ວັນຊາຕ ສປປ ລາວ ບໍ່ໄດ້ຈັດ ສລອງໃຫຍ່

ໄຊຍາ
2022.12.02
ວັນຊາຕ ສປປ ລາວ ບໍ່ໄດ້ຈັດ ສລອງໃຫຍ່ ຄະນະບໍຣິການງານ ສູນກາງພັກ ນຳໂດຍ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ວາງພວງມາລາ ສລອງວັນຊາຕ ຄົບຮອບ 47 ປີ, ນະຄອນຫຼວງວຽງຈັນ, ວັນທີ 2 ທັນວາ 2022.
ຮູບພາບ: ປກສ

ວັນທີ 02 ທັນວາ ປີ 2022 ນີ້ ຖືເປັນປີຄົບຮອບ 47 ປີ ການສະຖາປະນາ ສປປ ລາວ. ໃນທົ່ວປະເທດ ບໍ່ໄດ້ມີການສເລີມສລອງ ແບບຍິ່ງໃຫຍ່ ເນື່ອງຈາກຍັງບໍ່ທັນຄົບ 5 ປີ ແລະ ສະພາບເສຖກິຈ ບໍ່ເອື້ອອຳນວຍ.

ສະເພາະຢູ່ເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ ພຽງແຕ່ຈັດພິທີ ໃນຕອນເຊົ້າ ຂອງວັນທີ 01 ທັນວາ ນຳໂດຍຮອງເຈົ້າເມືອງ ວາງກະຕ່າດອກໄມ້ ຢູ່ໜ້າຮູບຫລໍ່ ທ່ານ ປະທານ ໄກສອນ ພົມວິຫານ ພ້ອມທັງຈັດກິຈກັມເຕະບານ ຍິງ-ຊາຍ ຢູ່ເດີ່ນເຕະບານ ນາຊາຍເໜືອ ແລະ ຈັດກອງປະຊຸມ ປະຖະກະຖາ ວັນສະຖາປະນາ ສປປ ລາວ ແລະ ວັນເກີດ ທ່ານ ປະທານ ໄກສອນ ຢູ່ຫ້ອງວ່າ ການປົກຄອງເມືອງນາຊາຍທອງ. ໂດຍບໍ່ສເລີມສລອງ ແບບຍິ່ງໃຫຍ່ ເພາະທາງເມືອງ ຕ້ອງປະຢັດງົບປະມານ ຍ້ອນການເກັບລາຍຮັບ ເຂົ້າຣັຖໃນໄລຍະ ການແຜ່ຣະບາດ ຂອງໂຄວິດ-19 ແຕ່ປີ 2019-2020 ມານີ້ຖືວ່າໄດ້ໜ້ອຍກ່ວາປີກ່ອນທີ່ຈະມີການຣະບາດ ຂອງໂຄວິດ-19.

ດັ່ງເຈົ້າໜ້າທີ່ ຫ້ອງວ່າການປົກຄອງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີໃນວັນທີ 02 ທັນວານີ້ວ່າ:

ເຮົາເອົາເຊົ້າເດ້ເນາະ ເຮັດແບບເຊົ້າ ແບບພິທີການ ແລ້ວກໍວາງກະຕ່າດອກໄມ້ ເພື່ອຫວນຄືນຂອງອະດິຕປະທານໄກສອນ ເຮົາສເລີມສລອງ ທັມມະດາຫັ້ນ ກໍຍ້ອນວ່າບໍ່ຄົບຮອບ 5 ປີ ມັນຖືກຊ່ວງວິກິຕ ຂອງພະຍາດໂຄວິດ-19 ທີ່ຣະບາດເນາະ ໄທເຮົາກໍຜ່ານມາ ກໍຢູ່ໃນການເກັບ ລາຍຮັບເຂົ້າງົບປະມານ ກໍຖືວ່າຕົກອັນດັບທີ 1 ຕລອດເດ້ ຢູ່ໃນບັນດາ 9 ໂຕເມືອງ ກໍຍ້ອນວ່າເສຖກິຈເນາະ ໃຜກໍເຮັດຫຍັງບໍ່ໄດ້ເນາະ ເຮົາຊິໂທດຜູ້ອື່ນ ຜູ້ໃດກໍບໍ່ໄດ້ ຊິໂທດຄົນຄ້າ ຄົນຂາຍ ນັກທຸຣະກິຈ ກໍບໍ່ໄດ້ ເພາະວ່າມັນພະຍາດ ຂອງໝົດທົ່ວໂລກ.

ຢູ່ຂັ້ນທ້ອງຖິ່ນ ກໍຄືໂຮງຮຽນປະຖົມສຶກສາ ບ້ານນາໜອງຜຳ ເມືອງຊົນນະບູຣີ ແຂວງ ສວັນນະເຂດ ກໍບໍ່ໄດ້ສເລີມສລອງ ວັນສະຖາປະນາ ສປປ ລາວ ແບບຍິ່ງໃຫຍ່ ຍ້ອນມີງົບປະມານ ບໍ່ພຽງພໍ ຈຶ່ງເລືອກໃຊ້ງົບປະມານ ຈັດງານ ຖາມ-ຕອບ ວິທຍາສາຕ ແລະເສັງນັກຮຽນເກັ່ງແທນ ແຕ່ກໍບໍ່ລືມທີ່ຈະ ສເລີມສລອງວັນສະຖາປະນາ ສປປ ລາວ ດ້ວຍການຕິດທຸງຊາຕ ຄຽງຄູ່ທຸງພັກ ທົ່ວໂຮງຮຽນ ເນື່ອງຈາກເປັນອີກວັນສຳຄັນ ຂອງປະເທດລາວ ພ້ອມຢຸດການຮຽນ-ການສອນ ໃນວັນສະຖາປະນາ ສປປ ລາວ ມື້ນີ້.

ດັ່ງນາຍຄຣູ ຢູ່ໂຮງຮຽນ ປະຖົມສຶກສາ ບ້ານນາໜອງຜຳ ເມືອງຊົນນະບູຣີ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

ມີແຕ່ຈັດງານຖາມ-ຕອບວິທຍາສາຕ ຫລືວ່າເສັງນັກຮຽນເກັ່ງ ພາຍໃນກຸ່ມບໍ່, ອະນາໄມ ຕາມເສັ້ນທາງ, ຕາມບ້ານນີ້ແລ້ວ, ແລ້ວກໍຕິດທຸງຊາຕ, ທຸງພັກ, ທຸງທີວ ຕາມໂຮງຮຽນ ຄັນໄດ້ຈັດງານ (ວັນສະຖາປະນາ ສປປ ລາວ) ມັນໄດ້ເວົ້າເຣື່ອງທຶນຮອນ ຄືເວົ້າຫັ້ນແຫລະ ມັນກໍວຽກບ້ານ ການເມືອງ ມັນກໍໂອ້ ມັນກໍຫລາຍຢ່າງ ອັນແຕ່ໃດມາ ກໍບໍ່ເຄີຍເຮັດ (ສເລີມສລອງ ວັນສະຖາປະນາ ສປປ ລາວ) ນ່າຢູ່ທ້ອງຖິ່ນມີແຕ່ຢູ່ເມືອງ ບ່ອນດຽວນ່າ.

ຢູ່ສະໂມສອນ ເມືອງຮ້ຽມ ແຂວງຫົວພັນ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນເມືອງ ໄດ້ຈັດກິຈກັມ ອອກແຮງງານລວມ, ອະນາໄມ ແລະ ທຳຄວາມສະອາດ ແບບລວມໝູ່ ພ້ອມສ້າງຂະບວນການ ແຂ່ງຂັນກິລາ ໃຫ້ເຕັມໄປດ້ວຍບັນຍາກາດ ອັນເບີກບານມ່ວນຊື່ນ ເພື່ອຕ້ອນຮັບ ວັນສະຖາປະນາ ສປປ ລາວ ແລະ ວັນຄ້າຍວັນເກີດ ຂອງ ປະທານ ໄກສອນ ພົມວິຫານ ແບບບໍ່ຍິ່ງໃຫຍ່ ເນື່ອງຈາກ ມີຂໍ້ຈຳກັດ ງົບປະມານ. ດ່ັງທ່ານໝໍ ຢູ່ໂຮງໝໍ ເມືອງຮ້ຽມ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:

ເພິ່ນສເລີມສລອງແລ້ວ ເຮັດກິຈກັມອັນເຕະບານ, ຕີບຸ້ນບໍ່, ແລ້ວກໍຕໍ່ແລ້ (ຍິງໝາກສະບ້າ) ຕີບານສົ່ງ. ເພິ່ນກໍເຮັດພິທີ ປາຖະກະຖາ ທ່ານເຈົ້າເມືອງ ປາຖະກະຖາ ຢູ່ວັນທີ 2 ທັນວາ ແລະ ວັນຄ້າຍວັນເກີດຂອງ ທ່ານ ໄກສອນ ຢູ່ສະໂມສອນ ຂອງເມືອງສື່ໆ. ບໍ່ໄດ້ເຮັດໃຫຍ່ ເພາະວ່າເຣື່ອງງົບປະມານ ມັນກໍບໍ່ໄດ້ມີເງິນເດ້.

ທາງ ນະຄອນຫລວງວຽງຈັນ ໄດ້ສົ່ງແຈ້ງການ ໃຫ້ແຕ່ລະເມືອງ ປະດັບປະດາ ທຸງຊາຕ ແລະທຸງພັກ ແຕ່ວັນທີ 15 ພືສຈິກາ ເຖິງ 15 ທັນວາ ເພື່ອຄຳນັບຮັບຕ້ອນ ວັນສະຖາປະນາ ສປປ ລາວ ຊຶ່ງປະຊາຊົນກໍໄດ້ໃຫ້ຄວາມຮ່ວມມື ຕໍ່ແຈ້ງການດັ່ງກ່າວ ແຕ່ນອກເໜືອຈາກນີ້ ກໍບໍ່ໄດ້ເຮັດກິຈກັມອື່ນ ເພີ່ມເນື່ອງຈາກຕ້ອງການ ປະຢັດເງິນໃນໄລຍະ ທີ່ເສຖກິຈບໍ່ດີ.

ດັ່ງຊາວບ້ານ ທີ່ປະກອບອາຊີພ ຄ້າຂາຍເຄື່ອງຍ່ອຍຢູ່ບ້ານ ຫົວຊ້າງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

ເຮັດທຸຣະກິຈ (ຂນາດນ້ອຍ) ກໍຍັງບໍ່ທັນໄດ້ຈະເຣີນ ເຕີບໂຕ ກໍຍ້ອນຊ່ວງວິກິຕ (ໂຄວິດ-19) ຂອງມັນແດ່ພວກເຮົາ ຈຶ່ງເຮັດໃຫ້ແບບເບົາບາງ ແລະກະທັດຮັດ ເຮົາເອີ້ນວ່າ ເຮັດນ້ອຍ ແຕ່ໃຫ້ມີເນື້ອໃນນ່າ ຄວາມໝາຽນ້ອງລອງໄປຂີ່ (ຣົຖຈັກ) ຕາມເຮືອນຊານ ແຄມຖນົນຫົນທາງ ຈະປະກອບດ້ວຍ ທຸຊາຕ, ທຸງທີວ.

ສ່ວນຊາວບ້ານ ຊົນເຜົ່າມົ້ງ ຢູ່ບ້ານກີວຕະລຸມ 1, ເມືອງຊຽງເງິນ ແຂວງຫລວງພຣະບາງ ຈຳນວນ 95 ຄອບຄົວ ກໍໄດ້ພາກັນສເລີມສລອງ ວັນສະຖາປະນາ ສປປ ລາວ ແບບທັມມະດາ ເປັນຕົ້ນປະດັບ ປະດາທຸງຊາຕ ແລະ ທຸງພັກ ຕາມເຮືອນ, ຊ່ອຍກັນອະນາໄມ ແຄມທາງ ແລະຈັດພາເຂົ້າ ສເລີມສລອງ ພາຍໃນຄອບຄົວ ແບບທັມມະດາ ໂດຍອີງຕາມເສຖກິຈ ຂອງພວກເຂົາເຈົ້າ ທີ່ຍັງມີຖານະທຸກຍາກ.

ດັ່ງຊາວບ້ານ ຢູ່ບ້ານກີວຕະລຸມ 1, ເມືອງຊຽງເງິນ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

ກໍໄດ້ປະດັບປະດາ ເປັນທຸງຊາຕ ເປັນທຸງພັກ ເພື່ອຮັບຕ້ອນ ບຸນວັນທີ 2 ທັນວາ ທັງໝົດບ້ານນີ້ ທັງຍິງທັງຊາຍນີ້ 95 ຄອບຄົວນີ້ ອະນາໄມ (ແຄມທາງ ແຕ່ບ້ານກີວຕະລຸມ 1 ຫາ ຖນົນ ທາງຫລວງ ໝາຍເລຂ 13) ຈົນຮອດ 12 ໂມງ ຍັງບໍ່ແລ້ວ. ມີແຕ່ວ່າຈັດພາເຂົ້າ ທັມມະດາ ສເລີມສລອງ ແບທັມມະດາ  ຄັນຊິເວົ້າແທ້ນີ້ ກໍເຣື່ອງເສຖກິຈ ຄອບຄົວນີ້ ກໍບໍ່ດຸ່ນດ່ຽງເນາະ ຄອບຄົວຫຍຸ້ງຍາກ ທຸກຍາ ກໍມີ ແລ້ວຈຳເປັນພະຍາຍາມ ລະດົມກັນສເລີມສລອງກັນໄປ ມັນເຮັດໜ້ອຍ ແຕ່ເນື້ອໃນ ໃຫ້ມີຄວາມໝາຽນ່າ.

ໃນຕອນເຊົ້າ ຂອງວັນທີ 02 ທັນວາ ບັນດາການນຳ ນຳໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍຣິຫານງານ ສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາຢູ່ ອານຸສາວະລີນັກຮົບ ນິລະນາມ ຫລື ດາວແດງ ນະຄອນຫລວງວຽງຈັນ ເນື່ອງໃນໂອກາດສເລີມສລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດ ທ່ານປະທານໄກສອນ ພົມວິຫານ ຄົບຮອບ 102 ປີ.

ຄຽງຄູ່ກັນນັ້ນ ທ່ານ ແອນໂທນີ ບລິ່ງເຄັ້ນ ຣັຖມົນຕຣີ ກະຊວງ ການຕ່າງປະເທດ ຂອງ ສະຫະຣັຖ ອາເມຣິກາ ກໍໄດ້ສົ່ງສານ ເຖິງຣັຖບານ ແຫ່ງ ສປປ ລາວ ໃນວັນຄົບຮອບ 47 ປີ ແຫ່ງການສະຖາປະນາ ສປປ ລາວ ຊຶ່ງທ່ານໄດ້ສົ່ງສານ ວັນທີ 01 ທັນວາ ປີ 2022 ໂດຍມີເນື້ອໃນ ສຳຄັນບາງຕອນວ່າ ໃນນາມຣັຖບານ ສະຫະຣັຖ ອາເມຣິກາ ທ່ານຮູ້ສຶກຍິນດີ ໃນວັນຄົບຮອບ 47 ປີ ແຫ່ງການສະຖາປະນາ ສປປ ລາວ ມາຍັງປະຊາຊົນລາວ ແລະ ຣັຖບານລາວ. ຣັຖບານສະຫະຣັຖ ອາເຣິກາ ມີຄວາມພາກພູມໃຈ ທີ່ຈະສືບຕໍ່ ໃຫ້ການຮ່ວມມື ແລະຊ່ອຍເຫລືອ ຣັຖບານ ແລະປະຊາຊົນລາວ ໃນວຽກງານ ການພັທນາດ້ານຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.