ລາວ-ຈີນ ເພີ່ມທະວີ ຄວາມຮ່ວມມື ຫຼາຍດ້ານ

ພອນ ພູມມີທອນ
2022.12.06
ລາວ-ຈີນ ເພີ່ມທະວີ ຄວາມຮ່ວມມື ຫຼາຍດ້ານ ທຸຣະກິຈຈີນ ໃນລາວ ແລະ ຊາວຈີນ ທີ່ດຳຣົງຊີວິຕ ຢູ່ໃນປະເທດລາວ. ນະຄອນຫຼວງວຽງຈັນ ເດືອນພຶສພາ 2021.
RFA

ຣັຖບານລາວ ແລະ ຣັຖບານຈີນ ໄດ້ສືບຕໍ່ການສ້າງ ຄູ່ຮ່ວມຊະຕາກັມ ລາວ-ຈີນ ໃຫ້ເຂົ້າສູ່ລົງເລິກ ພ້ອມທັງສືບຕໍ່ ເພີ່ມທະວີການຮ່ວມມື ໃນຫລາຍດ້ານ ເຊິ່ງຫລ້າສຸດໃນລະຫວ່າງວັນທີ 29 ພຶສຈິກາ ຫາ ວັນທີ 1 ທັນວາ ທີ່ຜ່ານມານີ້ ທ່ານ ດຣ. ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຍາມທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ຄະນະຜູ້ນໍາຈີນ ຢູ່ນະຄອນຫລວງປັກກິ່ງ ປະເທດຈີນ ໂດຍໄດ້ມີການແລກປ່ຽນຂໍ້ມູນ ແລະ ສືບຕໍ່ການຮ່ວມມື ໃນຫລາຍດ້ານ, ອີງຕາມການຣາຍງານ ຂອງ

ສໍານັກຂ່າວ ຂ່າວສານປະເທດລາວ ໃນວັນທີ 1 ທັນວາ ປີ 2022.

ໃນຂະນະທີ່ ປັດຈຸບັນ ເຖິງແມ່ນວ່າ ຊາວຈີນຈໍານວນຫລາຍ ຈະຍັງບໍ່ທັນຫລັ່ງໄຫລເຂົ້າມາໃນລາວ ຍ້ອນທາງການຈີນ ຍັງໃຊ້ມາຕການຄວມຄຸມ ໂຄວິດ-19 ໃຫ້ເປັນ 0 ຢູ່ກໍຕາມ ແຕ່ອິດທິພົລຈີນໃນລາວ ກໍຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເນື່ອງຈາກຍັງມີຄົນຈີນ ຈໍານວນຫລາຍ ທີ່ຕິດຄ້າງ ແລະເຄື່ອນໄຫວ ຢູ່ໃນລາວ ເປັນຕົ້ນວ່າ ນັກທຸຣະກິຈຈີນຫລາຍຄົນ ໄດ້ເຊົ່າຮ້ານກິນດື່ມ ແລະຮ້ານອາຫານ ຂອງຄົນລາວ ເພື່ອເຮັດເປັນຮ້ານຂອງເຂົາເຈົ້າ ເຊິ່ງເຣີ່ມມີທຸຣະກິຈ ໃນລັກສະນະນີ້ຫລາຍຂຶ້ນເລຶ້ອຍໆ ໃນຫລາຍແຂວງ.

ດັ່ງ ຊາວລາວ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ກ່າວວ່າ:

ຂ້ອຍພຽງແຕ່ເປັນເຈົ້າຂອງຮ້ານ, ເຂົາເຈົ້ານີ້ມາຢູ່ 2 ປີຕີ, 2 ປີ ມາດຽວນີ້ເບາະ. ປິຕໍ່ໄປຈັກເພິ່ນຊິຢູ່ບໍ່ຢູ່, ບໍ່ຮູ້ ເຮົາກໍ. ເຂົາເຈົ້າແບບເຊົ່າກະແມ່ນ ອັນໃດເປ່ເພ ເຂົາເຈົ້າມາເຮັດ ແລ້ວກໍເຮົາຍົກຫນີ້ໄປຊີ້ນ່າ ບໍຣິຫານເອງຫັ້ນນ່າ.

ໃນຂະນະດຽວກັນ ໃນເຂດເທສບານ ເມືອງຫລວງນ້ໍາທາ ແຂວງຫລວງນ້ໍາທາ ກໍເຣີ່ມປາກົດມີຮ້ານກິນດື່ມ ແລະ ຮ້ານອາຫານ ຂອງຄົນຈີນ ເປັນບາງສ່ວນ ໂດຍເປັນການເຊົ່າຮ້ານ ຂອງຄົນລາວ ແລ້ວດໍາເນີນທຸຣກິຈດັ່ງກ່າວ ເຊິ່ງຊາວບ້ານຫລາຍຄົນ ເຫັນວ່າເປັນເຣຶ່ອງປົກກະຕິ ຂອງຄົນຈີນ ແລະ ກໍເປີດໂອກາດໃຫ້ຄົນຈີນ ມາເຊົ່າຮ້ານຂອງພວກເຂົາເຈົ້າ ເພີ່ມຕື່ມ.

ດັ່ງ ຊາວບ້ານ ຢູ່ເຂດຫລວງນ້ໍາທາ ກ່າວວ່າ:

ເອິ ກໍມີຢູ່ຮ້ານຈີນເນາະ ແຕ່ມັນບໍ່ມີຮ້ານໃຫຍ່ນ່າ ເຂົາເຈົ້າເຊົ່າເຮັດຮ້ານອາຫານ ເລັກໆນ້ອຍໆ ໄປຊັ້ນແຫລະ ຄັນວ່າເຂົາເຈົ້າ ເຂົ້າມາກະ, ກະຢາກໃຫ້ເຊົ່າຢູ່.

ສ່ວນຢູ່ເຂດເມືອງຍອດອູ ແຂວງຜົ້ງສາລີ ຊຶ່ງເປັນອີກນຶ່ງເມືອງ ທີ່ມີຊາຍແດນ ຕິດກັບປະເທດຈີນນັ້ນ ກໍມີຊາວຈີນຈໍານວນນຶ່ງ ໄດ້ເຊົ່າຮ້ານກິນດື່ມ ແລະຮ້ານອາຫານ ຂອງຊາວລາວ ເພື່ອເຮັດເປັນທຸຣະກິຈ ຂອງພວກເຂົາເຈົ້າ ແລະອີກຈໍານວນນຶ່ງ ກໍມາຮ່ວມເຮັດທຸຣກິຈ ດັ່ງກ່າວຮ່ວມກັບຄົນລາວ ແຕ່ຊາວບ້ານຫລາຍຄົນ ໃນທ້ອງຖິ່ນ ຍັງບໍ່ເຫັນວ່າ ໄດ້ສ້າງຜົລກະທົບ ຕໍ່ພວກເຂົາເຈົ້າ ແຕ່ຢ່າງໃດ.

ດັ່ງ ຊາວບ້ານ ຢູ່ ເມືອງຍອດອູ ກ່າວວ່າ:

ໂອ ເຂົາເຈົ້າເຮັດຢູ່ ແຖວໂຕເມືອງຫັ້ນນ່າ ເຮັດຮ້ານອາຫານຫັ້ນແລ້ວ ຄົນຈີນມາເປີດຫລາຍ ເຂົາເຈົ້າມາເຊົ່າຫັ້ນນ່າ ສ່ວນຫລາຍກໍເປັນຄົນລາວຫັ້ນແຫລະ ຄົນລາວແລະຄົນຈີນແດ່ ກໍເປັນຜົລດີຫັ້ນແຫລະ.

ນອກຈາກນັ້ນ ນັກລົງທຶນຈີນອີກຫລາຍລາຍ ກໍໄດ້ກວດຊື້ທີ່ດິນ ເປັນຈໍານວນຫລາຍເຮັກຕ້າຣ໌ ຢູ່ແຂວງຕ່າງໆ ໂດຍສະເພາະເນຶ້ອທີ່ດິນ ທີ່ຢູ່ໃກ້ກັບທາງຣົຖໄຟ ລາວ-ຈີນ ໃນນະຄອນຫລວງວຽງຈັນ ເພື່ອເຮັດໂຮງງານອຸຕສາຫະກັມ, ເຮັດການກະເສຕ ແລະທຸຣກິຈຕ່າງໆ ນໍາດ້ວຍ ເຊິ່ງຊາວລາວເອງ ກໍເຫັນວ່າເປັນການແຜ່ຂຍາຍອິດທິພົລ ດ້ານເສຖກິຈ ໃນອີກຮູບແບບນຶ່ງ.

ດັ່ງ ນັກທຸຣກິຈລາວ ນາງນຶ່ງ ກ່າວວ່າ:

ກະຊື້ ຕ່າງແຂວງເພິ່ນກະຊື້ ຢູ່ໃນນະຄອນຫລວງ ກະຊື້ ແຕ່ເຂົາເຈົ້າຈະຊື້ ໃນລາຄາທີ່ຖືກ ແລ້ວກະເປັນດິນທີ່ເຮັດກະສິກັມໄດ້ ກະປະມານ 50-500 ເຮັກຕ້າຣ໌ ຂຶ້ນເມືອ. ຄົນຈີນນ່າ ຄັນດິນນ້ອຍໆ ຈະແມ່ນຈະແມ່ນຄົນລາວ ສ່ວນຫລາຍ.

ສໍາລັບອິດທິພົລ ດ້ານທີ່ບໍ່ດີຂອງຄົນຈີນ ທີ່ແຜ່ຂຍາຍເຂົ້າມາໃນລາວ ເປັນຕົ້ນ ການຕັ້ງກຸ່ມແກ້ງ ຫລື ອົງກອນດ້ານອາຊຍາກັມ ໃນເຂດເສຖກິຈ ພິເສດສາມຫລ່ຽມຄໍາ ແລະ ຕາມເມືອງຕ່າງໆນັ້ນ ທາງດ້ານນັກວິຊາການໄທຍ ທ່ານນຶ່ງ ກໍເຊື່ອວ່າເປັນເຣື່ອງນຶ່ງ ທີ່ຣັຖບານລາວ ແລະຣັຖບານຈີນ ກໍຕ້ອງມີການຫາລື ຮ່ວມກັນ ເພື່ອວາງແຜນສະກັດກັ້ນ ແລະປາບປາມ ເພື່ອບໍ່ໃຫ້ເປັນບັນຫາໃຫຍ່ ທີ່ສົ່ງຜົລກະທົບ ຕໍ່ຄວາມສັມພັນ ລະຫວ່າງລາວ-ຈີນ ໃນອະນາຄົຕ.

ດັ່ງ ທ່ານ ສາສຕຣາຈານ ສຸຣິໄຊ ຫວັນແກ້ວ ຜູ້ອໍານວຍການ ສູນສຶກສາສັນຕິພາບ ແລະ ຄວາມຂັດແຍ້ງ ປະຈໍາ ຈຸລາລົງກອນ ມະຫາວິທຍາໄລ, ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ: 

ກິຈກັມ ທີ່ມີລັກສະນະເປັນອົງກອນ ອາຊຍາກັມຂ້າມແດນ ອີ່ສັງແບບນີ້ ກໍໄດ້ເກີດເປັນປະເດັນຂຶ້ນມາແລ້ວ ທາງການຈີນເອງ ກໍຄົງບໍ່ສະບາຍໃຈເຊັ່ນກັນ ກໍຕ້ອງມີການຈັດລະບົບ, ຈັດລະບຽບ ໃຫ້ເປັນເຣື່ອງສໍາຄັນ ຍ້ອນວ່າ ຖ້າທາງການຈີນ ບໍ່ມີການຍອມຮັບ ບັນຫາເຫລົ່ານີ້ ທາງການຈີນ ກໍບໍ່ໄດ້ຮັບການເຄົາຣົບ ແລະນັບຖື ເທົ່າທີ່ຄວນ.

ເຖິງຢ່າງໃດກໍຕາມ ໃນໂອກາດທີ່ ປະທານ ປະເທດລາວ ເດີນທາງໄປຢ້ຽມຍາມ ທາງຣັຖກິຈ ທີ່ປະເທດຈີນ ໃນເທື່ອນີ້ ກໍໄດ້ມີການລົງເລິກ ເພີ່ມທະວີການຮ່ວມມື ຫລາຍດ້ານ ເປັນຕົ້ນ ການຮ່ວມມື ໃນຂົງເຂດປ້ອງກັນຄວາມສງົບ, ເພີ່ມທະວີການພົວພັນ ລະຫວ່າງອົງການ ບັງຄັບໃຊ້ກົດໝາຍ ຂອງທັງ 2 ຝ່າຍ, ສົ່ງເສີມການກໍ່ສ້າງ ສູນຄວາມຮ່ວມມີວຽກງານ ສັນຕິບານ ລາວ-ຈີນ, ເພີ່ມທະວີ ຕໍ່ຕ້ານການກໍ່ການຮ້າຍ, ປາບປາມຢາເສບຕິດ, ປາບປາມ ອາຊຍາກັມທາງໂທຣະຄົມ, ການພະນັນຂ້າມຊາຕ, ການຄ້າມນຸສ,  ບັນຫາຕາມແນວຊາຍແດນ ລາວ-ຈີນ ແລະ ອື່ນໆ, ອີງຕາມການຣາຍງານ ຂອງສໍານັກຂ່າວ ຂ່າວສານປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.