ຄົນລາວ ເສັຽຊີວິດ ຍ້ອນພຍາດ ທີ່ເກີດຈາກ ການສູບຢາ 7,000 ຄົນ ຕໍ່ປີ

ສຸພັດຕາ
2022.05.25
ຄົນລາວ ເສັຽຊີວິດ ຍ້ອນພຍາດ ທີ່ເກີດຈາກ ການສູບຢາ 7,000 ຄົນ ຕໍ່ປີ ຄົນເຈັບ ທີ່ນອນລໍຖ້າການປິນປົວ ຢູ່ໂຮງໜໍແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ຮູບຖ່າຍ ເມື່ອເດືອນ ມີນາ ປີ 2022.
ນັກຂ່າວ ພົລເມືອງ

ສະມາພັນຄວບຄຸມຢາສູບອາຊ້ຽນ ຣາຍງານ ໃນປີ 2021 ວ່າ ຄົນລາວ ເສັຽຊີວິດຍ້ອນພຍາດ ທີ່ເກີດຈາກການສູບຢາ ປະມານ 7,000 ຄົນຕໍ່ປີ ຫຼື 19 ຄົນຕໍ່ມື້.

ເນື່ອງໃນໂອກາດວັນງົດສູບຢາໂລກ ແລະວັນງົດສູບຢາແຫ່ງຊາດລາວ ວັນທີ່ 31 ພຶສພາ ທາງກະຊວງສາທາຣະນະສຸຂລາວ ກໍໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍການຄວບຄຸມການສູບຢາ ເພື່ອຫຼຸດຜ່ອນຈໍານວນຄົນລາວເສັຽຊີວິດ ຍ້ອນການສູບຢາ ໂດຍກະຊວງສາທາຣະນະສຸຂ ໄດ້ປັບປຸງກົດໝາຍ ວ່າດ້ວຍການຄວບຢາສູບ ເພື່ອໃຫ້ເປັນສິນຄ້າທີ່ຊອກຫາຊື້ໄດ້ຍາກຂຶ້ນ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 25 ພຶສພາ ນີ້ວ່າ:

“ເຮັດໃຫ້ຢາສູບນີ້ນ່າ ກາຍເປັນສິ່ງທີ່ຊອກຍາກຫັ້ນນ່າ ເຫັນບໍ່ແຕ່ກີ້ມັນມີຂັ້ນໂຊ ລະກະເອົາຢາຊະນິດນັ້ນຊະນິດນີ້ມາໂຊຂາຍ ແລະກໍແຍກຂາຍເທື່ອກອກ ຄັນໃຜບໍ່ມີເງິນຊື້ເປັນຊອງ ຂາຍເປັນກອກກໍໄດ້ຫັ້ນນ່າ ແຕ່ກີ້ມັນເຮັດໄດ້ເດ້ເນາະ ດຽວນີ້ເພິ່ນບໍ່ໄດ້ເຮັດ ບາດນີ້ຊອງຫັ້ນ ຄືບໍ່ໄດ້ຫຼຸດ 20 ກອກ ຊິມາເຮັດເປັນຊອງນ້ອຍໆ ລະມີ 5 ກອກ 10 ກອກ ເຮັດເປັນຊອງນຶ່ງ ແບບຊື້ງ່າຍ ໃຫ້ເດັກນ້ອຍຊື້ອິຫຍັງໄດ້ ຜູ້ບໍ່ມີເງິນກໍຊື້ໄດ້ ບໍ່ໃຫ້ເຮັດ, ປະເພດນໍາເຂົ້າ ມັນຢາສູບໄຟຟ້າເກາະ ທີ່ວ່າໄວໜຸ່ມຂອງພວກເຮົາ ດຽວນີ້ນິຍົມຊົມຊອບຫຼາຍ ພວກເຮົາກໍຢາກຫ້າມຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ມາດຕຣາ 32 ຂອງກົດໝາຍດັ່ງກ່າວ ຫ້າມສູບຢາ ທັງຢູ່ພາຍໃນແລະນອກອາຄານ ກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ສບັບປັບປຸງ 2021 ຍັງໄດ້ກໍານົດໃຫ້ສະຖານທີ່ພາຍໃນອາຄານ ແລະນອກອາຄານ ເປັນຕົ້ນ: ສະຖານທີ່ບໍຣິການສາທາຣະນະສຸຂ, ສະຖານການສຶກສາ, ສະຖານທີ່ຫຼິ້ນກິລາ, ສະຖານທີ່ ທີ່ມີເຊື້ອໄຟ ແລະວັດຖຸອັນຕຣາຍ, ສວນສາທາຣະນະ, ຫໍພິພິດທະພັນ, ຫໍວັທນະທັມ, ໂຮງມະຫໍຣະສົບ, ໂຮງລະຄອນ, ໂຮງກາຍະສິນ, ໂຮງຮູບເງົາ ແລະສະຖານທີ່ ທີ່ມີປ້າຍຫ້າມສູບຢາ.

ເຈົ້າໜ້າທີ່ ເພສເຟສບຸກຄ໌ “ໄວລຸ້ນລາວຍຸກໃໝ່ ຕ້ານການສູບຢາ ກ່າວໃນມື້ດຽວກັນນີ້ວ່າ ລາຄາຢາສູບຈະແພງຂຶ້ນ.

“ແນ່ນອນຢູ່ແລ້ວເພິ່ນຈະໃຫ້ມີການປັບຂຶ້ນລາຄາເດ້ ເພາະວ່າມັນມີກອາກອນ ຈະປັບຂຶ້ນລາຄາເນາະ ສະນັ້ນພວກຂາຍ ກະຕ້ອງໄດ້ເພີ່ມຂຶ້ນ ລາຄາຢາສູບຈາກທີ່ເມື່ອກ່ອນກະ 8,000 ອາຈເປັນ 10,000 ເບາະ 12,000, 15,000 ແລ້ວແຕ່ວ່າ ເພິ່ນຈະມີການກໍານົດໃຫ້ ແນວໃດຕໍ່ໄປ.”

ກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ສບັບປຸງ 2021 ນີ້ ແມ່ນຫາກໍໄດ້ເຜີຍແຜ່ ຢ່າງເປັນທາງການ ຈຶ່ງຕ້ອງໄດ້ໃຊ້ເວລາໃນການຈັດຕັ້ງປະຕິບັດ ແລະສ້າງຄວາມຮູ້ຄວາມເຂົ້າໃຈ ໃຫ້ແກ່ປະຊາຊົນ ແລະບໍ່ສາມາດຢືນຢັນໄດ້ວ່າ ຈະສາມາດເຮັດໃຫ້ຈໍານວນຄົນລາວ ເສັຽຊີວິດ ຍ້ອນພຍາດທີ່ເກີດຈາກການສູບຢາຫຼຸດລົງໄດ້ຫຼືບໍ່ ແຕ່ເວົ້າໄດ້ພຽງວ່າ ກົດໝາຍສບັບປຸງນີ້ ແມ່ນໄດ້ມາຈາກການຖອດຖອນບົດຮຽນ ຈາກພາກສ່ວນທີ່ກ່ຽວຂ້ອງມາຢ່າງດີແລ້ວ ແລະຄ່ອຍເປັນຄ່ອຍໄປເທື່ອລະກ້າວ ແລະຕິດຕາມຜົລເປັນໄລຍະໆ.

ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ຜູ້ດຽວກັນກັບຂ້າງເທິງນັ້ນ ກ່າວຕື່ມວ່າ:

“ກໍຖອດຖອນບົດຮຽນໄລຍະຜ່ານມາເນາະ ເພື່ອຢາກຄວບຄຸມຫັ້ນ ແລ້ວກໍເອົາມາປັບປຸງຄືນ ແຕ່ວ່າກະ ຫຼັງຈາກເຮົາເຮັດອັນນີ້ໄປໄດ້ ກໍບໍ່ແນ່ວ່າ ມັນຊິສາມາດຄວບຄຸມ ແລະເຮັດໃຫ້ການຢາສູບ ຜູ້ສູບຢາຫັ້ນຫຼຸດຜ່ອນລົງ ແຕ່ກໍປະເມີນເປັນແຕ່ລະໄລຍະ ກໍອີງໃສ່ວ່າ ໄລຍະຜ່ານມາ ເຮົາເບິ່ງແລ້ວ ຍັງມີລັກສະນະແນວນີ້ ຄົນແຫ່ງສູບຢາຄືເກົ່າ ຄັນເຮັດໂຕນີ້ໄປ ບາງເທື່ອເຂົາຊິສູບ ເຮົາກໍເວົ້າບໍ່ໄດ້ ວ່າເຮົາເຮັດແນວນີ້ ມັນຊິເຮັດໃຫ້ການສູບຢາຫຼຸດຜ່ອນລົງ ແຕ່ວ່າເຮົາກະນໍາໃຊ້ໄປກ່ອນ ແລ້ວກໍປະເມີນໄປອີກ ລະກະປັບໄປ.”

ນອກຈາກນີ້ ໃນບົດຣາຍງານ ວຽກງານຄວບຄຸມ ຂອງສະມາພັນຄວບຄຸມຢາສູບອາຊ້ຽນ ປີ 2021 ຍັງຊີ້ໃຫ້ເຫັນເຖິງ ຄ່າໃຊ້ຈ່າຍທັງທາງຕຣົງ ແລະທາງອ້ອມ ໃນການປິ່ນປົວພຍາດ ທີ່ເກີດຈາກການສູບຢາ ໃນລະດັບຊາດ ແມ່ນ 428 ລ້ານໂດລ້າຣ໌ສະຫະຣັຖ ຫຼື 2.24% ຂອງ GDP.

ກ່ຽວກັບເຣື່ອງນີ້ ທ່ານໝໍຢູ່ສູນມະເຮັງ ໂຮງໝໍມິຕພາບ ກ່າວວ່າ ງົບປະມານໃນການປິ່ນປົວຄົນເຈັບ ທີ່ເປັນພຍາດຈາກການສູບຢາ ແມ່ນເປັນຄ່າໃຊ້ຈ່າຍທີ່ສູງ ຫາກຫຼີກອອກຈາກວົງຈອນ ການເສບຕິດຢາສູບໄດ້ ກໍຈະດີຕໍ່ສຸຂພາບຂອງໂຕເອງ ເຮັດໃຫ້ ບໍ່ເປັນພຍາດປອດ ແລະມະເຮັງ ເນື່ອງຈາກການສູບຢາ ເປັນສາເຫດນຶ່ງທີ່ເຮັດໃຫ້ເກີດພຍາດ ແລະມະເຮັງປອດ.

ດັ່ງທ່ານກ່າວວ່າ:

“ເອີ່ກໍຫຼາຍ ກໍບໍ່ໄດ້ຖືກ ກໍປົວມະເຮັງ ກໍຫຼີກໄດ້ກໍດີຫັ້ນແຫຼະ ພຍາດຈາກຢາສູບ ມັນກໍນັບຈາກພຍາດທີ່ເບົາບາງ ໄປຮອດພຍາດທີ່ຮ້າຍແຮງຫັ້ນແຫຼະ ກໍພຍາດເບົາບາງນີ້ ກະພວກປອດອັກເສບ, ພວກປອດຫືດ, ປອດຕີບ, ປອດແຂງ ມັນກໍຍືດຍຸ່ນບໍ່ໄດ້ດີ ມັນຫາຍໃຈເອົາອົກຊີບໍ່ໄດ້ດີ ພຍາດຮ້າຍແຮງ ມັນກໍພວກມະເຮັງປອດຫັ້ນແຫຼະ ກໍບໍ່ແມ່ນວ່າ ສູບກໍຕາຍເນາະ ກໍສູບຢາມັນພາໃຫ້ປອດເພ ປອດເພ ມັນກະພາໃຫ້ເປັນພຍາດປອດ ພຍາດປອດກະພາໃຫ້ເສັຽຊີວິດ.”

ສະພາບໂຕຈິງໃນລາວ ເດັກນ້ອຍອາຍຸຕໍ່າກວ່າ 18 ປີ ໂດຍສະເພາະ ອາຍຸລະຫວ່າງ 13-15 ປີ ສ່ວນຫຼາຍ ໄປຊື້ຢາສູບເປັນຊອງ ຫຼືເປັນກອກ ຕາມຮ້ານຂາຍເຄື່ອງຍ່ອຍທົ່ວໄປ ເນື່ອງຈາກຫາຊື້ໄດ້ງ່າຍ ມີເງິນພຽງ 2,000 – 3,000 ກີບ ກໍຊື້ໄດ້ແລ້ວ ແລະບາງຄົນ ຫາກຕິດຢາສູບ ກໍສູບເປັນຊອງຕໍ່ມື້ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາຮ້ານຂາຍເຄື່ອງຍ່ອຍ ບໍ່ໃຫ້ຂາຍຢາສູບໃຫ້ແກ່ເດັກນ້ອຍ ອາຍຸຕໍ່າກວ່າ 18 ປີ ນີ້ຢ່າງຄັກແນ່ ເນື່ອງຈາກປັດຈຸບັນ ເດັກນ້ອຍຍັງຊື້ຢາສູບໄດ້ງ່າຍຢູ່.

ດັ່ງປະຊາຊົນທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ສ່ວນຫຼາຍ ເຂົາເຈົ້າກໍໄປຊື້ຢູ່ຮ້ານທັມມະດາ ຮ້ານແບບຂາຍຍ່ອຍ ຂາຍຫຍັງປົກກະຕິທັມມະດາ ສ່ວນຫຼາຍເຂົາເຈົ້າ ກະບໍ່ໄດ້ເຂົ້າໄປຊື້ ຢູ່ຮ້ານເປັນມິນິມາທໃຫຍ່ໆ ໜ້າຈະຊື້ບໍ່ໄດ້ ມັນຢາກຮູ້ຢາກເຫັນເນາະ ເດັກນ້ອຍຄັນຢາກຮູ້ຢາກເຫັນ ຢາກລອງ ຄືວ່າເລີ່ມ 13-14-15 ປີນີ້ ມັນກໍຢາກລອງໄປເໝິດແລ້ວ ຖ້າວ່າຄົນທີ່ແບບວ່າ ເກເຣແດ່ໜ້ອຍນຶ່ງ ກະກາຍເປັນຕິດໄປເລີຍ.”

ດຣ. ບຸນແຝງ ພູມມະໄລສິດ ຣັຖມົນຕຣີກະຊວງສາທາຣະນະສຸຂ ໄດ້ເຊີນຊວນໃຫ້ຜູ້ທີ່ສູບຢາ ຫຼຸດຜ່ອນການສູບຢາລົງ ແລະກ້າວໄປສູ່ການອອກຢາສູບ ເພື່ອເປັນການປົກປ້ອງໂຕເອງ, ລູກຫຼານ, ຄອບຄົວ ແລະ ຄົນອ້ອມຂ້າງ ຈາກການໄດ້ຮັບຄວັນຢາຈາກ ທ່ານທີ່ສູບຢາ ຫຼືວ່າຄວັນຢາສູບມືສອງ ກໍຄື ການເປັນພຍາດຮ້າຍແຮງຕ່າງໆ ໂດຍສະເພາະ ພຍາດຫົວໃຈ-ເສັ້ນເລືອດ, ມະເຮັງ ແລະ ພຍາດປອດຊຳເຮື້ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.