ເຣື້ອງທີ່ເກັບບັນທຶກໄວ້
2022-12-14
ວັນທີ 15 ທັນວາ 2012 ເປັນມື້ສຸດທ້າຍ ທີ່ມີຄົນເຫັນ ທ່ານ ສົມບັດ ສ່ວນວ່າ ຣັຖບານລາວ ຍັງຕອບປະຊາຄົມໂລກ ບໍ່ໄດ້ ເຣື່ອງການລັກພາໂຕ ທ່ານ ສົມບັດ.
2022-12-14
ຣັຖມົນຕຣີ ກະຊວງພາຍໃນ ອອກມາຍອມຮັບ ຢ່າງເປັນທາງການວ່າ ການສອບເສັງ ຄັດເລືອກ ພນັກງານຣັຖກອນ ແມ່ນມີຄວາມບໍ່ໂປ່ງໃສ ແລະເປັນການຈັດສາກ ຊຶ່ງຄວາມເປັນຈິງເຣື່ອງນີ້ ເກີດຂຶ້ນມາດົນນານແລ້ວ ຍັງເປັນເຣື່ອງທີ່ພາກຣັຖ ຕ້ອງແກ້ໄຂຢ່າງຈິງຈັງ.
2022-12-13
ກ່ອນທີ່ ທ່ານ ສົມບັດ ສົມພອນ ຈະຖືກລັກພາໂຕໄປ, ທ່ານ ໄດ້ເນັ້ນເຣື່ອງການພັທນາ ແບບຍືນຍົງ ເພື່ອໃຫ້ໄດ້ມາເຊິ່ງ ຄວາມສຸຂທີ່ແທ້ຈິງ.
2022-12-13
ພັນທະມິຕ ເພື່ອປະຊາທິປະໄຕໃນລາວ ຮ່ວມກັບອົງການຂເມນເສຣີ ເດີນຂະບວນປະທ້ວງ ທວງໃຫ້ມີການປ່ຽນແປງ ໄປສູ່ປະຊາທິປະໄຕໃນລາວ ແລະ ກັມພູຊາ.
2022-12-13
ຄົບຮອບ 10 ປີ ການສູນຫາຍ ຂອງ ທ່ານ ສົມບັດ ສົມພອນ ຍາດພີ່ນ້ອງ ຍັງລໍຖ້າຄຳຕອບ ຈາກຣັຖບານລາວ ຊຶ່ງຮວມນາໆຊາຕ ທວງຖາມ ການຫາຍສາບສູນໄປ ຂອງທ່ານສົມບັດ ແລະເຮັດໃຫ້ເກີດຄຳຖາມ ດ້ານສິດທິມະນຸສ ແລະຄວາມປອດພັຍ ກັບພົລເມືອງລາວ.
2022-12-13
ເມື່ອວັນທີ 15 ທັນວາ ເປັນມື້ຄົບຮອບ 10 ປີ ທີ່ທ່ານ ສົມບັດ ສົມພອນ, ນັກພັທນາຊຸມຊົນ ອາວຸໂສດີເດັນ ແລະ ເຈົ້າຂອງຣາງວັນ ແມັກໄຊໄຊ ສາຂາການພັທນາຊຸມຊົນ ຊາວລາວ, ຖືກບັງຄັບ ໃຫ້ຫາຍສາບສູນໄປ.
2022-12-12
ເປັນເວລາ 10 ປີ ທີ່ ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສ ດີເດັ່ນຂອງລາວ ຖືກລັກພາໂຕໄປ ມື້ນີ້ ຈະໃຫ້ທ່ານ ມາ ຮູ້ຈັກວ່າ ທ່ານ ສົມບັດ ເປັນໃຜມາຈາກໃສ.
2022-12-09
ຊາວຄຣິສຕຽນລາວ ເປັນຫ່ວງ ຄວາມປອດພັຍ ໃນການເຄື່ອນໄຫວ ທາງດ້ານສາສນາ ໃນ ສປປ ລາວ ເນື່ອງຈາກ ການສືບສວນ-ສອບສວນ ຄະດີຄາຕກັມ ອາຈານສີ ແສງມະນີ ຄຣູສອນສາສ ຄຣິສຕຽນ ບໍ່ມີຄວາມຄືບໜ້າ ແລະເຈົ້າໜ້າທີ່ ປະຕິເສດ ທີ່ຈະໃຫ້ຣາຍລະອຽດ ການຕິດຕາມຫາ ຄາຕກອນມາລົງໂທດ.
2022-12-08
ສະມາຊິກ ສະພາແຫ່ງຊາຕ ສເນີໃຫ້ຣັຖບານ ຂຶ້ນເງິນເດືອນ ໃຫ້ພະນັກງານ-ຣັຖກອນ ຕື່ມ ຍ້ອນຄ່າຄອງຊີພສູງຂຶ້ນ, ເງິນເດືອນບໍ່ກຸ້ມກິນ, ຊີວິຕການເປັນຢູ່ ຫຍຸ້ງຍາກ ໃນຂະນະທີ່ ເສຖກິຈ, ພັຍເງິນເຟີ້ໃນລາວ ຍັງບໍ່ມີທ່າທີວ່າ ຈະດີຂຶ້ນ.
2022-12-07
ສະມາຊິກ ສະພາແຫ່ງຊາຕລາວ ຫລາຍທ່ານ ຮຽກຮ້ອງ ໃຫ້ຣັຖບານ ປະຕິບັດແຜນພັທນາ ເສຖກິຈ-ສັງຄົມ ຢ່າງມີປະສິດທິຜົລ ຍ້ອນວ່າຍັງມີຫລາຍບັນຫາ ຫຍຸ້ງຍາກ ທີ່ຈະຕ້ອງໄດ້ຮັບການ ແກ້ໄຂ ທັງງົບປະມານແຫ່ງຣັຖ ຮົ່ວໄຫລ, ເງິນກີບເຟີ້ຮຸນແຮງ, ບັນຫາໜີ້ສາທາຣະນະ ເພີ່ມຂຶ້ນ.
2022-12-06
ຣັຖບານອິນເດັຽ ຊ່ວຍເຫລືອ ຣັຖບານລາວ ສ້າງອາຄານໂຮງໝໍນ້ອຍ ໃຫ້ຊົນເຜົ່າເບຣົາ ຢູ່ແຂວງ ອັຕຕະປື ເຊິ່ງຖືເປັນການຊ່ວຍເຫລືອ ສ້າງໂຮງໝໍ ຄັ້ງທໍາອິດໃນ ສປປ ລາວ ຂອງຣັຖບານອິນເດັຽ.
2022-12-06
ຣັຖບານລາວ ແລະ ຣັຖບານຈີນ ສືບຕໍ່ ສ້າງຄູ່ຮ່ວມຊະຕາກັມ ລາວ-ຈີນ ໃຫ້ລົງເລິກ ພ້ອມທັງສືບຕໍ່ເພີ່ມທະວີ ການຮ່ວມມື ໃນຫລາຍດ້ານ ໃນຂະນະທີ່ ຊາວລາວ ເຫັນວ່າ ອິດທິພົລຈີນ ຍິ່ງເພີ່ມຂຶ້ນຫລາຍໃນລາວ ຊ່ວງໄລຍະ 5 ປີ ມານີ້.
2022-12-05
ກອງປະຊຸມ ສະພາແຫ່ງຊາຕ ໄດ້ເປີດຂຶ້ນ ຢ່າງເປັນທາງການ ຊຶ່ງທ່ານ ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີ ໄດ້ອ້າງເຖິງ ສະພາບເສຖກິຈ ທີ່ຫຍຸ້ງຍາກ ໃນປັດບັນນີ້ ວ່າ ເປັນຍ້ອນ ການຣະບາດ ຂອງເຊື້ອໂຄວິດ-19 ແລະ ສົງຄາມຣັສເຊັຽໃນ ຢູເຄຣນ ຂະນະທີ່ ປະຊາຊົນ ຢາກເຫັນຣັຖບານ ເອົາໃຈໃສ່ ແກ້ໄຂບັນຫາຄ່າຄອງຊີພ.
2022-12-02
ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ດີເດັ່ນຂອງລາວ ຜູ້ໄດ້ຮັບຣາງວັນ ແມັກໄຊໄຊ ສາຂາ ການພັທນາຊຸມຊົນ ຫາຍສາບສູນໄປໄດ້ 10 ປີແລ້ວ, ແຕ່ການສືບສວນ ຂອງທາງການລາວ ຍັງບໍ່ຄືບໜ້າ ຫຼື ບໍ່ມີການສືບສວນ ຄືມິດງຽບ ເຮັດໃຫ້ ທາງຄອບຄົວ, ສັງຄົມ ແລະນາໆປະເທດ ທວງຖາມ ຕລອດໄລຍະ 10 ປີນີ້.
2022-12-02
ວັນທີ 02 ທັນວາ ປີ 2022 ນີ້ ຖືເປັນປີຄົບຮອບ 47 ປີ ການສະຖາປະນາ ສປປ ລາວ ຊຶ່ງໂດຍປົກກະຕິແລ້ວ ຈະມີການສເລີມສລອງ ຢ່າງຍິ່ງໃຫຍ່ ໃນທົ່ວປະເທດ ແຕ່ສຳລັບປີນີ້ ພຽງແຕ່ຈັດຣັຖພິທີ ຕາມທັມນຽມເທົ່ານັ້ນ ເນື່ອງຈາກ ສະພາບເສຖກິຈ ບໍ່ເອື້ອອຳນວຍ.