ຄລິບຊາຍຈີນ ໂຍນບ້ວງໃສ່ພະນັກງານຍິງ ຖືກວິຈານຈາກສັງຄົມ
2024.02.16

ເມື່ອວັນທີ 15 ກຸມພາ ເຟສບຸກຂອງທ່ານ ໂຈເຊບ ອັກຄະຣະວົງ ໄດ້ເຜີຍແຜ່ຄລິບກ່ຽວກັບເຫດການທີ່ເກີດຂຶ້ນທີ່ໂຮງແຮມ ແມ່ຂອງເຊິ່ງເປັນໂຮງແຮມ ຂອງຈີນ ຢູ່ນະຄອນຫຼວງວຽງຈັນ ໂດຍໄດ້ໃຫ້ພະນັກງານທີ່ເປັນແມ່ຍິງລາວຈຳນວນ 12 ຄົນທີ່ເຮັດວຽກຮັບແຂກ ໃນໂຮງແຮມມາຢືນລຽນແຖວກັນ ພ້ອມກັບຖືເຄື່ອງດື່ມ ມຶນເມົາ ແລ້ວໃຫ້ລູກຄ້າທີ່ເປັນຜູ້ຊາຍຈີນ ໂຍນບ້ວງຄ້ອງພະນັກງານ ໃນລັກສະນະຄືກັນກັບໂຍນບ້ວງ ຄ້ອງເປັດຕາມ ງານບຸນຕ່າງໆ ແລະ ມີການຖ່າຍຄລິບວິດີໂອ ລົງເຜີຍແຜ່ໃນສື່ສັງຄົມອ໋ອນລາຍນ໌. ຕໍ່ເຫດການດັ່ງກ່າວ ຄົນລາວຕ່າງກໍວິພາກວິຈານ ເຖິງຄວາມບໍ່ເໝາະສົມ ໃນການກະທຳດັ່ງກ່າວວ່າເປັນການລົບ ລູ່ກຽດ ແລະສັກສີຂອງແມ່ຍິງລາວ ຢ່າງເປີດເຜີຍ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາໂຮງແຮມວຽງຈັນ ແມ່ຂອງ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ເຊິ່ງພະນັກງານໄດ້ຊີ້ແຈງວ່າ ເຫດການທີ່ເຫັນໃນຄລິບວິດີໂອນັ້ນ ແມ່ນເປັນການໂຍນບ້ວງໃສ່ພະນັກງານ ແມ່ຍິງເພື່ອເອົາແກ້ວເບັຍ ແລະແກ້ວເຫຼົ້າ ທີ່ພະນັກງານຖືໄວ້ນັ້ນສື່ໆ ບໍ່ໄດ້ໝາຍຄວາມວ່າ ເປັນການເຮັດກິຈກຳແບບຊູ້ສາວ ຫຼືຄ້າປະເວນີແຕ່ຢ່າງໃດ. ແຕ່ພາຍຫຼັງເກີດການວິພາກວິຈານ ຢ່າງຮຸນແຮງທາງໂຮງແຮມ ກຳລັງມີການຫາລືກັນ ເພື່ອໃຫ້ຢຸດຕິກິດຈະກຳດັ່ງກ່າວ.
ດັ່ງຍານາງ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 16 ກຸມພາ ນີ້ວ່າ:
“ຄ້ອງເອົາເຫຼົ້າ ບໍ່ໄດ້ຄ້ອງເອົາຄົນກິດຈະກໍາເທສການສື່ໆ ແລ້ວມີຫາງສຽງມາພະນັກງານ ກາຕຳນີຫຼາຍເພິ່ນກາກຳລັງປຶກສາຢູ່ວ່າ ບໍ່ຄວນເຮັດຫຍັງປະມານນີ້ຫັ້ນນ່າ. ຈຸດປະສົງຂອງເພິ່ນກາຄືເພິ່ນບໍ່ໄດ້ຢາກເຮັດໄປຊັ້ນບໍ່ໄດ້ຢາກເຮັດ ໝາຍເຖິງຄ້ອງເອົາຄົນມ່ວນ ສັງສັນເນາະບໍ່ໄດ້ຄິດວ່າ ມັນຊິເປັນກະແສ.”
ໃນຂະນະທີ່ຊາວລາວຫຼາຍຄົນ ທີ່ເຫັນຄລິບວີດີໂອດັ່ງກ່າວ ກໍຮູ້ສຶກບໍ່ພໍໃຈ ແລະເຫັນວ່າເປັນການລົບລູ່ ກຽດສັກສີ ຂອງແມ່ຍີງລາວ ຢ່າງຮຸນແຮງ ພ້ອມທັງບໍ່ສອດຄ່ອງກັບ ວັທນະທັມລາວ ເຮັດໃຫ້ຄົນລາວຫຼາຍຄົນຮັບບໍ່ໄດ້ ແລະຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງກວດສອບ.
ດັ່ງທີ່ຊາວລາວໄດ້ກ່າວວ່າ:
“ເຮົາກາບໍ່ຮູ້ການບໍຣິຫານຈັດການ ຂອງເຂົາເຈົ້າເນາະ ແຕ່ວ່າຄໍາເຫັນຖ້າເຫັນມັນກາບໍ່ຖືກຕ້ອງຫັ້ນນ່າ. ມັນຄືເຮົາໄປຫຼີ້ນງານບຸນ ງານຫຍັງເນາະ ເຫັນແຕ່ເຂົາເຈົ້າຄ້ອງຄໍເປັນຫຍັງຫັ້ນນ່າ ແຕ່ວ່າບໍ່ເຄີຍເຫັນວ່າເອົາຄົນມາຢືນແບບນີ້ຫັ້ນນ່າ. ມຸມມອງສັງຄົມເບິ່ງທົ່ວໄປເນາະຄືດູໝີ່ນວ່າ ເຮົາກາບໍ່ແມ່ນມະນຸດຫັ້ນນ່າ.”
ຊາວລາວອີກທ່ານໜຶ່ງ ທີ່ເຫັນຄລິບວິດີໂອດັ່ງກ່າວ ກໍຮູ້ສຶກຮັບບໍ່ໄດ້ກັບພຶດຕິກໍາດັ່ງກ່າວ ຂອງຄົນຈີນທີ່ເປັນລົບລູ່ກຽດສັກສີ ຂອງແມ່ຍິງລາວ ເຊິ່ງເຫັນວ່າສຳລັບພະນັງານຍິງ ທີ່ຢູ່ໃນຄລິບວິດີໂອ ບາງຄົນກໍອາດຈະມີຜົວ ແລະລູກແລ້ວ. ດັ່ງນັ້ນການຖືກບັງຄັບ ໃຫ້ເຮັດສິ່ງດັ່ງກ່າວ ກໍອາດຈະສ້າງຄວາມເສື່ອມເສຍ ຕໍ່ຄອບຄົວ ຂອງເຂົາເຈົ້ານໍາດ້ວຍ.
ດັ່ງທ່ານກ່າວວ່າ:
“ຄັນວ່າຫາງສຽງປະຊາຊົນ ມັນກາບໍ່ຢາກໃຫ້ມີພຸ້ນແຫຼະ ບໍ່ໃຫ້ເປັນແຫຼະແນວນັ້ນຄືວ່າ ມາຢູ່ນໍາບ້ານເຮືອນແດ່ກາບໍ່ຢາກໃຫ້ເປັນ. ໃນໃຈມັນກາຢາກຕາມແນວຄິດ ປະຊາຊົນແນວຄິດ ຜົວເຂົາລູກເຂົາໂຕຈິງ ມັນກ່ວານີ້ອີກ.”
ຊາວລາວອີກທ່ານໜຶ່ງ ກ່າວວ່າ ເຖິງແມ່ນວ່າຄົນຈີນ ກຸ່ມດັ່ງກ່າວພະຍາຍາມ ຖ່າຍຄລິບວິດີໂອ ພະນັກງານແມ່ຍິງລາວ ເພື່ອສ້າງຄວາມບັນເທີງ ຜ່ານສື່ສັງຄົມອ໋ອນລາຍນ໌ ກໍຕາມ ແຕ່ກໍບໍ່
ເໝາະສົມຢູ່ດີ ເຊິ່ງກໍຂັດຕໍ່ວັທນະທັມຢ່າງຮ້າຍ ແຮງນໍາດ້ວຍ. ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການກວດສອບ ຢ່າງຮີບດ່ວນ.
ດັ່ງທ່ານກ່າວວ່າ:
“ໂອມັນຈະເຮັດເປັນຄອນເທັ້ນ ຂອງເພິ່ນທໍາມະດາຕິ ປົກກະຕິທົ່ວໄປ ຣັຖບານກາບໍ່ໄດ້ເຮັດແບບນັ້ນສົງໃສຄືເຂົາຊິເຮັດຄອນເທັ້ນ ຂອງເຂົາປະມານນັນຈັກຢ່າງນີ້ ລະປົກກະຕິຢູ່ລາວເຮົາ ມັນກໍບໍ່ມີແບບນີ້ເຂົາກໍຮັກວັທນະທັມ ເຂົາອາດເເປັນຄອນເທັ້ນຫຍັງຈັກຢ່າງ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຫາສູນກາງສະຫະພັນ ແມ່ຍິງລາວເພື່ອສອບຖາມ ຄວາມຄິດເຫັນເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງບໍ່ສະດວກ ໃຫ້ສຳພາດ. ນອກນີ້ກໍໄດ້ຕິດຕໍ່ ໄປຫາສູນໃຫ້ຄຳປຶກສາແມ່ຍິງ ແລະເດັກນ້ອຍ ແຕ່ເຈົ້າໜ້າທີ່ເວົ້າພຽງ ແຕ່ວ່າຍັງບໍ່ທັນເຫັນຄລິບວິດີໂອ ດັ່ງກ່າວເທື່ອ ແລະກໍຍັງບໍ່ມີການເຄື່ອນໄຫວ ຫຼືຕອບໂຕ້ແນວໃດເທື່ອ.
ທາງດ້ານເຈົ້າໜ້າທີ່ ທ້ອງຖິ່ນໃນລາວກໍເຫັນວ່າ ເຫດການຄົນຈີນ ເຮັດລັກສະນະດັ່ງກ່າວ ຕໍ່ແມ່ຍີງລາວກໍຍ້ອນພາກສ່ວນທີ່ກ່ຽວຂ້ອງ ບໍ່ໄດ້ມີການຄຸ້ມຄອງການເຂົ້າມາ ຂອງຄົນຈີນຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ຄົນຈີນມັກເຮັດພຶດຕິກຳບໍ່ເໝາະສົມ ໃນຫຼາຍກໍຣະນີ.
ດັ່ງທ່ານໄດ້ກ່າວວ່າ:
“ເປັນນໍາເຈົ້າໜ້າທີ່ເຮົາເນາະ ບໍ່ເຄັ່ງຂັດນໍາເຂົາເຈົ້າ ຖືວ່າເຄັ່ງແລ້ວເຂົາເຈົ້າບໍ່ຖືຊາ ແນວໃດກາບໍ່ເຂົ້າໃຈເນາະ. ຄືວ່າຄັນວ່າແນວບໍ່ດີ ເຮົາກາບໍ່ຢາກເຫັນດີປານໃດເນາະ. ຄັນແນວວ່າມັນຖືກກັບ ລະບຽບບ້ານເມືອງໄທເຮົາ ເຫັນດີນຳບໍ່ຖືກກັບລະບຽບບ້ານເມືອງ ເຮົາກາບໍ່ເຫັນດີນຳລະເນາະ.”
ກ່ອນໜ້ານີ້ ຄົນຈີນທີ່ເຂົ້າມາເຄື່ອນໄຫວ ຢູ່ແຂວງຕ່າງໆ ໃນລາວກໍເຄີຍເຮັດພຶດຕິກໍາບໍ່ເໝາະສົມ ກັບແມ່ຍິງລາວ ແລະກໍໄດ້ຖ່າຍວິດີໂອເຜີຍແຜ່ ໃນສື່ສັງຄົມອ໋ອນລາຍນ໌ ຫຼາຍກໍຣະນີມາແລ້ວ ເປັນຕົ້ນເມື່ອເດືອນມົກກະຣາທີ່ຜ່ານມານີ້ ຜູ້ຊາຍຈີນໄດ້ນຳເດັກຍິງລາວ ຈຳນວນໜຶ່ງທີ່ມີອາຍຸຕໍ່າກ່ວາ 18 ປີ ມາຢືນເທິງຊິງສັ່ງນໍ້າໜັກ ໃນລັກສະນະເປັນການສັ່ງນໍ້າໜັກ ຜູ້ໃດໜັກເທົ່າໃດ ມີລາຄາຊື້-ຂາຍເທົ່ານັ້ນ ພ້ອມທັງເຜີຍແຜ່ ທາງສື່ສັງອ໋ອນລາຍນ໌.
ເມື່ອເດືອນກໍຣະກະດາປີ 2023 ຄົນຈີນກໍໄດ້ຈ້າງເດັກຍິງລາວ ຈໍານວນໜຶ່ງມາເຕັ້ນໂຊ ພ້ອມທັງຖ່າຍທອດຜ່ານສື່ສັງຄົມອ໋ອນລາຍນ໌ ຈົນມາຮອດວັນທີ 28 ກໍຣະກະດາ ທີ່ຜ່ານມານີ້ເຈົ້າ ໜ້າທີ່ກົມຕຳຣວດສະກັດກັ້ນ ແລະຕ້ານການຄ້າມະນຸດ ສົມທົບກັບເຈົ້າໜ້າທີ່ຜແນກກົມ ຕຳຣວດສະກັດກັ້ນ ແລະຕ້ານການຄ້າມະນຸດ ແຂວງໄຊຍະບູຣີ ໄດ້ເຂົ້າກວດຄົ້ນເຮືອນເຊົ່າ ແຫ່ງໜຶ່ງຢູ່ເມືອງ ແລະແຂວງໄຊຍະບູຣີ ໄດ້ພົບເຫັນຄົນຈີນ ສອງຄົນຊື່ ທ້າວ ຕວນຈີເຫວີນ ອາຍຸ 33 ປີ ແລະ ທ້າວ ຫລີວຊິກົວອາຍຸ 18 ປີ ແລະ ເດັກຍິງອາຍຸຕໍ່າກ່ວາ 18 ປີ ຈໍານວນ 8 ຄົນ ພ້ອມທັງອຸປະກອນ ສໍາລັບຖ່າຍທອດສົດ ຜ່ານສື່ສັງຄົມອ໋ອນລາຍນ໌ ຈຶ່ງໄດ້ນໍາຄົນຈີນ ສອງຄົນນັ້ນໄປສືບສວນ-ສອບສວນ.