ອົງການສາກົລ ມອບເງິນລາຍເດືອນ ໃຫ້ແກ່ແມ່ຍິງຖືພາ, ແມ່ລູກອ່ອນ

ສຸພັດຕາ
2022.05.23
ອົງການສາກົລ ມອບເງິນລາຍເດືອນ ໃຫ້ແກ່ແມ່ຍິງຖືພາ, ແມ່ລູກອ່ອນ ການອອກແຮງງານ ເພື່ອຄວາມຢູ່ລອດ ໄປໃນແຕ່ລະມື້ ຂອງ ເດັກນ້ອຍລາວ ຢູ່ຂົນນະບົດ ແຂວງສວັນນະເຂດ
ນັກຂ່າວ ພົລເມືອງ

ແມ່ຍິງຖືພາ, ແມ່ລູກອ່ອນ ແລະເດັກນ້ອຍເກີດໃໝ່ ອາຍຸຕໍ່າກ່ວາ 1,000 ມື້ລົງມາ ຢູ່ເມືອງນອງ ແຂວງສວັນນະເຂດ ຈໍານວນທັງໝົດ 1,400 ຄົນ ໄດ້ຮັບເງິນສົດຈໍານວນ 150,000 ກີບຕໍ່ຄົນຕໍ່ເດືອນ ເພື່ອເຂົ້າເຖິງການບໍຣິການດ້ານໂພສະນາການ ແລະສຸຂພາບທີ່ດີ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປະສານງານໂຄງການໃຫ້ເງິນສົດ ແກ່ແມ່ຍິງຖືພາ, ແມ່ລູກອ່ອນ ແລະເດັກນ້ອຍເກີດໃໝ່ 1,000 ມື້ລົງມາ ປະຈໍາແຂວງສວັນນະເຂດ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 23 ພຶສພາ ນີ້ວ່າ:

“ເຮົາກໍສາມາດວ່າ ໄດ້ກວດທ້ອງໃຫ້ແມ່ມານ ລະກະໄດ້ສັກຢາໃຫ້ເດັກນ້ອຍ ແລະກໍຕິດນໍ້າໜັກ ແທກລວງສູງເລີຍ ກໍມີຜົລດີຫຼາຍ ແຕ່ວ່າເຣື່ອງຈ່າຍເງິນໄປແລ້ວ ໃຫ້ເຮົາຊື້ ອັນແບບວ່າ ແນວບໍາລຸງຮ່າງກາຍໃຫ້ເດັກນ້ອຍນີ້ນ່າ, ຊ່ວຍໂຕການຫຼຸດຜ່ອນ ການອັດຕຣາຂອງແມ່ ແລະກະຊ່ວຍຢາກໃຫ້ມາເກີດລູກ ບ່ອນທີ່ມີແພດຊ່ວຍ ຫວ່າງແລ້ວນີ້ ກໍໄດ້ເງິນ 900,000 ບາງຄອບຄົວກະບໍ່ມີເຂົ້າກິນ ກໍໄດ້ຊື້ເຂົ້າໄດ້ 2-3 ເປົ໋າພຸ້ນເດ້.”

ທ່ານກ່າວຕື່ມວ່າ ໃນໄລຍະ 6 ເດືອນຕົ້ນປີ 2022 ນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ຈ່າຍເງິນສົດ ຈໍານວນ 900,000 ກີບຕໍ່ຄົນ ໃຫ້ແມ່ຍິງຖືພາ, ແມ່ລູກອ່ອນ ແລະເດັກນ້ອຍເກີດໃໝ່ ທັງໝົດ 4 ບ້ານ ຄື: ບ້ານຕັງອາໄລ, ບ້ານດົງນາສານເກົ່າ, ບ້ານດົງນາສານນໍ້າ ແລະ ບ້ານດົງນາສານເໜືອ ຮວມມີແມ່ຍິງທີ່ໄດ້ຮັບເງິນສົດ ທັງໝົດ 38 ຄົນ ໃນນັ້ນ ຢູ່ເຂດສຸຂສາລາດົງນາສານ 15 ຄົນ ແລະຢູ່ເຂດສຸກສາລາຕັງອາໄລ 23 ຄົນ, ຂະນະທີ່ເປົ້າໝາຍຂອງໂຄງການໃຫ້ເງິນສົດ ແກ່ແມ່ຍິງຖືພາ, ແມ່ລູກອ່ອນ ແລະເດັກນ້ອຍເກີດໃໝ່ອາຍຸຕໍ່າກວ່າ 1,000 ມື້ລົງມາ ຢູ່ເມືອງນອງ ແຂວງສວັນນະເຂດ ຮວມທັງໝົດ 1,400 ຄົນ, ແຕ່ປັດຈຸບັນ ທາງໂຄງການໄດ້ຈ່າຍເງິນສົດໃຫ້ 1,005 ຄົນແລ້ວ.

ດັ່ງເຈົ້າໜ້າທີ່ສຸຂສາລາ ບ້ານຕັງອາໄລ ເມືອງນອງ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

“ເຮົາຈ່າຍເປັນຂອງກິນ ເປັນເຄື່ອງຫັ້ນ ເຂົາຈະໄດ້ກິນຄາວດຽວ ອັນນີ້ເຮົາຈ່າຍເປັນເງິນຫັ້ນ ເຂົາຈະໄດ້ທັງຂອງກິນ ແລະເວລາທີ່ເຈັບເປັນນ່າ ເຂົາຈະໄດ້ເງິນເປັນຮັກສາເດ້ ເສັຍຄ່າທໍານຽມ 5,000-10,000 ກີບເດ້ ກໍທໍານອງວ່າ ຖ້າວ່າເຮົາມາຝາກທ້ອງ ເຮົາກໍບໍ່ໄດ້ເກັບເງິນເນາະ ແຕ່ວ່າເຂົາຕ້ອງໄດ້ຊື້ນໍ້າມັນ ຄືບ້ານໄກ ເຂົາຕ້ອງໄດ້ຈ່່າຍຄ່່າເຮືອເດ້ ບາງຄົນ ຈົນມື້ເກີດກໍບໍ່ມີຣາຍຊື່ເລີຍ ອັນນີ້ຫັ້ນ ເຂົາກໍໄດ້ເງິນຊື້ເຂົ້າ ຫຼັກໆກໍແມ່ນເຂົ້າຫັ້ນແຫຼະເນາະ ໂອ້ຍເຂົ້າໝົດແລ້ວເຂົ້ານ່າຍາມນີ້ນ່າ ເຂົາບໍ່ໄດ້ຫຼາຍ ເຮືອນນຶ່ງ ກໍໄດ້ແຕ່ 4-5 ເປົາເຂົ້າເປືອກ ໄປສີແລ້ວ ຊິໄດ້ເທົ່າໃດເດ້.”

ຂະນະທີ່ ຢູ່ສຸຂສາລາ ບ້ານດົງນາສານ ເປັນອີກນຶ່ງສຸຂສາລາ ທີ່ມີບ້ານເຂົ້າຮ່ວມໂຄງການ ໃຫ້ເງິນສົດແກ່ແມ່ຍິງຖືພາ, ແມ່ລູກອ່ອນ ແລະເດັກນ້ອຍເກີດໃໝ່ ເຊິ່ງໂຄງການດັ່ງກ່າວ ແມ່ນຊ່ອຍຫຼຸດຜ່ອນອັດຕຣາການຕາຍຂອງແມ່ ຍ້ອນແມ່ຍິງຖືພາ ເຂົ້າມາກວດທ້ອງຕາມກໍານົດການທີ່ທ່່ານໝໍນັດ ແລະແມ່ຖືພາ ມີແຮງຈູງໃຈ ມາຫາທ່ານໝໍເພີ່ມຂຶ້ນ ຍ້ອນຖ້າຫາກມາເກີດລູກຢູ່ໂຮງໝໍນ້ອຍ ຫຼືໂຮງໝໍເມືອງ ຈະໄດ້ເງິນຄ່າເກີດລູກເພີ່ມ ຄົນລະ 150,000 ກີບຕໍ່ການເກີດລູກນຶ່ງຄັ້ງ, ດັ່ງເຈົ້າໜ້າທີ່ ສຸຂສາລາບ້ານດົງນາສານ ເມືອງນອງ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

“ມັນມີຜົລຕອບແທນດີຫຼາຍ ສໍາລັບທ່ານໝໍ ເພາະວ່າ ເຮັດໃຫ້ອັນຄົນເຈັບ ໄດ້ຮັບການຝາກທ້ອງບໍ ເຮົາດູແລແມ່ຍິງຖືພາ ໄດ້ຕາມໄລຍະທີ່ເຮົາຕ້ອງການນ່າ ປົກກະຕິແລ້ວ ຖ້າບໍ່ມີໂຄງການນີ້ເຂົ້າມາ ເຂົາເຈົ້າອາຈຊິບໍ່ມາຝາກທ້ອງຫັ້ນນ່າ ເຂົາເຈົ້າມາຝາກທ້ອງ ກໍແບບວ່າ 8 ເດືອນບໍ ຫຼືເຂົາເຈົ້າຊິໄດ້ເກີດບໍ ຕອນແຕ່ກີ້ຫັ້ນນ່າ ສໍາລັບເດັກນ້ອຍ ເພິ່ນກໍໄດ້ມາຮັບວັກຊິນຫັ້ນນ່າ ໄດ້ພາມາຕາມທີ່ເຮົານັດໄວ້ ປົກກະຕິເຮົານັດໄວ້ ເຂົາເຈົ້າຈະບໍ່ມາ ໄດ້ເລາະລົງແຕ່ລະເຮືອນຫັ້ນນ່າ.”

ແມ່ຍິງຖືພາ, ແມ່ລູກອ່ອນ ແລະເດັກນ້ອຍເກີດໃໝ່ອາຍຸຕໍ່າກວ່າ 1,000 ມື້ລົງມາ ຢູ່ເມືອງນອງ ແຂວງສວັນນະເຂດ ສ່ວນຫຼາຍເປັນຄົນຊົນເຜົ່າ ທີ່ຖານະທຸກຍາກ ແລະຢູ່ເຂດຫ່າງໄກສອກຫຼີກ ເປັນກຸ່ມທີ່ຂາດໂພສະນາການຫຼາຍ ຖ້າຫາກຣັຖບານ ຕ້ອງການໃຫ້ແມ່ຍິງແລະເດັກນ້ອຍເປັນໄປຕາມເປົ້າໝາຍ ໃນການຫຼຸດຜ່ອນອັດຕຣາການຕາຍຂອງແມ່ແລະເດັກນ້ອຍລົງນັ້ນ ຕ້ອງໄດ້ໃຫ້ເງິນສົດ ເພື່ອແກ້ໄຂເສຖກິຈພາຍໃນຄອບຄົວ ຂອງພວກເຂົາເຈົ້າ ເນື່ອງຈາກເງິນສົດ ສາມາດເຮັດໃຫ້ເຂົາເຈົ້າ ມີເງິນຊື້ຢູ່ຊື້ກິນໃຫ້ໂຕເອງແລະລູກ ແລະມີເງິນໄປໂຮງໝໍເພື່ອກວດທ້ອງ ແລະເກີດລູກຢ່າງປອດພັຍ.

ດັ່ງເຈົ້າໜ້າທີ່ ອໍານາດການປົກຄອງບ້ານ ບ້ານດົງນາສານເໜືອ ເມືອງນອງແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

“ຄັນເວົ້າເຣື່ອງນັ້ນ ມັນກໍມັກຫັ້ນແຫຼະເນາະ ເພາະວ່າ ເປັນຊົນຊາດຊົນເຜົ່າ ອີກຢ່າງ ຄັນວ່າບໍ່ມີແນວຕອບແທນ ກໍຊິບໍ່ຢາກມາ ຄັນວ່າ ຝາກທ້ອງ ຫຼືວ່າເກີດລູກອິຫຍັງຕາມນັດ ຄັນວ່າໃຊ້ຈ່າຍນີ້ກະ ໃຊ້ຈ່າຍໃນຄອບຄົວ ເມືອຊື້ຢູ່ຊື້ກິນມິຫຍັງຫັ້ນແຫຼະ ຊື້ເຂົ້າຊື້ນໍ້າ.”

ເງິນສົດຈໍານວນ 150,000 ກີບ ຕໍ່ຄົນຕໍ່ເດືອນ ທີີ່ແມ່ຍິງຖືພາ, ແມ່ລູກອ່ອນ ແລະເດັກນ້ອຍເກີດໃໝ່ໄດ້ຮັບນັ້ນ ແມ່ນໄດ້ຮັບແຕ່ເດືອນມົກກະຣາ ເຖິງເດືອນ ທັນວາ ປີ 2022 ຜ່ານການຈ່າຍເງິນທາງອິເລັກໂທຣນິກ U-Money ທີ່ສນອງໃຫ້ໂດຍ ບໍຣິສັດ Star Fntech ແລະຜ່ານການຈ່າຍເງິນສົດໂດຍກົງ ເຖິງມືຂອງແມ່ຍິງຖືພາ ແລະແມ່ລູກອ່ອນ, ໂດຍເງິນສົດທີ່ໄດ້ຮັບນີ້ ແມ່ນໄດ້ຮັບການສນັບສນູນຈາກ ໂຄງການສາກົລ ຢູນິເຊັພ ອອສເຕເລັຽ ເຊິ່ງເປັນໂຄງການທົດລອງ ຢູ່ສຸຂສາລາ ບ້ານຕັງອາໄລ ແລະບ້ານດົງນາສານ ເມືອງນອງ ແຂວງສວັນນະເຂດ.
ນອກຈາກຢູ່ເມືອງ ແຂວງສວັນນະເຂດ ທີ່ໄດ້ຮັບໂຄງການຈ່າຍເງິນສົດ ແກ່ແມ່ຍິງຖືພາ, ແມ່ລູກອ່ອນ ແລະເດັກນ້ອຍເກີດໃໝ່ ອາຍຸຕໍ່າກວ່າ 1,000 ມື້ລົງມາລແລ້ວນັ້ນ ຢູ່ເມືອງຊານໄຊ, ເມືອງສນາມໄຊ ແລະເມືອງພູວົງ ແຂວງອັດຕະປື ກໍໄດ້ຮັບເງິນສົດ ສນັບສນູນຈາກໂຄງການສາກົລ ຢູນິເຊັພ ອອສເຕເລັຽ ນີ້ເຊັ່ນດຽວກັນ ໂດຍເມືອງສນາມໄຊ ແລະເມືອງພູວົງ ແມ່ນໄດ້ທົດລອງໂຄງການດັ່າງກ່າວ ມາແຕ່ປີ 2020 ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.