ຣັຖບານອິນເດັຽ ຊ່ອຍສ້າງ ອາຄານໂຮງໝໍ ໃຫ້ແຂວງອັດຕະປື
2022.12.06
ຣັຖບານອິນເດັຽ ຊ່ວຍເຫລືອ ຣັຖບານລາວ ສ້າງອາຄານໂຮງໝໍນ້ອຍ (ສຸຂສາລາ) ຫລັງໃໝ່ ໃຫ້ຊົນເຜົ່າເບຣົາ ຫຼືຊົນເຜົ່າລະແວ ຢູ່ບ້ານວຽງໄຊ ເມືອງພູວົງ ແຂວງອັຕຕະປື ເຊິ່ງຖືເປັນການຊ່ວຍເຫລືອ ສ້າງໂຮງໝໍຄັ້ງທໍາອິດໃນລາວ.
ການສ້າງໂຮງໝໍນ້ອຍ ຫລັງໃໝ່ນີ້ ຈະຊ່ວຍວຽກການບໍຣິການ ສຸຂພາບແມ່ ແລະ ເດັກ ແລະ ການຄວມຄຸມພຍາດຕິດຕໍ່ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະ ແມ່ຖືພາເກີດລູກຢ່າງປອດໄພ ແລະ ເດັກບໍ່ຂາດສານອາຫານ ແລະໄດ້ຣັບວັກຊິນ ທີ່ຈໍາເປັນຕາມຫລັກວິຊາການ ເນື່ອງຈາກເປັນຈຸດຮອງຮັບ ການໃຫ້ບໍຣິການ ທາງການແພດເບື້ອງຕົ້ນ ທີ່ແມ່ຍິງ ແລະ ເດັກນ້ອຍ ແລະປະຊາຊົນທົ່ວໄປ ເຂົ້າເຖິງໄດ້ງ່າຍ ແລະໄວ.
ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງອັຕຕະປື ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນ ວັນທີ 6 ທັນວາ ນີ້ວ່າ:
“ເທື່ອທໍາອິດ ທີ່ແຂວງອັຕຕປື ໄດ້ຮັບທຶນຈາກຣັຖບານອິນເດັຍ ມັນກໍຊ່ວຍໄດ້ຫລາຍໂດຍສະເພາະ ວຽກການບໍຣິການ ສຸຂພາບແມ່ແລະເດັກ ການສັກຢາ ການເກີດລູກ ການອັນນ່າ ຝາກທ້ອງ ເຣຶ່ອງຄວບຄຸມພຍາດຕິດຕໍ່ຕ່າງໆ ມັນເປັນຈຸດຮອງຮັບການປິ່ນປົວເບື້ອງຕົ້ນ ເນື່ອງຈາກ ເຂດດັ່ງກ່າວ ເປັນເຂດທີ່ມີໄຂ້ ມາລາເຣັຍ ສູງ ເຮັດໃຫ້ ພໍ່ແມ່ປະຊາຊົນ ສາມາດ ເຂົ້າເຖິງການບໍຣິການ ສະດວກສບາຍຂຶ້ນຕື່ມ ມີສະຖານທີ່ຮອງຮັບ.”
ທ່ານກ່າວຕື່ມວ່າ ບ້ານວຽງໄຊ ເປັນບ້ານທີ່ຢູ່ຫ່າງໄກ ຈາກໂຮງໝໍເມືອງ ປະມານ 30 ກິໂລແມ້ຕ ແລ້ວ ມີສຸຂສາລາປະຈໍາບ້ານ ທີ່ມີເນື້ອທີ່ຮອງຮັບປະຊາຊົນ ທີ່ມາປິ່ນປົວພຍາດຄັບແຄບ ຂະນະທີ່ ສະພາບໂຕຈິງໂຮງໝໍນ້ອຍ ຢູ່ບ້ານວຽງໄຊ ເປັນໂຮງໝໍທີ່ຢູ່ໃກ້ກັບທີ່ຢູ່ອາໄສ ຂອງປະຊາຊົນ 3 ບ້ານໃຫຍ່ ເຮັດໃຫ້ພວກເຂົາເຈົ້າມີຄວາມສະດວກ ໃນການເດີນທາງ ແຕ່ ບ້ານມາເຖິງ ໂຮງໝໍນ້ອຍ ບໍ່ເກີນ 3-4 ກິໂລແມ້ຕ ກໍຮອດໂຮງໝໍນ້ອຍ ແລ້ວ, ທາງຣັຖບານອິນເດັຍ ຈຶ່ງເລືອກເປັນເປົ້າໝາຍ ສ້າງອາຄານໂຮງໝໍ ນ້ອຍຫລັງໃໝ່ໃນເທຶ່ອນີ້.
ໂຮງໝໍນ້ອຍຫລັງເກົ່າ ບ້ານວຽງໄຊ ມີຫ້ອງປະສູດທີ່ເປ່ເພ ເຮັດໃຫ້ ແມ່ແລະລູກ ມີ ຄວາມສ່ຽງຕໍ່ການຕິດເຊື້ອ ລະຫວ່າງເກີດລູກ ສະນັ້ນ ຫາກມີອາຄານໂຮງໝໍນ້ອຍ ຫລັງໃໝ່ ກໍຈະຊ່ວຍໃຫ້ ຫລຸດຜ່ອນການຕິດເຊື້ອ ລະຫວ່າງເກີດລູກ ເນື່ອງຈາກ ເປົ້າໝາຍຂອງກະຊວງ ສາທາຣະນະສຸຂ ມີເປົ້າໝາຍ ຈະຕ້ອງຫລຸດຜ່ອນອັຕຕຣາ ການເສັຍຊີວິຕ ຂອງແມ່ ແລະເດັກ ແລະ ເພີ່ມອັຕຕຣາການເກີດລູກ ຢູ່ສະຖານທີ່ບໍຣິການ ການເກີດລູກ ຢ່າງປອດໄພ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງພູວົງ ແຂວງອັຕຕະປື ກ່າວໃນມື້ດຽວກັນນີ້ວ່າ:
“ຫລັງເກົ່າ ເຮົານີ້ ຫ້ອງປະສູດ ກໍຫລັງຄາຮົ່ວ ເພດານຊອດ ອະນາໄມ ອະ ເຊື້ອເຮົາກໍບໍ່ປານໃດ, ເຂດນັ້ນ ໂຕເລກ ການບໍຣິການ ການເກີດລູກທີ່ມີແພດຊ່ວຍ ແມ່ນສູງ ເພາະເຂດນັ້ນ ເຂົາຖືແບບນັ້ນເດ້ ມັນເວົ້າເຣຶ່ອງ ແຣງດຶງດູດຂອງເຮົາແດ່ ປຸກລະດົມເຮົາກໍໄດ້ດີ ອັນນັ້ນ ເຮົາເຫັນຄວາມສໍາຄັນ ເຂົ້າກັບເປົ້າໝາຍຂອງ ກະຊວງເພິ່ນເດ້.”
ແພດປະຈໍາຢູ່ໂຮງໝໍນ້ອຍ ບ້ານວຽງໄຊ ມີຫລາຍກ່ວາບ່ອນອື່ນ ເນຶ່ອງຈາກ ເຂດ ບ້ານວຽງໄຊ ມີປະຊາຊົນຊົນເຜົ່າເບຣົາ ປະມານ 3 ບ້ານໃຫຍ່ ທີ່ເດີນທາງມາໃຊ້ບໍຣິການ ຢູ່ໂຮງໝໍນ້ອຍ ບ້ານວຽງໄຊ.
ຂະນະທີ່ສະພາບໂຕຈິງ ໂຮງໝໍນ້ອຍ ບ້ານວຽງໄຊຫລັງເກົ່າ ບໍ່ມີຫ້ອງພັກເຊົາໃຫ້ທີມແພດ ແລະຫ້ອງນ້ໍາ ມີຫ້ອງດຽວ ທີມແພດ ແລະ ຄົນເຈັບໃຊ້ນໍາກັນ ສະນັ້ນ ອາຄານໂຮງໝໍນ້ອຍຫລັງໃໝ່ ທີ່ກໍາລັງສ້າງນີ້ ຈະຊ່ວຍໃຫ້ທີມແພດ ມີຫ້ອງພັກ ແລະ ມີຫ້ອງນ້ໍາແຍກ ຄືກັບໂຮງໝໍຢູ່ນະຄອນຫລວງວຽງຈັນ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງພູວົງ ແຂວງອັຕຕະປື ຜູ້ດຽວກັບຂ້າງເທິງ ກ່າວໃນມື້ດຽວກັນນີ້ວ່າ:
“ບ່ອນພັກເຊົາຂອງແພດເຮົາບໍ່ມີ ບ່ອນເຮັດວຽກເຮົາ ມັນປົນເລີຍນ່າ ມັນມີຫ້ອງບໍຣິການກວດ ເຮົາກໍເຮັດເປັນຫ້ອງເຮັດວຽກຂອງແພດ ຂອງໝໍ ມັນຢາກຄັບແຄບໂຕນີ້ ຄັນວ່າເຮັດອາຄານໃໝ່ນີ້ ເຮົາຈະເຮັດ ຍົກ ສະເພາະບໍຣິການ ແຕ່ຫລັງເກົ່າ ເຮົາຊິຫມູນມາໃຊ້ ນຶ່ງ ບ່ອນພັກ ບ່ອນເຮັກວຽກຂອງແພດຂອງໝໍ, ຫ້ອງນ້ໍາຫັ້ນ ແຕ່ກ່ອນ ມີຫ້ອງດຽວ ທັງແພດ ທັງຄົນເຈັບໃຊ້ ຫລັງໃໝ່ ເພິ່ນວ່າ ມີຫ້ອງນ້ໍາ 2 (ຫ້ອງ) ຕາມໄດ້ຍິນ ມື້ວັນນັ້ນ.”
ບໍຣິສັດແກ້ວມີໄຊ ພັທນາກໍ່ສ້າງ ຈໍາກັດ ເປັນຜູ້ຮັບເຫມົາກໍ່ສ້າງອາຄານ ໂຮງໝໍນ້ອຍຫລັງໃໝ່ ບ້ານວຽງໄຊ ແລະຈະໃຊ້ເວລາການກໍ່ສ້າງ 6 ເດືອນໃຫ້ສໍາເຣັດ ນັບແຕ່ ວັນທີ 30 ພຶຕຈິກາ 2022, ປັດຈຸບັນກັມມະກອນຂອງບໍຣິສັດ ກໍໄດ້ວາງເສົາ ແລະຕຽມຊີເມັນແລ້ວ, ເຊິ່ງການສ້າງໂຮງໝໍນ້ອຍ ຫລັງໃໝ່ເທຶ່ອນີ້ ຈະຊ່ວຍໃຫ້ເດັກນ້ອຍ ໃນ 3 ບ້ານໃຫຍ່ ເຂົ້າເຖິງການສັກວັກຊິນ ຕາມຫລັກວິຊາການ ແລະປະຊາຊົນ ທັງ 3 ບ້ານໃຫຍ່ ເຂົ້າເຖິງ ການກວດເລືອດ ພຍາດຕ່າງໆ ສະດວກຂຶ້ນ.
ດັ່ງ ເຈົ້າໜ້າທີ່ ອໍານາດການປົກຄອງ ທ້ອງຖິ່ນ ຢູ່ບ້ານວຽງໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ເຫັນດີ ເຫັນພ້ອມ ທາງການບ້ານກໍຊົມເຊີຍນໍາຫັ້ນລະ ທາງໂຄງການເພິ່ນອຸປຖັມ ຄ້ໍາຊູບ້ານ ຮັບໃຊ້ປະຊາຊົນຢູ່ໃນສັງຄົມໝົດ 3 ໝູ່ບ້ານ ສໍາລັບ ບ້ານວຽງໄຊ ນ້ໍາກົງ ວົງລະຄອນເນາະ, ລຸລັ່ງເຂົ້າມາໂລດ ວັກຊອກ-ວັກຊິນ ຫລືອັນອື່ນ ພຍາດໄຂ້ ມາລາເຣັຍ ຫວ່າງກີ້ນີ້ ເຂົາກໍ້ກວດກາ ທຶດທັກໆ ຢູ່ນ່າ.”
ນັກຮຽນລະດັບຂັ້ນປະຖົມ ຈະໄດ້ຮັບ ວັກຊິນ ປ້ອງກັນພຍາດ ມະເຮັງ ປາກມົດລູກ ຢູ່ໃນໂຮງໝໍນ້ອຍບ້ານວຽງໄຊ ເຊິງການຕໍ່ແຖວຮັບ ວັກຊິນ ດັ່ງກ່າວ ທີ່ຜ່ານມາ ກໍມີຄວາມແອອັດ ນັກຮຽນບໍ່ມີບ່ອນນັ່ງ ຫາກໄດ້ອາຄານໂຮງໝໍນ້ອຍ ຫລັງໃໝ່ເພີ່ມ ກໍຈະເຮັດໃຫ້ບ່ອນນັ່ງລໍຖ້າຮັບ ວັກຊິນ ມີຄວາມກ້ວາງຂວາງຂຶ້ນ ອີກທັງ ປະຊາຊົນ ທີ່ໄດ້ຮັບການຍັ້ງຍືນຈາກ ທ່ານໝໍ ໃຫ້ນອນປິ່ນປົວຢູ່ໂຮງໝໍ ກໍຈະມີຕຽງນອນ ບໍ່ຄືແຕ່ເກົ່າ ທີ່ບໍ່ມີຕຽງນອນ ຍ້ອນ ສຖານທີ່ຄັບແຄບ.
ດັ່ງ ນາຍຄຣູ ຢູ່ໂຮງຮຽນປະຖົມ ບ້ານວຽງໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ເວລານັກຮຽນເຂົ້າໄປ ໄປສັກຢາ ຄື ຫວ່າງແລ້ວນີ້ ໄດ້ສັກຢາ ກັນພຍາດ ປ້ອງກັນມະເຮັງ ປາກມົດລູກຫັ້ນນ່າ ເພິ່ນກໍໄດ້ມີສຖານທີ່ ບ່ອນນັ່ງຄັບແຄບເນາະ ທີ່ໂຮງໝໍເກົ່າຫັ້ນ ແລ້ວເຮັດໃຫ້ການບໍຣິການຫັ້ນ ສ່ວນຫລາຍມີຄວາຫຍຸ້ງຍາກຫັ້ນແລ້ວ ບາງເທຶ່ອ ມີຄົນເຈັບຫລາຍ ຈັ່ງຊີ້ຫັ້ນນ່າ ການບໍຣິການ ກໍມີຄວາມຫຍຸ້ງຍາກ ບາງເທຶ່ອ ຄົນເຈັບ ນອນໂຮງໝໍ ກໍນອນບໍ່ໄດ້ແລ້ວ ເພາະວ່າ ຕຽງນອນກໍບໍ່ຫລາຍ ຈັ່ງຊີ້ນ່າ ຜ່ານມາຫັ້ນນ່າ.”
ເມື່ອວັນທີ 30 ພຶສຈິກາ 2022 ທີ່ຜ່ານມາ, ຢູ່ແຂວງອັຕຕະປື ໄດ້ມີພິທີວາງສິລາລຶກ ໂຄງການກໍ່ສ້າງອາຄານ ໂຮງໝໍນ້ອຍຫລັງໃໝ່ ບ້ານວຽງໄຊ ເມືອງພູວົງ ພາຍໃຕ້ໂຄງການເຫັນຜົລໄວ ການຣ່ວມມືແມ່ນ້ໍາຂອງ-ແມ່ນ້ໍາຄົງຄາ (QIP) ໂດຍໄດ້ຣັບງົບປະມານຊ່ວຍເຫລືອລ້າ ຈາກຣັຖບານອິນເດັຽ ມູນຄ່າ 50,000 ໂດລ້າຣ ສະຫະຣັຖ.
ນອກຈາກນີ້ ຣັຖບານອິນເດັຽ ຈະສນັບສນູນແຕ່ການກໍ່ສ້າງ ອາຄານໂຮງໝໍນ້ອຍ ບໍ່ໄດ້ຊ່ວຍເຄື່ອງມືທາງການແພດ, ອີງຕາມຂໍ້ມູນ ທີ່ບໍ່ເປັນທາງການ ຈາກຜແນກ ສາທາຣະນະສຸຂ ແຂວງອັຕຕະປື.