ສະມາຊິ ສະພາແຫ່ງຊາຕ ຮຽກຮ້ອງໃຫ້ຣັຖບານ ແກ້ໄຂຫຼາຍບັນຫາ

ຈຳປາທອງ
2022.12.07
ສະມາຊິ ສະພາແຫ່ງຊາຕ ຮຽກຮ້ອງໃຫ້ຣັຖບານ ແກ້ໄຂຫຼາຍບັນຫາ ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ.
ຮູບພາບ: ປກສ

ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ສປປ ລາວ ໄດ້ຣາຍງານຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 5 ທັນວາ ກ່ຽວກັບການເຄື່ອນໄຫວ ວຽກງານຂອງຣັຖບານ ປີ 2022 ຊຶ່ງໃນນັ້ນ ໄດ້ເວົ້າເຖິງຫລາຍບັນຫາ ຫຍຸ້ງຍາກ ຮວມທັງການຮົ່ວໄຫລ ຂອງງົບປະມານ ແຫ່ງຣັຖ, ເງິນກີບເຟີ້ຮຸນແຮງ, ບັນຫາໜີ້ສາທາຣະນະ ທີ່ເພິ່ມຂຶ້ນຫລາຍ ທັງໜີ້ພາຍໃນ ແລະຕ່າງປະເທດ, ການປະຕິບັດຄາດໝາຍ ຂອງແຜນພັທນາເສຖກິຈ-ສັງຄົມແຫ່ງຊາຕ ປະຈໍາປີ 2022 ຄືບໜ້າໜ້ອຍ ແລະບາງຄາດໝາຍ ມີຄວາມສ່ຽງທີ່ຈະບໍ່ສາ ມາດປະຕິບັດໄດ້ ຄືຈະບໍ່ສາມາດເຮັດໃຫ້ ເສຖກິຈເຕີບໂຕ ແລະຍືນຍົງຕາມແຜນການໄດ້.

ສະມາຊິກ ສະພາແຫ່ງຊາຕ ຈາກຫລາຍແຂວງຂອງລາວ ສເນີໃຫ້ຣັຖບານ ເອົາໃຈໃສ່ ຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມຂຶ້ນຕື່ມ ເນື່ອງຈາກໄລຍະທີ່ຜ່ານມາ ມີຫລາຍບັນຫາ ທີ່ຣັຖບານບໍ່ສາມາດ ແກ້ໄຂໄດ້ຕາມຄາດໝາຍ, ເຊັ່ນໂຄງການປູກຝັງ ແລະລ້ຽງສັດຂອງນັກລົງທຶນຈີນ ຢູ່ແຂວງຫົວພັນ ເພື່ອພັທນາຊົນນະບົດ ແລະລຶບລ້າງ ຄວາມທຸກຍາກ ຂອງປະຊາຊົນ, ແຕ່ປະຊາຊົນ ບໍ່ໄດ້ຮັບຜົລປໂຍດ ເທົ່າທີ່ຄວນ ແລະບໍ່ສາມາດຫລຸດພົ້ນອອກຈາກ ຄວາມທຸກຍາກໄດ້.

ດັ່ງທີ່ທ່ານ ແກ້ວຈະເລີນ ເຊັ່ຍຢິງຢ່າງ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ກ່າວຢູ່ໃນກອງປະຊຸມ ວັນທີ 6 ທັນວານີ້ວ່າ:

ຂ້າພະເຈົ້າຢາກໃຫ້ເບິ່ງຄືນ ກ່ຽວກັບການສົ່ງສິນຄ້າດ້ານກະສິກັມ ແລະການຜະລິດພາຍໃນ ເພື່ອທົດແທນ ແລະສົ່ງອອກນີ້ ຍົກຕົວຢ່າງວ່າຈີນຈັງຊີ້ ງົວບໍ ສິນຄ້າກະສິກັມຕ່າງໆນີ້ ປະຊາຊົນກໍສົນໃຈ ພາກສ່ວນຕ່າງໆ ນັກທຸຣະກິຈ ລະດັບຕ່າງໆກໍສົນໃຈ ແຕ່ວ່າພວກເຮົາເຮັດໄດ້ໜ້ອຍ ໄດ້ໜ້ອຍຫລາຍ ພວກເຮົາສົ່ງເສີມທົ່ວໄປໂດຍບໍ່ມີຈຸດສຸມ.

ທ່ານກ່າວຕື່ມວ່າ ຫລາຍໂຄງການລົງທຶນ ທີ່ຣັຖບານໄດ້ອະນຸມັດ ໃຫ້ບໍຣິສັດຕ່າງປະເທດ ເຂົ້າມາລົງທຶນໃນລາວ ໂດຍໃຫ້ຊາວບ້ານ ເຂົ້າຮ່ວມໂຄງການ ແລະມີສັນຍາວ່າ ບໍຣິສັດຜູ້ລົງທຶນ ຈະຕ້ອງໃຫ້ຄວາມຮູ້ດ້ານ ວິຊາການ ແລະເຕັກນິກ ແກ່ຜູ້ເຂົ້າຮ່ວມໂຄງ ການນັ້ນ. ແຕ່ໃນພາກປະຕິບັດຕົວຈິງ ພັດບໍ່ເປັນໄປຄືດັ່ງກ່າວ.

ໃນຂະນະດຽວກັນ ທ່ານ ກົງແກ້ວ ມີວໍລະຈັກ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 13 ແຂວງສວັນນະເຂດ ກໍໄດ້ສເນີຫລາຍບັນຫາ ເປັນຕົ້ນເຣື່ອງຣັຖບານອະນຸມັດໃຫ້ ຫລາຍບໍຣິສັດເຂົ້າມາດໍາເນີນກິຈການ ຂຸດຄົ້ນແຮ່ທາດ ໂດຍສະເພາະໂຄງການທົດລອງ ໃນໄລຍະຜ່ານມາ ຊຶ່ງບາງບໍຣິສັດໄດ້ເນື້ອທີ່ ສໍາປະທານຫລວງຫລາຍ ທີ່ຊາວບ້ານບໍ່ສາມາດ ເຂົ້າໄປທໍາການຜລິດໄດ້, ເຮັດໃຫ້ຊາວບ້ານບໍ່ມີທີ່ດິນທໍາກິນ, ຢາກໃຫ້ຣັຖບານເລັ່ງຫາ ທາງແກ້ໄຂ ເພື່ອບໍ່ໃຫ້ເກີດຂໍ້ຂັດແຍ່ງໃນຕໍ່ໜ້າ ແລະເຣື່ອງການສຶກສາ ຢູ່ລາວ ກໍຄວນຈະໄດ້ຮັບການພັທນາ ໃຫ້ມີຄຸນນະພາບ ແລະບໍ່ໃຫ້ເກີດຄວາມເຫລື່ອມລໍ້າ ຈົນເກີນໄປລະຫວ່າງໂຮງຮຽນ ໃນຕົວເມືອງ ແລະຢູ່ເຂດຊົນນະ ບົດ ທີ່ທັງຂາດເຂີນຄຣູສອນ, ຣັຖບານຄວນເອົາໃຈໃສ່ ແກ້ໄຂບັນຫານີ້ຕື່ມ.

ດັ່ງທີ່ທ່ານ ກົງແກ້ວ ກ່າວໃນກອງປະຊຸມ ໃນມື້ດຽວກັນນັ້ນວ່າ:

ການຈັດຕັ້ງນະໂຍບາຍ ຂອງພາກຣັຖ ຕໍ່ກັບຄຣູອາສາສມັກຢູ່ຂັ້ນຮາກຖານນີ້ ເຫັນວ່າຜ່ານມານີ້ກະຍັງມີ ຫລາຍຄົນ ແລ້ວກະຫລາຍເຂດຫລາຍເມືອງເນາະ ທີ່ວ່າໄດ້ໄປສອນແລ້ວກະຍັງບໍ່ທັນໄດ້ ຮັບເປັນຣັຖກອນ ແຕ່ໂຄຕ້າຮັບຣັຖກອນເຂົ້າໃໝ່ຊໍ້າພັດໜ້ອຍ ຄິດວ່າອະນາຄົດນີ້ຈະເຮັດໃຫ້ ການຂາດແຄນຄຣູສອນ ຄຸນນະພາບຂອງນັກຮຽນລຸ້ນໃໝ່ເນາະສິເປັນແນວໃດ ອັນນີ້ກະຢາກໃຫ້ເພິ່ນທົບທວນ.

ອີງຕາມການຣາຍງານ ຂອງກະຊວງສຶກສາທິການ ແລະກິລາເມື່ອເດືອນມິຖຸນາ ທີ່ຜ່ານມາ, ຕົກມາຮອດສົກຮຽນປີ 2021-2022 ທົ່ວປະເທດລາວ ມີຄຣູອາສາສມັກທັງໝົດ 7,693 ຄົນ ທີ່ມີປະສິດທິພາບ ໃນການສິດສອນດີ ພໍສົມຄວນ ແລະສາມາດຮັບຮອງເປັນຄຣູໄດ້ ຖ້າມີໂຄຕ້າ.

ເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 7 ທັນວານີ້ວ່າ ການຂາດແຄນຄຣູ ຢູ່ເຂດຊົນນະບົດຫ່າງໄກ ເປັນບັນຫາຊໍາເຮື້ອມາແຕ່ດົນແລ້ວ ຍ້ອນຣັຖບານຈັດສັນໂຄຕາໃນແຕ່ລະປີ ໃຫ້ໜ້ອຍ ໃນຂະນະທີ່ຄຣູອອກບໍານານ, ເສັຍຊີວິຕ ແລະອອກໄປເຮັດວຽກອື່ນ ສເລັ່ຍແລ້ວປີນຶ່ງປະມານ 100 ຄົນ.

ແມ່ນ... ຄຣູເຮົາມັນບໍ່ພໍບາດນີ້ຣັຖບານເຮົາ ອະນຸມັດໂຄຕ້າທົ່ວປະເທດຫັ້ນ ມັນກະບໍ່ພຽງພໍເນາະ ມັນມີທີ່ໂຍກຍ້າຍເນາະ ເຂົ້າບໍານານ ປະລະ ເສັຽຊີວິຕຈັ່ງຊີ້ນ່າ. ທາງທິດຊີ້ນໍາາຂອງຜູ້ໃຫຍ່ຫັ້ນເນາະ ເພິ່ນກະບໍ່ຢາກໃຫ້ຄຣູເຮົານີ້ ໂຍກຍ້າຍໃນຊ່ວງທີ່ວ່າ ຄຣູເຮົາບໍ່ພໍນີ້ນ່າ ບໍ່ຢາກໃຫ້ຍ້າຍ ໄປຂແນງການອື່ນ.

ປະຊາຊົນຢູ່ພາກໃຕ້ ຂອງລາວຈໍານວນບໍ່ໜ້ອຍ ເປັນຕົ້ນ ຢູ່ແຂວງສວັນນະເຂດ, ຈໍາປາສັກ, ເຊກອງ ແລະແຂວງອັດຕະປື ກໍປະເຊີນກັບບັນຫາ ບໍ່ມີທີ່ດິນທໍາກິນ ຫລືມີກໍບໍ່ພຽງພໍ ຍ້ອນຣັຖບານອະນຸມັດໃຫ້ ບໍຣິສັດເອກກະຊົນ ທັງພາຍໃນ ແລະຕ່າງປະ ເທດເຊົ່າ-ສັມປະທານ ເພື່ອເຮັດໂຄງການຕ່າງໆ.

ຊາວກະສິກອນ ປູກມັນຕົ້ນຢູ່ແຂວງຈໍາປາສັກ ຜູ້ນຶ່ງ ເວົ້າໃນມື້ດຽວກັນນັ້ນວ່າ ຊາວບ້ານໄດ້ເຂົ້າຮ່ວມ ໂຄງການປູກມັນຕົ້ນ ໃນຮູບແບບ 2+3 ກັບບໍຣິສັດວຽດນາມ ມາໄດ້ປະມານ 3 ປີແລ້ວ ແຕ່ສ່ວນໃຫຍ່ ບໍ່ກຸ້ມຢູ່ ກຸ້ມກິນ ທັງຍ້ອນໄດ້ຄ່າແຮງງານຕໍ່າ ນໍາດ້ວຍ.

ບໍຣິສັດວຽດນ່າ ຂະເຈົ້າມາເຮັດໂຮງງານຢູ່ນີ້ ແຕ່ວ່າ ຊ່ວງນີ້ຄືຍັງຖຽງກັນ ຢູ່ໃນກຸ່ມຫັ້ນແຫລະວ່າ ໂອ໋ ...ຢ້ານບໍ່ກຸ້ມຖ້າທຽບໃສ່ ຄ່າແຮງງານແລ້ວ.

ຊາວກະສິກອນ ປູກອ້ອຍຢູ່ແຂວງສວັນນະເຂດ ເວົ້າໃນມື້ດຽວກັນນີ້ວ່າ ຕົນໄດ້ເຂົ້າຮ່ວມໂຄງການ ປູກອ້ອຍກັບບໍຣິສັດວຽດນາມ ມາເກືອບ 5 ປີແລ້ວ ແຕ່ກໍຍັງບໍ່ພົ້ນຈາກຄວາມ ທຸກຍາກ ແລະປັດຈຸບັນ ກໍບໍ່ມີທີ່ດິນ ທໍາການກະເສຕ ຍ້ອນດິນຖືກນໍາເຂົ້າຮ່ວມໂຄງ ການ 2+3 ທີ່ຣັຖບານສນັບສນຸນແລ້ວ ແລະວ່າ ລາຍໄດ້ຈາກການຂາຍອ້ອຍ ກໍໄດ້ ແຕ່ພໍຢູ່ພໍກິນ, ບໍ່ພຽງພໍທີ່ຈະເຮັດໃຫ້ພົ້ນທຸກໄດ້.

ອ້ອຍນີ້ຕາມເບິ່ງເຂົາປູກຫັ້ນ ຄັນວ່າມັນງາມຫັ້ນນ່າ ບົວລະບັດຮັກສາໄດ້ກໍພໍໄດ້ເງິນ ມັນບໍ່ງາມ...ລະດັບ ເຮັກຕ້າຣ໌ນຶ່ງ 50-60 ຕັນລົງມາມັນບໍ່ມີກໍາໄລ.

ນອກຈາກ ສະມາຊິກສະພາແຫ່ງຊາຕ ທີ່ເວົ້າມານັ້ນແລ້ວ ຢູ່ໃນກອງປະຊຸມສະພາແຫ່ງຊາຕ ເທື່ອນີ້ ກໍຍັງມີສະມາຊິກສະພາແຫ່ງຊາຕ ອີກຫລາຍທ່ານ ໄດ້ປະກອບຄໍາເຫັນ ກ່ຽວກັບການປະຕິບັດ ແຜນພັທນາເສຖກິຈ-ສັງຄົມ, ແຜນງົບປະມານ ແລະເງິນຕຣາ ຂອງຣັຖບານ ໂດຍຮຽກຮ້ອງໃຫ້ຣັຖບານ ເອົາໃຈໃສ່ ຈັດຕັ້ງປະຕິບັດທຸກວຽກງານ ໃຫ້ມີປະສິດທິພາບ ແລະປະສິດທິຜົລ ເພື່ອເຮັດໃຫ້ແຜນການດັ່ງກ່າວ ບັນລຸໄດ້ຕາມເປົ້າໝາຍ ໂດຍສະເພາະ ເຣື່ອງການແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສຖກິຈ, ບັນຫາໜີ້ສາທາຣະນະ ທີ່ເພີ່ມຂຶ້ນ, ບັນຫາເງິນເຟີ້ຮຸນແຮງ, ການຄຸ້ມຄອງເງິນຕຣາ ທີ່ບໍ່ທັນຮັດກຸມ, ການຈັດສັນງົບປະມານຊັກຊ້າ ແລະການແກ້ໄຂເຣື່ອງຄວາມທຸກຍາກ ຂອງປະຊາຊົນ ທີ່ຍັງບໍ່ທັນປະຕິບັດໄດ້ ຕາມເປົ້າໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.