ເຣື້ອງທີ່ເກັບບັນທຶກໄວ້
2024-03-07
ເປັນເວລາ ເກືອບ 4 ເດືອນ ທີ່ເດັກນ້ອຍແມ່ຍິງລາວ ຊື່ວ່າ ນາງຈັນ (ນາມສົມມຸດ) ອາຍຸ 17 ປີ ຖືກນາຍໜ້າຄົນລາວ ຕົວະໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແລ້ວຂາຍຕໍ່ ໃຫ້ໄປເຮັດວຽກເປັນສາວຂາຍບໍຣິການ ທາງເພດ ຢູ່ປະເທດພະມ້າ.
2024-03-04
ປັດຈຸບັນ ຍັງມີນາຍທຶນຈີນ ຈ້າງວານຊາວໄທຍ ໃຫ້ລັກລອບສົ່ງເຊື້ອ ອະສຸຈິ ຈາກຝັ່ງໄທຍ ໄປຍັງຄລີນິກສໍາລັບຜູ້ມີລູກຍາກ ຢູ່ປະເທດລາວ ແລະ ກັມພູຊາ ເພື່ອປະສົມກັບໄຂ່ຂອງແມ່ຍິງລາວ ແລະ ແມ່ຍິງກັມພູຊາ ທີ່ຮັບຈ້າງຖືພາແທນ ຢ່າງຫລວງຫລາຍ ແລະ ຕໍ່ເນື່ອງ.
2024-03-01
ຜູ້ຍິງລາວສາມຄົນ ທີ່ຖືກຂາຍໄປເຮັດວຽກ ຢູ່ຮ້ານຄາຣາໂອເກະ ທີ່ເມືອງລາ ປະເທດພະມ້າ ດີໃຈຫຼາຍ ທີ່ຖືກປ່ອຍໂຕ ແລະໄດ້ກັບຄືນປະເທດລາວ.
2024-03-01
ເດັກນ້ອຍແມ່ຍິງລາວ 4 ຄົນ ໄດ້ຮັບການຊ່ອຍເຫລືອ ອອກຈາກການຄ້າມະນຸດ ຢູ່ແຂວງໄຊຍະບູຣີ ໃນນັ້ນ ແມ່ນຊາວຫລວງພຣະບາງ 3 ຄົນ ແລະ ອີກຄົນນຶ່ງ ແມ່ນຊາວແຂວງບໍ່ແກ້ວ ຊຶງຖືກສົ່ງກັບບ້ານແລ້ວ.
2024-03-01
ທາງການລາວ ສົ່ງສະມາຊິກ ຂອງກຸ່ມ ສໍ້ໂກງຊັບ ຫຼື ສະແກມເມີ້ ຊາວຈີນ ຈຳນວນ 268 ຄົນ ຈາກແຂວງບໍ່ແກ້ວ ໄປແຂວງສິບສອງປັນນາ ຂອງຈີນ ເມື່ອຕົ້ນເດືອນມົກກະຣາ ຜ່ານມາ ເຊິ່ງກຸ່ມຄົນດັ່ງກ່າວຖືກຕ້ອງສົງໃສວ່າ ກໍ່ຄະດີສໍ້ໂກງ ຢູ່ຈີນ 1,570 ປາຍຄະດີ.
2024-02-29
ເຈົ້າຂອງຮ້ານບັນເທີງ ຂອງຈີນຢູ່ພະມ້າ ປ່ອຍໂຕຜູ້ຍິງລາວ ຫຼັງຈາກໄດ້ຮັບຄວາມກົດດັນ ຈາກທາງການລາວແລະພະມ້າ.
2024-02-27
ຊາວໜຸ່ມລາວ ມີຄວາມສ່ຽງສູງ ທີ່ຈະຖືກຄ້າມະນຸດ ແລະຖືກບັງຄັບໃຊ້ແຮງງານ ທັງພາຍໃນປະເທດລາວແລະຕ່າງປະເທດ ເຊິ່ງທີ່ຜ່ານມາ ມີຫຼາຍກໍລະນີ ໂດຍສະເພາະຊາວໜຸ່ມ ຈາກແຂວງຫຼວງນ້ຳທາ ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ບໍ່ສາມາດຊ່ວຍເຫຼືອໄດ້ ຢ່າງເຕັມເມັດເຕັມໜ່ວຍ.
2024-02-22
ເດັກນ້ອຍແມ່ຍິງລາວ ຈໍານວນນຶ່ງ ທີ່ໄປເຮັດວຽກ ຢູ່ປະເທດຈີນ ແລະ ຖືກຄ້າມະນຸດ ຍ້ອນບັນຫາ ທາງດ້ານເສຖກິິຈ
2024-02-16
ເກີດເຫດການ ກຸ່ມຊາຍຊາວຈີນ ໂຍນບ້ວງຄ້ອງແມ່ຍິງລາວ ທີ່ເປັນພະນັກງານ ຂອງໂຮງແຮມ ແມ່ຂອງເຊິ່ງເປັນໂຮງແຮມ ຂອງຈີນ ຢູ່ນະຄອນຫຼວງວຽງຈັນ ເຊິ່ງຕໍ່ມາເຫດການດັ່ງກ່າວ ຖືກສັງຄົມວິພາກວິຈານໃນທາງທີ່ບໍ່ເໝາະສົມ ເປັນການດູຖູກກຽດສັກສີແມ່ຍິງລາວ.
2024-02-07
ຕຳຣວດພະມ້າ ຊ່ອຍເຫຼືອແມ່ຍິງລາວ 1 ຄົນ ອອກມາໄດ້ແລ້ວ ພາຍຫຼັງທີ່ຖືກຄ້າມະນຸສ ໄປເປັນສາວຄາຣາໂອເກະ ເຄທີວີ ແລະ ຖືກບັງຄັບ ໃຫ້ຂາຍບໍຣິການທາງເພດ ຢູ່ຮ້ານບັນເທີງ ຂອງຄົນຈີນ ຂະນະທີ່ຍັງເຫຼືອອີກ 4 ຄົນ ທີ່ລໍຖ້າການຊ່ອຍເຫຼືອ.
2024-02-06
ແກ້ງຕອບແຊັດ ຫຼື ຄອລເຊັນເຕີ້ ທີ່ຕົ້ມຕຸ໋ນ ທາງອອນລາຍນ໌ ຢູ່ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງຄົງດໍາເນີນການຢູ່ ເຖິງແມ່ນວ່າ ທາງການໄດ້ປາບປາມ ໃນໄລຍະທີ່ຜ່ານມາ ແລ້ວກໍຕາມ.
2024-02-01
ນາງ ເກດແກ້ວ ໄຊຍະວົງ ຊາວບ້ານ ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ທີ່ໄປແຕ່ງດອງຢູ່ຈີນ ແລ້ວຫາຍສາບສູນໄປ ເປັນເວລາ 3 ປີ ໄດ້ກັບມາຮອດປະເທດລາວແລ້ວ ໃນມື້ວັນທີ 16 ມົກກະຣາ 2024 ນີ້.
2024-01-26
ປີ 2023 ມີຄະດີຄ້າມະນຸສເກີດຂຶ້ນ 24 ເຣື່ອງ ໃນນັ້ນ ຈັບຜູ້ຖືກກ່າວຫາຊາວຈີນ ໄດ້ນໍາດ້ວຍ ແລະຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ໄດ້ອີກ 53 ຄົນ ໃນນັ້ນ ຖືກຕົວະໃຫ້ແຕ່ດອງ ກັບຜູ້ຊາຍຈີນ.
2024-01-25
ດ່ານສາກົລບໍ່ເຕັນ ເຂັ້ມງວດກວດຂັນ ເຣື່ອງອອກໄປປະເທດຈີນ ຂອງຍິງລາວ ໂດຍສະເພາະຍິງສາວ ທີ່ອາດຕົກເປັນເຫຍື່ອ ຂອງການຄ້າມະນຸສ ຂະນະທີ່ບັນຫານີ້ ອາດກາຍເປັນຕົ້ນເຫດ ຂອງການຮຽກຮັບຜົລປໂຍດຈ າກແມ່ຍິງຫຼາຍຄົນ ທີ່ຈະເດີນທາງໄປຈີນ.
2024-01-18
ສະຖານທູດລາວ ປະຈໍາພະມ້າ, ກົມຕໍາຣວດສະກັດກັ້ນ ແລະຕ້ານການຄ້າມະນຸສ ແລະ ສະຫະພັນແມ່ຍິງ ຂັ້ນເມືອງ ປະສານໄປຫາທາງການພະມ້າ ເພື່ອຊ່ອຍເຫຼືອ ແມ່ຍິງລາວ ຈໍານວນ 3 ຄົນ ທີ່ຖືກຄ້າມະນຸສ ແລະຮຽກຄ່າໄຖ່ ຢູ່ເມືອງລາ ຣັຖສານ (Shan State) ປະເທດພະມ້າ, ແຕ່ລະບຸວ່າ ເປັນເຣື່ອງທ້າທາຍສຳລັບ ຣັຖບານ ທັງສອງປະເທດ.