ເຣື້ອງທີ່ເກັບບັນທຶກໄວ້
2024-01-08
ນາຍົກຣັຖມົນຕຣີລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມປະເທດວຽດນາມ ຢ່າງເປັນທາງການ ໂດຍການຕ້ອນຮັບ ຂອງທ່ານ ຟາມ ມິນ ຈິນ ນາຍົກຣັຖມົນຕຣີວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ ປະເທດວຽດນາມ ແລະ ໄດ້ຕົກລົງເຊັນສັນຍາ ຄວາມຮ່ວມມື ຈຳນວນ 4 ສະບັບ.
2024-01-02
ກະຊວງປ້ອງກັນຄວາມສງົບ ໄດ້ຈັດພິທີປະກາດ ອະໄພຍະໂທດ ປ່ອຍໂຕນັກໂທດ ໃຫ້ຄ້າຍຄຸມຂັງຕານປ່ຽວ ຕາມດຳຣັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ຜູ້ທີ່ມີຄວາມກ້າວໜ້າ ເນື່ອງໃນໂອກາດປີໃໝ່ສາກົລ 2024.
2023-12-28
ໜ່ວຍງານຕ່າງໆ ຂອງຣັຖບານລາວ ໃນຫຼາຍແຂວງ ເປັນໜີ້ຄ່າໄຟຟ້າ ຕໍ່ຣັຖວິສາຫະກິຈ ໄຟຟ້າລາວ ເປັນຈຳນວນລວມ ຫຼາຍຕື້ກີບ
2023-12-27
ຫ້ອງວ່າການ ແຂວງຄໍາມ່ວນ ອອກແຈ້ງການ ຫ້າມໃຊ້ງົບຣັຖ ຊື້ຂອງຂວັນ ແລະ ຈັດງານລ້ຽງ ບຸນປີໃໝ່ສາກົລ 2024
2023-12-27
ອົງການກວດກາ ແຫ່ງຣັຖ ຮຽກຮ້ອງໃຫ້ ຄະນະຜູ້ບໍຣິຫານ ເຂດເສຖກິຈພິເສດ 3 ຫຼ່ຽມຄໍາ ແກ້ໄຂບັນຫາ “ບໍ່ດີ” ທີ່ເກີດຂຶ້ນ
2023-12-21
ສະມາຄົມ ຜູ້ສື່ຂ່າວຕ່າງປະເທດ ແຫ່ງປະເທດໄທຍ ໄດ້ຈັດກອງປະຊຸມ ກ່ຽວກັບສະຖານະ ການດ້ານສິດທິມະນຸສ ໃນປະເທດລາວ ແລະ ພາກພື້ນເອເຊັຽ ຕາເວັນອອກສຽງໃຕ້
2023-12-15
11 ປີຜ່ານໄປ ພາຍຫຼັງທີ່ທ່ານ ສົມບັດ ສົມພອນ ຖືກລັກພາໂຕ, ແຕ່ວຽກງານ ດ້ານການພັທນາຊຸມຊົນ ບາງຂແນງການ ທີ່ທ່ານໄດ້ສ້າງໄວ້ ກໍຍັງຖືກສານຕໍ່.
2023-12-15
ເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົລລານຕຸ້ຍ ເມືອງຍອດອູ ແຂວງຜົ້ງສາລີ ແລະ ເຈົ້າໜ້າທີ່ຕຳຣວດ ດ່ານເມືອງຄຳ ຂອງຈີນ ໄດ້ຮ່ວມກັນລາດຕະເວນຕາມຊາຍແດນ ລາວ-ຈີນ ແລະໂຄສະນາເຜີຍແຜ່ ລະບຽບການເຂົ້າ-ອອກເມືອງ ຂອງຊາວລາວ ແລະ ຊາວຈີນ.
2023-12-15
ສະຫະຣັຖອາເມຣິກາ ພ້ອມສນັບສນູນລາວ ໃນການທີ່ຈະເປັນປະທານ ວຽນອາຊ້ຽນ ແລະເປັນເຈົ້າພາບກອງປະຊຸມ ສຸດຍອດອາຊ້ຽນ ໃນປີ 2024 ທີ່ຈະມາເຖິງນີ້.
2023-12-15
ປະຊາຄົມໂລກ ລະນຶກເຖິງ ທ່ານ ສົມບັດ ສົມພອນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ຄົບຮອບ 11 ປີ ນັບຕັ້ງແຕ່ ວັນທ 15 ເດືອນທັນວາ ປີ 2012 ຈົນມາເຖິງປັດຈຸບັນ ທາງການລາວ ຍັງບໍ່ໃຫ້ຄວາມກະຈ່າງແຈ້ງ ຕໍ່ກໍຣະນີດັ່ງກ່າວ.
2023-12-14
ປະເທດລາວ ຖືກຈັດຢູ່ໃນອັນດັບທີ 126 ໃນດ້ານຄວາມໂປ່ງໄສ ເຊິ່ງຖືວ່າເປັນຢູ່ໃນອັນດັບ ທີ່ມີການສໍ້ຣາສບັງຫຼວງຫຼາຍ ໃນຂະນະທີ່ປະຊາຊົນ ແລະ ນັກທຸຣະກິຈ ກໍບໍ່ເຊື່ອວ່າຣັຖບານ ຈະແກ້ໄຂບັນຫານີ້ໄດ້.
2023-12-11
ອົງການກວດກາແຫ່ງຣັຖ ໄດ້ກວດພົບຜົລເສັຍຫາຍ ຈາກການສໍ້ຣາສບັງຫຼວງ ທີ່ເກີດຂຶ້ນໃນໂຄງການລົງທຶນ ຂອງຣັຖມູນຄ່າຫຼາຍກ່ວາ 800 ຕື້ກີບ ແລະ 16 ລ້ານໂດລ້າຣ໌ ສະຫະຣັຖ ໂດຍມີການກວດພົບ ຜູ້ມີສ່ວນພົວພັນ 34 ຄົນ ແລະ ມີການລົງວິໄນ ຈຳນວນນຶ່ງ.
2023-12-06
ອອສເຕຣເລັຽ ແລະຣັຖບານລາວ ໄດ້ລົງນາມຂໍ້ຕົກລົງຄວາມຮ່ວມມື ດ້ານສິດທິມະນຸສ ລະຫວ່າງກັນ ໃນວັນທີ 23 ພຶສຈິກາ 2023 ທີ່ຜ່ານມານັ້ນ ເພື່ອການພັທນາທັກສະ ຄວາມສາມາດ ແກ່ພະນັກງານຣັຖກອນ ຂອງລາວ ໃຫ້ສາມາດຂຽນ ແລະສົ່ງຣາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ສິດທິມະນຸສ ຢູ່ລາວ.
2023-12-04
ອົງການກວດກາ-ກວດສອບ ກວດເຫັນການສໍ້ຣາສ ບັງຫຼວງ ໃນພາກຣັຖ ແຕ່ບໍ່ປະຕິບັດກົດໝາຍ ແຕ່ແຫຼ່ງຂ່າວວົງໃນ ແຈ້ງວ່າ ຕອນນີ້ຣັຖບານລາວ ກຽມປາບປາມ ເດັດຂາດ.
2023-12-01
ຣັຖບານ ໃຫ້ອະໄພຍະໂທດ ແລະ ປ່ອຍນັກໂທດ ຈໍານວນ 1,824 ຄົນ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຫຼື ວັນຊາຕທີ 02 ທັນວາ ຄົບຮອບ 48 ປີ ເຊິ່ງໃນນີ້ ກໍຄືທຸກໆປີ ທີ່ບໍ່ມີນັກໂທດການເມືອງ ລວມຢູ່ນຳ ແລະ ນັກໂທດທີ່ຖືກປ່ອຍໃນຄັ້ງນີ້ ເປັນນັກໂທດຄະດີອາຊຍາກັມ.