ແຂວງຄໍາມ່ວນ ຫ້າມໃຊ້ງົບຣັຖ ຊື້ຂອງຂວັນ, ສລອງປີໃໝ່ 2024

ອຸ່ນແກ້ວ
2023.12.27
ແຂວງຄໍາມ່ວນ ຫ້າມໃຊ້ງົບຣັຖ ຊື້ຂອງຂວັນ, ສລອງປີໃໝ່ 2024 ສຳນັກງານ ຫ້ອງການວ່າການປົກຄອງ ແຂວງຄຳມ່ວນ
Credit photos: ນັກຂ່າວພົລເມືອງ

ໃນວັນທີ 22 ທັນວາ ທີ່ຜ່ານມາ, ຫ້ອງວ່າການປົກຄອງ ແຂວງຄໍາມ່ວນ ໄດ້ອອກແຈ້ງການ ຫ້າມສໍານັກງານ ແລະ ອົງການ ຂອງຣັຖ ໃນແຂວງຄໍາມ່ວນ ໃຊ້ງົບປະມານ ຂອງຣັຖ ມາຈັດງານລ້ຽງ ແລະ ຊື້ກະຕ່າຂອງຂວັນ ໃນໂອກາດ ບຸນປີໃໝ່ສາກົລ 2024. ຄໍາສັ່ງຫ້າມດັ່ງກ່າວ ມີຂຶ້ນ ເພື່ອເປັນການປະຢັດ ງົບປະມານ ຂອງຣັຖ ບໍ່ໃຫ້ເອົາໃຊ້ຟຸມເຟືອຍ.

ຢູ່ຫຼາຍສໍານັກງານ ແລະ ອົງການ ຂອງຣັຖ ໃນແຂວງຄໍາມ່ວນ ກໍບໍ່ມີແຜນ ທີ່ຈະຈັດງານລ້ຽງ ສລອງປີໃໝ່ສາກົລ 2024. ເຈົ້າໜ້າທີ່ ປະຈໍາສໍານັກງານ ຂອງຣັຖ ຢູ່ແຂວງຄໍາມ່ວນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ທັນວາ ວ່າ:

“ຄືບໍ່ເຫັນເນາະ ແຕ່ລະຂແນງການ ໜັງສືແຈ້ງວ່າ ໃຫ້ຈັດງານປີໃໝ່ ບໍ່ມີເນາະ ມີແຕ່ວ່າ ເຫັນແຕ່ວ່າ ແຈ້ງການເຊີນ ແບບວ່າຊົດເຊີຍ ພັກຊົດເຊີຍ ເປັນວັນທີ 1.”

ເຈົ້າໜ້າທີ່ ບໍ່ມີການຂຶ້ນແຜນ ຈັດງານລ້ຽງ ສລອງປີໃໝ່ ແລະ ຊື້ຂອງຂວັນ ແຕ່ຢ່າງໃດ ຢູ່ໃນແຂວງຄໍາມ່ວນ. ເຈົ້າໜ້າທີ່ ແຂວງຄໍາມ່ວນ ອີກທ່ານນຶ່ງ ໄດ້ກ່າວວ່າ:

“ບໍ່ມີໄດ໋, ສ່ວນຫຼາຍ ປີໃໝ່ແບບນີ້ ບໍ່ຄ່ອຍໄດ້ຈັດງານ ຄືຂອງຂວັນອີ່ຫຍັງໃຫ້ ກະບໍ່ຄ່ອຍຈັດ ບໍ່ມີເຮັດຫຍັງ, ມີແຕ່ພັກເລີຍນີ້ນ່າ. ນ້ອງເຂົ້າມາເຮັດນີ້ ກໍຍັງບໍ່ມີ.”

ໃນການສລອງປີໃໝ່ ພະນັກງານ ຢູ່ບາງຫ້ອງການ ກໍພາກັນ ເກັບເງິນກັນເອງ ເພື່ອກິນເຂົ້າ ສາມັກຄີກັນ, ໂດຍບໍ່ໄດ້ໃຊ້ ງົບປະມານ ຂອງຣັຖບານ. ເຈົ້າໜ້າທີ່ ປະຈໍາຫ້ອງການ ແຫ່ງນຶ່ງ ໄດ້ກ່າວ່າ:

“ໂອ, ເພິ່ນຊິເຮັດກິນເຂົ້າ ສາມັກຄີ ໜ້ອຍນຶ່ງ ນີ້ແຫຼະ, ເກັບເງິນກັນເລັກໆ ໜ້ອຍໆ ຜູ້ລະ 100,000​ ນີ້ແຫຼະ. ໃນຫ້ອງການ ອອກກັນ ເກັບກັນນີ້ແຫຼະ ພະນັກງານຫ້ອງການ ບໍ່ມີເງິນຣັຖບານ.”

ທີ່ຜ່ານມາ, ການໃຊ້ງົບປະມານ ຂອງຣັຖ ໄປຊື້ຂອງຂວັນ ຈັດງານລ້ຽງ ສລອງປີໃໝ່ສາກົລ ແລະ ປີໃໝ່ລາວ ກໍເປັນບັນຫາ ເກີດຂຶ້ນຢູ່ເລື້ອຍ ໃນອົງການຈັດຕັ້ງ ຂອງຣັຖ. ສະນັ້ນ, ຫຼາຍອົງການ ຈຶ່ງມີການອອກແຈ້ງການ ອອກມາ ເພື່ອປະຢັດ ງົບປະມານ. ເຈົ້າໜ້າທີ່ບໍານານ ທ່ານນຶ່ງ ໄດ້ກ່າວວ່າ:

“ແຕ່ກ່ອນຫັ້ນ ລະແມ່ນເອົາເງິນໂຕນີ້ ໄປເຮັດຈັດງານ ເພື່ອລ້ຽງປີໃໝ່ຫຍັງ, ຫັ້ນນ່າ. ງົບປະມານ ບໍຣິຫານ ເພິ່ນໃຫ້ແຕ່ລະຫ້ອງການ ໃຊ້ບໍຣິຫານ ວຽກງານຕ່າງໆ ບໍ່ແມ່ນວ່າ ບໍ່ໃຫ້ເຮັດ. ໃຫ້ເຮັດຕ້ອນຮັບປີໃໝ່ສາກົລ ກະບໍ່ຫ້າມ, ແຕ່ວ່າ ບໍ່ໃຫ້ນໍາໃຊ້ ເງິນບໍຣິຫານ ບໍ່ໃຫ້ໃຊ້ເງິນ ຂອງຣັຖ.​”

ການໃຊ້ງົບປະມານ ຂອງຣັຖ ເພື່ອຊື້ຂອງຂວັນ ຫຼື ຈັດງານລ້ຽງ ເປັນບັນຫາ ທີ່ແກ້ໄຂໄດ້ຍາກ. ເຈົ້າໜ້າທີ່ບໍານານ ອີກທ່ານນຶ່ງ ໄດ້ກ່າວວ່າ:

“ເພິ່ນກໍມີ ການສະກັດກັ້ນ ຫ້າມແນວນັ້ນ ຫັ້ນແລ້ວ, ເປັນຫຼັກການ ຂອງພັກ ຂອງຣັຖ, ແຕ່ວ່າ ເຂົາກໍເຮັດຢູ່ດອກ. ຜ່ານມານີ້, ຫົວໜ້າຊິໄປໃສ ກໍເອົາເງິນ ຫ້ອງການຫັ້ນແຫຼະ ຊື້ຂອງຂວັນ ຂອງຕ້ອນ ໄປໃຫ້ຜູ້ນັ້ນ ຜູ້ນີ້ ໄປທົ່ວທີບຫັ້ນແຫຼະ, ຍັງເຮັດຢູ່ຄືເກົ່າ.”

ມາຕຣາທີ 19 ຂອງຂໍ້ກໍານົດ ການໃຊ້ງົບປະມານຣັຖ ແລະ ຕ້ານການຟຸມເຟືອຍ ຂອງກະຊວງການເງິນ ລົງວັນທີ 25 ມົກກະຣາ 2023 ໄດ້ລະບຸວ່າ ຫ້າມໃຊ້ງົບປະມານ ຂອງຣັຖ ຊື້ເຄື່ອງດື່ມ ທີ່ມີທາດເຫຼົ້າ ໃນການຈັດງານ ແລະ ບຸນຕ່າງໆ ເຊັ່ນ ງານບຸນສໍາຄັນ ຂອງຊາຕ, ງານແຂ່ງຂັນກິລາ ລະດັບຊາດ, ລະດັບພາກພື້ນ, ການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ແລະ ງານບຸນ ຮີດຄອງປະເພນີ ຂອງຊາຕ.

ໃນວັນທີ 22 ກໍຣະກະດາ 2022, ຣັຖບານ ໄດ້ອອກດໍາຣັສ ວ່າດ້ວຍ ການປະຢັດ ແລະ ຕ້ານການຟຸມເຟືອຍ, ເຊິ່ງມາດຕຣາ 38 ຂອງດໍາຣັສ ດັ່ງກ່າວ ໄດ້ລະບຸວ່າ ຫ້າມພະນັກງານຣັຖກອນ ແລະ ພະນັກການວິສາຫະກິຈ ໃຊ້ຈ່າຍງົບປະມານ, ຊັບສິນ ແລະ ເວລາ ຢ່າງຟຸມເຟືອຍ ໃນການຈັດງານຕ່າງໆ ເຊັ່ນ ພິທີທາງຣັຖການ, ງານດອງ, ງານລ້ຽງສັງສັນ, ງານບາສີສູ່ຂວັນ, ງານຊາປະນະກິຈສົບ ແລະ ງານບຸນປະເພນີຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.