ຜົລປໂຍດປະຊາຊົນ ກັບໂທຣະສັບສາຍດ່ວນ ຂອງກະຊວງພາຍໃນ
2023.06.14
ນັບແຕ່ວັນທີ 01 ມິຖຸນາ 2023 ເປັນຕົ້ນມາ ກະຊວງພາຍໃນ ໄດ້ເປີດໂທຣະສັບສາຍດ່ວນ ໝາຍເລຂ 1526 ເພື່ອເປີດໂອກາດໃຫ້ ປະຊາຊົນໄດ້ ສະແດງຄວາມຄິດເຫັນ ໂດຍສະເພາະ ການຮ້ອງຮຽນຕ່າງໆ ຕໍ່ບຸກຄົນ ແລະ ການຈັດຕັ້ງ ທີ່ພົວພັນກັບກະຊວງພາຍໃນ ໂດຍບໍ່ເສັຍຄ່າໂທຣະສັບ, ແຕ່ສຳລັບຜູ້ທີ່ໂທຣະສັບ ໄປເບີສາຍດ່ວນດັ່ງກ່າວນັ້ນ ຈຳເປັນຕ້ອງໄດ້ເປີດເຜີຍຊື່, ເບີໂທຣະສັບສ່ວນໂຕ ແລະທີ່ຢູ່ຢ່າງຄັກແນ່ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ທາງເຈົ້າໜ້າທີ່ ກ່ຽວຂ້ອງ ສາມາດຕິດຕໍ່ ກັບໄປຫາໄດ້ ໃນພາຍຫຼັງ ເປັນຕົ້ນວ່າ ແຈ້ງຜົລການຮ້ອງຮຽນ.
ດັ່ງເຈົ້າໜ້າທີ່ ກະຊວງພາຍໃນ ນາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 14 ມິຖຸນານີ້ວ່າ:
“ໂທມາໄດ້ ແຕ່ວ່າຜູ້ທີ່ໂທມາ ຕ້ອງໄດ້ລະບຸຊື່, ນາມສະກຸນ, ບ່ອນຢູ່, ເບີໂທ ໃຫ້ພວກເຮົາ. ສົມມຸດວ່າເພິ່ນໂທມາຮ້ອງຮຽນ ຫຼືວ່າ ໂທມາເຣື່ອງນັ້ນ ເຣື່ອງນີ້ ເນາະ ເຮົາຈະໄດ້ນຳສເນີ ທາງຄະນະນຳ ແລ້ວໄດ້ຄິດຕອບແນວໃດ ແລ້ວເຮົາຈະໄດ້ປະສານ ຕິດຕໍ່ຫາເພິ່ນຄືນ ຫັ້ນນ່າ.”
ຍານາງກ່າວຕື່ມວ່າ ພາຍຫຼັງທີ່ໄດ້ເປີດໂທຣະສັບ ສາຍດ່ວນດັ່ງກ່າວ ມາຮອດປັດຈຸບັນ ກໍເຣີ່ມມີຊາວບ້ານຈຳນວນໜຶ່ງ ທີ່ໄດ້ໂທຣະສັບ ສະແດງຄວາມຄິດ ຄວາມເຫັນ ແລະຮ້ອງຮຽນ ບາງບັນຫາ ທີ່ກ່ຽວຂ້ອງກັບການຈັດຕັ້ງ ຂອງກະຊວງພາຍໃນ ແຕ່ບໍ່ສາມາດໃຫ້ຮູ້ຣາຍລະອຽດ ຕື່ມໄດ້ວ່າ ມີຜູ້ໂທຣະສັບເຂົ້າມາແລ້ວຈັກຄົນ ແລະສະແດງຄວາມຄິດເຫັນ ຫຼື ຮ້ອງຮຽນກ່ຽວກັບເຣື່ອງໃດແດ່.
ໃນຂະນະທີ່ຊາວລາວ ຫຼາຍຄົນກໍຮູ້ສຶກຢ້ານ ທີ່ຈະໂທຣະສັບໄປຮ້ອງຮຽນ ບັນຫາຕ່າງໆ ຜ່ານເບີໂທຣະສັບສາຍດ່ວນ ໝາຍເລຂດັ່ງກ່າວ ເພາະຢ້ານວ່າອາດເປັນພັຍ ຕໍ່ພວກເຂົາເຈົ້າ ໃນພາຍຫຼັງ ເນື່ອງຈາກຜູ້ທີ່ໂທຣະສັບເຂົ້າໄປ ຈະຕ້ອງລະບຸຊື່ຈິງ, ທີ່ຢູ່ຈິງ ແລະ ເບີໂທຣະສັບສ່ວນໂຕ ດັ່ງນັ້ນຫຼາຍຄົນ ຈຶ່ງເຫັນວ່າອາດບໍ່ປອດພັຍ ແລະຄົນໂທຣະສັບເຂົ້າໄປແລ້ວ ກໍບໍ່ໝັ້ນໃຈວ່າ ບັນຫາທີ່ໂຕເອງໄດ້ຮ້ອງຮຽນໄປນັ້ນ ຈະໄດ້ຮັບການແກ້ໄຂ ຫຼືບໍ່.
ດັ່ງຊາວລາວ ທ່ານນຶ່ງກ່າວວ່າ:
“ຮ້ອງຮຽນ ກໍມັນມີພັກດຽວນີ້ ຮ້ອງຮຽນໄປຫຼາຍ ກາບໍ່ດີກັບເຮົານ່າ ເຮົາຕ້ອງໄດ້ແຈ້ງຊື່ ແຈ້ງບ່ອນຢູ່ ໝົດ ບາດນີ້ບໍ່ເຊື່ອຖືວ່າ ແນວນັ້ນນີ້ ຢູ່ບ້ານໃດເມືອງໃດ ຜູ້ໃດກະຢ້ານແຫຼະ.”
ສ່ວນຊາວລາວ ອີກທ່ານນຶ່ງກ່າວວ່າ ທ່ານເອັງກໍບໍ່ເຄີຍສົນໃຈ ທີ່ຈະໂທຣະສັບໄປ ຍັງເບີສາຍດ່ວນໆ ຂອງຣັຖບານ ເພາະວ່າບໍ່ໄດ້ມີບັນຫາ ຂັ້ນຮ້າຍແຮງ ຈົນເຖິງຂັ້ນຕ້ອງຣາຍງານ ຕໍ່ພາກສ່ວນທີ່ກ່ຽວຂ້ອງ. ດັ່ງທ່ານກ່າວວ່າ:
“ພວກສາຍດ່ວນຫັ້ນ. ບໍ່ໆບໍ່ໄດ້ໂທໄປຈັກເທື່ອໄດ໋ ແຕ່ວ່າບໍ່ໄດ້ຍີນເພິ່ນປະກາດ ບໍ່ໄດ້ໂທໄປໃສແດ່ ໂທໄປໄດ້ຄັນວ່າ ບໍ່ຖືກຕ້ອງ.”
ຊາວລາວອີກທ່ານນຶ່ງກ່າວວ່າ ກ່ອນໜ້ານີ້ທ່ານເອງກໍເຄີຍກົດເບີໂທຣະສັບ ສາຍດ່ວນຂອງຣັຖບານ ເປັນຕົ້ນວ່າສາຍດ່ວນ ຂອງຣັຖບານ ແລະສາຍດ່ວນ ສະພາແຫ່ງຊາຕ ແຕ່ວ່າໂທໄປກໍບໍ່ມີພະນັກງານຮັບສາຍ ດັ່ງນັ້ນຈຶ່ງບໍ່ມີແນວຄິດທີ່ຈະໂທຣະສັບໄປ ເບີສາຍດ່ວນອື່ນໆອີກ.
ດັ່ງທ່່ານກ່າວວ່າ:
“ກໍມີຫຼາຍໆ ເຣື່ອງແຕ່ວ່າເຣື່ອງເບີໂທຣະສັບ ບໍ່ໄດ້ນ່າກາເຫັນເຂົາເຈ້າເຫັນວ່າ ມີເບີຢູ່ແຕ່ວ່າ ໂທໄປກາຄືເກົ່າຫັ້ນແຫຼະ.”
ສຳລັບຊາວບ້ານ ທີ່ມັກຖືກຂົ່ມເຫັງ ຫຼື ບໍ່ໄດ້ຮັບຄວາມເປັນທັມ ທີ່ຂັ້ນບ້ານ ຫຼື ຂັ້ນທ້ອງຖິ່ນກໍອາດໄດ້ຮັບປໂຍດ ຈາກການເປີດເບີໂທຣະສັບ ສາຍດ່ວນໝາຍເລຂ 1526 ເພື່ອເປັນຊ່ອງທາງ ສຳລັບຮ້ອງທຸກ ໄປຍັງຂັ້ນກະຊວງ ພາຍໃນ ເປັນຕົ້ນ ຊາວຄຣິສຕຽນລາວ ໃນບາງທ້ອງຖິ່ນ ທີ່ມັກຖືກເຈົ້າໜ້າທີ່ ຂັ້ນບ້ານຂົ່ມເຫັນຢູ່ເລື້ອຍໆ .
ດັ່ງຊາວຄຣິສຕຽນລາວ ທ່ານໜຶ່ງກ່າວວ່າ:
“ເປັນຜົນດີຫັ້ນແຫຼະ ຂຶ້ນໄປທາງກະຊວງເບາະ ທາງຫຍັງພຸ້ນ ແລ້ວແຕ່ເພິ່ນຫັ້ນແຫຼະ ເຮົາກໍມີການເຄື່ອນໄຫວ ຢູ່ກາມີການຮ້ອງຂໍ ມີການອັນນັ້ນ ຢູ່ແຂວງເຮົານີ້ກາປັດຈຸບັນນີ້ ກາຍັງບໍ່ທັນມີຫຍັງ ມີແຕ່ສະພາບຄືເກົ່າຫັ້ນ ມີແຕ່ວ່າກຳລັງແລ້ວ ກຳລັງແກ້ໄຂຢູ່.”
ທາງດ້ານຊາວລາວ ອີກຫຼາຍຄົນ ກໍໄດ້ສະແດງຄວາມຄິດຄວາມເຫັນ ຜ່ານສື່ສັງຄົມອອນລາຍນ໌ ໄປໃນທິດທາງດຽວກັນວ່າ ກ່ອນໜ້ານັ້ນກໍເຄີຍໂທຣະສັບ ໄປຍັງສາຍດ່ວນອື່ນໆ ໄປແລ້ວຫຼາຍເທື່ອ ແຕ່ບໍ່ມີເຈົ້າໜ້າຮັບສາຍ ແລະຄັນມີຜູ້ຮັບສາຍແລ້ວ ກໍຈຳເປັນຕ້ອງໄດ້ບອກຂໍ້ມູນ ສ່ວນໂຕ ໃຫ້ເຈົ້າໜ້າທີ່ ຜູ້ຮັບສາຍນັ້ນຈົດບັນທຶກໄວ້ ດັ່ງນັ້ນຫຼາຍຄົນ ຈຶ່ງບໍ່ເຊື່ອໝັ້ນວ່າ ມີຄວາມປອດພັຍ ຕໍ່ພວກເຂົາເຈົ້າ ແລະເຫັນວ່າດີແທ້ຄວນເປີດໃຫ້ ມີການສົ່ງຂໍ້ຄວາມຜ່ານແອບພລິເຄຊັນ ທາງໂທຣະສັບ ເພື່ອຄວາມສະດວກວ່າ.
ກ່ອນໜ້ານັ້ນເມື່ອປີ 2016 ຫ້ອງການຣັຖບານ ກໍເຄີຍເບີໂທຣະສັບ ສາຍດ່ວນໝາຍເລຂ 1516 ເພື່ອເປັນຊ່ອງທາງ ສໍາລັບຊາວບ້ານຮ້ອງຮຽນ ບັນຫາຕ່າງໆ ແລະ ປັດຈຸບັນ ກໍຍັງເປີດໃຊ້ໝາຍເລຂດັ່ງກ່າວຢູ່ເລື້ອຍໆຈົນມາຮອດທຸກມື້ນີ້ ແລະໃນລະຫວ່າງທີ່ມີກອງປະຊຸມ ສະພາແຫ່ງຊາຕ ໃນແຕ່ລະເທື່ອກໍມີການເປີດເບີໂທຣະສັບ ສາຍດ່ວນໝາຍເລຂ 156 ໃຫ້ຊາວບ້ານສາມາດໂທຣະສັບໄປ ສະແດງຄວາມຄິດເຫັນ ຫຼືຮ້ອງຮຽນບັນຫາເຊິ່ງໃນກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນທ້າຍປີ 2022 ໄດ້ມີການເປີດເຜີຍວ່າ ຊາວບ້ານໂທຣະສັບ ເຂົ້າໄປປະກອບຄຳເຫັນ ແລະສເນີບັນຫາຕ່າງໆ ຜ່ານເບີສາຍດ່ວນໝາຍເລຂ 156 ຈຳນວນປະມານ 600 ສາຍ.