ພົບມີການລັກລອບຂົນສົ່ງ ນ້ຳເຊື້ອອະສຸຈິເຂົ້າລາວ
2024.03.04
ປັດຈຸບັນ ຍັງມີນາຍທຶນຈີນ ຈ້າງວານຊາວໄທຍ ໃຫ້ລັກລອບສົ່ງເຊື້ອ ອະສຸຈິ ຈາກຝັ່ງໄທຍ ໄປຍັງຄລີນິກສໍາລັບຜູ້ມີລູກຍາກ ຢູ່ປະເທດລາວ ແລະ ກັມພູຊາ ເພື່ອປະສົມກັບໄຂ່ຂອງແມ່ຍິງລາວ ແລະ ແມ່ຍິງກັມພູຊາ ທີ່ຮັບຈ້າງຖືພາແທນ ຢ່າງຫລວງຫລາຍ ແລະ ຕໍ່ເນື່ອງ. ອີງຕາມ ເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບເຣື່ອງນີ້ໂດຍຕົງຂອງໄທຍ ໄດ້ໃຫ້ຂໍ້ມູນເບື້ອງຕົ້ນຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 26 ກຸມພາ 2024.
ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຍເສຣີ ໄດ້ແລ່ນເອກະສານ ເພື່ອຕິດຕໍ່ໄປຍັງ ຜູ້ອໍານວຍການ ກອງກິຈການຕ່າງປະເທດ ແລະ ຄະດີ ອາຊຍາກັມ ລະຫວ່າງປະເທດ ກົມສອບສວນ ຄະດີພິເສດ ກະຊວງ ຍຸຕິທັມຂອງໄທຍ ເພື່ອສອບຖາມກ່ຽວກັບ ຂະບວນການ ການຮັບຈ້າງ ຖືພາຂ້າມຊາຕ ທີ່ເຊື່ອມໂຍງ ລະຫວ່າງ ປະເທດາວ ແລະ ໄທຍ ເພີ່ມເຕີມ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງຢູ່ລະຫວ່າງ ການລວບລວມຂໍ້ມູນ ແລະຄາດວ່າ ຈະໃຫ້ສໍາພາດໄດ້ ໃນໄລຍະບໍ່ດົນນີ້.
ກ່ອນໜ້ານີ້ ໃນວັນທີ່ 24 ກຸມພາ 2024 ທີ່ຜ່ານມາ, ເຈົ້າໜ້າທີ່ຕໍາຣວດໄທຍ ຄວບຄຸມໂຕ ທ້າວ ທີລະພົງ ໄຊຍສຸກ ໜຸ່ມຊາວໄທຍ ອາຍຸ 33 ປີ ໃນຂໍ້ຫາເປັນຫົວໜ້າທີມ ໃນການລັກລອບ ຂົນນ້ໍາອສຸຈິ ປະມານ 100 ຫລອດ ຈາກຝັ່ງໄທຍ ຂ້າມໄປສົ່ງຍັງປະເທດລາວ ແລະ ກັມພູຊາ ໃນລະຫວ່າງ 2014-2017 ເຊິ່ງຂບວນການນີ້ ມີຊາວຈີນ ໃຫ້ຄວາມສນັບສນູນ ເພາະຕ້ອງການໃຫ້ເດັກນ້ອຍ ໄດ້ສັນຊາຕ ຂອງຜູ້ທີ່ຮັບຈ້າງຖືພາ ແລະ ກ່ຽວຂ້ອງກັບການຟອກເງິນ.
ການຮັບຈ້າງຖືພາ ແບບບໍ່ຖືກກົດໝາຍ ພາຍໃນປະເທດລາວ ສ່ວນຫລາຍແມ່ນການເກີດຂຶ້ນ ທາງນະຄອນຫລວງວຽງຈັນ ແລະ ແຂວງພາກເໜືອຂອງປະເທດລາວ ເຊິ່ງເປັນການດໍາເນີນແບບລັບໆ ແລະ ຍັງບໍ່ມີພາກສ່ວນໃດ ເປັນເຈົ້າການ ໃນການແກ້ໄຂບັນຫາດັ່ງກ່າວນີ້ ຢ່າງຈິງຈັງເທື່ອ.
ດັ່ງ ຜູ້ທີ່ເຮັດວຽກນໍາເຈົ້າໜ້າທີ່ ກະຊວງຍຸຕິທັມ ຢ່າງໃກ້ຊິດ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 26 ກຸມພາ 2024 ນີ້ວ່າ:
“ແມ່ນໆ ມັນກໍຕົກຢູ່ໃນຂບວນການຄ້າຍໆ ການຄ້າມະນຸດນ່າ ແຕ່ວ່າເຫດການດັ່ງກ່າວ ຢູ່ເມືອງລາວເກີດຂຶ້ນຫລາຍບໍ່ ອາດຈະມີຫລາຍຢູ່ ແຕ່ວ່າ ແຕ່ວ່າໂຕນີ້ ຍັງບໍ່ມີພາກສ່ວນໃດມາຮັບຜິດຊອບໂຕນີ້ນ່າ ເກີດຂຶ້ນຫລາຍສຸດ ກໍ ຢູ່ທາງພາກເໜືອ ຢູ່ວຽງຈັນນີ້ ແມ່ນ ສ່ວນຫລາຍຄົນທີຢູ່ວຽງຈັນນີ້ ແມ່ນກໍເປັນຄົນພື້ນຖານ ໄປແຕ່ງດອງ ກັບ ຜົວຄົນຈີນເນາະ ສ່ວນຫລາຍກໍເປັນຄົນພາກເໜືອ ລົງໄປວຽງຈັນຊື່ໆ ສ່ວນຫລາຍຫັ້ນນ່າ ແລ້ວອີກຢ່າງນຶ່ງ ຂະເຈົ້າຈະມາ ຄົນນອກຫລາຍໆເນາະ ເຂດຄົນນອກນີ້ມີຫລາຍຢູ່ຊໍາເໜືອນີ້ ມີຫລາຍຂນາດເດ້ ປັດຈຸບັນນີ້ ມີແຕ່ເຫັນຂະເຈົ້າແຕ່ງຕລອດນ່າ ມີແຕ່ວ່າ ເຮົາກໍບໍ່ຮູ້ວ່າ ພາກສ່ວນໃດ ຈະມາເຮັດວຽກແນວໃດ ອັນນີ້ກໍເປັນບັນຫາ.”
ເຖິງແມ່ນວ່າ ຂບວນການຈ້າງ ໃຫ້ແມ່ຍິງ ລາວຖືພາແທນ ຈະຍັງບໍ່ທັນເຫັນໄດ້ຢ່າງຈະແຈ້ງ ແລະ ຫລາຍພໍເທົ່າໃດ ແຕ່ຖ້າຫາກເປັນການຕົວະຍົວະ ໃຫ້ແມ່ຍິງລາວ ແຕ່ງດອງແບບ ບໍ່ຖືກຕ້ອງຕາມກົດໝາຍ ເພື່ອໃຫ້ ພວກເຂົາເຈົ້າມີລູກຊາຍ ໃຫ້ແກ່ຊາວຈີນນັ້ນ ພັດເກີດຂຶ້ນຢ່າງຫລວງຫລາຍ ໃນພື້ນທີ່ເຂດນອກ ທາງພາກເໜືອຂອງປະເທດລາວ.
ດັ່ງ ຜູ້ທີ່ເຮັດວຽກກັບເຈົ້າໜ້າທີ່ ກະຊວງຍຸຕິທັມຢ່າງໃກ້ຊິດ ທ່ານດຽວກັນນີ້ ກ່າວຕື່ມວ່າ:
“ການຖືພາແທນນີ້ເນາະ ທໍາອິດຄືອັນນີ້ ອັນທີ່ 2 ຄືການແຕ່ງດອງແອບແຝງ ໂຕຢ່າງວ່າ ອາດຈະມີ 2-3 ເຄສເນາະ ທີ່ເຄີຍແລກປ່ຽນ. ຂະເຈົ້າເນາະ ຄົນຈີນຂະເຈົ້າມາແຕ່ງໄປຢູ່ນໍາເຂົາ ແຕ່ວ່າເກີດລູກໄດ້ 1 ຄົນ 2 ຄົນ. ແລ້ວຂະເຈົ້າບໍ່ເອົາເມັຍ ຫລືວ່າ ຂະເຈົ້າຮ້າຍ ຫລືວ່າຂະເຈົ້າດ່າ ຫລືວ່າ ຂະເຈົ້າໄລ່ຜູ້ຍິງ ກັບຄືນມາລາວ. ມີໆ ມີຫລາຍຢູ່ ຊໍາເໜືອມີ ມີເຫັນຢູ່ ມີ 2-3 ເຄສໄດ້ລົມນໍາຂະເຈົ້າ ທໍາອິດເນາະ ເຮົາໄປຮອດແລ້ວ ເຮົາຈະຍັງບໍ່ໄດ້ມີລູກ ຂະເຈົ້າ ເປົ້າໝາຍບໍ່ໄດ້ເອົາເມັຍ ຂະເຈົ້າເອົາລູກ ຖ້າວ່າເຮົາເກີດໄດ້ລູກ 1 ຫລື 2 ຄົນເນາະ. ຂະເຈົ້າຫາທຸກວິທີທາງ ເພື່ອໃຫ້ເຮົາຢູ່ບໍ່ໄດ້ ເພື່ອໃຫ້ເຮົາກັບຄືນມາລາວເນາະ. ແລ້ວສຸດທ້າຍ ເຮົາບໍ່ໄດ້ອີຫຍັງເລີຍຫັ້ນນ່າ ເອົາເພດຊາຍໄດ້ ຂະເຈົ້າຕ້ອງການເພດຊາຍ ເພດຍິງຂະເຈົ້າບໍ່ຕ້ອງການ ມີແຕ່ຂະເຈົ້າຕ້ອງການເພດຊາຍຫລາຍ.”
ທ່ານກ່າວອີກວ່າ ທີ່ຜ່ານມາ ມີຜູ້ບ່າວຈີນຈໍານວນນຶ່ງ ເດີນທາງມາຍັງພື້ນທີ່ທາງພາກເໜືອຂອງປະເທດລາວ ແລະ ເຮັດພິທີສູ່ຂວັນ ເພື່ອຂໍແມ່ຍິງລາວ ແບບບໍ່ທັນມີເອກສານ ຮັບຮອງການແຕ່ງດອງ ແບບຖືກກົດໝາຍຈາກທາງການລາວເທື່ອ, ຈາກນັ້ນ ຜູ້ບ່າວຈີນກໍຈະພາແມ່ຍິງລາວ ເດີນທາງໄປຢູ່ປະເທດຈີນນໍາ ແລະ ເມື່ອແມ່ຍິງລາວຖືພາ ແລະ ອອກລູກເປັນເພດຊາຍ ຜູ້ບ່າວຈີນຈະເກັບລູກຊາຍໄວ້ ແລະ ບັງຄັບໃນຮູບແບບຕ່ງໆ ເພື່ອໃຫ້ແມ່ຍິງລາວ ກັບ ປະເທດລາວ.
ຂະນະດຽວກັນ ກໍມີບັນດາຊົນເຜົ່າ ທາງພາກເໜືອຈໍານວນນຶ່ງ ທີ່ມີລູກຫລາຍ ຈົນບໍ່ສາມາດເບິ່ງແຍງໄດ້ ພວກເຂົາເຈົ້າກໍຕັດສິນໃຈຂາຍລູກ ໃນລາຄາ 1-2 ລ້ານກີບ/ຄົນ ໃຫ້ແກ່ບຸກຄົນນອກຄອບຄົວ ແລະ ເຖິງແມ່ນວ່າ ຈະບໍ່ແມ່ນຕັ້ງໃຈຮັບຈ້າງຖືພາແທນ ແບບຕົງໄປຕົງມາ ແຕ່ການກະທໍານີ້ ແມ່ນມີຄວາມຜິດ ຕາມກົດໝາຍຂອງປະເທດລາວ.
ດັ່ງ ຜູ້ທີຮູ້ກ່ຽວກັບເຣື່ອງນີ້ ຢູ່ແຂວງບໍ່ແກ້ວ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ຖ້າວ່າເປັນຈ້າງອຸ້ມບຸນ ໃຫ້ຜູ້ອື່ນຫັ້ນ ບາງທີຫັ້ນມັນກໍເຂົ້າຄ່າຍ ການຄ້າມະນຸດແນວນີ້ແຫລະ ແຕ່ມັນຕ້ອງຂຶ້ນກັບວ່າ ເງື່ອນໄຂ ແລ້ວກໍສັນຍາຂະເຈົ້າເຮັດແນວໃດຫັ້ນນ່າ ມີແຕ່ແບບອັນນ່າ ສ່ວນຫລາຍຫັ້ນ ເຂົາເຈົ້າມີລູກ ແລ້ວເຂົາເຈົ້າ ແລ້ວຂະເຈົ້າໃຫ້ຄົນອື່ນໄປລ້ຽງຫັ້ນ ຂາຍໃຫ້ຄົນອື່ນ ບາງຄົນເປັນຄົນທຸກຍາກ ແລ້ວເຂົາມີລູກຫລາຍ ແລ້ວເຂົາບໍ່ຢາກໄດ້ ແລ້ວເຂົາກໍເກີດ ແລ້ວເຂົາກໍຂາຍ 1 ລ້ານ 2 ລ້ານ ບໍ່ ຫລືວ່າ 4-5 ລ້ານບໍ່ ແບບນັ້ນ ອັນນີ້ ຄັນເຮົາອັນນີ້ເຮົາໄປເອົາລູກ ມາເປັນລູກບຸນທໍາຂອງເຮົາຫັ້ນ ເຮົາຕ້ອງໄປຈົດທະບຽນ ໄປເຮັດຖືກຕ້ອງໃຫ້ມັນໄດ້ ແຕ່ຖ້າຄັນວ່າເຮົາໄປຊື້-ຂາຍວ່າຊັ້ນ ທາງເຈົ້າໜ້າທີ່ ເຂົາຮູ້ ເຮົາກໍຜິດຄືກັນ ເຂົາບໍ່ໃຫ້ຂາຍຫັ້ນນ່າ.”
ກ່ຽວກັບເຣື່ອງນີ້, ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ອອກຂໍ້ຕົກລົງວ່າ ດ້ວຍການຄຸ້ມຄອງການ ໃຫ້ຖືພາແທນ ແລະການເອົາລູກອອກ ອີກທັງ ຍັງສາມາດປາບປາມ ແລະຊ່ອຍເຫລືອເດັກນ້ອຍ ທີ່ເກີດຈາກການຖືພາແທນ ໄດ້ບາງສ່ວນແລ້ວ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງທ່ານນຶ່ງ ກ່າວວ່າ:
“ຜູ້ທີ່ຖືພາກໍ ກໍຖືກກັກໂຕແລ້ວຈໍານວນນຶ່ງແລ້ວເດັກທີ່ເກີດມາ ເຂົາກໍໄປສູ່ສຖານສົງເຄາະ ເດັກແລະແມ່ຍິງ ຢູ່ນະຄອນຫລວງມັນມີສູນຢູ່ ກໍມີສູນຮັບລ້ຽງເດັກກໍາພ້າເນາະ ຫລາຍໆຢ່າງ ກໍບໍ່ໄດ້ຕີລວດກວດພຽງວ່າ ຕ້ອງເປັນແຕ່ສະເພາະອຸ້ມບຸນ ໂຕຢ່າງອາດຈະມີເດັກເລລ້ອນ ເດັກທີ່ພໍ່ແມ່ເສັຍຊີວິຕ ບໍ່ມີຄົນຮັບຕໍ່ ເຊິ່ງຍັງບໍ່ທັນລຸນິຕິພາວະ.”
ຢູ່ປະເທດລາວ ຜູ້ທີ່ສາມາດຖືພາແທນໄດ້ ຈະຕ້ອງໄດ້ຮັບການຍິນຍອມ ຈາກ ຄູ່ຜົວ-ເມັຍ, ຄອບຄົວຜູ້ໃຫ້ຖືພາແທນ ຕ້ອງເປັນເອື້ອຍ, ນ້ອງສາວ, ລູກຂອງເອື້ອຍແມ່ ຫລື ລູກຂອງນ້າສາວແມ່ ແຕ່ຖ້າບໍ່ມີ ກໍໃຫ້ເອົາຕະກຸນທາງແມ່ ຖືພາແທນໄດ້ ທັງນີ້ ຫ້າມບໍ່ໃຫ້ແມ່ຂອງເຈົ້າຂອງໄຂ່ ພີ່ນ້ອງທາງຜົວ ຫລືຄົນນອກຕະກຸນ ຖືພາແທນ ແຕ່ພັດມີຊ່ອງວ່າງທາງກົດໝາຍ ທີ່ເຮັດໃຫ້ຊາວຕ່າງປະເທດ ສາມາດຈ້າງແມ່ຍິງລາວ ໃຫ້ຖືພາແທນໄດ້.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານດຽວກັນນີ້ ກ່າວຕື່ມວ່າ:
“ການອຸ້ມບຸນນີ້ ເພີ່ນບໍ່ອນຸຍາດໃຫ້ ຄົນທີ່ນອກຕະກຸນ ໂຕຢ່າງວ່າເອື້ອຍ ເອື້ອຍຂອງອ້າຍເຂີຍນີ້ນ່າ ບໍ່ມີເງື່ອນໄຂ ຊິເອົາແລ້ວ ແຕ່ມີໄຂ່ ຜູ້ໃດຜູ້ນຶ່ງບໍ່ພ້ອມ ແຕ່ສາມາດຕົກລົງກັນແລ້ວ ໃຫ້ນ້ອງສາວຂອງເອື້ອຍຫັ້ນນ່າ ຄົນໃນຄອບຄົວດຽວກັນຫັ້ນນ່າ ເອົາໄຂ່ຂອງເອື້ອຍກັບອ້າຍ ອ້າຍເຂີຍຫັ້ນນ່າ ໄປໃສ່ໃນນັ້ນເລີຍ ໄປໃສ່ໃນນ້ອງສາວ ແຕ່ຖ້າເປັນຕ່າງຊາດ ເຮົາກໍຕ້ອງ ແຕ່ເຣຶ່ອງຊິເຮັດ ມັນເຮັດໄດ້ ກໍຝັງໄປ ແລ້ວກໍໃຫ້ເຂົາອອກລູກມາ ແລ້ວກໍໄປຮັບເປັນູກບຸນທັມ.”
ອີງຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ການໃຫ້ຖືພາແທນ ແລະການເອົາລູກອອກ ຂອງກະຊວງສາທາຣະນະສຸກ ນະຄອນຫລວງວຽງຈັນ ສບັບເລກທີ 2077 ລົງວັນທີ 8 ກໍຣກະດາ 2021 ລະບຸ ກ່ຽວກັບລັກສະນະແມ່ຍິງ ທີ່ຫ້າມຖືພາແທນ ປະກອບມີ ແມ່ຍິງທີ່ມີອາຍຸຕ່ໍາກວ່າ 8 ປີ ຫລື ຫາຍກວ່າ 35 ປີ, ແມ່ຍິງຕຸ້ຍ, ແມ່ຍິງທີເຄີຍເກີດລູກມາແລ້ວ 3 ຄັ້ງ, ແມ່ຍິງເຄີຍຜ່າຕັດເອົາລູກອອກມາແລ້ວ 2 ຄັ້ງ, ແມ່ຍິງທີ່ເປັນໂລກຈິດ, ເປັນພະຍາດມະເລັງ, ເຄີຍປ່ຽນອວັຍວະ ເຊັ່ນ ຫົວໃຈ, ຕັບ ແລະ ໄຂ່ຫລັງ ມີພຍາດຊໍ້າເຮື້ອປະຈໍາໂຕ, ບໍ່ເຊັນໃບປຕິຍານ ແລະ ແມ່ຍິງທີ່ເປັນໂສດ.
ກ່ຽວກັບເຣື່ອງນີ້, ເຖິງແມ່ນວ່າ ປະເທດລາວຈະມີຂໍ້ຕົກລົງວ່າດ້ວຍການຖືພາແທນ ແຕ່ຍັງບໍ່ທັນມີກົດໝາຍປາບປາມ ຂບວນການຮັບຈ້າງຖືພາໂດຍຕົງ ແຕ່ຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍສາມາດບັງຄັບໃຊ້ກົດໝາຍ ທີ່ກ່ຽວຂ້ອງ ກັບການສກັດກັ້ນ ແລະປາບປາມການຄ້າມະນຸດໄດ້, ຍ້ອນການກະທໍາໃນລັກສະນະດັ່ງກ່າວນີ້ ເຂົ້າຄ່າຍການຄ້າມະນຸດຢ່າງຈະແຈ້ງ.
ດັ່ງ ນັກຊ່ຽວຊານດ້ານກົດໝາຍ ການຄ້າມະນຸດ ທ່ານນຶ່ງກ່າວວ່າ:
“ຝາກທ້ອງແນວນີ້ຫັ້ນ ເຄີຍໄດ້ຍິນຂ່າວຢູ່ ເອອ ທີ່ຈິງ ໂຕນີ້ຫັ້ນ ມັນມີກົດໝາຍເຣື່ອງການຄ້າມນຸດຫັ້ນ ມາຄອບຄຸມຢູ່ແລ້ວ ແລ້ວກໍໂຕປະມວນກົດໝາຍອາຍາ ມັນກໍຄຸ້ມຄອງວຽກພວກນີ້ແລ້ວ ແຕ່ຜູ້ປະຕິບັດຕ້ອງເຂັ້ມງວດຕື່ມ ຕ້ອງອັນນ່າ ຝຶກອົບຮົມພນັກງານ ໃນການຈັດຕັ້ງປຕິບັດກົດໝາຍໂຕນີ້ຫັ້ນນ່າ ໃຫ້ມັນເຂົ້າໃຈຕື່ມ ກ່ຽວກັບ ຂບວນການພວກນີ້ ເພາະວ່າ ຂບວນການແນວນີ້ ມັນກໍຊິມີຂບວນການໃໝ່ມາເລື້ອຍໆ ເດ້ ຕ້ອງໄດ້ທັນເຂົາ.”
ທ່ານກ່າວຕື່ມວ່າ ປັຈຸບັນ ຜູ້ກ່ຽວກັບຂບວນການຖືພາແທນ ຍັງປັບປ່ຽນສຖານທີ່ ແລະ ຮູບແບບຂບວນການ ໄປເລື້ອຍໆ ເພື່ອລົບລ້ຽງເຈົ້າໜ້າທີ່ຕຳຣວດ ແລະ ຂໍ້ກົດໝາຍທີ່ກ່ຽວຂ້ອງ ເຊິ່ງເຮັດໃຫ້ການປາບປາມຂບວນການດັ່ງກ່າວນີ້ ມີຄວາມຊັບຊອນ ແລະ ປະສົບຄວາມຫຍຸ້ງຍາກ ຫລາຍຂຶ້ນ.
ອີງຕາມຣາຍງານຂອງ ກອງທຶນເພື່ອເດັກ ແຫ່ງສະຫະປະຊາຊາຕ ຫລື UNICEF ປະຈຳ ປະເທດລາວ ໃນເດືອນມີນາ 2022 ຣະບຸວ່າ ຮູບແບບການຄ້າມນຸດ ທີ່ພົບຢ່າງແຜ່ຫລາຍໃນປະເທດລາວ ປະກອບມີ ການບັງຄັບແຕ່ງດອງແອບແຝງ, ການກູດຮີດແຮງງານ ແລະ ການຄ້າປະເວນີທາງເພດ ລວມເຖິງການຈ້າງໃຫ້ຖືພາແທນ ທັງນີ້ ສັດສ່ວນການຈ້າງໃຫ້ຖືພາແທນ ເພີ່ມຫລາຍຂຶ້ນ ພາຍຫລັງທາງການໄທຍ ແລະ ກັມພູຊາ ອອກກົດໝາຍປາບປາມ ຂບອນການຖືພາແທນ ຈຶ່ງເຮັດໃຫ້ທຸຣກິຈດັ່ງກ່າວນີ້ ເຄື່ອນຍ້າຍໄປຍັງປະເທດລາວ ແລະ ມາເລເຊັຍ.