ປະທ້ວງ ທວງສິດ ເສຣີພາບຄົນລາວ ຢູ່ກອງປະຊຸມ ອາຊ້ຽນ-ສະຫະພາບຢູໂຣບ
2022.12.13

ໃນໂອກາດກອງປະຊຸມ ສຸດຍອດທຸຣະກິຈ ອາຊ້ຽນ-ຢູໂຣບ ຄັ້ງທີ 10 ວັນທີ 13 ທັນວາ ແລະສລອງວັນຄົບຮອບ 45 ປີຂອງການເປັນຄູ່ເຈຣະຈາ ໃນມື້ວັນທີ 14 ທັນວາ 2022 ແລະກອງປະຊຸມ ສຸດຍອດລະຫວ່າງຜູ້ນໍາສູງສຸດ ຂອງສະຫະພາບຢູໂຣບ ແລະບັນດາປະເທດ ໃນກຸ່ມອາຊ້ຽນ. ໃນນັ້ນ ຜູ້ນໍາສູງສຸດຂອງ ສປປ ລາວ ແລະກັມພູຊາ ກໍມາເຂົ້າຮ່ວມ ຢູ່ນະຄອນຫລວງບຣັສໂຊລສ໌ ປະເທດເບັລຈ້ຽມ. ໃນໂອກາດດັ່ງກ່າວ ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ໄດ້ຮ່ວມກັບອົງການຂເມນເສຣີ ຈັດການເດີນຂະບວນປະທ້ວງ ປະນາມການປົກຄອງ ແບບຜະເດັດການ, ຢຽບຢໍ່າສິດເສຣີພາບ ແລະປະ ຊາທິປະໄຕ ປະຊາຊົນໃນລາວ ແລະກັມພູຊາ ແລະທວງໃຫ້ມີການປ່ຽນແປງ ລະບອບການປົກຄອງ ໄປສູ່ປະຊາທິປະໄຕ ຢູ່ຕໍ່ໜ້າສະພາຢຸູໂຣບ ທີ່ນະຄອນຫລວງບຣັສໂຊລສ໌ ໃນຕອນບ່າຍຂອງວັນທີ 12 ທັນວາ 2022 ນີ້.
ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິຕ ເພື່ອປະຊາທິປະ ໄຕໃນລາວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ທັນວາ ກ່ຽວກັບການເດີນຂະບວນປະທ້ວງ ຢູ່ສະຖານທີ່ເດີນຂະບວນປະທ້ວງນັ້ນວ່າ:
ພ້ອມກັນນັ້ນ ດຣ. ບຸນທອນ ກໍໄດ້ອ່ານສານປະທ້ວງ ຈາກພາກສ່ວນຕ່າງໆ ຮວມທັງຈາກປະເທດລາວ ແລະຂໍ້ສເນີ 6 ຂໍ້ ຮວມທັງຂໍ້ສເນີເຣື່ອງສິດທິມະນຸສ.
ທ່ານ ຮ່ວງດວນ ຮອງປະທານ ຜູ້ທີນຶ່ງຂອງອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ສາຂາປະເທດຝຣັ່ງເສດ ຜູ້ໄດ້ເຂົ້າຮ່ວມການເດີນຂະບວນ ປະທ້ວງ ກໍໄດ້ກ່າວເຖິງ ການປະທ້ວງນັ້ນວ່າ ເຮັດແທນປະຊາຊົນລາວ ຢູ່ພາຍໃນປະເທດທີ່ບໍ່ມີສິດປາກ, ບໍ່ມີສິດເວົ້າ.
ຍານາງ ສາຍສມອນ ດິດທະວົງ ຊຶ່ງເປັນຜູ້ນຶ່ງທີ່ໄດ້ເຂົ້າຮ່ວມ ການເດີນຂະບວນຄັ້ງນີ້ ກໍກ່າວເຖິງຈຸດປະສົງ ຂອງຕົນໃນການມາຮ່ວມນັ້ນວ່າ ເພື່ອເປັນກະບອກສຽງ ໃຫ້ປະຊາຊົນລາວຢູ່ພາຍໃນປະເທດ.
ແລະທ່ານ ສົມເພັດ ວັດທະນູ ຮອງປະທານອົງການພັນທະມິຕ ເພື່ອປະຊາທິປະ ໄຕໃນລາວ ທີ່ປະເທດຝຣັ່ງເສດ ກໍກ່າວວ່າ ການປະທ້ວງແມ່ນຢາກໃຫ້ມີປະຊາ ທິປະໄຕ.
ທ່ານກ່າວເຖິງ ການເດີນຂະບວນ ປະທ້ວງນັ້ນວ່າ ໄດ້ຮັບໝາກຜົລດີ.
ເພື່ອຂໍຮູ້ທັສນະຂ ອງທາງການລາວ ຕໍ່ການເດີນຂະບວນປະທ້ວງ, ທວງໃຫ້ມີການປ່ຽນແປງໄປສູ່ປະຊາທິປະໄຕໃນລາວ, ໃຫ້ປະຊາຊົນສີສິດ ເສຣີພາບນັ້ນ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາສະຖານທູຕລາວ ປະຈໍາປະເທດ ເບັລຈ້ຽມ ແລະກະຊວງ ການຕ່າງປະເທດ ຂອງລາວ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 13 ທັນວານີ້ ແຕ່ບໍ່ສາມາດຕິດຕໍ່ໄດ້.
ການເດີນຂະບວນ ປະທ້ວງໃນໂອກາດ ກອງປະຊຸມສຸດຍອດ ລະຫວ່າງຜູ້ນໍາສູງສຸດ ຂອງສະຫະພາບຢູໂຣບ ແລະບັນດາປະເທດ ໃນກຸ່ມອາຊຽນ ຊຶ່ງຜູ້ນໍາສູງສຸດຂອງ ສປປ ລາວ ແລະກັມພູຊາ ກໍມາເຂົ້າຮ່ວມ ແລະກໍາລັງດໍາເນີນໄປ ຢູ່ໃນຂະນະນີ້ນັ້ນ ແມ່ນອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ໄດ້ຮ່ວມກັບອົງການຂເມນເສຣີ ເປັນຜູ້ຈັດຕັ້ງຂຶ້ນ ຢູ່ຕໍ່ໜ້າສະພາຢູໂຣບ ໃນຕອນບ່າຍຂອງມື້ວັນທີ 12 ທັນວາ ປະນາມລະບອບການປົກຄອງ ແບບຜະເດັດການ ຂອງພວກກໍາອໍານາດ ສປປ ລາວ ແລະກັມພູຊາ, ທວງໃຫ້ມີການປ່ຽນແປງ ລະບອບການປົກຄອງ ໄປສູ່ປະຊາທິປະໄຕ, ໃຫ້ປະຊາຊົນມີສິດ ເສຣີພາບ ແລະຢູ່ດີ ກິນດີ.