ຊາວໜຸ່ມລາວ ຍັງມີຄວາມສ່ຽງສູງ ຕໍ່ການຖືກຄ້າມະນຸດ

ໄຊຍາ
2024.02.27
ຊາວໜຸ່ມລາວ ຍັງມີຄວາມສ່ຽງສູງ ຕໍ່ການຖືກຄ້າມະນຸດ ຮູງປະກອບ: ແມ່ຍິງລາວຖືກໃສ່ກັບມື (ຮູບຊ້າຍມື) ແລະ ຮ່ອງຮອຍທີ່ຖືກຕີ. ເດືອນຕຸລາ ປີ 2023.
Courtesy Photo

ຊາວໜຸ່ມລາວມີຄວາມສ່ຽງສູງ ທີ່ຈະຖືກຄ້າມະນຸດ ແລະຖືກບັງຄັບໃຊ້ແຮງງານ ທັງພາຍໃນປະເທດລາວແລະຕ່າງປະເທດ ເຊິ່ງປັດຈຸບັນລັດຖະບານລາວ ກໍມີຄວາມພະຍາຍາມສູງ ໃນການຮ່ວມມືກັບປະເທດສະມາຊິກ ໃນພາກພື້ນ ແລະອົງການຈັດຕັ້ງສາກົນ ເພື່ອສະກັດກັ້ນ ແລະປາບປາມ ບັນຫາດັ່ງກ່າວ ໃນຫຼຸດໜ້ອຍຖອຍລົງ. ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ກ່າວວ່າ ຊາວໜຸ່ມລາວ ຈຳນວນຫຼາຍຖືກຕົວະຍົວະ ໄປເຮັດວຽກ ຢູ່ໃນເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ໃນເຂດເສດຖະກິດ ພິເສດ ສະເວກົກໂກ (Swe Koke Ko) ເມືອງມຽວວະດີ (Myawaddy) ປະເທດພະມ້າ ຜ່ານຊ່ອງທາງຂອງສື່ສັງຄົມອ໋ອນລາຍ.

ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 27 ກຸມພາ ນີ້ວ່າ:

“ສູ່ມື້ນີ້ມັນກາຫຍຸ້ງຍາກ ເວົ້າເລື່ອງການສື່ສານ ທັນສະໄໝ. ມັນມີແຊັດຫາກັນເບາະແບບໃດໆ ເຮົາກາບໍ່ຮູ້ນຳເຂົາໄປແລ້ວ ພັດໄປຖືກຕົວະຍົວະ ໄປຖືກບັງຄັບ. ມັນກາມີຫຼາຍ ບາງຄົນກາພໍ່-ແມ່ເຂົາມາກາແຈ້ງຄວາມເດ້. ເຈົ້າໜ້າທີ່ເຮົາກາໄດ້ຊອກຫາ ວິທີຊ່ອຍເຫຼືອ ຢູ່ເພາະ ວ່າມັນເຮັດແບບນີ້ມັນຜິດກົດໝາຍລັດຖະບານ ມັນບໍ່ໄດ້ຮັບຮູ້ນໍາໄດ໋. ມັນລັກເຮັດເດ້ ເຮົາຊິໄປຫາເຂົາ ໄປຫາຈຸດໃດ ບາດນີ້. ມັນບໍ່ແມ່ນທຳມະດາ.”

ທ່ານກ່າວຕື່ມວ່າ ຊາວໜຸ່ມລາວ ຈໍານວນໜຶ່ງໄດ້ເຂົ້າໄປເຮັດວຽກ ຕອບແຊັດຢູ່ໃນເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ດ້ວຍຖ້ອຍຄຳໂຄສະນາ ກິນດີ, ທີ່ພັກຟຣີ ແລະ ຄ່າຕອບແທນສູງ ປະມານ 3,000-5,000 ຢວນ ຫຼື ປະມານ 8-15 ລ້ານກີບຕໍ່ເດືອນ ເຊິ່ງເປັນການໂຄສະນາ ເກີນຈິງ ໂດຍໃນໄລຍະຜ່ານມາກໍມີຊາວໜຸ່ມລາວ ຈຳນວນຫຼາຍ ຫຼົງເຊື່ອເຂົ້າໄປເຮັດວຽກ ນໍາບໍລິສັດດັ່ງກ່າວ.

ໜັກໄປກ່ວານັ້ນ ບາງບໍລິສັດມີການບັງຄັບໃຊ້ແຮງງານ ຊາວໜຸ່ມລາວ ໃຫ້ເຮັດວຽກຫຼາຍ 10 ຊົ່ວໂມງແບບບໍ່ໄດ້ພັກ ຫຼືຖືກຕົວະຍົວະ ໃຫ້ໄປເຮັດວຽກນໍາບໍລິສັດ ເຄືອຂ່າຍຢູ່ໃນເຂດເສດຖະກິດ ພິເສດ ສະເວກົກໂກ ເມືອງມຽວວາດີ ປະເທດພະມ້າໂດຍບໍຮູ້ໂຕວ່າຈະຖືກພາໄປຄ້າມະນຸດ, ຖືກຂົ່ມຂູ່-ບັງຄັບໃຊ້ແຮງງານແລະວຽກອື່ນໆ ທີ່ບໍ່ເປັນໄປຕາມສັນຍາ ຈ້າງວຽກ.

ເພື່ອເປັນການສະກັດກັ້ນ ແລະປາບປາມບັນຫາດັ່ງກ່າວນີ້ ລັດຖະບານລາວ ພະຍາຍາມຮ່ວມມືກັບຫຼາຍພາກສ່ວນ ເພື່ອລົງໄປໂຄສະນາ ສ້າງຄວາມເຂັ້ມແຂງ, ສ້າງຄວາມຮູ້, ຄວາມເຂົ້າໃຈ ໃຫ້ກັບບ້ານເປົ້າໝາຍ ທີ່ຢູ່ຕາມຊາຍແດນ 5 ປະເທດ ທີ່ຕິດຈອດກັບປະເທດລາວ ປະກອບມີຈີນ, ວຽດນາມ, ພະມ້າ, ກຳພູຊາ ແລະ ໄທ ລວມເຖິງຢູ່ໂຮງຮຽນທົ່ວປະເທດ ໃນລະດັບມັດທະຍົມສຶກສາ.

ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ທ່ານກ່າວຕື່ມວ່າ:

“ໄທເຮົາກໍຈະປ້ອງກັນ ສະກັດກັ້ນການຄ້າມະນຸດ ຢູ່ຕາມແມ່ນໍ້າຂອງມີຊ່ອງຫວ່າງຫຼາຍ ບໍ່ວ່າແຕ່ຝັ່ງເຮົາ ຫຼືວ່າຝັ່ງພະມ້າ ຄືກັນຫັ້ນແລ້ວ. ຝັ່ງໄທຄືກັນຫັ້ນແຫຼະ ລົງໄປ ໜຶ່ງລະແມ່ນບ້ານມີຄວາມສ່ຽງ ຕາມຊາຍແດນຫັ້ນແຫຼະເນາະ. ສອງມາກາໂຮງຮຽນ.”

ຄອບຄົວຂອງຊາວໜຸ່ມລາວ ໃນແຂວງຫຼວງນໍ້າທາ ກ່າວວ່າລູກສາວອາຍຸ 17 ປີ ບໍ່ໄດ້ໄປຮຽນໜັງສື ເພາະຄອບຄົວທຸກຍາກຫຼາຍ ຈຶ່ງໄດ້ສະມັກໄປເຮັດວຽກຕອບແຊັດ ຢູ່ໃນເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ພາຍຫຼັງທີ່ເຮັດວຽກໄດ້ບໍ່ດົນກໍຖືກ ບໍລິສັດດັ່ງກ່າວຕົວະຍົວະ ໄປເຮັດວຽກຢູ່ໃນເຂດເສດຖະກິດ ພິເສດ ສະເວກົກໂກ.

ເມື່ອໄປເຮັດວຽກໄດ້ບໍ່ດົນ ຢູ່ໃນເຂດເສດຖະກິດພິເສດ ສະເວກົກໂກ ແລ້ວກໍຖືກພະນັກງານ ໃນບໍລິສັດແຫ່ງໜຶ່ງທຸບຕີ, ຂົ່ມຂູ່, ຍັງຄັບໃຊ້ແຮງງານ ແລະໜັກໄປກ່ວານັ້ນ ມີການບັງຄັບໃຫ້ຄ້າມະນຸດ ໂດຍທີ່ລູກສາວ ຂອງຕົນບໍ່ສົມຍອມ. ນີ້ແມ່ນຄຳເວົ້າ ຂອງລູກສາວ ທີ່ໂທລະສັບຫາ ເຊິ່ງໄດ້ລົມກັນເດືອນລະຄັ້ງ, ຄັ້ງລະ 10 ນາທີເທົ່ານັ້ນ.

ຫຼັງຈາກນັ້ນ ທາງຄອບຄົວກໍໄດ້ເອົາຫຼັກຖານຕ່າງໆ ຈາກລູກສາວໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕຳຫຼວດ ແລະພາກສ່ວນທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ເພື່ອໃຫ້ຊ່ອຍຕາມຫາ ແລະຊ່ອຍກັບຄືນ ປະເທດລາວ ນັບແຕ່ປີ 2022 ທີ່ຜ່ານມາຈົນມາຮອດດຽວນີ້ ຜ່ານມາປີປາຍ ແລ້ວກາຍັງບໍ່ມີຄວາມຄືບໜ້າ ຈາກທາງາກນລາວເທື່ອ.

ດັ່ງຄອບຄົວ ຊາວໜຸ່ມແຂວງຫຼວງນໍ້າທາ ທີ່ຖືກຕົວະຍົວະໄປເຮັດວຽກ ໃນເຂດເສດຖະກິດພິເສດ ສະເວກົກໂກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 27 ກຸມພາ ນີ້ວ່າ:

“ລູກສາວແມ່ນີ້ແມ່ນໄປຢູ່ບໍລິສັດ ໂຕໜຶ່ງຫັ້ນເນາະ ແລ້ວກາມີອັນທຸບຕີຢູ່ຕະຫຼອດ ເຂົາບັງຄັບໃຫ້ເຮັດວຽກ, ເຮັດວຽກບໍ່ໄດ້ ແລ້ວເຂົາເອົາໄຟຟ້າຊອດເນາະ ໃຫ້ຢືນຕາກແດດ 2-3 ຊົ່ວໂມງພຸ້ນແຫຼະ, ແລ່ນສຸດຄວາມ ສາມາດແລ້ວ. ແມ່ກາບໍ່ມີທາງຊິເຮັດໃຫ້ ລໍຖ້າຕາມຂັ້ນຕອນ. ແມ່ກາຍັງວ່າຕາມຂັ້ນຫັ້ນ ແມ່ຫັ້ນແລ່ນຈົນໄດ້ຮອດປີປາຍແລ້ວນີ້.”

ຄອບຄົວຂອງຊາວໜຸ່ມລາວ ອີກຄອບຄົວ ໃນແຂວງຫຼວງນໍ້າທາ ທີ່ຖືກຕົວະຍົວະໄປເຮັດວຽກ ຢູ່ໃນເຂດເສດຖະກິດພິເສດ ສະເວກົກໂກ ກ່າວວ່າລູກຊາຍຂອງລາວ ອາຍຸ 19 ປີ ໄດ້ເດີນທາງໄປເຮັດວຽກ ຕອບແຊັດ ຢູ່ເຂດເສດຖະກິດພິເສດ ສະເວກົກໂກ ໂດຍຜ່ານບໍລິສັດນາຍໜ້າ ທີ່ຢູ່ໃນເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ເມື່ອໄປເຮັດວຽກ ແລ້ວກາຖືກຂົ່ມຂູ່ ແລະບັງຄັບໃຊ້ແຮງງານ ທຸກຮູບແບບໂດຍບໍ່ໄດ້ຮັບຄ່າຕອບແທນໃດໆ ຈາກບໍລິສັດຈ້າງວຽກ. ຫຼັງຈາກຊາວຂ່າວແນວນັ້ນທາງຄອບຄົວ ຈຶ່ງເດີນທາງໄປແຈ້ງຄວາມກັບເຈົ້າໜ້າທີ່ຕຳຫຼວດ ແຂວງຫຼວງນໍ້າທາ ແຕ່ວັນທີ 29 ເດືອນກັນຍາ 2023 ທີ່ຜ່ານມາຈົນຮອດປັດຈຸບັນ ຍັງບໍ່ມີຄວາມຄືບໜ້າໃດໆ ຈາກທາງການລາວເທື່ອ.

ດັ່ງອີກຄອບຄົວຊາວໜຸ່ມລາວ ແຂວງຫຼວງນໍ້າທາ ທີ່ຖືກຕົວະຍົວະ ໄປເຮັດວຽກທີ່ເຂດເສດຖະກິດ ພິເສດ  ສະເວກົກໂກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 27 ກຸມພາ ນີ້ວ່າ:

“ຢາກຝາກຝັນທາງລາຍການ ຊ່ອຍເຫຼືອໃຫ້ແດ່ຄືອີ່ພໍ່ນີ້ຢ່າງເປັນນີ້ກາໄປ 3 ເທື່ອແລ້ວນີ້ໄປຂໍນໍາເຈົ້າ ນາຍທາງລາວນີ້ຄືວ່າ ບໍ່ມີຄວາມຄືບໜ້າພິສັງແລ່ນຮອດປີປາຍແລ້ວ ແລ່ນເລີ້ມແຕ່ວັນທີ 29 ຂອງເດືອນ 9 ຈົນຮອດປັດຈຸບັນນີ້ ຮອດບໍ່ຄືບໜ້າພິສັງບໍມີເງິນແລ້ວ ດຽວນີ້ຊິຖ້າໃຫ້ທາງເຂົາປ່ອຍມາເທົ່ານັ້ນແຫຼະ ຈັກຊິປ່ອຍມື້ໃດ ເດືອນໃດ ບໍ່ທັນຮູ້ເທື່ອແຫຼະ.”

ຄອບຄົວຊາວໜຸ່ມ ນີ້ໄດ້ກ່າວຕື່ມວ່າ ໃນໄລະຍທີ່ຜ່ານມາບໍ່ເຄີຍເຫັນເຈົ້າໜ້າທີ່ລາວ ລົງພື້ນທີ່ມາໂຄສະນາ, ໃຫ້ຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບເລື່ອງຕົວະຍົວະ ໄປຄ້າມະນຸດ, ຕົວະຍົວະໄປເຮັດວຽກ ແລ້ວຖືກຂົ່ມຂູ່ ແລະບັງຄັບໃຊ້ແຮງງານຈັກເທື່ອ.

ທາງດ້ານເຈົ້າໜ້າທີ່ ສະຖານທູດ ສະຫະລັດອາເມຣິກາ ປະຈໍາລາວ ຜູ້ບໍ່ປະສົງອອກຊື່ ແລະສຽງ ກ່າວວ່າປັດຈຸບັນສະຖານທູດ ປະເທດສະຫະລັດ ອາເມຣິກາ ປະຈຳລາວ, ສະຖານທູດ ຂອງປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນ ໃນລາວ ພະຍາຍາມທີ່ຈະສະໜັບສະໜູນ ທັງງົບປະມານ, ການອົບຮົມໃຫ້ຄວາມຮູ້ແກ່ເຈົ້າໜ້າທີ່ລາວ ແລະຊາວໜຸ່ມລາວ ກ່ຽວກັບເລື່ອງການຄ້າມະນຸດ ແລະການບັງຄັບໃຊ້ແຮງງານ ໂດຍບໍ່ຖືກກົດໝາຍ ເພື່ອປ້ອງກັນບໍໃຫ້ຊາວໜຸ່ມລາວ ຫຼົງເຊື່ອ ແລະຕົກເປັນເຫຍື່ອ ການຄ້າມະນຸດ ທີ່ນັບມື້ຈະທະວີຄວາມຮຸນແຮງຂຶ້ນ.

ສ່ວນໃນເລື່ອງຂອງການແກ້ໄຂ ບັນຫາແບບລະອຽດ ແລະຂໍ້ມູນສະຖິຕິ ຂອງຊາວໜຸ່ມລາວ ທີ່ຖືກຕົວະຍົວະໄປຄ້າມະນຸດ ຫຼືຖືກບັງຄັບໃຊ້ແຮງງານ ແບບຜິດກົດໝາຍ ທັງຈາກພາຍໃນປະເທດລາວ ແລະຕ່າງປະເທດນັ້ນ ແມ່ນທາງການລາວບໍ່ໄດ້ເປີດເຜີຍ.

ດັ່ງເຈົ້າໜ້າທີ່ທ່ານໄດ້ກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 27 ກຸມພາ ນີ້ວ່າ:

“ອ້າຍເຫັນອັນນ່າໂຄງການ ຂອງເພິ່ນນີ້ກາເຮັດວຽກຕໍ່ເນື່ອງໄດ໋ໂຕນີ້. ກາຈະເຮັດວຽກັບກະຊວງປ້ອງກັນຄວາມສະຫງົບ ທ່ານສອນໄຊ ສີພັນດອນ ເປັນຫົວໜ້າ ຄະນະຮັບຜິດຊອບ ເພິ່ນນ່າ (ຂໍ້ມູນສະຖິຕິ ເລື່ອງການຄ້າມະນຸດ ໃນລາວ) ຫາຂໍ້ມູນຍາກ. ຄວາມຈິງຂະເຈົ້າ ຂໍ້ມູນທີ່ມີ ເຂົາກາບໍ່ຢາກ Dis-code ແຫຼະຍາກແຫຼະ.”

ພັນເອກ ດາວໄກ ເລີດລີວັນ ຮອງຫົວໜ້າກົມທະຫານຊາຍແດນ ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດ ກະຊວງປ້ອງກັນປະທດ ໄດ້ກ່າວລາຍງານ ຢູ່ກອງປະຊຸມສະຫຼຸບວຽກງານ ຕ້ານການຄ້າມະນຸດ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ໂດຍທ່ານໄດ້ລະບຸວ່າ ສປປ ລາວແມ່ນປະເທດໜຶ່ງ ທີ່ມີບັນຫາເລື່ອງການຄ້າມະນຸດ ເຊິ່ງສ່ວນຫຼາຍເປັນປະເທດຕົ້ນທາງ ແລະທາງຜ່ານຍ້ອນພູມສັນຖານ ຂອງປະເທດລາວມີຊາຍແດນ ຕິດຈອດກັບ 5 ປະເທດ.

ປັດຈຸບັນຄວາມບໍ່ເຂົ້ໃຈ ຕໍ່ລະບຽບກົດໝາຍ, ຄວາມຮັບຮູ້ຕໍ່ສະພາບການຄ້າມະນຸດ ຂອງປະຊາຊົນຍັງຈໍາກັດແລະອື່ນໆ ເຊິ່ງເປັນເງື່ອນໄຂພາໃຫ້ເກີດ ອາຊະຍາກຳການຄ້າມະນຸດ, ການຫຼອກລວງຄົນລາວ ໄປຕ່າງປະເທດ ຫຼືຫຼອກລວງຄົນຕ່າງປະເທດ ເຂົ້າມາລາວເພື່ອບັງຄັບໃຊ້ແຮງງານ ແລະບັງຄັບຄ້າປະເວນີພ້ອມກັນນັ້ນ ຍັງມີການຄ້າມະນຸດໃນຮູບແບບ ຖ່າຍທອດສົດ ເປືອຍກາຍອອກສື່ສັງຄົມ ອ໋ອນລາຍ.

ນອກຈາກນີ້ ຍັງມີການຕົວະຍົວະ ຫຼອກລວງຈາກກຸ່ມຄົນບໍ່ດີ ຜ່ານສື່ສັງຄົມອ໋ອນລາຍ ເຮັດໃຫ້ຊາວໜຸ່ມ ຍິງ-ຊາຍ ພາກັນຫຼັ່ງໄຫຼໄປອອກແຮງງານ, ໄປແຕ່ງດອງ, ໄປທ່ອງທ່ຽວ ແລ້ວຖືກບັງຄັບຂູດຮີດແຮງງານ, ບັງຄັບໃຫ້ຂາຍບໍລິການທາງເພດ, ຖືກຈັບໂຕຮຽກຄ່າໄຖ່ແລະອື່ນໆ.

ປັດຈຸບັນ ຍັງມີກຸ່ມຊາວໜຸ່ມລາວຈໍານວນບໍ່ໜອຍ ທີ່ຖືກຕົວະຍົວະ ແລະຖືກຂາຍໄປຢູ່ໃນເມືອງຕ່າງໆ ຂອງປະເທດພະມ້າ ແລະຖືກບັງຄັບໃຫ້ເຮັດວຽກ ຕົວະເອົາເງິນທາງອິນເຕີເນັດ ຫຼື ໄຊເບີ້-ສະແກມເມີ້ ແຕ່ບໍ່ມີການລາຍງານໂຕ ແລະຈະແຈ້ງວ່າ ມີຊາວໜຸ່ມລາວ ຫຼາຍປານວດທີ່ຖືກຕົວະຍົວະ ແລະຖືກຂາຍໄປຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.