ເຣື້ອງທີ່ເກັບບັນທຶກໄວ້
2022-05-25
ຄົນລາວເສັຍ ຊີວິດຍ້ອນພຍາດ ທີ່ເກີດຈາກການສູບຢາ ສເລັ່ຽ 19 ຄົນຕໍ່ມື້ ອີງຕາມ ບົດຣາຍງານ ຂອງ ສະມາພັນ ຄວບຄຸມຢາສູບອາຊ້ຽນ ໃນປີ 2021 ໂດຍສະເພາະ ພຍາດຫົວໃຈ-ເສັ້ນເລືອດ, ມະເຮັງ ແລະ ພຍາດປອດຊຳເຮື້ອ.
2022-05-23
ອົງການສາກົລ ມອບເງິນລາຍເດືອນ ຜູ້ລະ 150,000 ກີບ ໃຫ້ແກ່ແມ່ຍິງຖືພາ, ແມ່ລູກອ່ອນ ແລະເດັກນ້ອຍເກີດໃໝ່ ທີ່ເມືອງນອງ ແຂວງສວັນນະເຂດ ເພື່ອໃຫ້ເຂົ້າເຖິງ ໂພສະນາການ ແລະສຸຂພາບທີ່ດີ.
2022-05-19
ທາງການລາວ ໄດ້ກຳນົດ ການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ່ 11 ຢູ່ແຂວງຊຽງຂວາງ ແບບເປັນທາງການ ໃນລະຫວ່າງ ວັນທີ່ 13-22 ເດືອນທັນວາ ປີ 2022 ນີ້ ຊຶ່ງທາງການລາວ ກໍຄາດຫວັງວ່າ ການແຂ່ງຂັນກິລາແຫ່ຊາດໃນຄັ້ງນີ້ ຈະຊ່ອຍກະຕຸ້ນເສຖກິຈໂດຍ ໃຫ້ດີຂຶ້ນ.
2022-05-19
ເດັກນ້ອຍລາວ 71.6% ແລະຫຼາຍຄົວເຮືອນ ໃນຫຼາຍແຂວງຂອງລາວ ຍັງບໍ່ມີນ້ຳດື່ມ ທີ່ສະອາດ ແລະປອດພັຍ ໂດຍສະເພາະ ແມ່ນຊຸມຊົນທີ່ຢູ່ຫ່າງໄກ ຈາກຕົວເມືອງ ບໍ່ມີລະບົບນ້ຳ ປະປາໄວ້ໃຊ້ ອຸປໂພກ-ບໍຣິໂພກໃນຄົວເຮືອນ ເຮັດໃຫ້ເກີດການຕິດເຊື້ອ ແບັກທີເຣັຍໃນກຸ່ມເດັກນ້ອຍ ໄດ້ງ່າຍ.
2022-05-16
ກວດພົບສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ, ສິນຂ້າບໍ່ໄດ້ເສັຍພາສີ ແລະສິນຄ້າປອມແປງ ທີ່ນຳເຂົ້າຈາກຕ່າງປະເທດ ຊຶ່ງສິນຄ້າຈຳນວນນຶ່ງ ຖືກທຳລາຍຖິ້ມ ສ່ວນເຈົ້າຂອງຮ້ານ ທີ່ຈຳນ່າຍສິນຄ້າດັ່ງກ່າວ ຖືກອົບຮົມ ແລະຫາກມີການກະທຳຜິດອີກ ກໍ່ຈະຖືກລົງໂທດ.
2022-05-13
ມີການຈັບຜູ້ຕ້ອງສົງສັຍ ຄ້າຢາເສບຕິດໃນ 4 ເດືອນຕົ້ນປີນີ້ ໄດ້ 36 ຄົນ ແລະຢຶດຢາເສບຕິດໄດ້ 33,250 ເມັດ ທີ່ແຂວງເຊກອງ ຂະນະນີ້ ຄະດີຢູ່ໃນຂັ້ນໄອຍະການ, ເປັນຄະດີ ການຄ້າຢາເສບຕິດ ຣາຍຍ່ອຍ.
2022-05-12
ໃນມື້ວັນທີ່ 10 ພຶສພາ ທີ່ຜ່ານມານີ້ ເຈົ້າໜ້າທີ່ທະຫານພຣານ ກອງກໍາລັງສຸຣະສັກມົນຕຣີ ແຂວງໜອງຄາຍ ປະເທດໄທຍ ໄດ້ຈັບຊາຍໄທຍ 2 ຄົນ ທີ່ລັກຂົນຢາເສບຕິດ ມູນຄ່າຮວມ ທັງໝົດ 400 ລ້ານບາດ ຈາກເມືອງສັງທອງ ນະຄອນຫຼວງວຽງຈັນ.
2022-05-06
ທາງການລາວ ຕ້ອງການໃຫ້ປະຊາຊົນ ໄດ້ຮັບການສັກວັກຊິນ ເຂັມທີ 3-4 ເພື່ອຕຣຽມເປີດປະເທດ ແບບເຕັມຮູບແບບ ອີກຢ່າງນຶ່ງ ເພື່ອເປັນການສ້າງພູມຄຸ້ມກັນໝູ່ ຊຶ່ງຈະສະດວກຕໍ່ການດຳເນີນ ກິຈກັມອື່ນໆທາງສັງຄົມ ທີ່ຈຳເປັນ ໃຫ້ມີປະສິດທິພາບເພີ່ມຂຶ້ນ.
2022-05-06
ທາງການລາວ ໄດ້ປະກາດນຳໃຊ້ກົດໝາຍ ວ່າດ້ວຍຄົນພິການ ເພື່ອຄຸ້ມຄອງສິດແລະຜົລປໂຍດ ຂອງຄົນພິການໃນລາວ ໃຫ້ສາມາດໄດ້ຮັບການສຶກສາ ແລະມີວຽກເຮັດງານທຳ ເທົ່າທຽມກັບຄົນອື່ນ ໃນສັງຄົມ ແຕ່ທີ່ຜ່ານມາ ການບັງຄັບໃຊ້ກົດໝາຍ ບໍ່ສັກສິດເພາະໜ່ວຍງານ ທີ່ກ່ຽວຂ້ອງຍັງບໍ່ປະຕິບັດ ກົດໝາຍເທົ່າທີ່ຄວນ.