ນັກໂທດ 1,602 ຄົນ ໄດ້ຮັບການອະໄພຍະໂທດ ໃນປີໃໝ່ສາກົລນີ້
2024.01.02

ໃນວັນທີ 28 ທັນວາ 2023 ທີ່ຜ່ານມາ ກົມຕໍາຣວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສງົບ ໄດ້ຈັດພິທີປະກາດ ອະໄພຍະໂທດ ປ່ອຍໂຕນັກໂທດ ໃຫ້ຄ້າຍຄຸມຂັງຕານປ່ຽວ ຕາມຣັຖດຳຣັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ນັກໂທດຜູ້ທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ແລະ ເນື່ອງໃນໂອກາດ ປີໃໝ່ສາກົລ 2024 ເພື່ອເປັນຂອງຂວັນ ໃນວັນພິເສດ.
ເຊິ່ງມິນັກໂທດ ໄດ້ຮັບອະໄພຍະໂທດ ທັງໝົດ 1,602 ຄົນ ໃນນັ້ນແມ່ຍິງ 238 ຄົນ, ຄົນຕ່າງປະເທດ 16 ຄົນ ເຊິ່ງເປັນຄະດີໃກ້ຈະໝົດອາຍຸແລ້ວ ບໍ່ມີນັກໂທດການເມືອງ ແລະ ຍັງອະໄພຍະໂທດ ໃຫ້ນັກໂທດທີ່ຕ້ອງຄະດີຕລອດຊີວິດ ມາເປັນນັກໂທດທີ່ມີກຳນົດ 20 ປີ, ຈຳນວນ 4 ຄົນ. ນອກຈາກນີ້ຍັງອະໄພຍະໂທດ ປ່ອຍໂຕນັກໂທດ ອອກມາສູ່ສັງຄົມ 222 ຄົນ, ຍິງ 38 ຄົນ, ຕ່າງປະເທດ 3 ຄົນ.
ສ່ວນໃຫຍ່ນັກໂທດ ຈໍານວນດັ່ງກ່າວ ເປັນນັກໂທດທີ່ປະພຶດດີ ຮູ້ຈັກປັບປຸງໂຕເອງ ປະຕິບັດໂຕຕາມກົດລະບຽບວິໄນ ຂອງຄ້າຍຄຸມຂັງ-ດັດສ້າງ ຢ່າງເຂັ້ມງວດ. ໃນນັ້ນມີທັງຄະດີຢາເສບຕິດ, ຄະດີອາຊຍາກັມທົ່ວໄປ, ລັກຊັບ, ປຸ້ນຈີ້ ເຊິ່ງບໍ່ແມ່ນຄະດີໃຫຍ່.
ດັ່ງເຈົ້າໜ້າທີ່ຕຳຣວດ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ມົກຣານີ້ວ່າ:
“ເປັນປີໃໝ່ສາກົລ ແລະ ຜູ້ຄົນທີ່ປະພຶດດີ ແລະກາອະໄພຍະໂທດໃຫ້ ກາຫຼຸດລົງກາຫຼາຍ ກໍອີງໃສ່ຄຸນງາມຄວາມດີ ຂອງແຕ່ລະຄົນນັ້ນນ່າ. ກາຫຼຸດລົງເປັນຂັ້ນ ເປັນຂັ້ນ ລົງມາເດ້. ເປັນຄະດີການເມືອງກໍບໍ່ສູ້ມີດອກ. ໂຕນີ້ຈະມີສ່ວນຫຼາຍຄະດີເສບຢາບໍ່ ຫຼືວ່າ ມົ້ວສຸມຢາເສບຕິດ ຫຼືວ່າ ຄະດີສໍ້ໂກງຊັບພົລເມືອງບໍ່, ລັກຊັບ ມີແຕ່ໄປແນວນັ້ນ.”
ກ່ຽວກັບເຣື່ອງນີ້ ຊາວລາວສ່ວນໃຫຍ່ ພ້ອມໃຫ້ໂອກາດນັກໂທດ ທີ່ຖືກປ່ອຍໂຕກັບຄືນສູ່ສັງຄົມ ແຕ່ບໍ່ໄດ້ໝາຍຄວາມວ່າ ຈະໃຫ້ອະໄພຮ້ອຍເປີເຊັນ ທຸກຢ່າງຕ້ອງໃຊ້ເວລາ ຖ້ານັກໂທດກັບມາໃຊ້ຊີວິດ ໃນສັງຄົມແລ້ວ ເປັນຄົນໃໝ່ ຄົນທີ່ດີຂຶ້ນກ່ວາເກົ່າ, ສັງຄົມກໍພ້ອມໃຫ້ໂອກາດ.
ດັ່ງຊາວລາວທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ:
“ຕ້ອງໃຊ້ໂອກາດກັບເວລາບໍ່ຕ້ອງຕັດສິນວ່າ ເຂົາເຈົ້າຈະຕິດຄຸກບໍ່ເຂົາເຈົ້າຈະຜິດຮ້ອຍເປີເຊັນ ບໍ່ແມ່ນກາຂຶ້ນກັບຜູ້ກ່ຽວວ່າ ລາວຊິຈະດັບໂຕ ເປັນຄົນດີ ຜູ້ເກົ່າບໍ່ຫຼືຜູ້ໃໝ່ ມັນຂຶ້ນນຳກໍຣະນີ ຜູ້ກ່ຽວຕັ້ງໃຈບໍ່ ຫຼືບໍ່ຕັ້ງໃຈ.”
ຂະນະທີ່ຜູ້ປະກອບການ ກ່າວວ່າ ສໍາລັບນັກໂທດ ທີ່ທາງການໃຫ້ອະໄພຍະໂທດ ແລ້ວອອກມາສູ່ສັງຄົມ ມາຫາສະມັກວຽກເຮັດ ສ່ວນໃຫຍ່ນາຍຈ້າງ ໃຫ້ໂອກາດຮັບເຮັດວຽກ ເພາະສ່ວນໃຫຍ່ໃນລາວ ບໍ່ໄດ້ຖາມ ຫຼາຍ ຖ້າຂາດຄົນງານ ເຂົາເຈົ້າກໍຮັບເຮັດວຽກປົກກະຕິ ແລະສ່ວນນຶ່ງນັກໂທດ ທີ່ຖືກປ່ອຍມາ ແມ່ນນັກໂທດປະພຶດດີ ທັງໝົດ ຖ້າເຂົາເຮັດບໍ່ດີກໍຕ້ອງຖືກຄຸກຄືເກົ່າ.
“ເຮົາກໍບໍ່ໄດ້ຖາມນັ້ນຖາມນີ້ດອກ ບໍ່ໄດ້ຖາມວ່າເຈົ້າຖືກຄຸກມາ ບໍ່ ຫຼື ຈັ່ງໃດ ຈັ່ງໃດຫັ້ນນ່າ. ກໍຮັບຄືກັນຫັ້ນແຫຼະ. ເຂົາກໍປ່ອຍພົ້ນໂທດ ພວກປະພຶດດີນ່າ ຄັນເຂົາດີ ກະດີໄປ ຄັນເຂົາບໍ່ດີກາຄືເກົ່າ.”
ເຖິງແມ່ນວ່າຄົນໃນສັງຄົມ ພ້ອມໃຫ້ໂອກາດນັກໂທດ ທີ່ຖືກໃຫ້ອະໄພຍະໂທດ ກັບມາໃຊ້ຊີວິດຕາມປົກກະຕິກໍຕາມ ແຕ່ລາວສ່ວນນຶ່ງ ຍັງຮູ້ສຶກຢ້ານກົວຢູ່.
ດັ່ງຊາວລາວ ອີກທ່ານນຶ່ງກ່າວວ່າ ທ່ານເອງພ້ອມໃຫ້ໂອກາດຢູ່ ແຕ່ໃນໃຈຮູ້ຢ້ານ ໂດຍສະເພາະນັກໂທດຄະດີຂ້າຄົນຕາຍ ຢ້ານບໍ່ກັບໂຕກັບໃຈ ເປັນຄົນດີ.
“ກາໃຫ້ໂອກາດ ຄົນຢູ່ເດ ຄັນວ່າມັນບໍ່ແມ່ນຄະດີ ຂ້າຄົນນີ້ ກໍເປັນຕາຢ້ານ ມັນເຄີຍຕິດຄຸກມາຫັ້ນນ່າບາງເທື່ອ ມັນມີປະສົບການແບບນັ້ນ ເຮົາກໍຢ້ານຫັ້ນນ່າ ສົມມຸດວ່າ ຢ້ານແຕ່ເຂົາປຸ້ນ ເຂົາຈີ້ ເຂົາຂ້າ ຊີ້ນ່າ.”
ການໃຫ້ອະໄພຍະໂທດ ໃນລາວສ່ວນໃຫຍ່ ຈະຂຶ້ນຢູ່ກັບໂອກາດ ພິເສດຕາມແນວທາງ ນະໂຍບາຍຂອງຣັຖບານລາວ ແລະຕາມແນວທາງມະນຸສທັມ ໂດຍແຕ່ລະປີ ຫຼືວັນພິເສດຣັຖບານ ຈະມີການໃຫ້ອະໄພຍະໂທດ, ຜ່ອນໂທດ, ປ່ອຍນັກໂທດ ທີ່ປະພຶດດີຕາມເງື່ອນໄຂ ຂອງກົມຕຳຣວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສງົບ.
ເນື່ອງໃນໂອກາດ ວັນຊາຕ ວັນທີ 2 ທັນວາ ຄົບຮອບ 48 , ໃນປີ 2023 ຣັຖບານລາວໄດ້ສເນີປະທານປະເທດ ອອກຣັຖຖະດໍາຣັດ ວ່າດ້ວຍການໃຫ້ອະໄພຍະໂທດ ແກ່ນັກໂທດ ສະບັບເລກທີ 219/ປປທ, ລົງວັນທີ 21 ພຶສຈິກາ 2023; ຕົກລົງໃຫ້ອະໄພຍະໂທດ ແກ່ນັກໂທດທັງໝົດ 1,824 ຄົນ, ຍິງ 238 ຄົນ; ຄົນຕ່າງປະເທດ 16 ຄົນ; ໃນນີ້, ໃຫ້ອະໄພຍະໂທດ ດ້ວຍການຫຼຸດຜ່ອນໂທດ ຈໍານວນ 1,602 ຄົນ, ຍິງ 200 ຄົນ, ຄົນຕ່າງປະເທດ 13 ຄົນ; ໃຫ້ອະໄພຍະໂທດ ດ້ວຍການປ່ອຍ ຈໍານວນ 222 ຄົນ, ຍິງ 38 ຄົນ, ຄົນຕ່າງປະເທດ 3 ຄົນ.
ໃນປີ 2022 ຜ່ານມາ ຣັຖບານລາວ ໄດ້ມີການປ່ອຍໂຕນັກໂທດ ກ່ອນກໍານົດ ແລະນັກໂທດ ທີ່ໄດ້ຮັບອະໄພຍະໂທດ ຕາມວາຣະຕ່າງໆ ທັງໝົດ 1,992 ຄົນ ໃນນັ້ນເປັນຄົນຕ່າງຊາຕ 25 ຄົນ.