ຫຼາຍບັນຫາ, ສສຊ-ຊາວລາວ ຢາກໃຫ້ຣັຖ ເລັ່ງແກ້ໄຂ ໃນກອງປະຊຸມສະພາ

ພູວົງສ໌
2023.06.29
ຫຼາຍບັນຫາ, ສສຊ-ຊາວລາວ ຢາກໃຫ້ຣັຖ ເລັ່ງແກ້ໄຂ ໃນກອງປະຊຸມສະພາ ເປີດກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕຊຸດທີ 9. ນະຄອນຫຼວງວຽງຈັນ ວັນທີ 26 ເດືອນມິຖຸນາ 2023.
ຂໍຂອບໃຈຮູບພາບຈາກເພຈ ຂ່າວຜູ້ແທນປະຊາຊົນ

ໃນວາຣະກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ທີ່ພວມດຳເນີນໄປຢູ່ນີ້, ປະກົດວ່າ ບັນຫາເສຖກິຈ ທີ່ຍັງສືບຕໍ່ຫຍຸ້ງຍາກ ໄດ້ຖືກຍົກຂຶ້ນມາຣາຍງານ ເພື່ອໃຫ້ສະມາຊິກສະພາແຫ່ງຊາຕ ຫຼື ສສຊ ຮ່ວມປະກອບຄວາມຄຶດເຫັນ ຫາທາງອອກຊ່ອຍຣັຖບານ ບໍ່ວ່າຈະເປັນພັຍເງິນເຟີ້, ເງິນກີບອ່ອນຄ່າ, ຄ່າຄອງຊີບແພງ-ຄ່າແຮງຖືກ ແລະ ການຊອກຫາວິທີແກ້ໄຂ ບັນຫາງົບປະມານບໍ່ພຽງພໍ ຈົນບັນຫາອື່ນໆ ກາຍເປັນບັນຫາຮອງລົງໄປ ແລະ ຖືກເວົ້າເຖິງໜ້ອຍທີ່ສຸດ, ແຕ່ເຖິງຢ່າງໃດກໍຕາມ, ທັງ ສສຊ ແລະ ຊາວລາວ ຈຳນວນນຶ່ງ ກໍຢາກໃຫ້ພາກຣັຖ ເລັ່ງແກ້ໄຂບັນຫາອື່ນໆຕື່ມ ນອກເໜືອຈາກບັນຫາເສຖກິຈ ເພາະທຸກຢ່າງສຳຄັນບໍ່ໜ້ອຍໄປກວ່າກັນ ແລະ ຍັງເປັນບັນຫາທີ່ຊຳເຮື້ອຢູ່ ເປັນຕົ້ນວ່າ ບັນຫາເສຖກິຈຫຍຸ້ງຍາກນີ້ ກໍນຳໄປສູ່ການຂາດແຄນຄົນງານ ໃນຂແນງອຸດສາຫະກັມ ແລະ ຂແນງບໍຣິການຢ່າງໜັກໜ່ວງ.

ຜູ້ປະກອບການຮ້ານອາຫານ ນາງນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ໃຫ້ສັມພາດແກ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 29 ມິຖຸນາ 2023 ນີ້ວ່າ ປັດຈຸບັນ ການຊອກຫາຄົນງານ ເພື່ອມາເຮັດວຽກໃນຂແນງບໍຣິການ ແມ່ນຫຍຸ້ງຍາກຫຼາຍ ເພາະຄົນງານທີ່ມາຊອກເຮັດວຽກ ກໍຢາກໄດ້ຄ່າແຮງງານທີ່ສູງ ແລະ ມີທີ່ພັກໃຫ້ພ້ອມ ຈົນຜູ້ປະກອບການຈຳນວນຫຼາຍ ບໍ່ສາມາດຈ້າງໄດ້ ແລະ ໃນເມື່ອຄົນງານລາວ ບໍ່ສາມາດເຮັດວຽກ ພ້ອມກັບມີທີ່ພັກອາສັຍກັບນາງຈ້າງໄດ້ ພວກເຂົາກໍຈະບໍ່ເຮັດ ແລະ ພາກັນໄປຊອກວຽກເຮັດງານທຳ ຢູ່ປະເທດໄທຍແທນ ຈົນນຳໄປສູ່ການຂາດແຄນຄົນງານ.

“ຄ່າແຮງຂັ້ນຕ່ຳມັນໜ້ອຍ ພະນັກງານກະສ່ວນຫຼາຍ ກະຢາກໄດ້ຄ່າແຮງທີ່ມັນເພີ່ມຂຶ້ນ ເພາະວ່າຄ່າຄອງຊີບມັນສູງ. ສ່ວນຫຼາຍເຂົາເຈົ້າຢາກໄດ້ຄົນທີ່ແບບ ຄືພະນັກງານເນາະ ໃນຄ່າຄອງຊີບ ເຂົາເຈົ້າບໍ່ພຽງພໍ, ແຕ່ເຂົາເຈົ້າຢາກໄດ້ ອັນທີ່ມີທີ່ພັກໃຫ້ເຂົາເຈົ້າ ສຳລັບຄົນລາວ ເພາະວ່າພະນັກງານສ່ວນຫຼາຍ ແມ່ນຄົນຕ່າງແຂວງທີ່ມາຊອກຫາວຽກຢູ່ນະຄອນຫຼວງ. ເພາະວ່າຄ່າແຮງຂັ້ນຕ່ຳ ຂອງພະນັກງານ ມັນຢູ່ທີ່ລ້ານສາມ, ລ້ານຫ້າ, ປະມານນີ້ ເພາະວ່າເປັນເດັກເສີບ ອີ່ຫຍັງທັມມະດາ. ປະມານນັ້ນ ເພາະວ່າສ່ວນຫຼາຍດຽວນີ້ ພະນັກງານ ຄົນຢາກໄປໄທຍ, ໄປຍີ່ປຸ່ນ, ໄປເກົາຫຼີ ອິຫຍັງຫຼາຍ. ສ່ວນຫຼາຍເງິນເດືອນບໍ່ປານໃດ ສ່ວນຫຼາຍແມ່ນຂໍທີ່ພັກຫຼາຍກ່ອນ.”

ອີກບັນຫານຶ່ງ ທີ່ເປັນບັນຫາຊຳເຮື້ອມາດົນ ແລະ ຈົນເຖິງປັດຈຸບັນ ການຊອກຫາວິທີແກ້ໄຂບັນຫາດັ່ງກ່າວ ຜ່ານກອງປະຊຸມສະພາແຫ່ງຊາຕ ທີ່ຍັງບໍ່ໄປບໍ່ມາ ນັ້ນ, ກໍແມ່ນບັນຫາຄຣູອາສາ ທີ່ທະຍອຍລາອອກ ຈົນເຮັດໃຫ້ເກີດພາວະຂາດແຄນຄຣູສອນ ນັບແຕ່ຊັ້ນອະນຸບານ ໄປຈົນເຖິງມັທຍົມ, ເຊິ່ງຈະກໍ່ໃຫ້ເກີດຜົລກະທົບ ຕໍ່ການພັທນາຊັພຍາກອນມະນຸສ ຂອງປະເທດລາວ ໃນໄລຍະຍາວໄດ້.

ຄຣູອາສາສມັກຜູ້ນຶ່ງ ໃນແຂວງໄຊຍະບູຣີ ກໍໄດ້ໃຫ້ຄວາມເຫັນ ແກ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 27 ມິຖຸນາ 2023 ທີ່ຜ່ານມານີ້ວ່າ ໃນວາຣະກອງປະຊຸມ ສະພາແຫ່ງຊາຕ ນີ້ ທ່ານກໍຢາກເຫັນຜູ້ແທນ ຫຼື ສສຊ ຍົກບັນຫາການຂາດແຄນຄຣູ ຍ້ອນຄຣູອາສາລາອອກ ຂຶ້ນມາສົນທະນາໃຫ້ຫຼາຍຂຶ້ນ ເພາະບັນຫານີ້ ພວມເປັນບັນຫາທີ່ໜ້າເປັນຫ່ວງ ທັງຕໍ່ລະບົບການສຶກສາ ໃນປະເທດ ແລະ ຕໍ່ນັກຮຽນ ເພາະຈະເປັນໂຕເລັ່ງ ເຮັດໃຫ້ນັກຮຽນພາກັນອອກໂຮງຮຽນໄປນຳ, ແຕ່ທ່ານກໍຍັງມີຄວາມຫວັງວ່າ ຣັຖບານ ຈະມີນະໂຍບາຍ ຮັບຄຣູອາສາ ເຂົ້າເປັນຣັຖກອນ ເຖິງບໍ່ໄດ້ 100%, ແຕ່ກໍຂໍໃຫ້ໄດ້ເປັນ ພະນັກງານຣັຖກອນ ແບບ 50% ກໍຍັງດີ ເພື່ອໃຫ້ຄຣູອາສາ ມີລາຍໄດ້ ແລະ ຍັງຂັບເຄື່ອນ ລະບົບການສຶກສາລາວຕໍ່ໄປ.

“ມັນກະມີຄວາມຫຍຸ້ງຍາກຫັ້ນແຫຼະ ຄັນຄຣູອາສາລາອອກໝົດລະ. ກະຢາກໃຫ້ເພິ່ນ ມີນະໂຍບາຍຫັ້ນແຫຼະ ຢາກໃຫ້ເພິ່ນແກ້ໄຂ ຢາກໃຫ້ບັນຈຸຫັ້ນແຫຼະ. ຫຼືວ່າແຕ່ລະປີ ກະໜ້າຈະໄລ່ໃຫ້ປະມານ, ຄັນບໍ່ໄດ້ນີ້ ບັນຈຸ 100% ກະ 50%-60% ຈັ່ງຊີ້ຫັ້ນນ່າ. ເພາະວ່າແຕ່ລະປີຫັ້ນ ມີແນວເພື່ອລ້ຽງຊີບ. ລໍຖ້າໄປໃຫ້ໄດ້ 100% ກະໄດ້ຈັກ 50%-60% ນີ້ ກະພໍລໍຖ້າໄປ, ຫັ້ນນ່າ. ກະໜ້າເປັນຫ່ວງ ເພາະວ່າດຽວນີ້ ນັກຮຽນກະອອກຫຼາຍ ສາເຫດນີ້ກະຍ້ອນວ່າ ໄປຮຽນແລ້ວ ເຂົາເຈົ້າບໍ່ໄດ້ເຮັດວຽກຫັ້ນແຫຼະ. ສ່ວນຫຼາຍກະອອກຫຼາຍເລີຍແຫຼະ. ມັທຍົມນີ້ແຫຼະ ສ່ວນຫຼາຍກະມັທຍົມ, ໂດຍສະເພາະຄັນຈົບ ມ.4, ມ.7 ເຂົາເຈົ້າບໍ່ໄປຮຽນຕໍ່. ອອກມາ ກະມາເຮັດໄຮ່-ເຮັດນານີ້ແຫຼະ ບໍ່ໄປຮຽນດອກວິຊາຊີບ ເພາະວ່າເຂົາເຈົ້າກະຄິດວ່າ ໄປຮຽນແລ້ວມັນບໍ່ໄດ້ເຮັດວຽກ, ຫັ້ນນ່າ. ກະເລີຍອອກມາຊ່ອຍວຽກຄອບຄົວ.”

ຄຽງຄູ່ກັນນີ້, ຍານາງ ໄຊຊົມຊື່ນ ໂພທິສານ, ສສຊ ຈາກເຂດເລືອກຕັ້ງທີ 13 ແຂວງສວັນນະເຂດ ກໍໄດ້ປະກອບຄວາມເຫັນ ເພື່ອໃຫ້ສະພາແຫ່ງຊາຕລາວ ຫາວິທີແກ້ໄຂບັນຫາການຂາດແຄນຄຣູ ແລະ ການແກ້ໄຂຄຣູອາສາສມັກ ທີ່ລໍຖ້າບັນຈຸເປັນຣັຖກອນ ເພາະໃນປັດຈຸບັນ ມີການຂາດແຄນຄຣູຢ່າງໜັກ ໃນຫຼາຍແຂວງ, ໂດຍສະເພາະແຂວງສວັນນະເຂດ ບັນຫາການຂາດແຄນຄຣູສອນ ໄດ້ນຳໄປສູ່ການປິດໂຮງຮຽນ ເປັນຈຳນວນຫຼາຍແຫ່ງແລ້ວ ແລະ ຖ້າຫາກບໍ່ມີການແກ້ໄຂ ກໍຈະມີການປິດໂຮງຮຽນຕື່ມ ໃນມໍ່ໆນີ້.

ດັ່ງທີ່ຍານາງໄດ້ກ່າວໃນຕອນນຶ່ງວ່າ:

“ອັນຫຼັກໆ ກະແມ່ນຍ້ອນຂາດຄຣູສອນເນາະ. ສະພາບຄວາມເປັນຈິງ ຂອງຄຣູ ຢູ່ແຂວງສວັນນະເຂດ ຂອງພວກເຮົາ ໃນປັດຈຸບັນນີ້ ມີຄຣູສອນທັງໝົດຢູ່ 6,940 ຄົນ. ໃນນັ້ນ, ມີຄຣູອາສາຢູ່ 1,511 ຄົນ ທີ່ໄດ້ເຮັດການຄຣູອາສາ ແຕ່ 4 ປີ ຫາ 11 ປີ. ແລ້ວມີຄຣູເຂົ້າບຳນານ, ເສັຽຊີວິດ, ລະກະໂຍກຍ້າຍ ໃນປີ 2023-2024 ນີ້, ມີເຖິງ 200 ຄົນ, ແຕ່ໄດ້ຮັບການບັນຈຸ ມີແຕ່ 47 ຄົນເທົ່ານັ້ນ ຖືວ່າຍັງຂາດແຄນຫຼາຍ. ສະພາບໂຮງຮຽນ ໃນທົ່ວແຂວງສວັນນະເຂດ ມີໂຮງຮຽນອະນຸບານຢູ່ 497 ແຫ່ງ. ໃນນັ້ນ, ຖືກປິດໄປແລ້ວ 25 ແຫ່ງ ແລະ ມີ 72 ແຫ່ງ ມີແຕ່ຄຣູອາສາ. ຖ້າຫາກວ່າຄຣູດັ່ງກ່າວ ບໍ່ໄດ້ຮັບການແກ້ໄຂ ບໍ່ໄດ້ຮັບນະໂຍບາຍ ກໍຈະຖືກປິດຕື່ມ, ທ່ານປະທານ ແລະມີໂຮງຮຽນປະຖົມ ທັງໝົດຢູ່ 1,236 ແຫ່ງ. ໃນນັ້ນ, ປິດໄປແລ້ວ 7 ແຫ່ງ ແລະ ມີຄຣູອາສາ ທີ່ເຮັດການສອນ ຢູ່ໂຮງຮຽນປະຖົມ ນີ້ ມີຢູ່ 21 ຄົນເນາະ. ຖ້າບໍ່ໄດ້ຮັບການຊັບຊ້ອນ ຫຼືບໍ່ໄດ້ຮັບນະໂຍບາຍອື່ນໆ ກະຖືວ່າຈະໄດ້ຮັບການປິດຕື່ມ.”

ນອກຈາກນີ້, ບັນຫາພັຍວ່າງງານ ໃນກຸ່ມຊາວໜຸ່ມລາວ ກໍນັບມື້ນັບຫຼາຍຂຶ້ນ ຈົນນຳໄປສູ່ບັນຫາພັຍສັງຄົມຕ່າງໆ ບໍ່ວ່າຈະເປັນການປຸ້ນ, ຈີ້, ຊິງຊັພ ແລະ ຂີ້ລັກ-ງັດແງະ ຕ່າງໆ ແມ່ນມີໃຫ້ເຫັນຢູ່ໃນສູ່ມື້.

ຊາວລາວທ່ານນຶ່ງ ທີ່ປະກອບອາຊີບ ໃນຂແນງການທ່ອງທ່ຽວ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 28 ມິຖຸນາ 2023 ທີ່ຜ່ານມານີ້ວ່າ ບັນຫາພັຍສັງຄົມ ແລະ ຄວາມບໍ່ສງົບ ແມ່ນນັບມື້ນັບຫຼາຍຂຶ້ນ ຈົນເຮັດໃຫ້ປະຊາຊົນລາວ ຢູ່ແບບເອິກສັ່ນ, ຂວັນແຂວນ ຢູ່ທຸກມື້ ແລະ ທ່ານເອງ ກໍຢາກໃຫ້ມີການແກ້ໄຂບັນຫານີ້ ຢ່າງເຂັ້ມງວດ ໃນວາຣະທີ່ມີການດຳເນີນ ກອງປະຊຸມສະພາແຫ່ງຊາຕລາວ ຢູ່ນີ້.

“ຄືໂຕຢ່າງການລັກຣົຖ ນີ້ນ່າ ມີເກືອບທຸກມື້ເລີຍ ທຸກບ່ອນທຸກມື້ເລີຍ. ການປຸ້ນຈີ້ຊິງຊັພນີ້ ຖືວ່າໜັກເລີຍ. ແຕ່ວ່າຕຳຣວດລາວ ກະເຮັດໄດ້ຢູ່, ແຕ່ກະບໍ່ເຕັມທີ່ ຄືບ້ານອື່ນ, ຫັ້ນນ່າ. ເວົ້າງ່າຍໆ ຄືໂຈນເນາະ ມັນເຮັດຜິດ, ແຕ່ວ່າມັນລອຍນວນໄດ້ ມັນກະແຮ່ງໄດ້ເດີ້ມ ລະກະຄົນອື່ນ ກະສາມາດເຮັດໄດ້, ຫັ້ນນ່າ ເພາະວ່າກົດໝາຍ ມັນບໍ່ເໜືອເຂົາເດ້. ຄືການປຸ້ນຈີ້ຊິງຊັພ ການລັກຫັ້ນລັກນີ້, ຫັ້ນນ່າ ມັນກະຍັງມີໃຫ້ເຫັນຢູ່, ແຕ່ວ່າການປາບປາມ ມັນກະບໍ່ຈິງຈັງເທື່ອ, ຫັ້ນນ່າ ເພາະວ່າຄົນຮ້າຍ ມັນກະຍັງລອຍນວນຢູ່.”

ທ່ານກ່າວຕື່ມວ່າ ຄວບຄູ່ໄປກັບພັຍສັງຄົມ ທີ່ເກີດຂຶ້ນໃນກຸ່ມຄົນລາວແລ້ວ ກໍຍັງມີພັຍສັງຄົມໃນລາວ ທີ່ເກີດມາຈາກກຸ່ມຄົນຈີນ ທີ່ເຂົ້າມາອາສັຍ ແລະ ເຮັດທຸຣະກິຈ ໃນປະເທດລາວນຳອີກ ເນື່ອງຈາກພວມກຸ່ມຄົນຈີນ ມີການເປີດຮ້ານບັນເທີງ ທີ່ພົວພັນກັບຢາເສບຕິດ, ການພະນັນ ແລະ ການຄ້າໂສເພນີ ທີ່ນັບມື້ນັບແຜ່ຫຼາຍ ໃນທົ່ວນະຄອນຫຼວງວຽງຈັນ ແລະ ເບິ່ງຄືວ່າ ພາກສ່ວນທີ່ກ່ຽວຂ້ອງ ກໍບໍ່ສາມາດແກ້ໄຂບັນຫາດັ່ງກ່າວ ໃຫ້ຕົກໄປໄດ້.

“ແມ່ນໆ ຍັງແກ້ໄຂບໍ່ຕົກດອກ ເພາະວ່າ ຢູ່ຕາມເທັກ-ຕາມບາຣ໌ ເດີ້ ຫ້ອງບັນເທີງ ເຂົາມົ້ວສຸມກັນ, ຣັຖບານລາວ ຍັງເຮັດຫຍັງເຂົາບໍ່ໄດ້ ອັນນີ້. ວັຍຣຸ່ນ ເຂົາໄປເຂົາຫຍັງ ເຂົາດົມຢາເຄ ມິຫຍັງ ຖືວ່າແບບເສຣີເລີຍນ່າ ຕາມຮ້ານເທັກ-ຮ້ານບາຣ໌ ທີ່ແບບເຂົາຫຼິ້ນຊອດແຈ້ງ ເປັນມື້ ສອງມື້, ຫັ້ນນ່າ. ຄຳເຂົາເວົ້າ ໃນພາສາເຂົາເວົ້າ ຫ້ອງຕີ້ ນ່າ, ເຂົາໄປຕີ້ກັນ ແບບບໍ່ມີມື້ເວັນມື້ຄືນນ່າ ເຂົາຫຼິ້ນກັນ. ດຽວນີ້, ແຮ່ງມີຈີນເຂົ້າມາ ເທັກຈີນແຮ່ງໂຫດ ມັນເປີດແບບ 24 ຊົ່ວໂມງເລີຍ. ລະກະຈີນນີ້ ຈະເປັນຈີນແບບວ່າ ຈີນບັນເທີງ ຈີນສີເທົາ ຈີນທີ່ແບບມາຟອກເງິນ ແບບມາເປີດຄາສິໂນ, ຊີ້ນ່າ. ແຕ່ລະໂຮງແຮມ ຢູ່ໃນວຽງຈັນນີ້ ກະຖືວ່າມີ ແບບບ່ອນຫຼິ້ນການພະນັນ ທີ່ເປັນແບບ ຂຶ້ນຊື່ວ່າໂຮງແຮມຈີນນ່າ ລະກະຄ້າໂສເພນີ ອີ່ຫຍັງຕ່າງໆຫັ້ນນ່າ. ຄັນໃນນາມຂອງຈີນ ກະຄືມົ້ວສຸມສິ່ງເສບຕິດ, ມີໂສເພນີ ມີຫຍັງຕ່າງໆ ອະບາຍມຸກຕ່າງໆ ຄົບຢູ່ຫັ້ນແຫຼະ. ຕອນກາງເວັນນີ້ ງຽບໄດ໋ ຢູ່ຕາມ, ຄືໂຕຢ່າງແຖວຊັ່ງຈ່ຽງ, ບາດຕອນກາງຄືນນີ້ ໂອ້! ຄຶກຄື້ນ.”

ທັງໝົດນັ້ນ, ກໍແມ່ນບາງຄວາມຄຶດເຫັນ ຂອງຊາວລາວ ແລະ ສສຊ ທີ່ສເນີໃຫ້ກອງປະຊຸມສະພາແຫ່ງຊາຕລາວ ແກ້ໄຂບັນຫາອື່ນໆ ນອກເໜືອຈາກບັນຫາດ້ານເສຖກິຈ ເນື່ອງຈາກບັນຫາອື່ນໆ ກໍໜັກໜ່ວງບໍ່ໜ້ອຍໄປກວ່າກັນ.

ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.