ເຣື້ອງທີ່ເກັບບັນທຶກໄວ້
2022-10-18
ສປປ ລາວ ຍັງມີຄວາມສ່ຽງ ຈາກການປະເມີນ ຂອງ ກຸ່ມ ເອເຊັຽ ແປຊິຟິກ ເພື່ອຕ້ານ ການຟອກເງິນ ຫລື Asia Pacific on Anti-Money Laundering (APG) ຕໍ່ກັບວຽກງານ ສະກັດກັ້ນ ການຟອກເງິນ ແລະ ການສນອງທຶນ ໃຫ້ແກ່ການກໍ່ການຮ້າຍ.
2022-10-17
ຣັຖບານ ສະຫະຣັຖ ອາເມຣິກາ ຫາລືທະວິພາຄີ ກັບຣັຖບານລາວ ຄັ້ງທີ່ 10 ເພື່ອສືບຕໍ່ ຊ່ອຍເຫຼືອ ດ້ານໂຄວິດ-19 ແລະ ຮ່ວມມືໃນຫຼາຍດ້ານ.
2022-10-17
ກອງປະຊຸມໃຫຍ່ ຄັ້ງທີ 20 ຂອງພັກ ຄອມມິວນິສຈີນ ໄດ້ເປີດຂຶ້ນໃນມື້ວັນທີ 16 ຕຸລານີ້ ແຕ່ປະຊາຊົນລາວ ທົ່ວໄປ ບໍ່ໄດ້ໃຫ້ຄວາມສົນໃຈ ຂະນະທີ່ ຜູ້ນໍາພັກປະຊາຊົນ ປະຕິວັດລາວ ສົ່ງສານອວຍພອນ ຍ້ອງຍໍ ການນຳພາ ຂອງຜູ້ນຳພັກ ຄອມມິວນິສຈີນ.
2022-10-14
ໃນການລົງຄະແນນສຽງ ຢູ່ໃນກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາຕ ປະນາມຣັສເຊັຽ ທີ່ຍຶດເອົາດິນແດນບາງສ່ວນ ຂອງຢູເຄຣນ ໂດຍມີ 183 ປະເທດເຂົ້າຮ່ວມ, ມີ 143 ປະເທດ ເຫັນດີປະນາມ, 5 ປະເທດຄັດຄ້ານ ແລະ 35 ປະເທດ ບໍ່ອອກສຽງ ຊຶ່ງໃນນັ້ນ ລວມທັງ ສປປ ລາວ ນໍາດ້ວຍ.
2022-10-13
ການລົງທຶນ ຂອງວຽດນາມ ຢູ່ໃນອັນດັບ 3 ຈາກທັງໝົດ 54 ປະເທດ ທີ່ລົງທຶນໃນລາວ ແລະມີ 417 ໂຄງການ, ມູນຄ່າການລົງທຶນ 4.3 ຕື້ໂດລ້າຣ໌ສະຫະຣັຖ ແຕ່ມີໂຄງການ ຈໍານວນນຶ່ງ ບໍ່ໂປ່ງໃສ, ມີຜົນກະທົບ ຕໍ່ປະຊາຊົນ ແລະຄ່າຊົດເຊີຍ ຄວາມເສັຍຫາຍ ກໍບໍ່ທັນຈ່າຍ.
2022-10-11
ນັກໂທສຈຳນວນ 1,895 ຄົນ ຈະຖຶກສເນີ ໃຫ້ໄດ້ຮັບອະພັຍໂທສ ຊຶ່ງຄາດວ່າ ກຸ່ມນັກໂທສ ການເມືອງ ຈະບໍ່ມີລະບຸ ຢູ່ໃນລາຍຊື່ນັກໂທສ ທີ່ສເນີໃຫ້ ມີການອະພັຍໂທສນັ້ນ ເພາະນັກໂທສການເມືອງ ຖືວ່າເປັນນັກໂທສ ທີ່ມີໂທສໜັກ ແລະສ່ວນຫຼາຍ ຈະບໍ່ຄ່ອຍໄດ້ຮັບ ການອະພັຍໂທສ.
2022-10-10
ແຕ່ງຕັ້ງ ຄະນະສະເພາະກິຈ ຮັບຜິດຊອບ ສືບສວນ ຄະດີຄາຕກັມ ຍານາງ ວິພາພອນ ກອນສິນ ອາຍຸ 36 ປີ ປະທານ ບໍຣິສັດລາວ ວີໄອພີ ພັທນາ ການລົງທຶນ ຈໍາກັດຜູ້ດຽວ ໂດຍປະຊາຊົນ ຫວັງໃຫ້ເຈົ້າໜ້າທີ່ ສາມາດ ນຳຜູ້ກໍ່ເຫດ ມາລົງໂທດ ເພາະນີ້ເປັນຄະດີ ສະເທືອນຂວັນ ສັງຄົມລາວ.
2022-10-04
ເກີດບັນຫາ ຂໍ້ຂັດແຍ່ງ ທີ່ດິນ ລະຫວ່າງຊາວບ້ານ ກັບ ກອງບັນຊາການ ທະຫານ ນະຄອນຫຼວງວຽງຈັນ ຊຶ່ງເຮັດໃຫ້ ຊາວບ້ານ ບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ 5 ຄົນ ທີ່ຖືກເຈົ້າໜ້າທີ່ທະຫານ ຈັບຂັງຄຸກ ກ່ອນຈະຖືກປ່ອຍໂຕມາ ພາຍຫຼັງຕິດຄຸກ ເປັນເວລາຫຼາຍເດືອນ.
2022-09-30
ເຈ້ທິບ ຖືກຕຳຣວດ ປກສ ນະຄອນຫຼວງ ຕັ້ງຂໍ້ຫາ ສໍ້ໂກງຊັພພົລເມືອງ ສ່ວນຜູ້ເສັຽຫາຍ ອອກມາເວົ້າວ່າອາຈບໍ່ໄດ້ເງິນຄືນ ເພາະຄະດີ ພີເອັສ ທີ່ຄ້າຍຄືກັນນີ້ ພາຍຫຼັງທີ່ສານຕັດສິນ ກໍມິດງຽບໄປ ຜູ້ເສັຽຫາຍບໍ່ໄດ້ເງິນຄືນມາ.
2022-09-29
ເມື່ອບໍ່ດົນມານີ້ ມີຣາຍງານຂ່າວວ່າ ເຈົ້າໜ້າທີ່ຕຳຣວດ 11 ຄົນ ຖືກໄລ່ອອກ ຍ້ອນການສວຍໃຊ້ ອຳນາດ ໄປໃນທາງ ທີ່ບໍ່ຖືກຕ້ອງ ແຕ່ຫຼາຍຄົນເຊື່ອວ່າ ເປັນຍ້ອນ ທັງ 11 ຄົນ ບໍ່ແມ່ນຍາດພີ່ນ້ອງ ຫຼື ເສັ້ນສາຍຂອງ ຜູ້ທີ່ມີຕຳແໜ່ງສູງ.
2022-09-29
ເຈົ້າໜ້າທີ່ ຈັບຜູ້ທີ່ ປອມແປງ ເອກສານ ເພື່ອແອບອ້າງ ແລ່ນຮັບຄົນ ເຂົ້າເປັນທະຫານ, ຕໍາຣວດ ເຮັດໃຫ້ປະຊາຊົນ ຈໍານວນນຶ່ງຫຼົງເຊື່ອ ຕົກເປັນເຫຍື່ອ ແລະ ເສັຍພາບພົດ ຂອງໜ່ວຍງານ ທະຫານ ແລະຕໍາຣວດ.
2022-09-28
ການຖືກບັງຄັບ ໃຫ້ຫາຍສາບສູນ ຂອງຄົນລາວ 6 ກໍຣະນີ ທີ່ໄດ້ລະບຸໄວ້ ຢູ່ໃນບົດຣາຍງານ ຂອງສະພາສິດທິມະນຸສ ອົງການຂ້າຫລວງໃຫຍ່ ສະຫະປະຊາຊາຕ ເທົ່າເຖິງປັດຈຸບັນ ຍັງບໍ່ຮູ້ຊາຕາກັມ ຂອງພວກຂະເຈົ້າ ເປັນຢ່າງໃດ.
2022-09-27
ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 77 ຂອງສະຫະປະຊາຊາຕ ທີ່ນະຄອນນິວຢ໊ອກ ຄະນະຜູ້ແທນພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ມີໂອກາດໄດ້ເຂົ້າຮ່ວມ ແລະທັງໄດ້ຈັດກອງປະຊຸມ ນອກເວທີໃຫຍ່ 2 ຄັ້ງ, ປະເມີນບົດຣາຍງານ ຂອງ ສປປ ລາວ ວ່າເປັນຣາຍງານດອກໄມ້.
2022-09-26
ຮອງນາຍົກ ສປປ ລາວ ໄດ້ກ່າວຄໍາເຫັນ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ຄັ້ງທີ 77 ຂອງສະຫະ ປະຊາຊາຕ ໂດຍເວົ້າເຖິງ ຫຼາຍບັນຫາ ຮວມທັງຜົລກະທົບ ຂອງໂຄວິດ-19 ຕໍ່ການພັທນາ ເສຖກິຈ-ສັງຄົມ ຂອງລາວ ຂະນະທີ່ ປະຊາຊົນ ບໍ່ໄດ້ໃຫ້ຄວາມສົນໃຈ ປານໃດ.
2022-09-26
ນາຍຕໍາຣວດ 11 ຄົນ ທີ່ເຮັດຜິດ ກົດລະບຽບ ກະຊວງ ປ້ອງກັນຄວາມສງົບ ຄືສໍ້ຣາສບັງຫລວງ ຖືກລົງໂທດ ໂດຍປົດຈາກຕໍາແໜ່ງ, ໂຍກຍ້າຍບ່ອນປະຈໍາການ, ໂຈະການຍ້ອງຍໍ ແລະການເລື່ອນຊັ້ນ ຂະນະທີ່ ປະຊາຊົນຄິດວ່າ ເປັນເຣື່ອງດີ ທີ່ສາມາດປະຕິບັດໄດ້ ແລະຂໍໃຫ້ເທົ່າທຽມກັນ.