ຄະດີຄາຕກັມ ຄຣູສອນ ສາສນາຄຣິສຕຽນ ບໍ່ມີຄວາມຄືບໜ້າ

ໄຊຍາ
2022.12.09
ຄະດີຄາຕກັມ ຄຣູສອນ ສາສນາຄຣິສຕຽນ ບໍ່ມີຄວາມຄືບໜ້າ ພິທີຊາປະກິຈສົບ ອາຈານ ສີ ແສງມະນີ ຄຣູສອນສາສນາ ຄຣິສຕຽນລາວ ທີ່ຖືກຄາຕກັມ ຢູ່ປ່າແຫ່ງນຶ່ງ ຂອງເມືອງທ່າແຂກ ແຂວງຄຳມ່ວນ ຊຶ່ງພົບສາກສົບ ໃນວັນທີ 23 ຕຸລາ 2022.
ນັກຂ່າວ ພົລເມືອງ

ການສືບສວນ-ສອບສວນຄະດີ ຄາຕກັມ ອາຈານສີ ແສງມະນີ ຄຣູສອນສາສຄຣິສຕຽນລາວ ອາຍຸ 48 ປີ ຊາວບ້ານ ບ້ານດອນແກ້ວ ເມືອງນາກາຍ ແຂວງຄຳມ່ວນ ທີ່ຖືກພົບສົບ ຢູ່ປ່າແຫ່ງນຶ່ງ ໃນເຂດເມືອງທ່າແຂກ ເມື່ອວັນທີ 23 ຕຸລາ ຜ່ານມານັ້ນ, ມາຮອດປັດຈຸບັນ ຍັງບໍ່ທັນມີຄວາມຄືບໜ້າ ແລະເຈົ້າໜ້າທີ່ຕຳຣວດ ກໍຍັງບໍ່ສາມາດຈັບໂຕ ຄາດຕະກອນໄດ້ເທື່ອ ເຖິງແມ່ນວ່າຄະນີນີ້ໄດ້ຜ່ານໄປ ເປັນໄລຍະເວລາ 1 ເດືອນປາຍແລ້ວ ກໍຕາມ.

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ກອງບັນຊາການ ປກສ ແຂວງຄຳມ່ວນ ເພື່ອສອບຖາມຄວາມຄືບໜ້າ ຂອງຄະດີດັ່ງກ່າວນີ້ ຊຶ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ນຶ່ງໄດ້ຊີ້ແຈງພຽງແຕ່ວ່າ ປັດຈຸບັນເຈົ້າໜ້າທີ່ ຕຳຣວດ ຜແນກສືບສວນ-ສອບສວນ ກຳລັງສືບສວນຫາໂຕ ຄາຕກອນຢູ່ ແຕ່ບໍ່ສະດວກ ທີ່ຈະໃຫ້ມີການຕິດຕໍ່ ໄປຫາພາກສ່ວນທີ່ຮັບຜິດ ຊອບຄະດີນີ້, ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ເມືອງນາກາຍທ່ານນຶ່ງ ທີ່ເຮັດວຽກກ່ຽວກັບ ການຄຸ້ມຄອງ ການເຄື່ອນໄຫວທາງດ້ານ ສາສນາກ່າວວ່າ ທ່ານເອງ ໄດ້ຮັບຮູ້ເຫດການດັ່ງກ່າວແລ້ວ ແຕ່ປັດຈຸບັນກໍຍັງບໍ່ໄດ້ຍິນເທື່ອວ່າ ຄະດີດັ່ງກ່າວນີ້ ມີຄວາມຄືບໜ້າ ໃນການຊອກຫາ ໂຕຄາຕກອນ ເນື່ອງຈາກທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ໄດ້ມີການແຈ້ງ ຂໍ້ມູນໃດໆໃຫ້ຊາບເລີຍ. ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 09 ທັນວານີ້ວ່າ:

ໄດ້ຍິນຢູ່ ພວກເຮົາກ່ບໍ່ຮູ້ເປັນຣາຍລະອຽດ ເພາະເຮົາໄດ້ຍິນຂ່າວສື່ໆ ແລ້ວຜູ້ທີ່ຣາຍງານ ເຂົາເຈົ້າກາບໍ່ໄດ້ຣາຍງານມາໃຫ້ໄທເຮົາຮູ້ນໍາ ສ່ວນຫລາຍກາແມ່ນເຈົ້າໜ້າທີ່ພຸ້ນ ເຮັດໜ້າທີ່ໂຕນີ້.

ທ່ານກ່າວຕື່ມວ່າ ສຳລັບສາເຫດການ ຄາຕກັມ ອາຈານ ສີ ທ່ານເອງກໍບໍ່ສາມາດ ຄາດຄະເນໄດ້ເທື່ອວ່າ ແມ່ນກຸ່ມໃດ ແລະເກີດຈາກຂໍ້ຂັດແຍ່ງ ເຣື່ອງໃດ ເນື່ອງຈາກຍັງບໍ່ທັນໄດ້ຮັບຮູ້ ຣາຍລະອຽດ ຢ່າງຄັກແນ່, ແຕ່ທ່ານກໍຢືນຢັນວ່າ ປັດຈຸບັນທາງການຂັ້ນເມືອງ ກໍໄດ້ໃຫ້ການຄຸ້ມຄອງ ການເຄື່ອນໄຫວ ຂອງຊາວຄຣິສຕຽນລາວ ແລະຜູ້ນັບຖືສາສນາອື່ນໆຕາມປົກກະຕິ ຊຶ່ງຍັງບໍ່ມີຫຍັງ ທີ່ໜ້າເປັນຫ່ວງ ໃນໄລຍະນີ້.

ໃນຂະນະທີ່ ຊາວຄຣິສຕຽນລາວ ທີ່ໄດ້ຮັບຮູ້ຂ່າວ ການເສັຽຊີວິຕ ຂອງ ອາຈານ ສີ ໃນກ່ອນໜ້ານີ້ ກໍຮູ້ສຶກບໍ່ສະບາຍໃຈ ທີ່ເຈົ້າໜ້າທີ່ ຕຳຣວດ ຍັງບໍ່ສາມາດ ຈັບຄາຕກອນໄດ້ ແລະຈຳນວນນຶ່ງ ເຊື່ອວ່າເຈົ້າໜ້າທີ່ຕຳຣວດ ທີ່ເຮັດຄະດີນີ້ ຍັງບໍ່ເອົາໃຈໃສ່ ເທົ່າທີ່ຄວນ ຕໍ່ການສືບສວນຫາ ໂຕຄາຕກອນ ເພາະວ່າຜູ້ເສັຽຊີວິຕ ໃນຄະດີນີ້ແມ່ນຊາວຄຣິສຕຽນລາວ.

ດັ່ງຊາວຄຣິສຕຽນລາວ ທ່ານນຶ່ງກ່າວວ່າ:

ຕິດຕາມຢູ່ ດຽວນີ້ແມ່ນວ່າເຂົາກຳລັງ ຊອກຫາຢູ່ ແຕ່ຍັງບໍ່ທັນໄດ້ພົບ ຄົນທີ່ຂ້າຫັ້ນນ່າ ເຂົາຊອກຫາ ດ້ວຍໃຈເຫລື້ອມໃສ ຫລືຊອກຫາແບບ ເອົາຈິງເອົາຈັງບໍ່ ຫລືວ່າບໍ່ຢາກຊອກຫາ.

ສ່ວນ ຊາວຄຣິສຕຽນລາວ ອີກທ່ານນຶ່ງ ຢ້ານວ່າ ຄັນກຸ່ມຄົນບໍ່ດີທີ່ກໍ່ເຫດດັ່ງກ່າວ ຍັງລອຍນວນ ໃນສັງຄົມໄດ້ຢູ່ ແລະອາຈເຮັດໃຫ້ ກຸ່ມດັ່ງກ່າວ ອາຈກໍເຫດທີ່ບໍ່ເພິ່ງປະສົງ ຕໍ່ຊາວຄຣິສຕຽນລາວ ຄົນອື່ນໆອີກ ຊຶ່ງຈະເປັນອັນຕຣາຍ ຕໍ່ການເຄື່ອນໄຫວ ຂອງຊາວຄຣິສຕຽນລາວ ເນື່ອງຈາກຊາວຄຣິສລາວ ສ່ວນໃຫຍ່ກໍຮັບຮູ້ຢູ່ແລ້ວວ່າ ເຫດການຄາຕກັມ ອາຈານ ສີ ນັ້ນແມ່ນເກີດຂຶ້ນຍ້ອນການເຄື່ອນໄຫວ ທາງດ້ານສາສນາຄຣິສຕຽນລາວ ຂອງ ອາຈານ ສີ ເອງ.

ດັ່ງຊາວຄຣິສຕຽນລາວ ທ່ານນຶ່ງກ່າວວ່າ:

ປົກກະຕິຫັ້ນ ຄຣິສຕຽນເຮົານີ້ ຕ້ອງລະມັດລະວັງ ການໄປນີ້ຕ້ອງມີໄປເປັນຄູ່ ສາເຫດທີ່ມັນເປັນແນວນັ້ນຍ້ອນການເຄື່ອນໄຫວຫັ້ນແຫລະ ເຂົາກາປາບປາມ ເຂົາກາຫ້າມວ່າບໍ່ໃຫ້ໄປເຄື່ອນໄຫວ ແຕ່ວ່າຜູ້ທີ່ຄາຕກັມໃນກໍຣະນີ ທີ່ລາວໄປຜູ້ດຽວ ກໍເລີຍວ່າເກີດເຫດແບບນັ້ນຫັ້ນນ່າ.

ຊາວຄຣິສຕຽນລາວ ອີກທ່ານນຶ່ງທີ່ຂໍສງວນຊື່ ແລະສຽງ ກ່າວວ່າ ທ່ານເອງ ກໍຫວັງວ່າເຈົ້າໜ້ທີ່ ຕຳຣວດແຂວງຄຳມ່ວນ ຈະສາມາດຈັບໂຕຜູ້ກໍ່ເຫດ ຄາຕກັມ ອາຈານ ສີ ໄດ້ໃນໝໍ່ໆນີ້ ພ້ອມທັງເປີດເຜີຍຣາຍລະອຽດ ໃຫ້ສັງຄົມໄດ້ຮັບຮູ້ ເພື່ອສ້າງຄວາມໝັ້ນໃຈ ໃຫ້ແກ່ຊາວຄຣິສຕຽນລາວ ທີ່ມີການເຄື່ອນໄຫວ ຕາມແຂວງຕ່າງໆ ໃຫ້ຮູ້ສຶກປອດພັຍ ນຳດ້ວຍ.

ທາງດ້ານ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວທີ່ມີສູນກາງ ຢູ່ປະເທດເຢັຽຣະມັນ ກ່າວວ່າ ຍາງນາງເອງກໍຮູ້ສຶກເສັຽໃຈ ທີ່ເຈົ້າໜ້າທີ່ ຮັບຜິດຊອບຄະດີນີ້ ຍັງບໍ່ສາມາດຈັບໂຕ ຄາຕກອນ ທີ່ຄາຕກັມ ອາຈານ ສີ ໄດ້ເທື່ອ ແລະໃນໂອກາດນີ້ ຍານາງເອງກໍຈະໄດ້ນຳເຣື່ອງດັ່ງກ່າວ ສເນີຕໍ່ອົງການ ສະຫະປະຊາຊາຕ ແລະອົງກອນດ້ານ ສິດທິມະນຸສສາກົນອື່ນໆ ໃຫ້ເພີ່ມການກົດດັນ ໃຫ້ທາງການລາວ ເຄົາຣົບສິດທິຊາວຄຣິສຕຽນລາວ ແລະ ຢຸດຕິການຣະເມີດສິດທິມະນຸສ. ດັ່ງຍານາງໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 08 ທັນວາ ທີ່ຜ່ານມາວ່າ:

ພວກເຮົາຮຽກຮ້ອງ ມາຍັງອົງການສາກົນ ໂດຍສະເພາະທາງ ສະຫະປະຊາຊາຕ ແລະອົງການຈັດຕັ້ງສາກົນອື່ນໆ ທີ່ວ່າເພິ່ນເຄື່ອນໄຫວ ເພື່ອປົກປ້ອງສິດທິ ໃນການນັບຖືສາສນາ ໃຫ້ພວກເພິ່ນເພີ່ມທະວີ ການຜັກດັນ ທາງການ ສປປ ລາວ ໃຫ້ມີການນັບຖື ສິດທິໃນການນັບຖື ສາສນາ.

ສຳລັບ ອາຈານ ສີ ແສງມະນີ ໄດ້ຮັບການສະຖາປະນາ ເປັນຄຣູຝືກສອນ ສາສນາຄຣິສຕຽນລາວ ເມື່ອວັນທີ 21 ພຶສຈິກາ ປີ 2019 ໂດຍທ່ານ ໄດ້ສ້າງຄອບຄົວ ແລະມີລູກ 8 ຄົນ ທີ່ອາສັຍຢູ່ ບ້ານດອນແກ້ວ ເມືອງນາກາຍ ແຂວງຄຳມ່ວນ ຊຶ່ງໃນວັນທີ 20 ຕຸລາ ປີ 2022 ທ່ານມີກຳນົດ ອອກເດີນທາງໄປເມືອງທ່າແຂກ ດ້ວຍຣົຖຈັກສ່ວນໂຕ ແຕ່ກ່ອນທີ່ທ່ານຈະອອກຈາກເຮືອນນັ້ນ ໄດ້ມີບຸກຄົນ 2 ຄົນ ທີ່ເປັນຄົນຕ່າງຖິ່ນມາໂອ້ລົມ ກັບອາຈານ ສີ ຢູ່ເຮືອນຂອງທ່ານ ແລະຫລັງຈາກນັ້ນ ທາງຄອບຄົວກໍບໍ່ສາມາດຕິດຕໍ່ໄດ້ອີກ ຈົນມີຜູ້ພົບສົບ ຂອງທ່ານນອນເສັຽຊີວິຕ ຢູ່ບໍຣິເວນປ່າແຫ່ງນຶ່ງ ໃນເມືອງທ່າແຂກ ລັກສະນະຖືກທໍຣະມານ ແລະຄາຕກັມ ຢ່າງໂຫດຫ້ຽມ.

ກ່ອນທີ່ທ່ານຈະເສັຽຊີວິຕນັ້ນ ກໍເຄີຍໄດ້ໄດ້ຮັບການເຕືອນ ຈາກເຈົ້າໜ້າທີ່ຂັ້ນບ້ານ ແລະເມືອງ ໃຫ້ຢຸດການເຄື່ອນໄຫວ ທາງສາສນາຄຣິສຕຽນລາວ ຫລາຍເທື່ອ ແລະທ່ານເອງເຄີຍຖືກເຈົ້າໜ້າທີ່ ຂັ້ນບ້ານຈັບໂຕໄປກັກ ຢູ່ໂຮງຮຽນເຂດບ້ານ ເປັນເວລາ 3 ມື້ ເມື່ອເດືອນສິງຫາປີ 2018 ເນື່ອງຈາກທ່ານ ປະຕິເສດທີ່ຈະເຊັນເອກສານ ໃຫ້ປະລະການນັບຖື ສາສນາຄຣິສຕຽນ. ອີງຕາມຂໍ້ມູນ ຈາກຜູ້ທີ່ໄດ້ຮັບຮູ້ ເຫດການເສັຽຊີວິຕ ຂອງອາຈານ ສີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.