູ້ລີ້ພັຍ ແຫ່ງສະຫະປະຊາຊາຕ ຫຼື UNHCR ລີ້ພັຍໄປເມືອງໄປປະເທດ ອອສເຕຣເລັຍ ພາຍຫຼັງເຄື່ອນໄຫວ ວິພາກວິຈານ ການບໍຣິຫານປະເທດ ຂອງຣັຖບານລາວ ມາໂດຍຕລອດ.
2023-06-21
ສະພາແຫ່ງຊາຕ ມີກຳນົດ ເປີດກອງປະຊຸມ ໃນລະຫວ່າງວັນທີ 26 ມິຖຸນາ ຫາ ວັນທີ 18 ກໍຣະກະດາ 2023 ນີ້ ເພື່ອພິຈາຣະນາອອກກົດໝາຍໃໝ່ ແລະ ປັບປຸງກົດໝາຍເກົ່າ ຫຼາຍສະບັບ ຂະນະທີ່ປະຊາຊົນຢາກໃຫ້ຣັຖບານແກ້ໄຂບັນຫາເງິນເຟີ້, ຄ່າຄອງຊີບສູງ ທີ່ກ່ຽວພັນກັບປາກທ້ອງ ຂອງປະຊາຊົນ ຢ່າງຈິງຈັງ.
2023-06-20
ອົງການກວດກາ ແຫ່ງຣັຖ ແລະ ອົງການ ສະຫະປະຊາຊາຕ ເພື່ຶອຕ້ານຢາເສບຕິດ ແລະອາຊຍາກັມ ເປີດການອົບຮົມ ໃຫ້ເຈົ້າໜ້າທີ່ ຕ້ານການສໍ້ຣາສບັງຫຼວງ ຍ້ອນວ່າ ສປປ ລາວ ມີບັນຫານີ້ຫຼາຍທີ່ສຸດ ແລະ ສະເພາະໃນປະເທດອາຊ້ຽນ ລາວ ຖືວ່າມີຄວາມໂປ່ງໃສໜ້ອຍທີ່ສຸດ.
2023-06-14
ສະຫະພາບຢູໂຣບ ແລະ ທາງການລາວ ມີການປະຊຸມ ເພື່ອປຶກສາລື ເຣື່ອງສິດທິມະນຸສ ຢູ່ນະຄອນຫລວງວຽງຈັນ ໃນປັບປຸງການເຄົາຣົບ ສິດທິມະນຸສ, ແຕ່ອົງການຈັດຕັ້ງ ດ້ານສິດທິມະນຸສ ເຫັນວ່າ ການປະຕິບັດ ສິທິມະນຸສ ຢູ່ລາວ ບໍ່ໄດ້ດີຂຶ້ນ.
2023-06-14
ກະຊວງພາຍໃນ ໄດ້ເປີດໂທຣະສັບສາຍດ່ວນ ໝາຍເລຂ 1526 ເພື່ອເປີດໂອກາດໃຫ້ ປະຊາຊົນໄດ້ ສະແດງຄວາມຄິດເຫັນ ໂດຍສະເພາະ ການຮ້ອງຮຽນຕ່າງໆ ຕໍ່ບຸກຄົນ ແລະ ການຈັດຕັ້ງ ທີ່ພົວພັນກັບກະຊວງພາຍໃນ ແຕ່ຜູ້ຮ້ອງຮຽນ ຕ້ອງບອກຂໍ້ມູນສ່ວນໂຕ ໃຫ້ເຈົ້າໜ້າທີ່ ຈົດບັນທຶກໄວ້.
2023-06-05
ການສໍ້ຣາສບັງຫຼວງ ຍັງແພ່ຫຼາຍ ເຖິງຈະມີການກວດສອບ ກໍຕາມ ແລະ ເມື່ອປີກາຍ ລາຍຮັບ ທີ່ບໍ່ຖືກນຳເຂົ້າງົບປະມານ ຂອງຣັຖຫຼາຍເຖິງ 141.30 ຕື້ກີບ ສ່ວນການຈ່າຍເງິນຄັງ ບໍ່ຖືກຕາມເປົ້າໝາຍ ຫຼາຍເຖິງ 78.46 ຕື້ກີບ, ສ່ວນປະຊາຊົນ ຢາກເຫັນພາກສ່ວນ ກາສອບ ເອົາຈິງກັບເຣື່ອງສໍ້ຣາສບັງຫຼວງ.
2023-05-31
ຄະນະປະຈຳສະພາແຫ່ງຊາຕ ແລະຄະນະຣັຖບານລາວ ໄດ້ປະຊຸມປຶກສາຫາລື ໃນຫຼາຍປະເດັນທີ່ສຳຄັນ, ນຶ່ງໃນນັ້ນແມ່ນຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສັຍຫາຍ ຈາກພາກຣັຖ ເພື່ອສເນີຕໍ່ກອງປະຊຸມ ໃນເດືອນມິຖຸນາ 2023 ນີ້ ສ່ວນປະຊາຊົນ ຢາກໃຫ້ມີການຄຸ້ມຄອງທີ່ດິນ ແລະຊົດເຊີຍ ຢ່າງຍຸຕິທັມ.
2023-05-26
ເຈົ້າໜ້າທີ່ຕຳຣວດໄທຍ ກຳລັງສືບສວນ ຄະດີຄາຕກັມນັກເຄື່ອນໄຫວ ເພື່ອປະຊາທິປະໄຕໃນລາວ ແລະ ສາມາດເກັບກຳ ຂໍ້ມູນໄດ້ຈຳນວນນຶ່ງແລ້ວ ແຕ່ຍັງບໍ່ທັນສລຸບຄະດີໄດ້ເທື່ອ ເຊິ່ງອົງການສາກົລ ຖແລງຂໍໃຫ້ຣັຖບານໄທຍ ເອົາໃຈໃສ່ ໃນການແກ້ໄຂ ຄະດີນີ້ ຢ່າງໜ້າເຊື່ອຖື.
2023-05-23
ວຽດນາມ ແລະ ຈີນ ເປັນຈຸດໝາຍປາຍທາງ ຂອງການຮຽນຕໍ່ ຍ້ອນ 2 ປະເທດນີ້ ມີທຶນການສຶກສາ ຊັ້ນ ໃຫ້ນັກສຶກສາ ຈາກປະເທດລາວ ໂດຍຜແນກສຶກສາທິການ ແລະກິລາ ແຂວງຕ່າງໆ ແລະ ສະຖາບັນການສຶກສາຊັ້ນສູງ ໃນປະເທດວຽດນາມ ໄດ້ສ້າງຄວາມຮ່ວມມື ໃນວຽກງານ ຂແນງການສຶກສາຂອງລາວ.
2023-05-22
ນັກເຄື່ອນໄຫວ ດ້ານການເມືອງ ຊາວລາວ ຖືກຈັບກຸມ ແລະ ຄາຕກັມ ລວມທັງ ທ້າວ ບຸນສວນ ກິດຕິຍາໂນ ນັກເຄື່ອນໄຫວ ທາງດ້ານປະຊາທິປະໄຕ ແລະ ສິດທິມະນຸສ ທີ່ຖືກຍິງ ຈົນເສັຽຊີວິດ ຢູ່ແຂວງອຸບົນຣາຊທານີ ປະເທດໄທຍ.