ສປປ ລາວ ຕຣຽມສລອງ 40 ປີ
2015.11.05

ທຸກໜ່ວຍງານ ຂອງ ຣັຖບານ ແລະ ເອກກະຊົນ ຕຣຽມ ປະກອບສ່ວນ ສລອງ ວັນ ສ້າງຕັ້ງ ສປປ ລາວ ຄົບຮອບ 40 ປີ ວັນທີ 2 ທັນວາ ທີ່ ຈະມາເຖິງ ນີ້. ຕາມ ໂຮງຮຽນ ຕ່າງໆ ກໍ ມີການ ຝຶກຊ້ອມ ສະແດງ ສິລປະ ວັທນະທັມ. ແຕ່ລະ ເມືອງ ແລະ ແຂວງ ຈະຈັດງານ ສລອງ ໄປພ້ອມໆ ກັບ ພິທີການ ໃຫຽ່ ຢູ່ເດີ່ນ ທາດຫລວງ. ຕາມການ ເປີດເຜີຍ ຂອງ ເຈົ້າຫນ້າທີ່ ເມືອງ ສີສັດຕະນາກ ນະຄອນຫຼວງ ວຽງຈັນ:
"ວັນຊາດ ນີ້ ນຶ່ງແມ່ນ ການຟ້ອນ ສອງແມ່ນ ການຄັດເລືອກ ຮ້ອງເພງ, ສະເພາະ ເມືອງ ເຮັດ ຢູ່ເມືອງໃຜ ເມືອງມັນ, ຖ້າຢູ່ ນະຄອນຫຼວງ ວຽງຈັນ ຢູ່ ທາດຫລວງ ກໍເປັນ ທົ່ວແຂວງ ເນື່ອງຈາກ ວ່າ ວັນຊາດ ຕ້ອງພັກ ແຕ່ວ່າ ວັນຊາດ ເປັນວັນ ສຳຄັນ ເພິ່ນຈະເຮັດ ກິຈກັມ ຂອງ ແຕ່ລະ ພາກສ່ວນ ແຕ່ລະ ເມືອງ ກໍແລ້ວ ແຕ່".
ທາງ ພາກສ່ວນ ເອກກະຊົນ ເຊັ່ນວ່າ ໂຮງແຮມ ແລະ ສູນການຄ້າ ກໍຈະ ປະດັບ ປະດາ ຕົບແຕ່ງ ສະຖານທີ່ ໃຫ້ ງົດງາມ. ເຈ້າຫນ້າທີ່ ສູນການຄ້າ ແຫ່ງນຶ່ງ ໃນ ນະຄອນຫຼວງ ວຽງຈັນ ຄາດວ່າ ຈະມີການ ປະດັບ ທຸງຊາດ ໃນ ໄວໆນີ້ ຂນະທີ່ ບັນຍາກາດ ຢູ່ ນະຄອນຫຼວງ ໃນ ຣະຍະນີ້ ກໍຄຶກຄື້ນ ເພາະ ມີບຸນ ມີງານ ຕໍ່ເນື່ອງກັນ ໂດຍສະເພາະ ງານບຸນ ທາດຫຼວງ ກໍຈະຈັດ ຂຶ້ນ ທ້າຍເດືອນ ນີ້ ກ່ອນຈະເຖິງ ງານ ສລອງ ວັນຊາດ ທີ 2 ທັນວາ.