ລາວ ຍັງຂາດ ເສຣີພາບ ໃນການສເນີຂ່າວ
2023.12.21

ໃນວັນທີ 20 ທັນວາ ທີ່ຜ່ານມາ, ສະມາຄົມ ຜູ້ສື່ຂ່າວຕ່າງປະເທດ ແຫ່ງປະເທດໄທຍ (Foreign Correspondents’ Club of Thailand: FCCT) ຢູ່ນະຄອນຫຼວງບາງກອກ ໄດ້ຈັດກອງປະຊຸມ ເພື່ອຫາລື ກ່ຽວກັບສະຖານະການ ດ້ານສິດທິມະນຸສ ໃນປະເທດລາວ ແລະ ພາກພື້ນເອເຊັຽ ຕາເວັນອອກສຽງໃຕ້ (ໃນວາຣະຄົບຮອບ 11 ປີ ທ່ານ ສົມບັດ ສົມພອນ ນັກພັທນາສັງຄົມ ອາວຸໂສຊາວລາວ ຖືກບັງຄັບໃຫ້ຫາຍສາບສູນ).
ກ່ຽວກັບເຣື່ອງນີ້, ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ບໍ່ທັນສນັບສນູນ ໃຫ້ຊາວລາວ ມີເສຣີພາບ ໃນການສະແດງຄວາມຄິດເຫັນ ພໍເທົ່າໃດ ອີກທັງ ການນໍາສນເນີຂ່່າວສານ ໃນດ້ານຕ່າງໆ ທີ່ເກີດຂຶ້ນ ພາຍໃນປະເທລາວ ຍັງຖືກຈໍາກັດ. ດັ່ງຍານາງ ອຶ້ງ ຊຸ່ຍ-ເມັ້ງ ພັນຣະຍາ ຂອງທ່ານ ສົມບັດ ສົມພອນ, ຜູ້ຖືກບັງຄັບໃຫ້ຫາຍສາບສູນ ກ່າວໃນກອງປະຊຸມ ດັ່ງກ່າວນີ້ ວ່າ:
“ເຫດຜົນທີ່ພວກເຮົາ ຍັງບໍ່ທັນໄດ້ຍິນ ວ່າຂ່າວສານ ກ່ຽວກັບສິດທິມະນຸສ ຈາກປະເທດລາວພໍເທົ່າໃດ ຍ້ອນວ່າ ສື່ຖືກຄວບຄຸມ ແລະ ມີສໍານັກຂ່າວ ທັງພາຍໃນ ແລະຕ່າງປະເທດ ພຽງໜ້ອຍດຽວເທົ່ານັ້ນ ທີ່ໄດ້ຮັບອະນຸຍາດ ໃຫ້ຕັ້ງຢູ່ໃນປະເທດລາວ. ສະນັ້ນ ເຣື່ອງລາວຕ່າງໆ ທີ່ເກີດຂຶ້ນໃນລາວ ຈຶ່ງບໍ່ທັນໄດ້ຖືກນໍາສເນີ ເປັນຂ່າວ.”
ສໍາລັບເຫດການ ການລະເມີດສິດທິມະນຸສ ທີ່ເກີດຂຶ້ນ ໃນປະເທດລາວ ແລະ ບໍ່ທັນໄດ້ຮັບການນໍາສເນີ ສູ່ສາທາຣະນະ ສ່ວນນຶ່ງ ແມ່ນກ່ຽວຂ້ອງ ກັບການລະເມີດສິດທິ ຂອງກຸ່ມບັນດາຊົນເຜົ່າ ຫຼືຜູ້ທີ່ມີຄວາມເຊື່ອຖື ແຕກຕ່າງ ຈາກຄົນສ່ວນໃຫຍ່. ດັ່ງຍານາງ ອຶ້ງ ຊຸ່ຍ-ເມັ້ງ ກ່າວຕື່ມວ່າ:
“ມີເຫດການລະເມີດ ສິດທິມະນຸສ ອີກເປັນຈໍານວນຫຼາຍ, ໂດຍສະເພາະຢ່າງຍິ່ງ ການກີດກັ້ນ ກຸ່ມບັນດາເຜົ່າ ແລະ ກຸ່ມຄົນ ທີ່ເຊື່ອຖືສາສນາຄຣິສຕຽນ ເຣື່ອງຣາວທີ່ກ່ຽວຂ້ອງ ກັບສິດທິມະນຸສ ບໍ່ມີການຣາຍງານ.”
ຍານາງກ່າວຕື່ມວ່າ ທີ່ຜ່ານມາ ຖ້າຫາກມີບຸກຄົນໃດ ທີ່ອອກມາເຮັດວຽກ ດ້ານການພັທນາ ຫຼືວິພາກວິຈານ ສະຖານະການຕ່າງໆ ໃນປະເທດລາວ ແລະ ມີຜູ້ໃຫ້ການສນັບສນູນ ຫຼືຕິດຕາມ ຈໍານວນຫຼາຍ ພວກເຂົາເຈົ້າ ຈະຖືກດໍາເນີນການ ໃນຮູບແບບຕ່າງໆ ເປັນຕົ້ນ:
- ທ່ານ ສົມບັດ ສົມພອນ, ນັກພັທນາສັງຄົມ ອາວຸໂສຊາວລາວ ຖືກບັງຄັບໃຫ້ຫາຍສາບສູນ ຂະນະເຮັດວຽກ ສົ່ງເສີມການສຶກສາ ທີ່ເນັ້ນນັກຮຽນ ເປັນສູນກາງ, ສນັບສນູນ ໃຫ້ໜຸ່ມຊາວລາວ ມີຈິດສໍານຶກ ຕໍ່ສ່ວນລວມ ແລະ ຈັດຕັ້ງອົງການພັທນາ ເອກະຊົນຂຶ້ນ ເປັນແຫ່ງທໍາອິດ ໃນລາວ.
- ຍານາງ ຮວາຍເຮືອງ ໄຊຍະບູລີ ຫຼື ໝວຍ, ຊາວລາວ ໃນແຂວງຈໍາປາສັກ ຖືກທາງການລາວ ຄວບຄຸມໂຕ ໃນຂໍ້ຫາ ວິພາກວິຈານ ການເຮັດວຽກ ຂອງເຈົ້າໜ້າທີ່ຣັຖ ກ່ຽວກັບການ ໃຫ້ການຊ່ອຍເຫຼືອ ຜູ້ຖືກຜົລກະທົບ ຈາກກໍຣະນີ ນໍ້າຖ້ວມຄັ້ງໃຫຍ່ ໃນພາກໃຕ້.
- ທ້າວ ອານຸຊາ ຫຼວງສຸພົມ ຫຼື ແຈັກ, ນັກເຄື່ອນໄຫວ ເພື່ອປະຊາທິປະຕັຍ ໃນລາວ ອາຍຸ 25 ປີ ກໍຖືກຍິງ 2 ນັດ ຈົນໄດ້ຮັບບາດເຈັບສາຫັດ ພາຍຫຼັງອອກມາ ວິພາກວິຈານ ການບໍຣິຫານປະເທດ ຂອງຣັຖບານລາວ ຜ່ານສື່ສັງຄົມອ໋ອນລາຍນ໌.
ທີ່ຜ່ານມາ ການເຄື່ອນໄຫວ ດ້ານສິດທິມະນຸສ ໃນປະເທດລາວ ຍັງບໍ່ມີເສຣີພາບ ແລະ ມີຂໍ້ຈໍາກັດຫຼາຍ ປະກອບກັບ ບັນຫາທາງດ້ານເສຖກິຈ-ສັງຄົມ ພາຍໃນປະເທດລາວ ເຮັດໃຫ້ມີຊາວລາວ ຈໍານວນນຶ່ງ ຕັດສິນໃຈ ເດີນທາງມາເຮັດວຽກຢູ່ໄທຍ ແລະ ຮວມໂຕກັນ ຮຽກຮ້ອງສິດທິ ທີ່ພວກຂະເຈົ້າ ຄວນໄດ້ຮັບ ເປັນຕົ້ນ: ກຸ່ມ Free Laos ແຕ່ທ້າຍທີ່ສຸດແລ້ວ ພວກຂະເຈົ້າ ກໍຖືກປາບປາມ. ດັ່ງຍານາງ ເອມາລີ ປາລາມີ ປຣາດີຈິດ Emilie Palamy Pradichit, ຜູ້ກໍ່ຕັ້ງ ແລະ ກັມມະການບໍຣິຫານ ມູລນິທິ ມານຸສະຍະ ກ່າວໃນກອງປະຊຸມ ດັ່ງກ່າວນີ້ວ່າ:
“ບາງຄົນຕັດສິນໃຈ ທີ່ຈະອອກໄປປະທ້ວງ ໜ້າສະຖານທູດລາວ ໃນໄທຍ ແລະ ດ້ວຍເຫດຜົລດັ່ງກ່າວນີ້ ເຮັດໃຫ້ບາງຄົນ ຖືກຕິດຕາມ ແລະ ບາງຄົນ ຕ້ອງພະເຊີນກັບການປາບປາມ ຂ້າມຊາຕ ຫຼືຖືກຕິດຕາມ ຢ່າງລັບໆ (Secretive enforces) ແລະ ເມື່ອຂ້າພະເຈົ້າ ເວົ້າກ່ຽວກັບ ການຕິດຕາມຢ່າງລັບໆ ຂ້າພະເຈົ້າ ກໍາລັງໝາຍເຖິງ ການເຮັດວຽກ ດ້ານຄວາມໝັ້ນຄົງຮ່ວມກັນ ລະຫວ່າງ ຣັຖບານໄທຍ ແລະ ຣັຖບານລາວ ໃນການຕິດຕາມ ການເຄື່ອນໄຫວ ຂອງນັກເຄື່ອນໄຫວລາວ ໃນໄທຍ ແລະ ສົ່ງຂໍ້ມູນ ໃຫ້ແກ່ຣັຖບານລາວ.”
ເນື່ອງຈາກບັນຫາ ການລະເມີດສິດທິມະນຸສ ແລະ ເສຣີພາບ ໃນການສະແດງຄວາມຄິດເຫັນ ທັງພາຍໃນ ແລະ ນອກປະເທດລາວ ຍັງຂ້ອນຂ້າງຮຸນແຮງ ແລະ ຍັງບໍ່ທັນ ໄດ້ຮັບການແກ້ໄຂ ຈຶ່ງເຮັດໃຫ້ລາວ ຖືກຈັດເປັນປະເທດ ທີ່ບໍ່ມີເສຣີພາບ. ດັ່ງຍານາງ ເອມາລີ ປາລາມີ ປຣາດີຈິດ Emilie Palamy Pradichit ກ່າວຕື່ມວ່າ:
“ສະຖານະການ ດ້້ານສິດທິມະນຸສ ພາຍໃນປະເທດ ໃນປັດຈຸບັນນີ້ ຂ້ອນຂ້າງຮຸນແຮງ ແລະ ມີຄວາມບອບບາງ ຢ່າງຫຼວງຫຼາຍ ປະເທດລາວ ກໍຖືກຈັດວ່າ ເປັນປະເທດ ທີ່ບໍ່ມີເສຣີພາບ (not free) ຈາກ Freedom House ແລະ ອີງຕາມ ທີ່ຂ້າພະເຈົ້າ ໄດ້ຮັບຮູ້ມາ ກໍຄືວ່າ ລາວ ເປັນປະເທດ ທີ່ປິດກັ້ນ ເສຣີພາບຫຼາຍ ແລະ ເປັນປະເທດ ທີ່ມີການໃຊ້ອໍານາດ ແບບເດັດຂາດ ໃນການກໍານົດ ແນວທາງຕ່າງໆ ໃນປະເທດ.”
ກ່ອນໜ້ານີ້ ຄະນະມົນຕຣີ ສິດທິມະນຸສ ແຫ່ງສະຫະປະຊາຕ (United Nations Human Rights Council) ໄດ້ປະສານງານ ໄປຍັງທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຂໍຕິດຕາມ ຄວາມຄືບໜ້າ ກໍຣະນີການຖືກບັງຄັບ ໃຫ້ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ແລະ ບຸກຄົນອື່ນໆ ທີ່ທາງໜ່ວຍງານ ໄດ້ຮັບແຈ້ງ ອີກ 5 ຄົນ ແຕ່ປັດຈຸບັນ ຍັງຢູ່ລະຫວ່າງການລໍຖ້າ ການຕອບຮັບ ຈາກທາງການລາວ. ດັ່ງຍານາງ ອັງຄະນາ ນີລະໄພຈິດ, ສະມາຊິກຄະນະເຮັດວຽກ ດ້ານການບັງຄັບ ໃຫ້ຫາຍສາບສູນ ແຫ່ງສະຫະປະຊາຊາຕ (Working Group on Enforced or Involuntary Disappearances: WGEID) ກ່າວຕໍ່ວິທຍຸເອເຊັຽເສຣີ ກ່ອນການປະຊຸມ ດັ່ງກ່າວນີ້ ຈະເຣີ່ມຂຶ້ນວ່າ:
“ຄືເຮົາຍັງບໍ່ທັນມີໂອກາດ ເຂົ້າໄປໃນປະເທດລາວ ຄືເຮົາຂໍເຂົ້າໄປຢ້ຽມ ແຕ່ວ່າ ເຮົາຍັງບໍ່ໄດ້ຮັບ ການຕອບຮັບ ແຕ່ວ່າເຮົາ ໄດ້ຮັບເຣື່ອງຮ້ອງຮຽນ ຈາກຄອບຄົວ ໃນເຣື່ອງຂອງ ຜູ້ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ຄືປັດຈຸບັນ ມີ 6 ຄົນ, ແຕ່ເຮົາໄດ້ຮັບ ເຣື່ອງຮ້ອງຮຽນມາ 10 ປາຍ. ທາງຣັຖບານເອງ ຫຼືວ່າ ພາກປະຊາສັງຄົມ ກໍສົ່ງຂໍ້ມູນໃຫ້ເຮົາ ເປັນຕົ້ນ ມີການພົບໂຕແລ້ວ, ແຕ່ວ່າມື້ນີ້ ຍັງມີກໍຣະນີ ທີ່ເປັນ Outstanding case ກໍຄື ຍັງຫາຢູ່.”
ອີງຕາມຖແລງການສາກົລ ວ່າດ້ວຍສິດທິມະນຸສ ສບັບເລຂທີ 217 A (III) ລົງວັນທີ 10 ເດືອນທັນວາ 1948 ທີ່ຮັບຮອງ ແລະ ປະກາດໂດຍ ມະຕິຂອງສະມັດຊາໃຫຍ່ ຈໍານວນ 30 ມາດຕຣາ ມີເປົ້າໝາຍ ເພື່ອໃຫ້ທຸກຄົນ ແລະ ທຸກພາກສ່ວນຂອງສັງຄົມ ຮັບຮູ້ກຽດສັກສີ ຂອງບຸກຄົນ ແລະ ສິດສເມີພາບ ເປັນຕົ້ນ ມາດຕຣາທີ 19 ລະບຸວ່າ ທຸກຄົນມີສິດ, ມີອິສລະພາບ ໃນການປະກອບຄໍາເຫັນ ແລະ ການປາກເວົ້າ, ເຊື່ອຖື ຮວມທັງ ມີອິສລະພາບ ໃນການຍຶດຖື ຄໍາຄິດຄໍາເຫັນ ຂອງຕົນ ໂດຍປາສຈາກ ການຢ້ານກົວ ແລະ ມາດຕຣາທີ 20 ທີ່ລະບຸວ່າ ທຸກຄົນ ມີອິສລະພາບ ໃນການໂຮມຊຸມນຸມ ແລະ ເຂົ້າຮ່ວມສະມາຄົມ ຢ່າງສັນຕິວິທີ.